Breaking News

Home

ສາວໆອ່ານດ່ວນ!!! ກິດຈະກໍາກ່ອນ 9 ໂມງເຊົ້າທີ່ແມ່ຍິງປະສົບຄວາມສໍາເລັດເຂົາມັກເຮັດ…

ຖ້າເຈົ້າເປັນຄົນໜຶ່ງທີ່ກົດປຸ່ມເລື່ອນໂມງປຸກໃນຕອນເຊົ້າຫຼາຍກວ່າ 10 ຄັ້ງກ່ອນຈະລຸກອອກຈາກບ່ອນນອນ ໃຊ້ເວລາແຕ່ງໜ້າ ແຕ່ງຕົວດົນ ຫຼືຟ້າວໆ ກິນເຂົ້າເຊົ້າລະຫວ່າງຂັບລົດໄປເຮັດວຽກ ບອກເລີຍວ່າຕາລາງກິດຈະກໍາຕອນເຊົ້າຂອງເຈົ້າ ຄວນປ່ຽນແປງໄດ້ແລ້ວແຫຼະ ຖ້າຕ້ອງການຈະມີຊີວິດທີ່ປະສົບຄວາມສໍາເລັດ!!! ແລະນີ້ຄື ສິ່ງທີ່ແມ່ຍິງປະສົບຄວາມສໍາເລັດ ມັກເຮັດກ່ອນ 9 ໂມງເຊົ້າ… 1.​ ເຄື່ອນໄຫວຮ່າງກາຍໃນຕອນເຊົ້າ ບໍ່ຈໍາເປັນຕ້ອງເຖິງຂັ້ນລຸກຂຶ້ນມາອອກກໍາລັງການ ພຽງເຝິກ ໂຍຄະ ຫຼືໄປຍ່າງຫຼິ້ນ ກໍຊ່ວຍເຮັດໃຫ້ເລືອດລົມສູບສີດ ຫຼຸດຄວາມຕຶງຄຽດ ແລະ ເສີມສ້າງອາລົມໄດ້ແລ້ວ 2. ບໍ່ກົດປຸ່ມເລື່ອນເວລາໂມງປຸກ ການກົດປຸ່ມເລື່ອນເວລາໂມງປຸກ ຈະເຮັດໃຫ້ໂມງຊີວະພາບຂອງເຈົ້າເກີດອາການວົນກັບ ເຊິ່ງອາດຈະເຮັດໃຫ້ຮູ້ສຶກບໍ່ສົດຊື່ນ ແລະ ອ່ອນເພຍຫຼາຍເປັນພິເສດ ໂດຍອາການດັ່ງກ່າວຈະກິນເວລາດົນເຖິງ 2-4 ຊົ່ວໂມງເລີຍແຫຼະ!! ຍ້ອນແບບນີ້ ເຫຼົ່າແມ່ຍິງຜູ້ທີ່ປະສົບຄວາມສໍາເລັດ ຈຶ່ງຕ້ອງເຝິກຕົວເອງໃຫ້ຕື່ນທັນໂມງປຸກດັງ 3. ຮັບປະທານອາຫານເຊົ້າ ອາຫານເຊົ້າ ຄືແຫຼ່ງພະລັງງານທີ່ເຈົ້າຕ້ອງການ ເພື່ອເລີ່ມຕົ້ນວັນໃໝ່ຢ່າງແທ້ຈິງ ເຊິ່ງຄົນທີ່ເຮັດວຽກໄດ້ດີ ແລະ ຜູ້ປະສົບຄວາມສໍາເລັດທັງຫຼາຍ ຈຶ່ງມັກໃຫ້ຄວາມສໍາຄັນກັບການຮັບປະທານອາຫານເຊົ້າເພື່ອສຸຂະພາບສະເໝີ ເພາະຊ່ວຍເພີ່ມປະສິດທິພາບໃນການເຮັດວຽກຂອງສະໝອງ ດັ່ງນັ້ນ ພວກນາງຈະບໍ່ມີອາການສະໝອງເບີ …

Read More »

ແປກແຕ່ແທ້!! ເດັກຍິງສະໝອງອັດສະລິຍະ ຈົບປະຖົມຂ້າມໄປມະຫາໄລ ແລະກາຍເປັນນັກວິສະວະລະດັບໂລກໃນໄວ 13 ປີ… ເປົ້າໝາຍຈະຮຽນໃຫ້ຈົບ ປ.ເອກ ພາຍໃນອາຍຸ 20 ປີ.

ເປີດ​ເຜີຍ​ເລື່ອງ​ລາວ​ຂອງ​ເດັກ​ຍິງ​ຄົນ​ໜຶ່ງ (ປະເທດໄທ) ທີ່ອາຍຸ 11 ປີ ຮຽນຈົບ ປ.6 ແຕ່ສາມາດເສັງຕິດເຂົ້າມະຫາວິທະຍາໄລໄດ້ໂດຍບໍ່ຕ້ອງຮຽນໃນລະດັບມັດທະຍົມສືກສາ ອີກທັງຍັງມີລາງວັນລະດັບໂລກຮັບປະກັນຄວາມສາມາດແລ້ວຫຼວງຫຼາຍອີກ, ຍິງ​ຄົນ​ນີ້​ຊື່ ອິ້ງ ພັດສະລາ ຈັນໂຊດສະຖຽນ ປັດ​ຈຸ​ບັນອາ​ຍຸ 15 ປີ ແລະ​ ຮຽນຢູ່ປີທີ 2 ສາຂາວິສະວະກໍາຄອມພິວເຕີ ສະຖາບັນເຕັກໂນໂລຊີນານາຊາດສິຣິນທອນ (SIIT) ມະຫາວິທະຍາໄລທໍາມະສາດ ແລະ ລາວໄດ້ວາງແຜນການສືກສາໄວ້ວ່າ ລາວຈະຕ້ອງສໍາເລັດການສືກສາໃນລະດັບປະລິນຍາເອກ ພາຍໃນອາຍຸ 20 ຕົ້ນໆ ອິ້ງ ບອກວ່າ ພໍ່ກັບແມ່ລ້ຽງ​ຕົນ​ພຽງແຮກເກີດໄດ້ພຽງສາມເດືອນ ​ແມ່​ກໍຫາເຄື່ອງຫຼິ້ນເສີມພັດທະນາການຂອງເດັກນ້ອຍເກີນໄວ 6 ເດືອນມາໃຫ້ຫຼິ້ນ ພໍອາຍຸເຂົ້າ 6 ເດືອນ ແມ່ກໍ່ຈັດຫາຂອງຫຼິ້ນຂອງເດັກໄວ 9 ເດືອນມາໃຫ້ໂດຍທີ່ແມ່ບໍ່ໄດ້ຖ້າໃຫ້ອາຍຸລາວຮອດຕາມເກນ ດຣ. ພີຣະພອນ ຈັນໂຊດສະຖຽນ ແມ່ຂອງອິ້ງໄວ 51 ປີ ໄດ້ກ່າວຕື່ມວ່າ ເມື່ອລູກເຂົ້າອະນຸບານ ລູກມີຄວາມຮູ້ລະດັບຂັ້ນອະນຸບານທັງໝົດແລ້ວລູກຈື່ງຮຽນຂອງເດັກໄວປະຖົມ …

Read More »

ສະຖານະການຍັງໜັກຂຶ້ນເລື້ອຍໆ!! ແຮງງານຫວຽດນາມປະມານ 30 ປາຍລ້ານຄົນວ່າງງານ-ລາຍໄດ້ຫຼຸດລົງ ຍ້ອນການລະບາດໂຄວິດ–19…

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ແຮງງານ ປະມານ 31 ລ້ານຄົນ ໃນຫວຽດນາມ ໄດ້ຮັບຜົນກະທົບທາງເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ – 19, ໃນຈຳນວນນີ້ມີຜູ້ວ່າງງານ 900.000 ຄົນ ແລະ ເກືອບ 18 ລ້ານຄົນ ມີລາຍໄດ້ຫຼຸດລົງ, ຫາກຍັງບໍ່ມີມາດຕະການເພື່ອກະຕຸ້ນເສດຖະກິດ ອາດສົ່ງຜົນໃຫ້ມີຜູ້ວ່າງງານເພີ່ມຂຶ້ນອີກ 5 ລ້ານຄົນ ພາຍໃນທ້າຍປີນີ້. ມາຮອດປັດຈຸບັນ ຫວຽດນາມ ມີຍອດຜູ້ຕິດເຊື້ອໂຄວິດ – 19 ສະສົມ 369 ຄົນ, ບໍ່ມີຜູ້ເສຍຊີວິດ ແລະ ຍັງບໍ່ພົບຜູ້ຕິດເຊື້ອລາຍໃໝ່ພາຍໃນປະເທດຕິດຕໍ່ກັນ 80 ກວ່າວັນ ເນື່ອງຈາກສາມາດຄວບຄຸມການແຜ່ລະບາດໂຄວິດ – 19 ໄດ້ເປັນຢ່າງດີ. ແນວໃດກໍຕາມ, ຫວຽດນາມ ຍັງຕ້ອງປະເຊີນກັບບັນຫາດ້ານເສດຖະກິດ ເນື່ອງຈາກອັດຕາການເຕີບໂຕທາງເສດຖະກິດໃນໄຕມາດ 2 ຂະຫຍາຍຕົວຕ່ຳສຸດໃນຮອບ 30 …

Read More »

ຊົມເຊີຍ!!! ຫຼວງພະບາງ ຕິດອັນດັບ 1 ໃນ 15 ເມືອງທີ່ງົດງາມ ແລະ ໜ້າທ່ອງທ່ອຽວທີ່ສຸດໃນ ອາຊີ…

ວາລະສານ Travel + Leisure ທີ່ມີຊື່ສຽງ ຂອງປະເທດອັງກິດ ໄດ້ຈັດການສໍາຫຼວດ ຄວາມນິຍົມຂອງນັກທ່ອງທ່ຽວ ກ່ອນເກີດການລະບາດຂອງເຊື້ອ ໂຄວິດ-19 ແລະໄດ້ປິດຜົນການລົງຄະແນນ ໃນເດືອນມີນາ 2020. ຜົນປະກົດວ່າ ຫຼວງພະບາງ ເຂົ້າມາໃຫມ່ ຕິດອັນດັບທີ #5 ຊຶ່ງບໍ່ໄດ້ຕິດອັນດັບມາ ໃນປີ 2019 ! 15 ອັນດັບເມືອງ ໃນອາຊີ ທີ່ມີຜົນການໂຫວດສູງສຸດ ປະຈໍາປີ 2020 ປະກອບມີ: 1 Hoi An ປະເທດ ຫວຽດນາມ 2 Chiang Mai ປະເທດໄທ 3 Kyoto ປະເທດ ຢີ່ປຸ່ນ 4 Udaipur ປະເທດ ອິນເດຍ 5 Luang Prabang ປະເທດ …

Read More »

ແນະນໍາໂດຍຜູ້ຊ່ຽວຊານ!! 10 ວິທີສ້າງຄວາມສຸກງ່າຍໆ ເພື່ອຊີວິດທີ່ Strong ແລະ ມີຄວາມສຸກ…

ເທິງໂລກທີ່ເຄື່ອນໄຫວໄປຢ່າງໄວວາ ຜູ້ຄົນແຂ່ງຂັນ-ເລັ່ງດ່ວນ ບໍ່ຄ່ອຍໃຫ້ຄວາມສໍາຄັນກັບສິ່ງອ້ອມຕົວ ບາງຄົນຈົນຫຼົງລືມຄວາມສຸກນ້ອຍໆ ທີ່ສາມາດສ້າງຂຶ້ນໄດ້ດ້ວຍຕົວເອງໄປແລ້ວ ມື້ນີ້ Kuanjai ຈຶ່ງຢາກຂໍແນະນໍາເຕັກນິກດີໆ ໃນການໃຊ້ຊີວິດໃຫ້ມີຄວາມສຸກໃນທຸກໆມື້ ເຊິ່ງຈະຊ່ວຍສ້າງພູມຄຸ້ມກັນຈິດໃຈໄດ້ຢ່າງດີ… 1. ເຝິກໃຫ້ເປັນຄົນຫຼົງຮັກວັນຈັນ ຈາກການວິໄຈຈາກ Highland Spring Sparkling ພົບວ່າຄົນສ່ວນໃຫຍ່ຍົກໃຫ້ວັນຈັນເປັນວັນທີ່ເປັນຕາຢ້ານທີ່ສຸດຂອງອາທິດ ເພາະຕ້ອງດຶງຕົວເອງຂຶ້ນມາຈາກຄວາມສຸກໃນມື້ສຸດທ້າຍຂອງອາທິດ ແລ້ວຕ້ອງມາເລີ່ມຕົ້ນເຮັດວຽກໃນວັນຈັນ ດັ່ງນັ້ນ ວິທີທີ່ຈະເຮັດໃຫ້ວັນຈັນຂອງທຸກຄົນມີຊີວິດຊີວາຫຼາຍຍິ່ງຂຶ້ນນັ້ນ ມີສິ່ງດຽວຄື ປ່ຽນທັດສະນະຄະຕິ ຈົ່ງຄິດວ່າ ວັນຈັນ ຄືຈຸດເລີ່ມຕົ້ນຂອງການສ້າງສັນສິ່ງໃໝ່ໆ ເຮັດໃຫ້ວັນຈັນເປັນວັນເລີ່ມຕົ້ນຂອງອາທິດທີ່ດີ ຈະມີແຕ່ສິ່ງດີໆຕາມມາຈົນຮອດທ້າຍອາທິດ. 2. ໝັ່ນກອດກັນຕະຫຼອດ ຮູ້ຫຼືບໍ່ວ່າ ການໂອບກອດດັນນັ້ນມີປະໂຫຍດຫຼາຍ ແລະ ໄລຍະເວລາການກອດທີ່ມີປະສິດທິພາບນັ້ນຕ້ອງໃຊ້ເວລາປະມານ 7 ວິນາທີຂຶ້ນໄປ ເພື່ອສະແດງເຖິງຄວາມຮັກ ແລະ ຄອຍໃຫ້ກໍາລັງໃຈແກ່ກັນ 3. ຄິດເຖິງແຕ່ເລື່ອງດີໆ ກ່ອນນອນຫຼັບ ສໍາລັບຄົນທີ່ມີບັນຫານອນບໍ່ຫຼັບ ແທນທີ່ຈະນັບແກະໄປເລື້ອຍໆ ກໍປ່ຽນມາເປັນຄິດເຖິງສິ່ງດີໆ ທີ່ເຮັດໃຫ້ເຮົາມີຄວາມສຸກໂດຍລຽງລໍາດັບຕາມຕົວອັກສອນ ກ-ຮ ເບິ່ງເດີ້!! ເຊັ່ນ ກະຕ່າຍເປັນສັດທີ່ເຮົາມັກ, …

Read More »