Breaking News

Home

ຫວັງວ່າຈະເປັນຂ່າວດີ!! ຮອງນາຍົກເນັ້ນຍໍ້າໃນພິທີມອບ-ຮັບຕໍາແໜ່ງ ຜອ ໄຟຟ້າລາວຄົນໃໝ່ ໃຫ້ດໍາເນີນທຸລະກິດດ້ວຍຄວາມໂປ່ງໃສ…

ໃນໂອກາດໂອ້ລົມຕໍ່ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຕໍາແໜ່ງໃໝ່ຂອງຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ແລະ ຜູ້ວ່າການຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ຈັດຂຶ້ນຢູ່ສໍານັກງານໃຫຍ່ຂອງລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງວຽງຈັນໃນວັນທີ 16 ມິຖຸນາ 2020. ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງີນ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານລັດວິສາຫະກິດໄຟຟ້າລາວຊຸດໃໝ່ ສືບຕໍ່ເອົາໃຈໃສ່ປະຕິບັດຫລາຍວຽກງານສໍາຄັນ ເປັນຕົ້ນ: ສືບຕໍ່ປັບປຸງການດໍາເນີນທຸລະກິດຂອງໄຟຟ້າລາວດ້ວຍການຕ້ອງການໄລ່ລຽງການດໍາເນີນທຸລະກິດທີ່ດີຂຶ້ນ ແລະ ຫລຸດຜ່ອນຕົ້ນທຶນການຜະລິດໃຫ້ຕໍ່າລົງ, ແກ້ໄຂໜີ້ສິນທີ່ມີຢູ່ໃຫ້ຫລຸດລົງຢ່າງຕໍ່ເນື່ອງ, ປັບປຸງກົງຈັກການຂອງໄຟຟ້າລາວ ທັງຢູ່ສູນກາງ ແລະ ສາຂາໃນທົ່ວປະເທດໃຫ້ກະທັດຮັດ, ຄ່ອງຕົວ ແລະ ມີປະສິດທິພາບຫລາຍຂຶ້ນກ່ວາເກົ່າ ເພື່ອແນໃສ່ເຮັດໃຫ້ການໃຊ້ຈ່າຍດ້ານບໍລິຫານຫລຸດລົງ. ທ່ານ ສົມດີ ດວງດີ ເນັ້ນໜັກຕື່ມວ່າ: ນອກຈາກນີ້ ໃນເວລາທີ່ເກີດໄພພິບັດທາງທໍາມະຊາດ ເຊັ່ນ: ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໄຟຟ້າລາວຕ້ອງຍື່ນມືເຂົ້າໄປຊ່ວຍ ເຫລືອແກ້ໄຂຢ່າງທັນການ, ລວມເຖີງເຂົ້າໄປມີສ່ວນຮ່ວມເຂົ້າໃນການພັດທະນາຢູ່ທຸກທ້ອງຖິ່ນທົ່ວປະເທດໃຫ້ຫລາຍຂຶ້ນ ເພາະໄຟຟ້າແມ່ນພາກສ່ວນໜຶ່ງທີ່ປະກອບສ່ວນສໍາຄັນເຂົ້າໃນຂະແໜງອຸດສາຫະກໍາ ກໍ່ຄື ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໂຄງປະກອບເສດຖະກິດຂອງລາວ. ຂ່າວ: ມົດແດງນ້ອຍ

Read More »

ເຫັນແລ້ວເສົ້າໄປນໍາ!! ຄູອາສາສອນມາຫຼາຍປີແຕ່ບໍ່ໄດ້ຮັບຕົວເລກ ສຸດຕ້ອງຈໍາໃຈຖິ້ມອຸດົມການ ແລະ ລູກສິດທີ່ຮັກດັ່ງດວງໃຈ… (ມີຄຣິບ)

ອີກໜຶ່ງປະກົດການທີ່ເກີດຂື້ນກັບຄູອາສາທີ່ ມຕ.ຫ້ວຍເງິນ ເມືອງ.ຈຳປາສັກ , ແຂວງ.ຈຳປາສັກ ສອນມາຫຼາຍປີບໍ່ມີວີ່ແວວວ່າຊິໄດ້ລັດຖະກອນ ຈົນສຸດທ້າຍຈຳຕ້ອງຍອມວາງບິກ-ສໍ ເກັບໃບປະລິນຍາ (ປະລິນຍາຄົນຈົນ) ລົງໄວ້ລີ້ນຊັກກ້ອງໂຕ໊ະແລ້ວແກວ່ງກະແຈລົງນໍ້າຂອງ ອຳລາຈາກໜ້າທີ່ການງານດ້ວຍນໍ້າຕາ ທັງໆທີ່ມີອຸດົມການອັນສູງສົ່ງ ຮັກໃນອາຊີບ ມີຄວາມຜູກພັນກັບລູກສິດດັ່ງດວງໃຈ ອຸທິດຊີວິດເພື່ອໜ້າທີ່ຕະຫຼອດມາ ຫລືຍ້ອນເປັນພຽງລູກຊາວໄຮ່-ນາຜູ້ຍາກຈົນບໍ່ມີເງິນ-ບໍ່ມີເສັ້ນສາຍລາຍລ່ອງ ເຮັດໜ້າທີ່ເປັນແມ່ພິມຂອງຊາດມາຫຼາຍປີບອກວ່າບໍ່ມີໂກຕ້າ (ໂຕເລກລັດຖະກອນ) ແຕ່ຜູ້ທີ່ຈົບມາອ່ຽມໆໃໝ່ໆເກືອບວ່າບໍ່ໄດ້ສອນຈັກປີພັດມີຊື່ໃນໂຕເລກ”ມີໂກຕາໄດ້ເຂົາລັດຖະກອນ ຈຳເປັນຕອ້ງອຳລານັກຮຽນນັກສືກສາ ຊອກວຽກໃໝ່ເຮັດ… ຂໍ້ຄວາມ ແລະ VDO ດັ່ງກ່າວແມ່ນຖືກເຜີຍແຜ່ອອກມາທາງໂລກ Social ແລະ ຖືແຊໄປເປັນຈໍານວນຫຼວງຫຼາຍ ຍ້ອນເຂົ້າໃຈຫົວອົກຄວາມເປັນຄູອາສາ ທີ່ຮັກໃນອາຊີບດັ່ງດວງໃຈ ແຕ່ກໍຕ້ອງເອົາຊີວິດ ແລະ ຄອບຄົວຕົວເອງໃຫ້ຢູ່ລອດຄືກັນ!!! ແນວໃດ ຂວັນໃຈ ກໍຂໍເປັນກໍາລັງໃຈໃຫ້ຄູອາສາທຸກທ່ານ ທີ່ເຮັດວຽກດ້ວຍຄວາມມັກ-ຮັກ ດ້ວຍອຸດົມການເດີ້… VDO ດັ່ງກ່າວ…  ໂພສດັ່ງກ່າວ…

Read More »

ຈາກການສໍາຫຼວດດັດສະນີຄວາມອຶດຫິວ!! ພົບວ່າເດັກນ້ອຍໃນ ສປປ ລາວ ຕົກຢູ່ອັນດັບທີ 87 ຈາກຈຳນວນທັງໝົດ 117 ປະເທດ…

ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ປະຈໍາລາວ ໄດ້ລາຍງານເມື່ອບໍ່ດົນມານີ້ກ່ຽວກັບດັດຊະນີຄວາມອຶດຫິວໃນທົ່ວໂລກປະຈຳປີ 2019 ວ່າ: ສປປ ລາວ ຖືກຈັດຢູ່ໃນປະເພດທີ່ຮຸນແຮງເປັນອັນດັບທີ 87 ໃນຈຳ ນວນທັງໝົດ 117 ປະເທດ. ໄລຍະຜ່ານມາ ສປປ ລາວ ມີຄວາມຄືບໜ້າທີ່ດີໃນການຍົກລະດັບວຽກ ງານໂພຊະນາການ, ແຕ່ຍັງມີຫຼາຍວຽກ ງານທີ່ຕ້ອງໄດ້ມີການຈັດຕັ້ງປະຕິ ບັດ ແລະ ບັນລຸເປົ້າ ໝາຍ. ສະຖານະການແມ່ນກ່ຽວກັບໂພຊະນາການຂອງເດັກຍັງຈັດຢູ່ໃນລະດັບທີ່ບໍ່ໜ້າເພິ່ງພໍໃຈ, ເຊິ່ງໄລຍະ 1.000 ວັນທຳອິດຂອງເດັກ ນ້ອຍແມ່ນມີຄວາມສຳຄັນຕໍ່ການພັດທະນາສຸຂະ ພາບ ໂດຍສະເພາະການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຈົນຮອດອາຍຸ 6 ເດືອນ. ອົງການສະຫະປະຊາຊາດສໍາລັບເດັກ ລາຍງານຕື່ມວ່າ: ອີງຕາມການສໍາຫຼວດຕົວຊີ້ວັດດ້ານສັງຄົມຂອງ ສປປ ລາວ ເຫັນວ່າຫຼາຍກວ່າເຄິ່ງໜຶ່ງຂອງເດັກນ້ອຍອາຍຸຕໍ່າກວ່າ 6 ເດືອນບໍ່ໄດ້ຮັບການລ້ຽງດ້ວຍນົມແມ່ພຽງຢ່າງດຽວ ແລະ ຫຼາຍກວ່າສອງສ່ວນສາມຂອງເດັກອາຍຸຕໍ່າກວ່າສອງປີອັດ ຕາການຈະເລີນເຕີບໂຕແມ່ນຕໍ່າກວ່າມາດຕະຖານເນື່ອງຈາກການບໍ່ໄດ້ຮັບອາຫານທີ່ພຽງພໍ ລວມເຖິງຄຸນນະພາບ ແລະ ຄວາມຫຼາກຫຼາຍຂອງອາ ຫານ. ປັດຈຸບັນນີ້, …

Read More »

ເພງລາວທີ່ມາແຮງທີ່ສຸດຕອນນີ້!!! ຢາກເປັນລູກເຂີຍ ຂອງ You tuber ຄົນດັງ ປ່ອຍມາ 2 ອາທິດ ຍອດວິວທະລຸ 12 ລ້ານວິວ…

ຟັງເພງລາວ ສົ່ງເສີມຄົນລາວ… ໃຜໄດ້ຟັງແດ່ແລ້ວເພງ ຢາກເປັນລູກເຂີຍ ຈາກເນັດໄອດອລຊື່ດັງ: ບິກໃຫຍ່ ຫຼືທີ່ຮູ້ຈັກກັນໃນນາມ You tuber ຄົນດັງເຈົ້າຂອງຊ່ອງ ແບກຶ ຖ້າໃຜຍັງບໍ່ຟັງແອັດມີລິ້ງມາໃຫ້ຟັງພ້ອມ!! ຂໍບອກໄວ້ກ່ອນວ່າເພງເພິ່ນແມ່ນຫາກໍປ່ອຍມາໄດ້ 2 ອາທິດປາຍເທົ່ານັ້ນ ແຕ່ມີຍອດວິວເຖິງ 12 ລ້ານວິວແລ້ວ… ວ້າວໆໆໆ ຈະມ່ວນຂະໜາດໃດມາຟັງເບິ່ງເລີຍຈ່າ…  

Read More »

ໃຜຢູ່ຂ້າງໃຜ!! ບັນດາຄົນດັງຮ່ວມສະຫຼອງຄວາມສໍາຄັນຂອງ Barack Obama ທາງ Twitter ພ້ອມອວຍພອນວັນເກີດຂອງ Donald Trump…

ເຖີງວ່າໃນວັນທີ 14 ມີຖຸນາ ທີ່ຜ່ານມາຈະກົງກັບວັນເກີດຂອງປະທານາທິບໍດີ ໂດຮັລ ທຣັ້ມ ແຕ່ບັນດາຄົນດັງ ແລະ ຜູ້ຄົນຈໍານວນຫຼາຍທີ່ອາໃສຢູ່ໃນ ສ.ອາເມລິກາ ໄດ້ໂພສຂໍ້ຄວາມຜ່ານ Twitter ໂດຍໃຊ້ວັນດັ່ງກ່າວເພື່ອສະເຫຼີມສະຫຼອງຄວາມສໍາເລັດ ແລະ ຍົກຍ່ອງ ອະດີດປະທານາທິບໍດີ ບາຣັກ ໂອບາມ່າ ແທນໂດຍໃຊ້ແຮັດແທັກ #Obama Day June 14th, #Obama Appreciation Day, #Obama Day USA ແລະ #All Birthdays Matter ເປັນຕົ້ນ. ສໍາລັບ #ObamaAppreciationDay  ສາມາດຂຶ້ນອັນດັບ 1 ດ້ວຍຍອກ Twit ຫຼາຍກວ່າ 250,000 ครั้ง ສ່ວນ #HappyBirthdayDonaldTrump ຕິດຢູ່ທີ່ອັນດັບທີ 24. ສໍາລັບຄົນດັງທີ່ໄດ້ອອກມາສະຫຼອງໃຫ້ກັບ ທ່ານ ໂອບາມ່າ ມີທັງຜູ້ກໍາກັບ Ava DuVernay, Mariah …

Read More »