ເປັນກະແສກັນມາເລື້ອຍໆເລີຍສຳລັບຮູບເງົາລາວ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ຂອງຜູ້ກຳກັບສຸດເກັ່ງ ອ້າຍ ເຈ້ຍ ປາຊີຟິກ, ເຊິ່ງຮູບເງົາເລື່ອງນີ້ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະນອກຈາກຈະສາຍໃນບ້ານເຮົາແລ້ວ ຍັງໂກອິນເຕີໄປສາຍເຖິງຕ່າງປະເທດອີກດ້ວຍ, ແລະ ຫຼ້າສຸດ ຜູ້ກຳກັບກໍຄື ອ້າຍ ເຈ້ຍ ປາຊິຟິກ ກໍໄດ້ໂພສໃນເຟສບຸກວ່າຮູບເງົາເລື່ອງດັ່ງກ່າວມີຂ່າວດີເພາະສ້າງລາຍໄດ້ເຖິງ 1000 ລ້ານ ເຮັດໃຫ້ມີແຟນໆເຂົ້າໄປຄອມເມັ້ນສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ!!! ເຢ້ 1.000ລ້ານ ແລ້ວເດີ້ ຫົງຫາມເຕົ່າຂໍຂອບໃຈຫມົດທຸກໆຄົນ ທີ່ຊ່ວຍສະຫນັບສະຫນູນຮູບເງົາລາວ ເຈ້ຍ ສັນຍາເລື່ອງຕໍ່ໄປຈະເຮັດໃຫ້ດີກວ່າ… โพสต์โดย Phoumsana Sirivongsa บน 9 มิถุนายน 2017 ນີ້ກໍຖືເປັນອີກບາດກ້າວໜຶ່ງຂອງວົງການຮູບເງົາລາວທີ່ປະສົບຜົນສຳເລັດ ຢ່າງໃດກໍຂໍສະແດງຄວາມຍິນດີກັບ ອ້າຍ ເຈ້ຍ ປາຊີຟິກ ແລະ ຫວັງວ່າໃນໂອກາດໜ້າຈະມີຮູບເງົາດີໆມາໃຫ້ຄົນລາວເຮົາເບິ່ງອີກ. #ແຊຣໄປເພື່ອໃຫ້ກຳລັງໃຈຮູບເງົາລາວ ທີ່ມາ: Jear Pacific
Read More »Home
ຄູ່ນີ້ໜ້າຮັກ! ໂອປໍ-ໝໍໂອກ ເດີນທາງມາປະເທດລາວເປັນທີ່ຮຽບຮ້ອຍ…
ເປັນຄູ່ ສາມີ-ພັນລະຍາ ທີ່ໜ້າຮັກສຸດໆເລີຍສຳລັບ ໂອປໍ ປານິສະລາ ແລະ ໝໍໂອກ ສະມິດ ເຊິ່ງທັງ 2 ເປັນພິທີກອນ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ, ແລະ ໃນຕອນບ່າຍຂອງມື້ນີ້ທັງສອງກໍໄດ້ເດີນທາງມາຮອດປະເທດລາວເປັນທີ່ຮຽບຮ້ອຍເພື່ອມາຮ່ວມເປັນສິລະປິນຮັບເຊີນໃນງານ “Top Thai Brands 2017” ຢູ່ທີ່ສູນການຄ້າລາວ-ໄອເຕັກ. ແຕ່ພໍມາຮອດປະເທດລາວດາລາດັງທັງ 2 ກໍມີໂອກາດໄປກິນເຂົ້າທ່ຽງທີ່ຮ້ານອາຫານຊື່ດັງແຖວນາໄຊ (Senglao cafe) ເຊິ່ງເປັນຮ້ານອາຫານທີ່ມີບັນຍາກາດດີ ອາຫານແຊບ ຕົບແຕ່ງສະໄຕຍຸກ 70’s ຈົນເຮັດໃຫ້ທັງສອງຕິດອົກຕິດໃຈເຖິງຂັ້ນໂພສລົງໃນອິນສະຕາແກຼມກັນເລີຍ ແລະ ນອກຈາກນັ້ນທັງ ໂອປໍ ແລະ ໝໍໂອກ ກໍມີໂອກາດໄດ້ຖ່າຍຮູບກັບບັນດາແຟນຄລັບຊາວລາວດ້ວຍຄວາມເປັນກັນເອງອີກດ້ວຍ. Senglao Cafe' #Vientiane A post shared by Opal Panisara (@opalpanisara) on Jun 8, 2017 at 11:20pm …
Read More »ເອົາແລ້ວໆໆ ອຸງ ຕົວແທນຈາກລາວມີລຸ້ນ!! ຕິດອັນດັບ Top 5 ໃນການປະກວດ “Mister National Universe 2017”
ເອົາແລ້ວໆໆ!!! ອຸງ ທົດສະພອນ ສິດພະໄຊ ຕົວແທນຈາກປະເທດລາວເຮົາມີລຸ້ນ…. ເພາະຕິດ 1 ໃນ 5 ໜຸ່ມ Hot ຂອງຜູ້ເຂົ້າປະກວດທັງໝົດໃນເວທີ “Mister National Universe 2017” #ແຊຣໄປໃຫ້ໂລກຮູ້ ຢ່າລືມເຊຍເປັນກຳລັງໃຈໃຫ້ໜຸ່ມຄົນນີ້ ແຟນໆສາມາດໄປໂຫວດໄປເຊຍເປັນກຳລັງໃຈໃຫ້ໜຸ່ມຄົນນີ້ໄດ້ທີ່ເພສ Mister National Universe the new Gen of the future ໄດ້ເລີຍ!!! ຍັງມີຮູບ Hot2 ຂອງໝຸ່ມ ອຸງ ມາຝາກທຸກຄົນນຳເດີ້!! ຂໍຂອບໃຈຮູບພາບ
Read More »ສາວນ້ອຍໜ້າຮັກຈາກເມືອງວິລະຊົນ ຄົນນີ້ແມ່ນໃຜ?
ສະບາຍດີສາວໆແຟນຂັວນໃຈທຸກຄົນເດີ້ ມາພົບກັນອີກແລ້ວໃນມື້ວັນສຸກທ້າຍອາທິດ (ເວລາຈັ່ງແມ່ນຜ່ານໄປໄວໆເນາະ) ບຶດດຽວກະຮອດວັນສຸກອີກແລ້ວ ມາພົບກັນໃນມື້ນີ້ ພິເສດສຸດໆ ເພາະແອດບັງເອີນເຂົ້າໄປເຫັນ Facebook ຂອງສາວນ້ອຍຄົນໜຶ່ງ ທີ່ງາມ ແລະ ໜ້າຮັກສົມໄວ ແຖມຍັງມີຄວາມສາມາດຫຼາກຫຼາຍນໍາອີກ ແອດຄົນດີກໍເລີຍເກັບພາບຄວາມໜ້າຮັກຂອງສາວນ້ອຍຄົນນີ້ມາຕ້ອນແຟນໆຂັວນໃຈກັນ ສາວນ້ອຍທີ່ວ່ານັ້ນກໍຄື ສາວ ຊົມພູ່ ພະໄຊສົມບັດ ສາວນ້ອຍຈາກເມືອງວິລະຊົນ ປັດຈຸບັນກໍາລັງຮຽນຢູ່ທີ່ ໂຮງຮຽນ ມັດທະຍົມສົມບູນ ອຸທຸມພອນ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດນັ້ນເອງ ເຫັນຍັງຮຽນມໍປາຍຢູ່ແບບນີ້ແຕ່ຄວາມໜ້າຮັກເຜີຍແຜ່ລັດສະໜີໄປກວ້າງຈົນບັງຄວາມງາມຂອງແອດໄປໝົດເລີຍ (ແອດມີຄວາມງາມຢູ່ຫວາ…ງົງ) ເອົາເປັນວ່າເຮົາໄປເບິ່ງພ້ອມກັນເລີຍວ່າ ສາວນ້ອຍຄົນນີ້ຈະໜ້າຮັກຂະໜາດໃດ! By: BeautyGuru ຂອບໃຈຮູບພາບຈາກ: F.B: C’Chompoo Phaxaysombath
Read More »ມາເບິ່ງ! ຄວາມເຈົ້າຊູ້ຂອງບັນດາໜຸ່ມໆຜູ້ເຂົ້າປະກວດ “Mister National Universe 2017”
ວ້າວໆໆ ເຊື່ອວ່າໝູ່ເພື່ອນທຸກຄົນກໍຄົງຍາກຈະເຫັນໜ້າຕາຂອງບັນດາໜຸ່ມໆຜູ້ເຂົ້າປະກວດໃນເວທີ “Mister National Universe 2017” ແມ່ນບໍ່? ມື້ນີ້ ຊະນີIndy ກໍບໍ່ເຄີຍປ່ອຍໃຫ້ເວລາເສຍໄປລ້າໆ ຈຶ່ງໄດ້ໄປຊອກຊ໋ອກແຊ໋ກນຳເອົາຮູບພາບຂອງໜຸ່ມໆຜູ້ເຂົ້າປະກວດແຕ່ລະປະເທດມາຝາກ, ແຕ່ ແຕ່ ແຕ່ ຂໍບອກກ່ອນເດີ້ ໂດຍສະເພາະສາວໆທັງສາວແທ້ສາວທຽມທັງຫຼາຍ… ໃຫ້ກຽມທິດຊູໄວ້ເຊັດນໍ້າລາຍແນ່ກໍດີເດີ້ 555 ເພາະແຕ່ລະໜຸ່ມຕົວແທນຂອງແຕ່ລະປະເທດນັ້ນບອກໄດ້ເລີຍວ່າມີແຕ່ຄົນເຈົ້າຊູ້ ບຸກຂະລິກແຕ່ລະຄົນກໍດີໆ ບໍ່ລໍຊ້າເດີ້ມາເບິ່ງກັນເລີຍ!! #ຢ່າງໄດກໍຢ່າລືມເຊຍໜຸ່ມຕົວແທນຈາກລາວເຮົາແດ່ເດີ້ເພື່ອນໆ ຊຸດປະຈຳຊາດ… ຊຸດລອຍນໍ້າ… via: misternationaluniverse
Read More »