Breaking News

Home

ຈະເກີດຫຍັງຂຶ້ນ! ເມື່ອອ້າຍເອຜູ້ຈັດການເອີ້ນໃຫ້ Superstar ອໍ້າ ຊ່ວຍ… (ມີຄລິບ)

ອ້າຍ ເອ ສຸພະໄຊ ຜູ້ຈັດການຂອງ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ກໍມີໂອກາດໄດ້ເດີນທາງມາ ສປປ ລາວ ພ້ອມກັບດາລາສາວ, ຫຼ້າສຸດອ້າຍ ເອ  ກໍໄດ້ໂພສຄລິບທີ່ມີແຟນຄລັບສາວອໍ້າທີ່ໄປແຫ່ໃຫ້ກຳລັງໃຈສາວອໍ້າກັນຢ່າງເນື່ອງແໜ້ນ ພ້ອມຂຽນຄຳອະທິບາຍກ້ອງຄລິບວ່າ: “ມ່ວນຫຼາຍ ມີຄົນໄປຮ່ວມງານຫຼາຍ ເຫັນແບບນີ້ກໍປື້ມໃຈແທນນ້ອງອໍ້າ ອ້າຍເອເລີຍຢາກເກັບພາບບັນຍາກາດມາຝາກທຸກໆຄົນ ປະກົດວ່າເວລາແຍກຕົວອອກມາຖ່າຍແລ້ວກັບເຂົ້າໄປບໍ່ໄດ້ ເລີຍຕ້ອງໄດ້ຮ້ອງໃຫ້ນ້ອງອໍ້າມາຊ່ວຍ 555 ຂອບໃຈທຸກໆຄົນທີ່ ສປປ ລາວ ທີ່ໃຫ້ການຕ້ອນຮັບ” ຊະນີIndy ເອງກໍມີໂອກາດໄດ້ໄປງານນີ້ເຊັ່ນກັນ ແລະ ກໍມີໂອກາດໄດ້ເຈິທັງ ເອື້ອຍ ອໍ້າ ແລະ ອ້າຍ ເອ ເຊິ່ງທັງສອງກໍໜ້າຮັກດີ ແລະ ກໍແມ່ນຕາມທີ່ຄວາມ ອ້າຍ ເອ ເພິ່ນໄດ້ໂພສແທ້ ເພາະວ່າໃນງານມີຄົນໄປຮ່ວມເປັນຈຳນວນຫຼາຍ ເຮັດໃຫ້ ອ້າຍ ເອ ເຖິງຂັ້ນເກືອບຂຶ້ນລົດບໍ່ທັນພຸ້ນລະ ເພາະຊົ່ວຈະຝ່າກອງທັບແຟນຄລັບໄປໄດ້ບໍ່ແມ່ນເລື່ອງງ່າຍເລີຍແມ່ນບໍ່ ອ້າຍ ເອ 555. …

Read More »

ເປີດໂຕແລ້ວ! ຊຸດປະຈຳຊາດຂອງລາວໃນການປະກວດ “MISTER NATIONAL UNIVERSE 2017”

ດັ່ງທີ່ທຸກຄົນໄດ້ຮູ້ໄປແລ້ວວ່າມີໜຸ່ມສຸດເຈົ້າຊູ້ ທົດສະພອນ ສິດພາໄຊ (ອຸງ) ໄດ້ເດີນທາງໄປເປັນຕົວແທນປະເທດລາວໃນການແຂ່ງຂັນໃນເວທີ “MISTER NATIONAL UNIVERSE 2017”  ເຊິ່ງເປັນເວທີການປະກວດໃນລະດັບສາກົນມີທັງໝົດ 13 ປະເທດຈາກທົ່ວໂລກມາປະຊັນຄວາມເຈົ້າຊູ້ ຄວາມສະຫຼາດ ແລະ ຄວາມມີບຸກຂະລິກດີນັ້ນເອງ, ແລະ ໃນເວລານີ້ທາງກອງປະກວດກຳລັງຢູ່ໃນຊ່ວງເກັບຕົວ ແລະ ກໍໄດ້ມີການເປີດໂຕຊຸດປະຈຳຊາດຂອງແຕ່ລະປະເທດ ໃນນັ້ນກໍມີພາບຊຸດປະຈຳຊາດລາວ ເຊິ່ງຊຸດປະຈຳຊາດລາວເຮົາໄດ້ມີແຮງບັນດານໃຈໃນການອອກແບບມາຈາກວັນນະຄະດີເລື່ອງ “ສັງສິນໄຊ”, ດັ່ງນັ້ນລອງມາເບິ່ງຊຸດປະຈຳຊາດຂອງລາວທີ່ທາງໜຸ່ມອຸງໄດ້ເປັນຕົວແທນນຸ່ງໃນການປະກວດໃນເທື່ອນີ້ກັນເລີຍ! ສຳລັບການປະກວດ “MISTER NATIONAL UNIVERSE 2017” ໄດ້ເລີ່ມຕັ້ງແຕ່ 5-13 ມິຖຸນາ 2017 ທີ່ຫົວຫິນ ປະເທດໄທ!!! #ແຊຣໄປເພື່ອເປັນກຳລັງໃຈໃຫ້ຕົວແທນຈາກປະເທດລາວ ຮູບພາບຈາກ: misternationaluniverse , Oung Thotsaphone Sitphaxay

Read More »

ເຈົ້າແມ່ຫ້າງແຕກ!!! ອໍ້າ ພັດຊະຣາພາ ໂພສຂອງໃຈ ສປປ ລາວ

ຫຼັງຈາກທີ່ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ໄດ້ເດີນທາງມາໂຊໂຕທີ່ລາວເຮົາໃນວັນທີ 7 ມິຖຸນາ 2017 ທີ່ຜ່ານມາ, ເຮັດເອົາສ້າງຄວາມຮືຮາເພາະມີແຟນຄລັບຊາວລາວໄປໃຫ້ກຳລັງໃຈສາວອໍ້າຢ່າງລົ້ນເຫຼືອ… ຈົນນາງເອງກໍອົດບໍ່ໄດ້ທີ່ຈະອອກມາໂພສຮູບພາບພ້ອມຄຳອະທິບາຍວ່າ: “Top Thai Brands 2017 ຂອບໃຈຫຼາຍໆ ສປປ ລາວ” ແລະ ແຕ່ລະຮູບທີ່  Superstar ສາວຄົນນີ້ໄດ້ໂພສກໍຄືຮູບພາບທີ່ມີແຟນຄລັບຈຳນວນຫຼວງຫຼາຍໄປໃຫ້ກຳລັງໃຈນາງນັ້ນເອງ!!! Top Thai Brands 2017 ขอบคุณมากๆค่ะ สปป.ลาว??❤️ A post shared by aum_patchrapa (@aum_patchrapa) on Jun 7, 2017 at 7:58am PDT via: aum_patchrapa

Read More »

ໜ້າລອງ! ກັບ 3 ຄຼີນິກເສີມດັງໃນລາວທີ່ໜ້າໄປທີ່ສຸດ

ສະບາຍດິີສາວໆຂວັນໃຈທັງຫຼາຍ ຄວາມງາມເປັນຫຍັງທີ່ແຍກກັນບໍ່ອອກອີ່ຫຼີສໍາລັບແມ່ຍິງຄືເຮົາໆ ແລະ ມັນກໍບໍ່ເປັນເລື່ອງຍາກໃນທຸກມື້ນີ້ ເພາະວ່າເທັກໂນໂລຍີ່ມີຄວາມກ້າວໜ້າ ແລະ ທັນສະໄໝຂຶ້ນຫຼາຍ ບໍ່ໄດ້ງາມແນ່ກໍາເນີດແຕ່ເຮົາສາມາດສ້າງມັນໄດ້ດ້ວຍການສັນຍະກໍາ ໂດຍສະເພາະ ຖ້າເວົ້າເຖິງການສັນຍະກໍາແລ້ວກໍຄົງໜີບໍ່ພົ້ນກັບການເສີມດັງນັ້ນເອງ ເພາະເອີ້ນໄດ້ວ່າກໍາລັງ HitHot ກັນທີ່ສຸດໃນຕອນນີ້ ແຕ່ວ່າໄປແລ້ວມັນກໍມີຄວາມສ່ຽງຫຼາຍຢ່າງຢູ່ ຖ້າເຮົາເລືອກຄຼີນິກທີ່ບໍ່ໄດ້ມາດຕະຖານອາດຈະຜິດຫວັງເສຍໃຈ ແຖມຍັງຕ້ອງເສຍເງິນໄປຟຣີໆກໍໄດ້ ສະນັ້ນ ມື້ນີ້ BaeutyGuru ຈຶ່ງຈະມາແນະນໍາຄຼີນິກ ເສີມດັງໃນລາວທີ່ໜ້າໄປທີ່ສຸດ! ໃຫ້ກັບສາວໆໄດ້ຮູ້ຈັັກກັນ ບໍ່ຢາກຈະບອກວ່າມັນດີແນວໃດຕອນນີ້ ບອກໄດ້ແຕ່ວ່າ ສາວໆດາຣາແຖວໜ້າຂອງລາວເຮົາກໍຍັງໄວ້ວາງໃຈໄປໃຊ້ບໍລິການເພີ່ນພຸ້ນລ່ະ! ຢາກຮູ້ກັນແລ້ວແມ່ນບໍ່ ຄັ້ນຊັ້ນເຮົາໄປເບິ່ງກັນເລີຍ ກັບ 3 ຄຼີນິກເສີມດັງໃນລາວທີ່ໜ້າໄປທີ່ສຸດ! Nim aura lao clinic ນິມອໍຣາລາວຄຣີນິກ ດັງບໍ່ ໂມບໍ່ຄົມ ບໍ່ໄດ້ຮູບຊົງ ດັງເປັນບັນກາເຮັດໃຫ້ໜ້າບໍ່ເດັ່ນ!! ມາປຶກສາ ນິມອໍຣາຄຣີນິກ ທ່ານຈະມີດັງທີ່ງາມ ຄຸ້ມຄ່າ ສົມລາຄາກັບບ້ານແນ່ນອນ ເພາະທາງ ນິມອໍຣາລາວຄຣີນິກ ເພີ່ນໄດ້ມີໝໍທີ່ມີປະສົບການສູງຈາກປະເທດໄທມາໃຫ້ຄໍາປຶກສາ ແລະ ຜ່າຕັດໃຫ້ຢູ່ລາວເລີຍ ຈ່າຍພຽງຄັ້ງດຽວຈົບເລີຍດ້ວຍລາຄາ …

Read More »

ເລີ່ມແລ້ວ! ງານວາງສະແດງສິນຄ້າ “Top thai brands 2017” ຕັ້ງແຕ່ວັນທີ 7-11 ມິຖຸນາ 2017

ໃນຕອນບ່າຍວັນທີ 7 ມິຖຸນາ 2017 ຢູ່ທີ່ ສູນການຄ້າລາວ ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ. ກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກງານສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ແຫ່ງຣາຊະນາອາຈັກໄທ ໄດ້ຈັດພິທີເປີດງານວາງສະແດງສິນຄ້າ “ສຸດຍອດກາໄທ” (Top thai brands) ປະຈຳປີ 2017, ພິທີການເປີດງານຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນົບພະດົນ ເທບພິທັກ ເອກອັກຄະລາຊະທູດ ແຫ່ງຣາດຊະນາຈັກໄທ ປະຈຳນະຄອນຫຼວງວຽງຈັນ, ທ່ານ ນາງ ຢານີ ສີມີໄຊ ອັກຄະລາຊະທູດທີ່ປຶກສາ ຝ່າຍການພານິດ ແຫ່ງຣາດຊະອານາຈັກໄທ, ມີບັນດານັກທຸລະກິດລາວ-ໄທ, ພໍ່ແມ່ປະຊາຊົນ …

Read More »