ສໍານັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ Jarinda da Modern ນາຍົກລັດຖະມົນຕີ ປະເທດນິວຊີແລນ ປະກາດວ່າ: ນິວຊີແລນ ສາມາດ ຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ພາຍໃນປະເທດຂອງຕົນໄດ້ແລ້ວ ໂດຍນັບເປັນ ປະເທດທຳອິດ ທີ່ເຮັດໄດ້ສຳເລັດ ແລະ ຈະຍົກເລີກມາດຕະການ Lock down ທັງໝົດ ເຫລືອໄວ້ພຽງ ການປິດຊາຍແດນ. ຫລັງຈາກນີ້ ລັດຖະບານ ຈະຫລຸດຜ່ອນມາດຕະການເຝົ້າລະວັງ ຈາກລະດັບ ສອງ ລົງມາເປັນລະດັບໜຶ່ງ ຄືຍົກເລີກ ການເວັ້ນ ໄລຍະຫ່າງ ທາງສັງຄົມ ຕັ້ງແຕ່ຕອນທ່ຽງຄືນ ວັນທີ 8ມິຖຸນາ 2020 ຈາກນີ້ເປັນຕົ້ນໄປ ກິດຈະກຳສ່ວນຕົວ ແລະ ສາທາລະນະ, ການຄ້າຍ່ອຍ ແລະ ທຸລະກິດບໍລິການ ລວມເຖິງ ການຂົນສົ່ງ ສາທາລະນະທັງໝົດ ຈະສາມາດ ກັບມາໃຫ້ບໍລິການໄດ້ ໂດຍບໍ່ຕ້ອງເວັ້ນ ໄລຍະຫ່າງ …
Read More »Home
ທັງງາມທັງເກັ່ງ!! ໝໍແນ່ງ ສໍາເລັດອີກບາດກ້າວໜຶ່ງ ສາມາດຍາດທຶນໄປຮຽນຕໍ່ກັບອົງການອະນາໄມໂລກໄດ້ ພ້ອມສັນຍາຈະເຮັດໃຫ້ບັນລຸປະສິດທິຜົນສູງສຸດ…
ເອີ້ນໄດ້ວ່າເກັ່ງແບບຄົບເຄື່ອງ ແລະ ມີປະສິດທິພາບອີ່ຫຼີສໍາລັບສາວໜ້າຫວານ ນາງເອກ ເບີຕົ້ນໆຂອງລາວຄົນນີ້ ໝໍແນ່ງ ຈັນດາລີ ສິດພະໄຊ ບໍ່ວ່າຈະເປັນວຽກໃນວົງການບັນເທີງ ເປັນຕົ້ນແມ່ນ ວຽກການເປັນນັກສະແດງ ທີ່ໝໍແນ່ງນັ້ນ ສາມາດຕີບົດແຕກທຸກບົດ ຈົນໄດ້ຮັບຄວາມຍ້ອງຍໍ ແລະ ຊື່ນຊົມຈາກແຟນໆເປັນຈໍານວນຫຼວງຫຼາຍ; ວຽກຫຼັກຄືການເປັນ ແພດ ໝໍແນ່ງກໍບໍ່ໄດ້ລະເລີຍ ເຮັດໜ້າທີ່ຕົນເອງຢ່າງຕັ້ງໃຈ ບໍ່ວ່າຈະມີວຽກງານອາສາສ່ຽງຢູ່ໃສຖ້າມີລາຍຊື່ ໝໍແນ່ງກໍພ້ອມລຸຍ ຕົວຢ່າງເຫດການເຂື່ອນແຕກນໍ້າຖ້ວມໜັກຢູ່ພາກໃຕ້ ແລະ ເຫດການການລະບາດພະຍາດໂຄວິດຊ່ວງນີ້ ສາວຄົນນີ້ກໍມີໜ້າເຂົ້າຮ່ວມເປັນກອງໜ້າເພື່ອປະຊາຊົນທັງໝົດ; ນອກຈາກນັ້ນ ໝໍແນ່ງ ຍັງເຮັດວຽກເປັນຈິດອາສາຊ່ວຍເຫຼືອສັງຄົມຢູ່ສະເໝີ ເຊິ່ງຂ່າວຄາວຕ່າງໆ ຂວັນໃຈ ກໍໄດ້ນໍາສະເໜີຢູ່ເປັນປະຈໍານັ້ນເອງ!!! ແລະ ຫຼ້າສຸດກໍມາອີກແລ້ວ ສໍາລັບສິ່ງກາລັນຕີຄວາມສາມາດຂອງ ໝໍແນ່ງ ໂພສນາງໄດ້ໂພສ ຂໍ້ຄວາມຜ່ານ Facebook ສ່ວນຕົວກ່ຽວກັບຄວາມສໍາເລັດອີກບາດກ້າວໜຶ່ງໃນຊີວິດ ໂດຍມີລາຍລະອຽດດັ່ງນີ້: ທັງງາມທັງເກັ່ງ… ບໍ່ໃຫ້ຫຼົງຮັກຊິໄປໃສ? ງາມທີ່ສຸດ!!! ສາວລາວເຮົາເອງ ຫຼົງຮັກ… ໜ້າຫວານນນ ຍິ້ມຫວານນ ໜ້າເດັກແຮງງງງ ຮູບພາບຈາກ: Chandaly …
Read More »ແຊຣ໌ໄວ້ອ່ານ!!! ສິ່ງທີ່ບໍ່ຄວນເບິ່ງຂ້າມ ຖ້າຢາກມີຄວາມກ້າວໜ້າໃນອາຊິບ ແລະຊີວິດ…
ຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າໝູ່ເພື່ອນມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ດັ້ງນັ້ນບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນເດີ້ ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອໃຫ້ຮຽນຮູ້ດວຽກໄດ້ຢ່າງມີປະສິດທິພາບ ແບບຫົວໜ້າຂອງເຮົາ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ກໍເປັນໂອກາດທີ່ເຮົາຈະໄດ້ສະແດງສີມື ວ່າສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງເຮົາ ແລະ ຍັງເຮັດໃຫ້ມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງເຮົາກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສາຍພົວພັນທີ່ດີກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ເພາະບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ຊີວິດ ຫຼືໂອກາດທາງວຽກງານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ດັ່ງນັ້ນຄວນຄິດວ່າໂອກາດທີ່ຢູ່ບ່ອນຄົນຫຼາຍ ເປັນໂອກາດດີທີ່ຈະເຮັດໃຫ້ໝັ້ນໃຈ ແບບເຮົາເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວເຮົາເອງ. ເປັນມິດທີ່ດີກັບທຸກຄົນ: ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມກຳລັງເຄັ່ງຕຶງກັບວຽກງານກໍຕາມ ຄວາມກົດດັນ, ຄວາມຫງຸດຫງິດ ຄວນເກັບເອົາໄວ້ໃນໃຈ ຢ່າສະແດງອອກເດັດຂາດ ເພາະການຄວບຄຸມອາລົມໄດ້ດີ ຍິ້ມແຍ້ມແຈ່ມໃສຢູ່ຕະຫຼອດ …
Read More »ຂໍເປັນກໍາລັງໃຈໃຫ້!!! ເມຍ ກິດາວເພັດ ໂພສສຸດທໍລະມານໃຈ ສາມີເສຍຍັງທໍາໃຈບໍ່ໄດ້ ລູກຊາຍ (ນ້ອງບອຍ) ມາປ່ວຍອີກຄົນຈົນຕ້ອງຜ່າຕັດ…
ຂ່າວຄາວການສູນເສຍນັກຮ້ອງລູກທົ່ງຊື່ດັງ ອາຈານ ກິດາວເພັດ ໜູຫ່ວງ ຍັງບໍ່ຊາ ຄອບຄົວກໍຍັງທໍາໃຈບໍ່ໄດ້ ໂດຍສະເພະຜູ້ເປັນເມຍ ຄືເອຶ້ອຍ ຄໍາພຸດ ໜູຫ່ວງ ທີ່ແອັດຫາກໍນໍາສະເໜີໄປວ່າງອາທິດແລ້ວນີ້ ກ່ຽວກັບສະພາບຈິດໃຈແມ່ນ ຍັງໜັກໜ່ວງພໍສົມຄວນ… ແຕ່ຫຼ້າສຸດມື້ວານນີ້ກໍເຫັນມີການໂພສເສົ້າອີກຮອບ ຫຼັງຈາກນ້ອງ ບອຍ ສິນາວຸດ ໜູຫ່ວງ ລູກຊາຍກົກປ່ວຍກະທັບຫັນ (ຍັງບໍ່ແນ່ໃຈອາການປ່ວຍ) ຈົນຕ້ອງໄດ້ເຂົ້າຮັບການຜ່າຕັດ ເຊິ່ງຫຼັງຈາກໂພສດັ່ງກ່າວເຜີຍແຜ່ອອກມາ ແຟນເພງ ແລະ ຊາວເນັດກໍໄດ້ເຂົ້າໄປຄອມເມັ້ນໃຫ້ກໍາລັງເປັນຈໍານວນຫຼວງຫຼາຍ ລວມທັງແອັດມິ້ນເອງທີ່ອ່ານ ຂໍ້ຄວາມຂອງເອຶ້ອຍເພິ່ນແລ້ວ ທັງຮູ້ສຶກເສົ້າໂສກ ສົງສານ ແບບບອກບໍ່ຖືກ ເຂົ້າໃຈເຖິງຫົວອົກຄວາມເປັນເມຍທີ່ຫາກໍສູນເສຍສາມີອັນເປັນທີ່ຮັກໄປບໍ່ດົນ ຫົວອົກຄວາມເປັນແມ່ທີ່ເປັນຫ່ວງລູກສຸດຫົວໃຈ… ຈັ່ງໃດ ຂວັນໃຈ ກໍຂໍເປັນອີກໜຶ່ງກໍາລັງໃຈສົ່ງໄປໃຫ້ເອຶ້ອຍຈົ່ງເຂັ້ມແຂງຕໍ່ສູ້ກັບອຸປະສັກຕ່າງໆ ເປັນກໍາລັງໃຈໃຫ້ ນ້ອງບອຍ ເຊົາໄວໆກັບມາເປັນກໍາລັງໃຈໃຫ້ແມ່ເດີ້!!! ໂພສເສົ້າ… ຂໍໃຫ້ປອດໄພ ກັບມາເປັນກໍາລັງໃຈໃຫ້ແມ່ເດີ້ນ້ອງບອຍ ຮູບພາບຈາກ: Boyz Sinavoth Nouhuang
Read More »ສະແດງຄວາມຍິນດີນໍາ!! ນ້ອງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ຈະໄດ້ມາຮັບຕໍາແໜ່ງ Miss Teen Laos 2020…
ເນື່ອງຈາກເຫດການ ການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຢ່າງມີການປ່ຽນແປງໄປ ບໍ່ສາມາດດໍາເນີນການໄດ້ເປັນປົກກະຕິ ລວມໄປເຖິງວົງການ ນາງງາມ ເອງກໍໄດ້ຮັບຜົນກະທົບ ຫຼາຍໆເວທີທັງລະດັບສາກົນ ແລະ ພາກພື້ນຕ້ອງຍຸຕິການປະກວດລົງ ແລ້ວລົງນາມກັນແຕ່ງຕັ້ງສາວງາມຂຶ້ນມາຮັບຕໍາແໜ່ງ ບາງເວທີກໍໃຫ້ຜູ້ເກົ່າຮັບຕໍາແໜ່ງໄປແບບ 2 ປີຊ້ອນກັນເລີຍ… ຫຼ້າສຸດ ເວທີນາງງາມລາວທີ່ຫາກໍຈັດຂຶ້ນເປັນປີທໍາອິດໃນປີກາຍຄື ເວທີ Miss Teen Laos ມີສທີນລາວ ກໍໄດ້ອອກມາແຈ້ງຢ່າງເປັນທາງການແລ້ວວ່າ ບໍ່ສາມາດຈັດການປະກວດໃນປີ 2020 ນີ້ໄດ້ ດັ່ງນັ້ນ ຈຶ່ງໄດ້ອອກມາແຈ້ງການຢ່າງເປັນທາງການວ່າ ທາງກອງປະກວດ ຈະແຕ່ງຕັ້ງໃຫ້ ນາງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ເປັນ Miss Teen Laos 2020 ແທນ ໂດຍມີລາຍລະອຽດດັ່ງນີ້: ຮູບພາບຈາກ: Angie Soutannouvong Angie Soutannouvong
Read More »