Breaking News

Home

ສາບານວ່າຖຽງນາ!! ເທີ ຢູ່ນາ ເຈົ້າພໍ່ຜູ້ໄທ Net Idol ຊື່ດັງໂພສຮູບພາບ Studio ຫຼັໃໝ່ ສະຫຼອງໄດ້ຮັບໂຫຼ່ຈາກ YouTube ຄົບຮອບ 5 ປີ…

ເປັນຕົວຢ່າງທີ່ຄວນເອົາເປັນແບບຢ່າງຫຼາຍ ສໍາລັບ Net Idol ຊື່ດັງ ເຈົ້າຂອງ ເພຈ Una Studio ຄື ເທີ ຢູນ່າ ເຈົ້າພໍ່ຜູ້ໄທ ທີ່ເລີ່ມເຂົ້າສູ່ວົງການດ້ວຍຄວາມມັກຮັກ ຈົນກ້າວມາເປັນ Net Idol ທີ່ມີຜູ້ຕິດຕາມຫຼາຍເຖິງ 4 ແສນກວ່າຄົນໃນປັດຈຸບັນ… ສໍາລັບເສັ້ນທາງການເຂົ້າສູ່ວົງການບັນເທີງນັ້ນ ເທີ ຢູນ່າ ໄດ້ປະສົບຄວາມສໍາເລັດຈາກການເປັນ You Tuber ເມື່ອ 5 ປີກ່ອນ ໂດຍໄດ້ຮັບໂຫຼ່ລາງວັນຈາກ You Tube ຫຼັງຈາກມີຜູ້ຕິດຕາມຄົບ 1 ລ້ານຄົນ!!! ຕໍ່ມາໜຸ່ມເທີ ກໍບໍ່ໄດ້ຢຸດພັດທະນາຕົວເອງຂຶ້ນເລື້ອຍໆ ນອກຈາກພັດທະນາຄວາມຮູ້ຄວາມສາມາດ ແລະ ຜົນງານແລ້ວ ຍັງໄດ້ເຮັດໜ້າທີ່ຊ່ວຍເຫຼືອສັງຄົມຢູ່ເປັນປະຈໍາ ຈົນຫຼ້າສຸດໜຸ່ມເທີ ກໍໄດ້ອອກມາໂພສເຖິງຄວາມສໍາເລັດອີກຂັ້ນ ຄືການເປີດ Studio ໃໝ່ກາງນາ ທີ່ມີຄວາມອາລັງການບໍ່ແມ່ນໜ້ອຍ… ບໍ່ແມ່ນແຕ່ໜຸ່ມເທີເອງທີ່ພູມໃຈກັບຄວາມສໍາເລັດນີ້ ແຕ່ທາງແຟນຄຣັບທີ່ຕິດຕາມມາຕະຫຼອດກໍພູມໃຈເຊັ່ນດຽວກັນ ເພາະນີ້ກໍຖືວ່າເປັນຄວາມສໍາເລັດຂອງຄົນລາວ …

Read More »

ຈົບຄວາມສໍາພັນດ້ວຍດີ!! ອາເລັກ-ເຕີ້ຍ ປະກາດຫຼຸດສະຖານະຈາກແຟນເຫຼືອພຽງໝູ່… ເຜີຍ 3 ປີທີ່ຄົບກັນຄືຊ່ວງເວລາທີ່ດີທີ່ສຸດແລ້ວ!!!

ຂ່າວລືກາຍເປັນຂ່າວແທ້ ແຕ່ເປັນຂ່າວທີ່ແຟນຄຣັບບໍ່ຢາກໃຫ້ເກີດຂຶ້ນ ແຕ່ມັນກໍເກີດຂຶ້ນມາແລ້ວ… ເມື່ອໜຸ່ມອາເລັກ ແຟນໜຸ່ມຂອງສາວເຕີ້ຍ ຈະລິນພອນ ນາງເອກຊື່ດັງ (ປະເທດໄທ) ໄດ້ອອກມາເຜີຍວ່າ: “ເຮົາຄົບກັນມາເກືອບ 3 ປີ ພະຍາຍາມປັບຈູນ ທໍາຄວາມເຂົ້າໃຈກັນແລ້ວ ບໍ່ຮູ້ວ່າອາດຈະມີທາງທີ່ດີກວ່ານີ້ບໍ່ ແຕ່ເຮົາຊອກມັນບໍ່ພົບ ຈຶ່ງຕ້ອງຫຼຸດສະຖານະເຫຼືອພຽງແຕ່ຄໍາວ່າ ໝູ່ຄືເກົ່າ… ຊ່ວງໄລຍະທີ່ຄົບກັນ ເຮົາສອງຄົນໄດ້ໃຫຍ່ຂຶ້ນ ເຮົາມີເວລາດີໆຮ່ວມກັນ ລາວກໍເຮັດໃຫ້ອາເລັກໃຫຍ່ຂຶ້ນ ຕ້ອງຂອບໃຈລາວຫຼາຍໆເລີຍ ອາເລັກເວົາໄດ້ເຕັມປາກເລີຍວ່າ ຊ່ວງເວລາທີ່ຜ່ານມາ ເປັນຊ່ວງເວລາໜຶ່ງທີ່ມີຄຸນຄ່າຫຼາຍທີ່ສຸດໃນຊີວິດ” ຫຼັງຈາກນັ້ນກໍໄດ້ແຟນຄຣັບເຂົ້າໄປໃຫ້ກໍາລັງໃຈທັງສອງເປັນຈໍານວນຫຼວງຫຼາຍ ແຕ່ກໍຍັງມີຊາວເນັດບາງຄົນທີ່ຍັງຕິດໃຈກັບສາວໆແກ໊ງ ເຟີບີ່ ວ່າທຸກຄົນຈະຕ້ອງຄົບກັບໄຮໂຊທຸກຄົນ ເຊິ່ງໜຶ່ງໃນນັ້ນກໍມີສາວ ແຕ້ວ ນັດຖະພອນ ທີ່ຫາກໍປະກາດເລີກກັບໜຸ່ມຕົ້ນ ແລ້ວມາຄົບກັບໄຮໂຊໜຸ່ມນອກວົງການ ສຸດທ້າຍກໍເຫຼືອພຽງ ເຕີ້ຍ ຈະຣິນພອນ ຄົນດຽວ ແຕ່ຕອນນີ້ກໍຊັດເຈນແລ້ວວ່າ ເຕີ້ຍ-ອາເລັກໄດ້ຕັດສິນໃຈຈົບຄວາມສໍາພັນກັນແລ້ວ… ແຕ່ງານນີ້ ໜຸ່ມອາເລັກ ກໍໄດ້ອອກມາຢືນຢັນວ່າ ເຕີ້ຍ ບໍ່ແມ່ນຄົນແບບນັ້ນ ເຕີ້ຍ ບໍ່ແມ່ນຄົນທີ່ເລືອກຄົບຄົນທີ່ຖານະ ໜ້າຕາ ແຕ່ອະນາຄົດ ເຕີ້ຍ ຈະເລືອກໃຜນັ້ນກໍເປັນສິດຂອງລາວ ອ່ອຍຍຍ ຜູ້ຊາຍອີ່ຫຍັງຈັ່ງແມ່ນເປັນສຸພາບບູລຸດຂະໜາດນີ້!! …

Read More »

ຕົ້ນແບບຂອງຄວາມຮັກທີ່ດີ!!! ຮັກດູແລເອົາໃຈໃສ່ເຊິ່ງກັນ ແລະກັນ ຈັບມືຢູ່ຄຽງຂ້າງຈົນຮອດວິນາທີສຸດທ້າຍຂອງຊີວິດ ເຖິງວ່າຈະຈາກກັນໄປກໍບໍ່ກິນແໜງ…

ເລື່ອງຄວາມຮັກສຸດແສນປະທັບໃຈທີ່ຢາກຈະມາແບ່ງປັນໃຫ້ແຟນໆຂວັນໃຈໃນມື້ນີ້… ເລື່ອງລາວຂອງພໍ່ຕູ້-ແມ່ຕູ້ຄູ່ໜຶ່ງໄດ້ຖືກເຜີຍແຜ່ທາງ Facebook: B’palamy Ppb ເຊິ່ງເປັນການໄວ້ອາໄລເຖິງພໍ່ຕູ້ຜູ້ລ່ວງລັບໄປແລ້ວ ໂດຍໃນຂໍ້ຄວາມໄດ້ເວົ້າເຖິງຄຸນງາມຄວາມດີ ແລະຄວາມຮັກທີ່ພໍ່ຕູ້ມີຕໍ່ແມ່ຕູ້ໃນຕອນທີ່ຍັງມີຊີວິດຢູ່ວ່າ… ແມ່ເຖົ້າເລົ່າສູ່ຟັງວ່າ: ແຕ່ກ່ອນແມ່ເຖົ້າເປັນລູກກຳພ້າກຳພອຍ ພໍ່ແມ່ເສຍແຕ່ຍັງນ້ອຍ ແຕ່ພໍ່ເຖົ້າແມ່ນເປັນລູກຕາແສງ, ນາຍບ້ານ. ພໍ່ເຖົ້າ ໄດ້ມັກຮັກ ກັບ ແມ່ເຖົ້າ ແລະແຕ່ງງານກັນແຕ່ຕອນແມ່ເຖົ້າ10ປາຍປີ ແລະ ໄດ້ຄອງຮັກກັນມາ ຈົນພໍ່ເຖົ້າ96ປີ. 70ປາຍປີທີ່ຄອງຮັກກັນມາ…ພໍ່ເຖົ້າບໍ່ເຄີຍຮ້າຍ, ບໍ່ເຄີຍດ່າ, ເວົ້າຮ້າຍແຮງໃສ່ແມ່ເຖົ້າ ຈົນນ້ຳຕາຕົກ ແມ່ນແຕ່ເທື່ອດຽວ… ລະກະບໍ່ເຄີຍຜິດກັນຮ້າຍແຮງຈົນພໍ່ປູ່ແມ່ຍ່າຮູ້ຈັກເທື່ອ ແລະ ທີ່ສຳຄັນ ແມ່ເຖົ້າເວົ້າວ່າ ແມ່ເຖົ້າບໍ່ເຄີຍຮັບຮູ້, ບໍ່ເຄີຍສຳຜັດ ຄຳວ່າ ຜົວຫລິ້ນສາວເປັນແນວໃດ? ຜົວໄປມີເມຍນ້ອຍເປັນແນວໃດ? ແມ່ເຖົ້າບໍ່ເຄີຍຮັບຮູ້ຄວາມຮູ້ສຶກນີ້ເລີຍ! ທ້າຍທີ່ສຸດ, ແມ່ເຖົ້າກະຕອບແທນພໍ່ເຖົ້າດ້ວຍຄວາມຊື່ສັດມາຕະຫຼອດ, ແມ່ເຖົ້າບໍ່ເຄີຍເອົາເລື່ອງບໍ່ດີຂອງຄອບຄົວຫລືຜູ້ເປັນຜົວໄປເວົ້າຢູ່ບ່ອນອື່ນ, ບໍ່ເຮັດໃຫ້ຜົວເສຍກຽດເສຍສັກສີຍ້ອນຕົນເອງ…ແລະ ແມ່ເຖົ້າກະເປັນຄົນທີ່ຈັບມືຢູ່ຄຽງຂ້າງພໍ່ເຖົ້າຈົນຮອດລົມຫາຍໃຈສຸດທ້າຍ? ພໍ່ເຖົ້າແມ່ເຖົ້າ ເປັນຕົ້ນແບບຊີວິດທີ່ເຂັ້ມແຂງ, ອົດທົນ, ດຸໝັ່ນ, ເປັນແບບຢ່າງທີ່ດີຫຼາຍໆຢ່າງໃຫ້ແກ່ລູກຫລານ… ແລະ 1ໃນນັ້ນ ເລື່ອງຄວາມຮັກ ກະເປັນສິ່ງທີ່ພວກເພິ່ນເຮັດໃຫ້ລູກຫຼານເຫັນ ແລະ ຄວນຮຽນເປັນແບບຢ່າງ…ຕົ້ນແບບຄວາມຮັກທີ່ຊື່ສັດໝັ້ນຄົງ, ຮັກດຽວໃຈດຽວ ຈົນລົມຫາຍໃຈສຸດທ້າຍຂອງຊີວິດ. #ດ້ວຍຮັກແລະອາໄລ? …

Read More »

ຮູ້ຈັກກໍານົດທິດທາງໃນການເຮັດວຽກ ເພື່ອຄວາມກ້າວໜ້າໃນອາຊີບ ແລະ ປະສົບຄວາມສໍາເລັດໃນຊີວິດ!!

ໃນໂລກຂອງການເຮັດວຽກ ເຮົາຄວນຕັ້ງເປົ້າໝາຍ ກຳນົດທິດທາງໃນການເຮັດວຽກ ເພື່ອໃຫ້ໄປເຖິງຈຸດໝາຍໄດ້ໃນເວລາທີ່ກຳນົດ ຜູ້ທີ່ປະສົບຄວາມສຳເລັດໃນການເຮັດວຽກນັ້ນ ມີວິທີການປະຕິບັດຕົວດັ່ງຕໍ່ໄປນີ້: ທ່ານຈະເຮັດວຽກໄດ້ດີຄື ຕ້ອງມ່ວນຊື່ນໄປກັບວຽກທີ່ເຮັດ ເມື່ອທ່ານເຮັດວຽກດ້ວຍຄວາມມ່ວນຊື່ນ ທ່ານຈະມີແຮງຂັບເຄື່ອນ ໃນຄວາມພະຍາຍາມ. ຕ້ອງໃສ່ຄວາມຈິງຈັງມຸ່ງໝັ້ນສູ່ຄວາມສຳເລັດລົງໄປດ້ວຍຄວາມພາກພຽນພະຍາຍາມ ຈະນຳພາທ່ານໄປພົບກັບຄວາມສຳເລັດໃນທີ່ສຸດ. ຄວາມເຊື່ອໝັ້ນໃນຕົນເອງຕ້ອງມີຢູ່ສະເໝີ ເພາະນັ້ນຈະເຮັດໃຫ້ທ່ານກ້າຄິດກ້າທຳ ແລະ ກ້າຮັບຜິດຊອບ ເຊິ່ງຈະເຮັດໃຫ້ທ່ານໄດປຽບກວ່າຄົນອື່ນໆ. ມີຄວາມຄິດສ້າງສັນ ປະດິດ ຫຼື ສ້າງນະວັດຕະກຳໃໝ່ໆຂຶ້ນ ຖ້າທ່ານເປັນນັກຄິດຮັບຮອງໄດ້ວ່າຈະສຳເລັດ. ການປັບຕົວໄດ້ໄວວາ ເພາະຄົນຈາກຫຼາກຫຼາຍສັງຄົມມາຢູ່ລວມກັນໃນສັງຄົມໃໝ່. ເປັນຄົນທີ່ຄິດບວກ ແລະ ສະແດງທ່າທີໃນທາງບວກ ບໍ່ຫຍໍ້ທໍ້ຕໍ່ອຸປະສັກ ມີມະນຸດສຳພັນດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນອ້ອມຂ້າງ. ມີລະບຽບວິໄນເຊັ່ນ: ຕ້ອງມາເຮັດວຽກໃຫ້ກົງເວລາ, ສົ່ງວຽກກົງເວລາ, ປະຕິບັດຕາມກົດບໍລິສັດຢ່າງເຄັ່ງຄັດ. ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສຳເລັດ ຄົນດີມີນ້ຳໃຈ ຢູ່ໃສກະມີແຕ່ຄົນຮັກເອັນດູ ແລະ ຄອຍສະໜັບສະໜູນ. ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໃດຈະລຽບງ່າຍໄປໝົດທຸກວຽກ ເມື່ອພົບພໍ້ກັບອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ. ທ່ານຄວນພັດທະນາການຕໍ່ການສື່ສານກັບຜູ້ອື່ນຢູ່ສະເໝີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆເຂົ້າເຖິງທຸກຄົນໄດ້ຢ່າງຖືກຕ້ອງ.

Read More »

ດຣາມ່າຕໍ່ ຫຼືຈະຈົບ!! ຄຣິສ ພິລະວັດ ພະເອກຊີຣີ່ດັງຂອງໄທ ຖະແຫຼງຂ່າວຂໍໂທດປົມດູຖູກ “ລາວ ປັນຍາອ່ອນ ເຮັດເພື່ອຫຍັງ ຢູ່ລ້າບໍ່ເປັນ ສັX”

ກາຍເປັນດຣາມ່າຕອນເດິກໄປບໍ່ໜ້ອຍ ສໍາລັບປະເດັນຂອງນັກສະແດງໄວລຸ້ນໄທ ພະເອກຊີຣີ່ “Who are you” ທີ່ກໍາລັງມາແຮງຢູ່ໃນຕອນນີ້ສໍາລັບໜຸ່ມ  ຄຣິສ ພິລະວັດ ແສງໂພທິຣັດ ຫຼັງຈາກມີຄົນເຂົ້າໄປຄົ້ນພົບວ່າ ເມື່ອ 3 ປີກ່ອນ ໜຸ່ມຄຣິສ ເຄີຍໂພສຂໍ້ຄວາມໃນລັກນະຫຍຽດຫຍາມ ບໍ່ໃຫ້ກຽດຄົນລາວ ໂດຍໃຊ້ຄໍາວ່າ “ລາວ ປັນຍາອ່ອນ ເຮັດເພື່ອຫຍັງ ຢູ່ລ້າບໍ່ເປັນ ສັX” ຈົນເຮັດທັງຄົນໄທເຊື້ອສາຍລາວ ແລະ ຄົນລາວທີ່ເປັນແຟນຄຣັບຢູ່ ອອກມາສະແດງຄວາມຄິດເຫັນຕ່າງໆນາໆເຖິງຄໍາເວົ້າທີ່ບໍ່ໃຫ້ກຽດເຊື້ອຊາດດັ່ງກ່າວ ລວມທັງ Net Idol ຊື່ດັງຂອງລາວເຮົາຄື ສາວແກ້ວຕາ ກໍໄດ້ເຂົ້າໄປສະແດງຄວາມຄິດເຫັນວ່າ “ລາວເປັນຊື່ປະເທດເດີ້ ບໍ່ໄດ້ມີຄວາມໝາຍວ່າ ບ້ານນອກນໍາ ບໍ່ຄວນເອົາມາເປັນຄໍາດ່າເນາະ” ນອກຈາກນັ້ນຍັງມີປະເດັນທີ່ ໜຸ່ມຄຣິສ ເຄີຍ Live ຫຍຽດຫຍາມເພດທີ່ 3 ໂດຍໃຊ້ຄໍາເວົ້າບໍ່ມ່ວນວ່າ “ເກ-ພ່ອງ” ຄວາມໝາຍຄືເກພໍ່ມຶງຫວາ; ລວມໄປເຖິງປະເດັນການເຢາະເຢີ້ຍເລື່ອງຄະດີຂົ່ມຂືນ ທີ່ໜຸ່ມຄົນນີ້ເອົາມາເວົ້າແບບມ່ວນປາກ… ກໍເປັນປະເດັນເຮັດໃຫ້ເກີດກະແສດຣາມ່າເຊັ່ນດຽວກັນ!!! ຈາກເຫດການດັ່ງກ່າວ ໜຸ່ມຄຣີສ ກໍໄດ້ອອກມາຖະແຫຼງຂ່າວຂໍໂທດທຸກການກະທໍາ ແລະ ພຶດຕິກໍາທີ່ບໍ່ຄ່ອຍດີຂອງຕົນເອງ …

Read More »