Breaking News

Home

ບ໋ອບບີ້ ອັດສະວິນ ສຸດຮ໋ອດຂຶ້ນແທ່ນພະເອກໜຸ່ມຫຼໍ່ຂັ້ນເທບ!!!

Hot and Hit ສຸດໆເລີຍສຳລັບໜຸ່ມ ອັດສະວິນ ເພັດສັງຫານ ຫຼື ບ໋ອບບີ້ ອາຍຸ 24 ປີ ພະເອກໜຸ່ມໜ້າຕີ໋ໜ້າໃສຈາກຮູບເງົາເລື່ອງ ຫົງຫາມເຕົ່າ ຂອງອ້າຍ ເຈ້ຍ ປາຊີຟິກ, ເຊິ່ງໜຸ່ມ ບ໋ອບບີ້ ຄົນນີ້ບອກເລິຍວ່າບໍ່ທຳມະດາ ນອກຈາກໜ້າຕາທີ່ຫຼໍ່ເຫຼົາເອົາການແລ້ວ ເພິ່ນກໍມີຄວາມສາມາດຫຼາຍຢ່າງອີກໄດ໋ ເພາະເພິ່ນໄດ້ຝາກຜົນງານໃນວົງການບັນເທິງມາແລ້ວຢ່າງຫຼວງຫຼາຍບໍ່ວ່າຈະເປັນ ນັກຮ້ອງ ພິທິກອນ ເດີນແບບ ຖ່າຍແບບ ພະເອກເອັມວີ ແລະ ກໍເປັນພະເອກຮູບເງົາມາແລ້ວຫຼາຍເລື່ອງ ເຊິ່ງຫຼ້າສຸດກໍຮັບບົດເປັນເຕົ່າພະເອກຂອງຮູບເງົາເລື່ອງ  “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າເຮົາຮັກກັນ”ແລະ ບ໋ອບບີ້ເອງກໍໄດ້ໂຊຝີມືໃນການສະແດງແຕກກະຈາຍ ເຮັດໃຫ້ແຟນໆອິນໄປຕາມໆກັນ ຈົນຂຶ້ນແທ່ນເປັນພະເອກໜຸ່ມຫຼໍ່ຂວັນໃຈສາວໆໄປໄດ້ຢ່າງງ່າຍດາຍ. ສ່ວນ Life style ຂອງໜຸ່ມ ບ໋ອບບີ້ ກໍບໍ່ທຳມະດາ ເພາະ He ມັກຈະໂພສຮູບພາບເອີ້ນງ່າຍໆວ່າ ຫຼໍ່ຂັ້ນເທບ ພຸ້ນລະ, ງານນີ້ເຮັດເອົາສາວໆນຳກົດໄລ້ ກົດແຊຣ ກັນສະໜັ່ນຫວັ່ນໄຫວ!!! #ເອົ້າ!!!ແຊຣໄປໃຫ້ໂລກຮູ້ພະເອກຮູບເງົາລາວ …

Read More »

ມາຮູ້ຈັກ! ວິນລີ່ ໜຸ່ມຫຼໍ່ມາດກວນຂວັນໃຈສາວໆ ພະຮອງໃນຮູບເງົາເລື່ອງ “ຫົງຫາມເຕົ່າ”

ມື້ນີ້ຈະພາມາຮູ້ຈັກກັບໜຸ່ມຫຼໍ່ສຸດຮ໋ອດ ບຸນຊຽນ ວິໄລວັນ ຫຼື ວິນລີ້ ນັກສະແດງໃນບົດພະຮອງໃນຮູບເງົາເລື່ອງ”ຫົງຫາມເຕົ່າ” ໜຸ່ມ ວິນລີ່ ອາຍຸ 24 ປີ ຈົບການສຶກສາຈາກວິທະຍາໄລ ຄອມເຊັນເຕີ້ ສາຂາການຕະຫຼາດ,  ວິນລີ້ ກຳລັງເປັນທີ່ເວົ້າເຖິງເພາະມີຄວາມຫຼໍ່ເຂົ້າຕາ  ແຖມມີບຸກຂະລິກທີ່ໂດດເດັ່ນ ເບິ່ງແລ້ວມາດກວນໆຖືກໃຈສາວໆຫຼາຍຄົນ (ໃນນັ້ນກໍມີ ຊະນີIndy ນຳ ຮະຮ່ະ) ແລະ ສຳລັບແຟນໆທ່ານໃດທີ່ຢາກຮູ້ທີ່ໄປທີ່ມາຂອງໜຸ່ມ ວິນລີ້ ຄົນນີ້ເຮົາກໍມີມາຝາກທຸກໆຄົນເຊັ່ນກັນ… ວິນລີ່ ເລີ່ມເຂົ້າວົງການບັນເທິງຈາກການເດີນແບບ ແລະ ສະແດງເປັນພະເອກເອັມວີ ແລະ ຕໍ່ມາກໍໄດ້ມີໂອກາດມາເປັນນັກຮ້ອງໃນກຸ່ມສິລະປິນວົງ MMaq ເຊິ່ງເພິ່ນກໍເປັນເຈົ້າຂອງຜົນງານເພງ “ບໍ່ຕ້ອງບອກໃຫ້ລືມ” ຫຼັງຈາກນັ້ນກໍເຮັດວຽກໃນວົງການບັນເທິງເລື້ອຍໆເຊັ່ນ: ເດີນແບບ, ຖ່າຍແບບ, ເປັນພີເຊັນເຕີ້ ແລະ ຫຼ້າສຸດກໍຮັບບົດພະຮອງໃນຮູບເງົາເລື່ອງ “ຫົງຫາມເຕົ່າ” ທີ່ກຳລັງເປັນກະແສໃນຕອນນີ້ນັ້ນເອງ. #ແຊຣໄປໃຫ້ກຳລັງໃຈໜຸ່ມສຸດຫຼໍ່ຄົນນີ້ແດ່  ສາມາດຕິດຕາມໜຸ່ມຄົນນີ້ໄດ້ທີ່: Bounxien Willy Vilayvanh 

Read More »

ລາວຕິດອັນດັບປະເທດສະຫງົບທີ່ສຸດໃນໂລກ

ສະຖາບັນເສດຖະສາດ ແລະ ສັນຕິພາບ ທີ່ມີສໍານັກງານຕັ້ງຢູ່ ນະຄອນຊິດນີ່ ປະເທດອົດສະຕາລີ ໄດ້ເປີດເຜີຍຜົນສໍາຫຼວດດັດສະນີສັນຕິພາບປະຈໍາປີ 2017 ພົບວ່າ: ຄະແນນໂດຍລວມແມ່ນດີຂຶ້ນເປັນຄັ້ງທໍາອິດໃນຮອບ 3 ປີ ນັບຕັ້ງແຕ່ປີ 2014 ຈາກສັນຕິພາບທີ່ເພີ່ມຂຶ້ນໃນ 93 ປະເທດ ຈາກ 161 ປະເທດ ແຕ່ອີກ 68 ປະເທດມີຄະແນນທີ່ຫຼຸດລົງ ໂດຍດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງຂອງສັງຄົມ ຊຶ່ງວັດຈາກອາດຊະກໍາໃນປະເທດ, ຄວາມໝັ້ນຄົງທາງການເມືອງ, ຜົນກະທົບຈາກການກໍ່ການຮ້າຍທີ່ເພີ່ມຂຶ້ນ. ສປປ ລາວເຮົາຕິດອັນດັບ ລາວອັນດັບ 45, ໄທ ອັນດັບທີ 120, ສິງກະໂປທີ່ອັນດັບ 21, ມາເລເຊຍທີ 29, , ອິນໂດເນເຊຍທີ 52, ຫວຽດນາມ 59, ກໍາປູເຈຍ 89 ແລະ ມຽນມາ 104. …

Read More »

ມີ່ມີ່ ພູນຊັບ ສາວນ້ອຍຜູ້ໂດດເດັ່ນໜຶ່ງໃນຜູ້ເຂົ້າປະກວດ “MISS GRAND LAOS”

ກຳລັງເປັນກະແສກັນເລີຍສຳລັບການປະກວດ “MISS GRAND LAOS” ແລະ ຫຼ້າສຸດທາງກອງປະກວດກໍໄດ້ເປີດເຜີຍບັນດານາງສາວທີ່ເຂົ້າຮອບທັງໝົດ 20 ຄົນ ແລະໜຶ່ງໃນນັ້ນບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ສຳລັບນ້ອງ ພູນຊັບ ພົນໂຍທາ ຫຼື ມີ່ມີ່ ອາຍຸ 18 ປີ ກຳລັງສຶກສາທີ່ວິທະຍາໄລຣັດຕະນະ ບໍລິຫານທຸລະກິດ, ມີ່ມີ່ ເປັນສາວນ້ອຍທີ່ມີບຸກຄະລິກທີ່ໂດດເດັ່ນ ແລະ ມີຄວາມສາມາດເພາະສາວ ມີ່ມີ່ ຄົນນີ້ເຄີຍຜ່ານວຽກໃນວົງການບັນເທິງມາຢ່າງຫຼວງຫຼາຍທັງເປັນພີເຊັນເຕີ້, ເດີນແບບ, ນາງແບບວາລະສານ, ນາງແບບປະຕິທິນ ແລະ ນາງຍັງເປັນນາງເອກເອັມວີເພງໃຫ້ວົງ ແບັກອາຍ ແລະ ຫຼ້າສຸດກໍຄືການປະກວດ “MISS GRAND LAOS” ແລະ ຕິດໜຶ່ງໃນ 20 ຄົນສຸດທ້າຍຂອງການປະກວດ, ເຊິ່ງເວົ້າໄດ້ເລີຍວ່າ ມີ່ມີ່ ພູນຊັບ ກໍເປັນອີກນ້ອງນາງສາວທີ່ມີຄວາມໂດດເດັ່ນບໍ່ແພ້ກັບສາວງາມຄົນອື່ນໃນການປະກວດ MISS GRAND LAOS 2017 ນີ້ເລີຍກໍວ່າໄດ້. #ຢ່າລືມແຊຣໄປໃຫ້ກຳລັງໃຈສາວນ້ອຍຄົນນີ້ແດ່ ຍັງມີຮູບພາບໜ້າຮັກຂອງສາວນ້ອຍ ມີ່ມີ່ ພູນຊັບ ມາຝາກແຟນໆນຳເດີ້!!! …

Read More »

ເກີດຫຍັງຂຶ້ນ? ເມື່ອຄະນະກຳມະການ Lao Fashion Week ຕັດສິດໜຶ່ງໃນນັກອອກແບບໜຸ່ມນ້ອຍ!!!

ໃນວັນທີ 1 ມິຖຸນາ ທີ່ຜ່ານມາ ເພສດັງ Lao Fashion Week ໄດ້ອອກມາໂພສແຈ້ງການເຖິງການປ່ຽນແປງຂອງຜົນການຕັດສິນຂອງໂຄງການ ນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designer 2017) ເຊິ່ງໄດ້ລະບຸດັ່ງນີ້: ເຊິ່ງກໍລະນີດັ່ງກ່າວເຮັດໃຫ້ທຸກໆຄົນຕ່າງກໍມີຄວາມງົງໄປຕາມໆກັນວ່າມັນເກີດຫຍັງຂຶ້ນແທ້, ເປັນຢ່າງໃດກໍຂໍເປັນກຳລັງໃຈໃຫ້ກັບທຸກໆຝ່າຍເລີຍເດີ້ ແລະ ຂໍະແດງຄວາມຍິນດີກັບນ້ອງ ນ. ມະນີວອນ ວັນສະຫວັດ, ອາຍຸ 18 ປີ ຈາກແຂວງຈຳປາສັກ ທີ່ໄດ້ທຶນການສຶກສາ 6 ເດືອນ ທີ່ສະຖາບັນ ນານຢາງ, ສິງກະໂປ ແທນຜູ້ທີ່ຖືກເພີກຖອນໃນທຶນນີ້ໄປ. ທີ່ມາ: Lao Fashion Week

Read More »