Breaking News

Home

ເຕືອນເປັນອຸທານຫອນ ສໍາລັບຄົນທີ່ມັກຫຼິ້ນຫວຍ Online… ລູກມືແຈ້ງຈັບແມ່ຫວຍ Online ຕົ້ມຕຸ໋ນເງິນຫຼາຍກວ່າ 1.5 ຕື້ກີບ!!!

ໃນວັນທີ 28 ພຶດສະພາ 2020 ນີ້ ພັທ ສອນເພັດ ວິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຈາກປະຊາຊົນຈໍານວນໜຶ່ງ ເລື່ອງການສໍ້ໂກງຊັບຂອງພົນລະເມືອງ ຈາກນັ້ນ ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ກວດກາ ແລະ ເກັບກໍາຂໍ້ມູນຫຼັກຖານ ເຊິ່ງເຫັນວ່າຄົບອົງປະກອບໃນການດຳເນີນຄະດີ ຈຶ່ງໄດ້ກັກຕົວນາງ ລັດສະນິພອນ ຫຼື ເຈີ້ນ, ອາຍຸ 30 ປີ, ອາຊີບຄ້າຂາຍ ຢູ່ບ້ານ ໂພນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມາດໍາເນີນການສືບສວນ. ນາງ ລັດສະນີພອນ ໄດ້ໃຫ້ການຍອມຮັບສາລະພາບວ່າ: ໄດ້ສໍ້ໂກງຊັບຂອງພົນລະເມືອງແທ້ ໂດຍໄດ້ເລີ່ມໂຄສະນາໂພດການຫຼິ້ນຫວຍທາງອອນລາຍລົງເຟດບຸກມາແຕ່ຕົ້ນເດືອນ ພະຈິກ 2019; ເຊິ່ງຂໍ້ຄວາມທີ່ໂພດລົງນັ້ນແມ່ນໄດ້ບອກກ່ຽວກັບການເຂົ້າຫຼິ້ນຫວຍ ແລະ ໃຫ້ດອກເບ້ຍສູງເພື່ອ ດຶງດູດຈິດໃຈຄົນມາຫຼີ້ນ ນັບແຕ່ 25 ລ້ານກີບ, 50 ລ້ານກີບ ແລະ …

Read More »

ຢາກໃຫ້ອ່ານ!! ເຕັກນິກບໍລິຫານເວລາແບບງ່າຍໆ ເພື່ອຈັດລະບຽບໃນການເຮັດວຽກໃຫ້ງ່າຍຂຶ້ນ…

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນ ຖືວ່າເປັນເລື່ອງສຳຄັນທີ່ສຸດ ທີ່ຈະສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້… ຖ້າໃຜທີ່ຍັງສັບສົນຢາກໃຫ້ລອງມາອ່ານ ວິທີບໍລິຫານເວລາງ່າຍໆ ເພື່ອໃຫ້ຊີວິດການເຮັດວຽກງ່າຍຂຶ້ນ!! ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ: ຖ້າມີເວລາຈຳກັດກໍຄວນເລືອກເປົ້າໝາຍທີ່ມີຄວາມສຳຄັນ ແລະ ເປົ້າໝາຍນັ້ນຕ້ອງເກີດປະໂຫຍດ ຫຼາຍທີ່ສຸດກ່ອນ ແລ້ວຈຶ່ງໃຊ້ເວລາໃນສ່ວນທີ່ເຫຼືອເອົາໄປຈັດການກັບວຽກອື່ນໆຕາມລຳດັບຕໍ່ໄປ. ໃຊ້ເວລາໃຫ້ເປັນປະໂຫຍດ: ທຳອິດທີ່ຕ້ອງເຮັດໃນຕອນເຊົ້າຄື ກວດເບິ່ງຂໍ້ຄວາມຂາເຂົ້າ-ຂາອອກແບບຜ່ານໆ ແລະເບິ່ງສະເພາະລາຍຊື່ກັບຫົວຂໍ້ທີ່ສຳຄັນ ພ້ອມທັງຈັດການກັບວຽກສ່ວນນັ້ນໃຫ້ຮຽບຮ້ອຍເປັນອັນດັບທຳອິດ. ຫຼີກລ້ຽງການນັດພົບ: ຖ້າວ່າບໍ່ມີປະເດັນທີ່ຕ້ອງຊອກ ຫຼືສໍາຄັນຫຼາຍ ການປະຕິເສດນັດພົບກໍອາດຈະຊ່ວຍໃຫ້ເຮົາມີເວລາໃນການເຮັດວຽກທີ່ສຳຄັນຫຼາຍກວ່າ. ຮູ້ຂີດຈຳກັດຂອງຕົນເອງ: ການກຳນົດໄລຍະເວລາໃນການເຮັດວຽກ ແຍກອອກຈາກເວລາພັກຜ່ອນແບບຊັດເຈນ ຈຶ່ງເປັນສິ່ງສຳຄັນຫຼາຍ ເພື່ອໃຫ້ສາມາດເຮັດວຽກເຕັມທີ່ໄດ້ໃນເວລາເຮັດວຽກ ແລະ ໄດ້ພັກຜ່ອນເຕັມທີ່ເພື່ອຟື້ນຟູພະລັງງານຂຶ້ນອີກ. ບົດຄວາມ: ຂວັນໃຈ

Read More »

ຍອມແລ້ວແມ່!! ກາບໃນຄວາມງາມຂອງແມ່ລູກສາວຜິວສີແທນ… ຕັດຄໍາວ່າ ຕ້ອງຈ່ອຍຈຶ່ງຫຸ່ນດີ-ຕ້ອງຜິວຂາວຈຶ່ງງາມ ໄປໄດ້ເລີຍ!!

ສາວໆໃນແຖບອາຊີອາດຈະລື້ງເຄີຍກັບລົດສະນິຍົມທີ່ວ່າ ຮູບຮ່າງຕ້ອງຈ່ອຍຈຶ່ງເອີ້ນຫຸ່ນດີ ຜິວຕ້ອງຂາວຈຶ່ງງາມ ແລະອື່ນໆ ຈົນເຮັດໃຫ້ເທຣນສາວຜິວຂາວມາແຮງມາໂດຍຕະຫຼອດ ແລະ ໜັກໄປກວ່ານັ້ນຄື ເຮັດໃຫ້ຫຼາຍຄົນເບິ່ງຄົນທີ່ມີຜິວດໍາ-ແທນ ແລະ ຮູບຮ່າງຕຸ້ຍເປັນຄົນບໍ່ງາມ ຖືກເວົ້າໃສ່ຕ່າງໆນາ ຈົນເຮັດໃຫ້ພວກນາງຂາດຄວາມໝັ້ນໃຈ ບໍ່ກ້າເຮັດໃນຫຼາຍໆຢ່າງທີ່ເຂົາມັກ ຍ້ອນສັງຄົມທີ່ແບ່ງແຍກເຂົາເຈົ້າ!! ສາວໆໃຜທີ່ກໍາລັງພົບກັບບັນຫາ ຄິດວ່າຕົວເອງບໍ່ງາມ ຍ້ອນຕົວເອງຜິວດໍາ ຫຼືບໍ່ງາມຍ້ອນຕົວເອງບໍ່ຄືຄົນອື່ນທີ່ສັງຄົມເບິ່ງວ່າງາມ ຢາກໃຫ້ມາເບິ່ງສາວຜິວສີແທນກັບການຖ່າຍແບບສຸດໝັ້ນໃຈນີ້… ມີໃຜກ້າຖຽງບໍ່ ວ່ານາງບໍ່ງາມ ຫຼືຖ້າໃຜທີ່ບອກວ່ານາງບໍ່ງາມນັ້ນກໍເປັນຍ້ອນສະນິຍົມຂອງເຂົາເຈົ້າເອງ ສາວໆເອີຍແອັດຂໍຝາກເອົາໄວ້ວ່າ ຢຸດຍຶດຕິດກັບຄວາມຕ້ອງການຂອງສັງຄົມໄດ້ແລ້ວ ລຸກຂຶ້ນມາເປັນຕົວຂອງຕົວເອງຊະ ເພາະແອັດເຊື່ອສະເໝີວ່າ ແມ່ຍິງທຸກຄົນມີຄວາມງາມຢູ່ໃນຕົວ ຕ່າງແຕ່ໃຜຈະງາມແບບໃດນັ້ນເຈົ້າຕົວຈະເປັນຄົນເລືອກເອງ… #ກອດດດດ ບົດຄວາມ: ຂວັນໃຈ ຮູບພາບຈາກ: ຊຸບຊິບບັນເທີງ

Read More »

ຮ້າຍແຮງກວ່າໂຄວິດ-19… ຕົວເລກຜູ້ຕິດເຊື້ອໄຂ້ຍຸງລາຍຢູ່ ສປປ.ລາວ ເພີ່ມຂຶ້ນທຸກມື້ ທະລຸ 1.428 ຄົນ ເສຍຊີວິດແລ້ວ 4 ຄົນ!!

ສະຖານະການໂຄວິດ-19 ເລີ່ມຄີ່ຄາຍລົງ ແຕ່ກໍຍັງບໍ່ໝົດໄປ ທາງກະຊວງສາທາລະນະສຸກ ຍັງຕ້ອງເຮັດວຽກຢ່າງໜັກ ເພື່ອຕໍ່ສູ້ກັບພະຍາດລະບາດຕາມລະດູ ໂດຍສະເພາະໃນຊ່ວງລະດູຝົນຂອງທຸກໆປີ ນັ້ນກໍຄືພະຍາດ ໄຂ້ຍຸງລາຍ ທີ່ປັດຈຸບັນກໍາລັງລະບາດໜັກໃນບ້ານເຮົາ ເຊິ່ງອິງຕາມການລາຍງານຂອງ ສູນສື່ສານເພື່ອສຸຂະພາບ ແລະ ກະຊວງສາທາລະນະສຸກໃຫ້ຮູ້ວ່າ ໃນວັນທີ 28 ພຶດສະພາ 2020 ນີ້ ຢຸ່ລາວເຮົາແມ່ນມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 91 ຄົນ ປັດຈຸບັນຕົວເລກສະສົມທັງໝົດແມ່ນທະລຸ 1.428 ຄົນແລ້ວ ແລະ ມີຜູ້ເສຍຊີວິດແລ້ວ 4 ຄົນ… ໃນນັ້ນ ຢູ່ນະຄອນຫຼວງວຽງຈັນແມ່ນພົບຜູ້ຕິດເຊື້ອຫຼາຍກວ່າໝູ່ 358 ຄົນ ເສຍຊີວິດແລ້ວ 2 ຄົນ; ຮອງລົງມາແມ່ນ ແຂວງ ອັດຕະປື, ແຂວງ ວຽງຈັນ… ຕາມຕາລາງດ້ານລຸ່ມນີ້: ແນວໃດກໍຕາມ ດ້ວຍຄວາມເປັນຫ່ວງເປັນໄຍຈາກ ຂວັນໃຈ ຂໍໃຫ້ທຸກຄົນລະຈົ່ງລະມັດລະວັງ ຮັກສາຕົວເອງ ໝັ່ນທໍາຄວາມສະອາດອ້ອມເຮືອນ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດເພີ່ມຕຶ່ມອີກ… ບົດຄວາມ: …

Read More »

ໂສດແທ້ບໍ່?? ນາງງາມໃຈບຸນ ເຈນນີ່ ຕົ້ນຄໍາ Miss World Laos 2017 ໂພສແຄັບຊັ່ນໂສດ ພ້ອມຮູບສຸດແຊ໊ບບບ…

ພາບສາວງາມທີ່ມັກອອກໄປຊ່ວຍເຫຼືອປະຊາຊົນໃນໄລຍະທີ່ປະເທດເຮົາພົບກັບວິກິດ ໂຄວິດ-19 ນັ້ນ ຍັງຄົງຕິດຕາ ແລະ ຝັງໃຈແຟນໆຢູ່ສະເໝີ… ນາງງາມໃຈບຸນ ເຈນນີ່ ຕົ້ນຄໍາ  Miss World Laos 2017 ທີ່ປັດຈຸບັນໄດ້ສະລັດ Look ນາງງາມ ເປັນສາວໝັ້ນທີ່ທັງງາມ ມັງເກັ່ງ ແຖມໃຈບຸນອີກຄົນໜຶ່ງ ແລະໄລຍະຫຼັງໆມານີ້ ສະຖານະການໂຄວິດເລີ່ມຄີ່ຄາຍລົງ ກໍມັກຈະເຮັດສາວເຈນຂອງເຮົາປ່ຽນຈາກການລົງຮູບຊ່ວຍເຫຼືອຄົນ ມາລົງຮູບແຊ໋ບໆຂອງຕົວເອງຫຼາຍຂຶ້ນ ແຖມຫຼາຍແຄັບຊັ່ນທີ່ໂພສລົງນັ້ນ ຍັງບອກວ່າ ໂສດ ນໍາອີກ ເຊິ່ງແອັດເຫັນແລ້ວກໍຢາກຈະໄດເຣັກຖາມໃນທັນທີວ່າ ທັງງາມທັງເກັ່ງແບບນີ້ຈະໂສດໄດ້ແນວໃດ 555+ ແຕ່ກໍເອົາໄວ້ໃຫ້ເປັນສ່ວນຕົວຂອງເພິ່ນຊະເນາະ!! ເພາະວ່າເຖິງຈະໂພສໂສດ ແຕ່ສາວເຈນ ຂອງເຮົາກໍແສນຈະ Strong no drama ໃດໆທັງໝົດ ແອັດກໍເລີຍວ່າຄອຍເປັນກໍາລັງໃຈໃຫ້ຢູ່ຫ່າງໆຢ່າງຫ່ວງໆດີກວ່າ… ພ້ອມທັງຄອຍອັບເດດໃຫ້ແຟນໆໄດ້ຕິດຕາມນໍາ ແລະ ມື້ນີ້ ກໍບໍ່ມີຫຍັງຫຼາຍ ກໍຢາກຈະມາອັບເດດຊີວິດຫຼັງໂສດ ຂອງສາວເຈນນີ່ ໃຫ້ແຟນໆໄດ້ເຫັນນໍາ ພ້ອມທັງຢາກບອກວ່າ ໂສດແລ້ວແຊ໋ບຫຼາຍເດີ້!!! ແລະ ຝາກຖາມສາວເຈນຢ່າງຈິງຈັງນໍາວ່າ …

Read More »