Breaking News

Home

ສາວລາວເຜີຍຄວາມໃນໃຈ!! ພາຍຫຼັງຮູ້ວ່າຕົນເອງຢູ່ໃກ້ຊິດຄົນທີ່ຕິດເຊື້ອ COVID-19 “ຈາກຄົນຮັກກາຍເປັນຄົນຊັງ ຈາກຄົນຊັງກາຍເປັນຄົນໃຫ້ກຳລັງໃຈ”

ເມື່ອວັນທີ 24 ມີນາ 2020 ທີ່ຜ່ານມາ ທາງການໄດ້ອອກຖະແຫຼງການວ່າ ປະເທດລາວເຮົາມີຈໍານວນຜູ້ຕິດເຊື້ອທໍາອິດ 2 ຄົນ ເຊິ່ງເປັນເພດຍິງ 1 ຄົນ ທີ່ເປັນໄກ້ທົວ ແລະ ເພດຊາຍອີກ 1 ຄົນ ເປັນພະນັກງານຢູ່ໂຮງແຮມ ຄຣາວພາຊາ…ເຊິ່ງປັດຈຸບັນທັງສອງ ກໍກຳລັງເຂົ້າຮັກສາຕົວຢູ່ທີ່ໂຮງໝໍ…  ເຊິ່ງເຮົາຮູ້ກັນຢູ່ແລ້ວວ່າ ພະຍາດລະບາດດັ່ງກ່າວຄົນທີ່ຢູ່ໃກ້ຕົວຂອງຜູ້ຕິດເຊື້ອແນ່ນອນວ່າມີໂອກາດສ່ຽງສູງຫຼາຍທີ່ຈະຕິດເຊື້ອ ແລະ ມີຄົນຈໍານວນໜື່ງທີ່ຜູ້ໃກ້ຊິດຜູ້ຕິດເຊື້ອໄດ້ກັກຕົວເອງໄວ້ເພື່ອຕິດຕາມອາການ.  ຫຼັງຈາກຄົນຢູ່ໃນສັງຄົມໄດ້ຮັບຮູ້ແຈ້ງການດັ່ງກ່າວແລ້ວ  ບາງກຸ່ມຄົນກໍພາກັນແຕກຕື່ນ ແລະ ມີບາງກຸ່ມທີ່ຍັງມີສະຕິ!  ສິ່ງທີ່ຕາມນັ້ນກໍຄືມຸມມອງຂອງສັງຄົມບາງກຸ່ມຄົນທີ່ພາກັນຕີຄວາມໝາຍຂອງຜູ້ຕິດເຊື້ອໄປຕ່າງໆນາໆ ມີທັງດ້ານດີ ແລະ ດ້ານລົບ ບາງກຸ່ມກໍເຂົ້າມາໃຫ້ກຳລັງໃຈຜ່ານ  Social ແລະ ຮ່ວມໃຈກັນປ້ອງກັນ-ຕ້ານພະຍາດລະບາດດັ່ງກ່າວ  ແຕ່ບາງກຸ່ມຄົນກໍເຂົ້າມາເວົ້າໄປໃນທາງລົບ, ລັງກຽດ… ໂດຍບໍ່ນຶກເຖິງຈິດໃຈຂອງຜູ້ຕິດເຊື້ອ ແລະ ກຸ່ມຜູ້ຕ້ອງສົງໄສວ່າພວກເຂົາເຫຼົ່ານັ້ນຮູ້ສຶກແນວໃດ? ແລະຫຼ້າສຸດກໍມີຜູ້ໃຊ້ເຟສບຸກຄົນໜື່ງ ທີ່ຢູ່ໃກ້ຊິດຜູ້ຕິດເຊື້ອ COVID-19 ທີ່ຜ່ານມາ  ໄດ້ມາໂພສໃຫ້ຂໍ້ຄິດຜ່ານເຟສບຸກສ່ວນຕົວວ່າ: “ຂໍຂອບໃຈ ໃນມື້ທີໄດ້ຍິນຂ່າວ ຂ້ອຍເປັນຄົນ 1 ທີ່ຢູ່ນໍາຜູ້ຕິດເຊື້ອຄືນວັນທີ …

Read More »

ສຸດຍອດໄປເລີຍ!! ໝໍແນ່ງ ຈັນດາລີ ສິດພະໄຊ ປິດຍອດບໍລິຈາກ (ຊື້ຜ້າປິດປາກໃຫ້ແພດໝໍລາວ) 16 ລ້ານກີບພາຍໃນມື້ດຽວ ສົມເປັນດາລາຊົງອິດທິພົນປີ 2019 ອີ່ຫຼີ…

ຫຼັງຈາກທີ່ທາງໝໍແນ່ງໄດ້ໂພດສລົງ Facebook ສ່ວນຕົວຂອງໂຕເອງກ່ຽວກັບການວາງແຜນທີ່ຈະຊື້ໜ້າກາກທາງການແພດຂອງແທ້ໃຫ້ແພດລາວທີ່ກໍາລັງເຮັດໜ້າທີ ຊ່ວຍເຫຼືອຄົນລາວທີ່ມີກໍລະນີສົງໄສຕິດເຊື້ອໂຄວິດເຊິ່ງໜ້າກາກແມ່ນມີຄວາມສໍາຄັນຫຼາຍໃນການປ້ອງກັນການຕິດເຊື້ອທີ່ທາງແພດຕ້ອງໄດ້ໃສ່ ຫຼື ຄົນປ່ວຍກໍ່ເຊັ່ນດຽວກັນເລີຍເຮັດໃຫ້ໝໍແນ່ງສ້າງໂຄງການຂໍຄວາມຊ່ວຍເຫຼືອຈາກແອັບ BCEL One ເຊິ່ງພາຍໃນມື້ດຽວຄົນບໍລິຈາກເຕັມຕາມຈໍານວນທີ່ຄາດການໄວ້ຄື 16,000,0000 ກີບ… ໃນນີ້ບວກກັບໝໍແນ່ງເປັນຄົນສັງຄົມແລະມັກເຮັດບຸນຢູ່ແລ້ວເລີຍມີໝູ່ຄູ່ແຟນຄຣັບໃຫ້ຄວາມຮ່ວມມືເປັນຈໍານວນຫຼວງຫຼາຍ ທາງທ໋ອກທູທີນເຮົາກໍ່ໄດ້ຮ່ວມບໍລິຈາກ ແລະ ກໍ່ໄດ້ໂພດສໃຫ້ Fanpage ຮູ້ແລະກໍ່ເຫັນບາງຄົນໂອນຊ່ວຍເຫຼືອສົມທົບທຶນທາງທ໋ອກທູທີນຢາກຂອບໃຈທາງໝໍແນ່ງທີ່ເຮັດໂຄງການດີໆແບບນີ້ຂຶ້ນມາ ແລະ ຂອບໃຈທຸກຄົນແທນແພດລາວທີ່ຊ່ວຍເຫຼືອກັນຢ່າງເຕັມທີເຮັດໃຫ້ເປົ້າໝາຍຮອດໄວກ່ອນທີ່ຄິດ. ຂອບໃຈຂໍ້ມູນຈາກ  TalkToTeen ໄວລຸ້ນລາວ

Read More »

ເທຣນໃໝ່ມາແຮງ! ຊຸດແຕ່ງດອງ 2020 ຍຸກ COVID-19 ລະບາດ ງາມໄດ້ເຖິງຈະໃ່ສ່ຜ້າປິດປາກ…

ໃນຊ່ວງທີ່  COVID-19 ຫຼື ໂຄໂຣນາໄວຣັສ ກຳລັງລະບາດໜັກສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນ, ກິດຈະກຳຕ່າງໆ ລວມເຖິງງານແຕ່ງດອງ ສັງສັນຕ່າງໆ ຈໍາເປັນຕ້ອງງົດໄປ… ແຕ່ສໍາຫຼັບຄູ່ຮັກທີ່ຫາມື້ຫາເລິກງາມຍາມດີກັນໄວ້ແລ້ວ ຈໍາເປັນຕ້ອງເຂົ້າປະຕູວິວາໃນຊ່ວງນີ້ເທົ່ານັ້ນ ກໍຕ້ອງຍອມຮັບວ່າສ່ຽງຫຼາຍ ເນື່ອງຈາກແຂກທີ່ມາຮ່ວມງານແຕ່ງມາຈາກຫຼາກຫຼາຍທີ່ ແຕ່ເມື່ອຫຼີ້ກລ່ຽງບໍ່ໄດ້ກໍຕ້ອງມີມາດຕະການປ້ອງກັນຢ່າງເຄັ່ງຄັດ ເຊໍັ່ນ ມີການກວດໄຂ້, ວາງເຈວລ່າງມືໄວ້ຕາມຈຸດຕ່າງໆ ແຈກຜ້າປິດປາກ ລວມເຖິງຄູ່ບ່າວສາວເອງກໍຕ້ອງໃ່ສ່ຜ້າປິດປາກ ສໍາຫຼັບເຈົ້າສາວຫຼາຍຄົນຄົງຈະຄິດຫຼາຍ ແລະ ເສຍດາຍບໍ່ໜ້ອຍຫາກຈໍາເປັນຕ້ອງໃສ່ຜ້າປິດປາກທີ່ປິດບັງໃບໜ້າງາມໆໃນມື້ສໍາຄັນຂອງຕົນເອງ ແຕ່ຢ່າຟ້າວຮູ້ສຶກເສຍໃຈໄປກ່ອນ ເພາະມື້ນີ້ ຂວັນໃຈ ໄດ້ນໍາເອົາ Idea ຊຸດແຕ່ງດອງພ້ອມຜ້າປິດປາກສຸດເກ໋ທີ່ບັນນານັກອອກແບບ ແລະ ແບຣນຊຸດແຕ່ງດອງຕ່າງໆທີ່ໄດ້ອອກແບບຂຶ້ນມາເພື່ອເຈົ້າສາວໃນຊ່ວງໂຄໂຣນ່າໄວຣັສກຳລັງລະບາດມາຝາກກັນ ບອກເລີຍວ່າທັງງາມ ແລະ ປ້ອງກັນຕົວເອງໄປໄດ້ໃນຕົວ ຖືວ່າເປັນ Trend ຊຸດແຕ່ງດອງ 2020 ທີ່ນ່າຈັບຕາເບິ່ງເລີຍທີດຽວ…ພະຍາດລະບາດ COVID-19  ກຳລັງລະບາດໜັກ ເຈົ້າສາວທີ່ຈະເຂົ້າພິທີແຕ່ງດອງໃນຊ່ວງນີ້ກໍຕ້ອງປັບຕົວ ໃຫ້ເຂົ້າກັບສະຖານະການກັນຈັກໜ້ອຍເນາະ! ໄປເບິ່ງນໍາກັນວ່າຊຸດແຕ່ງດອງທີ່ມາພ້ອມກັບຜ້າປິດປາກຂອງເຈົ້າສາວນັ້ນຈະເກ໋ໄກ໋ພຽງໃດ໋! ພາບຈາກ: Instagram samo_hagras ຊຸດແຕ່ງດອງເກ໋ໆ ຂອງແບຣນ Samo Hagras  ຈາກປະເທດອີຢິບ …

Read More »

ຕັ້ງສະຕິແລ້ວອ່ານໃຫ້ຈົບ!! ຜູ້ຕິດເຊື້ອ Covid-19 ເລົ່າເຖິງວິທີການປິ່ນປົວ ພ້ອມແນະນໍາ “ຢ່າແຕກຕື່ນຈົນສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ພຽງແຕ່ດູແລຕົວເອງ ເປັນໄດ້ກະເຊົາໄດ້”

ໃນຕອນບ່າຍຂອງວັນທີ 24 ມີນາ 2020 (ມື້ວານນີ້) ທາງກະຊວງສາທາລະນະສຸກ ໄດ້ອອກມາຖະແຫຼງຂ່າວຢ່າງເປັນທາງການແລ້ວວ່າ ພົບຜູ້ຕິດເຊື້ອ Covid-19 2 ຄົນທໍາອິດໃນ ສປປ.ລາວ ເຊິ່ງໄດ້ສ້າງຄວາມກັງວົນ ແລະ ແຕກຕື່ນໃຫ້ກັບປະຊາຊົນລາວເປັນຈໍານວນຫຼວງຫຼາຍ ເພາະບໍ່ຮູ້ວ່າຕ້ອງປ້ອງກັນຕົວເອງດີຂະໜາດໃດຈຶ່ງບໍ່ເປັນຜູ້ຕີດເຊື້ອ ແລ້ວຖ້າຕິດເຊື້ອຈະໝັ້ນໃຈໄດ້ແນວໃດວ່າ ສາມາດປິ່ນປົວໃຫ້ເຊົາໄດ້??? ມື້ນີ້ ຂວັນໃຈ ຈຶ່ງຢາກຂໍໃຫ້ທຸກຄົນຕັ້ງສະຕິ ແລະ ມາອ່ານເລື່ອງລາວທີ່ແອັດມິ້ນນໍາມາຝາກໃນມື້ນີ້… ເລື່ອງລາວເຜີຍແຜ່ຈາກຜູ້ໃຊ້ Facebook ຊື່ Tong Muaythai ໜຶ່ງໃນຜູ້ຕິດເຊື້ອ Covid-19 (ປະເທດໄທ) ທີ່ກໍາລັງເຂົາປິ່ນປົວຕົນເອງຢູ່ໂຮງໝໍ ໂດຍໂພສດັ່ງກ່າວໄດ້ລະບຸວ່າ “ໃຜທີ່ກໍາລັງຕິດເຊື້ອ ໂຄວິດ ຂ້ອຍມີຄໍາແນະນໍາ” ສໍາຫຼວດຕົວເອງວ່າມີຄວາມສ່ຽງບໍ່ ໝາຍເຖິງຄົນທີ່ຢູ່ໃກ້ຊິດຕ້ອງຕິດເຊື້ອແລ້ວຈຶ່ງເອີ້ນວ່າຄວາມສ່ຽງແທ້ ຍໍ້າວ່າໃກ້ຊິດແທ້ໆ ປະເພດທີ່ວ່າຫາຍໃຈໃສ່ໜ້າກັນ, ກິນເຂົ້າຈານດຽວກັນ, ກິນນໍ້າຈອກດຽວກັນ, ກອດ, ຈູບກັນ… ສ່ວນການສໍາພັດແບບວ່າ ເຄີຍຍ່າງກາຍກັນ, ຢືນລົມກັນ, ກິນເຂົ້າຄົນລະຈານ, ນໍ້າຄົນລະຈອກ, ເຕະບານ, ແລ່ນຫຼິ້ນ, ໄປຫຼິ້ນກິລາ ບໍ່ໄດ້ສໍາພັດຮ່າງກາຍກັນ ແບບນີ້ບໍ່ນັບ. …

Read More »

 ຊົມເຊີຍ! ຕົວແທນນັກກິລາລາວ “ມຸທິຕາ ພົມ​ມະ​ຫານ” ອາຍຸ​ພຽງ 13 ປີ ຄວ້າແຊັມການແຂ່ງຂັນຂີ່ມ້າ ທີ່ປະເທດໄທ…

ວົງການກິລາຢູ່ບ້ານເຮົາໃນປັດຈຸບັນມີຫລາຍປະເພດທີ່ໄດ້ມີໂອກາດກ້າວເຂົ້າສູ່ການແຂ່ງຂັນລະດັບພາກພື້ນ ແລະ ສາກົນ  ເຊິ່ງຫຼ້າສຸດມີອີກໜື່ງປະເພດກິລາທີ່ໄດ້ມີໂອກາດສົ່ງຕົວແທນນັກກິລາລາວໄປແຂ່ງຂັນຢູ່ປະເທດເພື່ອນບ້ານ ທີ່ຈັດ​ຂຶ້ນ​​ໃນຕົ້ນ​ເດືອນ​ມີນາ ຢູ່​ແຂວງ​ຣະ​ຢອງ ປະເທດ​ໄທປະເທດໄທ ນັ້ນກໍຄື ການແຂ່ງຂັນຂີ້ມ້າ… ນັກກິລາທີ່ເປັນຕົວແທນໄປແຂ່ງຂັນກິລາໃນຄັ້ງນີ້ແມ່ນ ນາງມຸທິຕາ ພົມ​ມະ​ຫານ ສາວ​ນ້ອຍ​ອາຍຸ​ພຽງ 13 ປີ ຕາງໜ້າ​ຈາກ ສປປ ລາວ ທີ່ໄດ້ສ້າງ​ປະຫວັດສາດ ໃນ​ວົງ​ການ​ກິລາ​ຂີ່​ມ້າ​ລາວ ໂດຍສາມາດ​ຍາດ​ໄດ້​ແຊັມ​ການ​ແຂ່ງຂັນ​ຂີ່​ມ້າ​ຂ້າມ​ສິ່ງ​ກີດຂວາງ ຫຼື ລາຍການ “PONY THAILAND CHAMPION SHIP 2020” ໃນ​ຮຸ່ນ​ອາຍຸ 20 ປີ  ເຂົ້າ​ຮ່ວມ ຈາກນັກກິລາທັງໝົດຈໍານວນ 50 ຄົນ ໃນຂອບເຂດທົ່ວປະເທດໄທ. Posted by Phansit Hotrawaisaya on Friday, March 6, 2020 ຂວັນໃຈ ຂໍຊົມເຊີຍ ແລະ ສະແດງຄວາມຍິນດີນໍາສາວນ້ອຍຄົນເກັ່ງຄົນນີ້ ມຸທິຕາ …

Read More »