Breaking News

Home

ທໍາມະຊາດສຸດຟີນ ນາງແບບໜ້າຮັກ!!! ຂໍຈິ້ນໄດ້ບໍ່? ມີ່ມີ່ ສຸດທິດາ-ບາບີ່ ປິຍາມາດ ເຄມີເຂົ້າກັນຈົນຢາກຈິ້ນ…

ກໍາລັງໄດ້ຮັບຄວາມສົນໃຈຫຼາຍສໍາລັບສະຖານທີ່ທ່ອງທ່ຽວທໍາມະຊາດແຫ່ງໃໝ່ໃນລາວຄື ນໍ້າປຽນຢໍລະປາ ທີ່ຫາກໍປ່ອຍທີເຊີໂປຣໂມດອອກມາ (ຍັງບໍໄດ້ເປີດຢ່າງເປັນທາງການ) ກໍເຫັນວ່າປະຊາຊົນຕ່າງໃຫ້ຄວາມສົນໃຈ ສາເຫດໜຶ່ງກໍຍ້ອນກະແສການທ່ອງທ່ຽວທໍາມະຊາດກໍາລັງມາແຮງ ບວກກັບສະແສສົ່ງເສີມການທ່ອງທ່ຽວພາຍໃນປະເທດກໍາລັງໄດ້ຮັບຄວາມນິຍົມ ບວກກັບສະຖານທີ່ດັ່ງກ່າວຢູ່ບໍ່ໄກຈາກຕົວເມືອງ ພໍໄປພໍມາຮອດ (ເມືອງ ປາກງຶ່ມ ນະຄອນຫຼວງ) ແຕ່ທີ່ແອັດເອົາມາເວົ້າໃນມື້ນີ້ບໍ່ແມ່ນຈະມາໂປຣໂມດສະຖານທີ່ທ່ອງທ່ຽວແຕ່ຢ່າງໃດ ເພາະເຖິງບໍ່ໂປຣໂມດເຂົາກໍຮູ້ກັນທົ່ວບ້ານທົ່ວເມືອງແລ້ວ… ແຕ່ມື້ນີ້ຈະມາພາທຸກຄົນຈີ້ນໃນຄວາມໜ້າຮັກຂອງສອງສາວ ມີ່ມີ່ ສຸດທິດາ Miss Laos 2018 ແລະ ບາບີ່ ປິຍາມາດ Miss International Laos 2018 ກັບແຊັດຖ່າຍແບບທີ່ ນໍ້າປຽນຢໍລະປາ ທີ່ເຫັນແລ້ວຮູ້ສຶກວ່າເຄມີເຂົ້າກັນແຮງ ຈົນຢາກຈິ້ນນນພຸ້ນລະ ເຊິ່ງວ່າຈະຈິ້ນຈະຟີນຂະໜາດໃດນັ້ນລອງໄປເບິ່ງນໍາກັນເລີຍ… ແຖມຮູບພາບທໍາມະຊາດງາມໆມາໃຫ້ເບິ່ງພ້ອມ!!! ຮູບພາບຈາກ: Nampienyorlapa B’Bie Piyamarth Soutthida Anousinh 

Read More »

ງາມທັງກາຍ-ໃຈ!! ກາລະແມ ພິທີກອນຊື່ດັງ (ປະເທດໄທ) ເຮັດບຸນໃຫຍ່ບໍລິຈາກຄໍາ 53 ກິໂລ ມູນຄ່າ 94 ລ້ານບາດ ໃຫ້ກັບວັດພຣະທາດພະນົມ…

ເປັນອີກດາຣາ-ນັກສະແດງ-ພິທີກອນທີ່ຫຼາກຫຼາຍຄວາມສາມາດຄົນໜຶ່ງຂອງປະເທດໄທສໍາລັບສາວ ກາລະແມ ພັດສະຣະສິ ເບັນຈະມາດ ພິທີກອນຊື່ດັງປະຈໍາລາຍການ Take Me Out Thailand ແລະ ຜົນງານສະແດງອື່ນໆອີກທີ່ຄົນລາວເຮົາກໍຄົງຈະໄດ້ເຫັນຈົນຄຸ້ນໜ້າຄຸ້ນຕາກັນເປັນຢ່າງດີ… ແຕ່ນອກຈາກວຽກໃນວົງການບັນເທີງລາວ ກາລະແມ ຍັງມີທຸລະກິດສ່ວນຕົວຄື ທຸລະກິດອາຫານເສີມ ທີ່ປັດຈຸບັນກໍາລັງໄປໄດ້ດີ ຂາຍດີແບບຖະຫຼົ່ມຖະລາຍກັນເລີຍກໍວ່າໄດ້!!! ແລະ ເນື່ອງຈາກທຸລະກິດມີຄວາມປະສົບຜົນສໍາເລັດຕາມຄາດການ ນາງກໍເລີຍຖືໂອກາດນີ້ຊວນໝູ່ເພື່ອນ ແລະຍາດພີ່ນ້ອງມາຮ່ວມເຮັດບຸນໃຫຍ່ ໂດຍການບໍລິຈາກ ທອງຄໍາໜັກ 53 ກິໂລ ຕົກເປັນເງິນປະມານ 94 ລ້ານບາດ ຫຼືປະມານ 29.140.000.000 ກີບ… ຈົນເປັນຂ່າວດັງທີ່ຮືຮາກັນຫຼາຍໃນປະເທດໄທ ແຟນຄັບຕ່າງຮ່ວມສະແດງຄວາມຍິນດີ ແລະ ອະນຸໂມທະນາບຸນນໍາ ລວມທັງແຟນຄັບຊາວລາວກໍຂໍຮ່ວມອະນຸໂມທະນາບຸນນໍາ ສາວກາລະແມ ນໍາຫຼາຍເດີ້!!! ຮຽບຮຽງໂດຍ: Kuanjai Magazine

Read More »

ແຊຣໄວ້ເຕືອນຕົວເອງ!!! 7 ຂໍ້ຄິດປ່ຽນຊີວິດອີກເຄິ່ງປີຫຼັງໃຫ້ດີຂຶ້ນກວ່າເກົ່າ…

ເຄິ່ງປີທໍາອິດຜ່ານໄປ ເຄິ່ງປີສຸດທ້າຍກໍາລັງດໍາເນີນຢູ່ ຫຼາຍຄົນມັກຈະເວົ້າເປັນສຽງດຽວກັນວ່າ ເວລາຈັ່ງແມ່ນໄວ ປີໜຶ່ງຜ່ານໄປຈົນເຮັດຫຍັງນໍາບໍ່ທັນ ແຕ່ແນ່ນອນວ່າເຄິ່ງປີທີ່ຜ່ານມາອາດຈະເປັນເຄິ່ງປີທີ່ດີຂອງຫຼາຍຄົນ ແລະ ກໍຄົງຈະຂໍໃຫ້ມີແຕ່ສິ່ງດີໆເຂົ້າມາໃນອີກເຄິ່ງປີຫຼັງ… ໃນຂະນະດຽວກັນເຮົາກໍບໍ່ສາມາດປາສະຈາກສິ່ງທີ່ບໍ່ດີ ຫຼືສິ່ງທີ່ບໍ່ພຶງປາຖະໜາໄດ້ ນັ້ນກໍຄືບັນຫາ ແລະ ອຸປະສັກຕ່າງໆ ທີ່ອາດຈະເຮັດໃຫ້ເຈັບຫົວແນ່!!! ແຕ່ມື້ນີ້ ຂວັນໃຈ ມີຂໍ້ຄິດດີໆ ເພື່ອປ່ຽນຊີວິດໃນອີກເຄິ່ງປີຫຼັງໃຫ້ມີແຕ່ຄວາມສຸກ ເຖິງວ່າຈະພົບບັນຫາ ມາເບິ່ງນໍາກັນເລີຍ… 1. ລົງມືເຮັດໃນສິ່ງທີ່ຢາກເຮັດ ສາວໆຫຼາຍຄົນກໍເຫັນແລ້ວແມ່ນບໍ່ວ່າ ເວລາປີໜຶ່ງມັນຜ່ານໄປໄວແຮງ ແມ່ນຫຍັງທີ່ລີສໄວ້ວ່າຢາກເຮັດ ແລ້ວຍັງບໍ່ໄດ້ເຮັດໃນເຄິ່ງປີຕົ້ນ ໃຫ້ລົງມືເຮັດຢ່າງຈິງຈັງໄດ້ແລ້ວ ຢ່າມົວແຕ່ເວົ້າ ຫຼືເລື່ອນມື້ອື່ນຕະຫຼອດ ບໍ່ດັ່ງນັ້ນ ມັນຈະບໍ່ມີຫຍັງເປັນຮູບເປັນຮ່າງຈັກເທື່ອ ສຸດທ້າຍກໍມາຈົບແບບເດີມໆ ໝົດປີແຕ່ບໍ່ມີຫຍັງຈັກຢ່າງ ຫຼືເຮັດຫຍັງບໍ່ສໍາເລັດຈັກຢ່າງ 2. ລຸກຂຶ້ນມາເບິ່ງແຍງສຸຂະພາບຢ່າງຈິງຈັງ ຂໍ້ນີ້ສໍາຄັນຫຼາຍ ບໍ່ວ່າຫຍັງກໍແລ້ວແຕ່ ເຮົາຄວນທີ່ຈະລຸກຂຶ້ນມາເບິ່ງແຍງສຸຂະພາບຂອງຕົວເອງໄດ້ແລ້ວ ຍິ່ງອາຍຸຫຼາຍຍິ່ງຕ້ອງລະວັງ ສ່ວນສາວໆ ທີ່ອາຍຸຍັງນ້ອຍ ກໍຢ່າວາງໃຈ ເພາະບັນຫາສຸຂະພາບມັນເກີດຂຶ້ນໄດ້ກັບທຸກຄົນ ໂດຍບໍ່ສົນວ່າເຈົ້າຈະອາຍຸເທົ່າໃດ ດັ່ງນັ້ນ ຄົງເຖິງເວລາແລ້ວທີ່ຈະລຸກຂຶ້ນມາເບິ່ງແຍງເລື່ອງ ອາຫານການກິນ ພະຍາຍາມກິນແຕ່ສິ່ງທີ່ມີປະໂຫຍດ ສານອາຫານຄົບຖ້ວນ …

Read More »

ໄດ້ແລ້ວ!!! Miss Heavy Queen Laos ຂອງໂຄງການປະກວດນາງງາມເພື່ອສ້າງຄວາມໝັ້ນໃຈໃຫ້ກັບສາວອວບ…

ຈົບໄປແລ້ວສໍາລັບການປະກວດ Heavy Queen Laos 2020 ທີ່ຈັດຂຶ້ນເປັນປີທໍາອິດກໍຄືປີນີ້ ເຊິ່ງແນ່ນອນວ່າ ພວກເຮົາກໍໄດ້ຕົວແທນສາວງາມຈາກເວທີນີ້ມາເປັນທີ່ຮຽບຮ້ອຍແລ້ວ ເຊິ່ງມື້ນີ້ ຂວັນໃຈ ກໍຈະພາມາທໍາຄວາມຮູ້ຈັກກັບບັນດາສາວງາມຜູ້ທີ່ໄດ້ຕໍາແໜ່ງກັນ (ມີທັງໝົດ 3 ຕໍາແໜ່ງ) ແຕ່ກ່ອນທີ່ຈະໄປທໍາຄວາມຮູ້ຈັກກັບສາວງາມທັງ 3 ຄົນນັ້ນ ແອັດຢາກນໍາສະເໜີ Concept ຂອງງານເພິ່ນໃຫ້ຮູ້ຈັກກັນໜ້ອຍໜຶ່ງເພາະຮູ້ສຶກວ່າມີຄວາມໜ້າສົນໃຈຫຼາຍ… ສໍາລັບຈຸດປະສົງຫລັກຂອງໂຄງການປະກວດແມ່ນ: 1. ສ້າງແຮງບັນດານໃຈໃຫ້ແກ່ສາວຜູ້ທີ່ມີຮູບຮ່າງອວບໃຫຍ່ໄດ້ມີຈຸດຢືນໃນສັງຄົມ, ເຮັດໃຫ້ເຂົາກ້າຄິດກ້າສະແດງອອກ, ກ້າເຮັດໃນສິ່ງທີ່ຮັກມັກໂດຍບໍ່ໃຫ້ມີແນວຄວາມຄິດໃນດ້ານຂອງຮູບຮ່າງທີ່ເປັນອຸປະສັກ, ໃຫ້ເຂົາເຈົ້າໃຊ້ຊີວິດດຳລົງຊີວິດຄືກັນກັບສາວຜູ້ທີ່ມີຮູບຮ່າງໂດຍທົ່ວໄປ…2. ເລືອກເຝັ້ນຫາຕົວແທນຂອງໂຄງການລົງພື້ນທີ່ເຮັດກິດຈະກຳເພື່ອສັງຄົມ ຊ່ວຍເຫລືອສັງຄົມຢ່າງແທ້ຈິງເຊັ່ນ:-ວັນທີ 03/7/2020 ລົງພື້ນທີ່ບໍລິຈາກເລືອດທີ່ອົງການກາແດງລາວ-ວັນທີ 07/7/2020 ໂຄງການຮ່ວມກັບສູນກາງສະຫະພັນແມ່ຍິງ,ອົງການກາແດງຮ່ວມກິດຈະກຳບໍລິຈາກເລືອດທີ່ວຽງຈັນເຊັນເຕີ-ວັນທີ 10/7/2020 ຮ່ວມບໍລິຈາກເລືອດທີ່ອົງການກາແດງລາວ-ວັນທີ 16/7/2020 ຈະລົງພື້ນທີ່ຕ່າງແຂວງມອບເງີນສ້າງໂຮງຮຽນປະຖົມທີ່ບ້ານນໍ້າຈິງ,ເມືອງທ່າພະບາດ, ແຂວງບໍລິຄຳໄຊ ຮູ້ຈັກກັບສາວງາມຜູ້ທີ່ໄດ້ຕໍາແໜ່ງ Miss Heavy Queen Laos Women 2020 ຄົນທໍາອິດຂອງລາວໄດ້ແກ່: ທ່ານ ນາງ ຄຳມົນ ສີຫາລາດ ອາຍຸ …

Read More »

ຊາວເນັດຮືຮາ!! ອາບນໍ້າແຊ່ຄໍາຮັບຂວັນລູກສາເກີດໃໝ່ ຈົນກາຍເປັນທີ່ມາ “ເກີດມາເທິງກອງເງິນກອງທອງ”

ເກີດມາເທິງກອງເງິນກອງທອງ ພໍ່ແມ່ອາບນໍ້າຄໍາຮັບຂວັນລູກສາວ… ເປັນພາບທີ່ສ້າງຄວາມຮືຮາໃຫ້ສື່Online ເປັນວົງກວ້າງ ສໍາລັບເລື່ອງລາວການອາບນໍ້າຄໍາຮັບຂວັນລູກສາວ ໂດຍຜູ້ໃຊ້ Facebook: ເບເບ້ ຊະນະໄວ ໄດ້ໂພສພາບລູກສາວໃນໄວແຮກເກີດ ພ້ອມຂໍ້ຄວາມລະບຸວ່າ “ອາບນ້ຳຄຳໃຫ້ລູກສາວ ຂໍໃຫ້ລູກສາວທັງສອງຂອງອີ່ແມ່ Bayrin &Bayron ໃຫຍ່ມາເປັນຄົນຄຳຮູ້ເປັນທີ່ຮັກຂອງພີ່ນ້ອງ, ໃຫຍ່ມາຂໍໃຫ້ລູກຈະເລີນກ້າວໜ້າໃນທຸກໆດ້ານເດີ້” ຫຼັງຈາກໂພສດັ່ງກ່າວເມື່ອຖືກເຜີຍແຜ່ລົງສື່ອອນລາຍກໍ່ຖືກແຊອອກໄປຢ່າງຫຼວງຫຼາຍ ແລະ ກໍ່ມີຊາວເນັດຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນເຖິງຄວາມມັ່ງມີສີສຸກຂອງຄອບຄົວນີ້ ພ້ອມອວຍພອນໃຫ້ນ້ອງເກີດໃໝ່ທັງສອງເຕີບໂຕມາເປັນຄົນຮູ້ຜູ້ດີຂອງພໍ່ແມ່ ໃຫ້ສົມກັບຄວາມຮັກທີ່ພໍ່ແມ່ມອບໃຫ້…

Read More »