Breaking News

Home

ໄຮໂຊສາວ ເມເມ ສະຫວັນ Share ປະສົບການຕົວຈິງ ໃກ້ຊິດກໍລະນີຄົນຕິດເຊື້ອ COVID-19 …

ປັດຈຸບັນ ໃນ ສປປ ລາວ ເຮົາມີຍອດຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈໍານວນ 6 ຄົນແລ້ວ ເຊິ່ງຈໍານວນຜູ້ຕິດເຊື້ອດັ່ງກ່າວແມ່ນໄດ້ຮັບການຮັກສາຕົວຢູ່ໂຮງໝໍ…  ເມື່ອລາວເຮົາເລີ່ມມີຜູ້ຕິດເຊື້ອສິ່ງທີ່ນ່າເປັນຫ່ວງໄປກວ່ານັ້ນກໍຄືຄົນທີ່ຢູ່ໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະເວລາ 14 ວັນ  ທີ່ມີຄວາມສ່ຽງ  ຄົນທີ່ຢູ່ໃກ້ຕົວກໍບໍ່ໄດ້ຖືເບົາ ຮີບພາກັນກັກຕົວເອງ ແລະ ບາງກຸ່ມກໍໄດ້ເຂົ້າໄປກວດຜົນຢູ່ໂຮງໝໍ… ເຊິ່ງມື້ນີ້ຂວັນໃຈມີກໍລະນີຕົວຢ່າງອີກໜື່ງທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອCOVID-19 ມາໃຫ້ທຸກຄົນເບິ່ງນັ້ນກໍຄື  ສາວ ເມເມ ສະຫວັນ ໄຮໂຊຊື່ດັງ ຈາກແຂວງສະຫວັນນະເຂດ ທີ່ໄດ້ມາ Live ເລົ່າເຖິງປະສົບການຕົວເອງຜ່ານເຟສບຸກສ່ວນຕົວ ທີ່ໄດ້ໃກ້ຊິດກັບກໍລະນີຜູ້ຕິດເຊຶ້ອໂຄວິດ  ເຊິ່ງໄດ້ເຜີຍວ່າ ຜູ້ຕິດເຊື້ອທີ່ຊື່ ທ້າວ ເຈມບອນ ກໍລະນີທີ 3 ໄດ້ໄປເມືອງນອກກັບຕົນເອງມາ ແລະ ຮູ້ຈັກກັບ ທ້າວ ສິລິສັກ ເຊິ່ງເປັນພະນັກງານໂຮງແຮມ ຄຣາວພາຊາ ກໍລະນີທີ 2 … ລາຍລະອຽດຕາມຄລິບວີດີໂອ 1-2 ດ້ານລຸ່ມ… ຂ້າພະເຈົ້າສິມາເລົ່າປະສົບການຈີງເພາະໂຄວິດ covid-19 ມັນໃກ້ໂຕທຸກຄົນແທ້ໆ ແລະ …

Read More »

ຊື້ງໃຈ! ສສ ​ຫວຽດນາມ ຈະຊ່ວຍອຸປະກອນ​ການ​ແພດ​​ ສປປ ລາວ ​ ແລະ ສົ່ງຜູ້ຊ່ຽວຊານທາງສາທາລະນະສຸກ ເຂົ້າຊ່ວຍສະກັດກັ້ນການແຜ່ລະບາດໂຄວິດ-19…

ປັດຈຸບັນການແຜ່ລະບາດຂອງພະຍາດ COVID-19 ນັບມື້ນັບຮຸນແຮງຂຶ້ນທຸກມື້ ເຮັດໃຫ້ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນທຸກມື້ ເຊິ່ງເກືອບທຸກປະເທດທົ່ວທຸກມຸມໂລກໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ໜື່ງໃນນັ້ນກໍຄືປະເທດລາວເຮົາ ໃນ ວັນທີ 26 ມີນາ 2020 ສປປລາວ ເຮົາພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈຳນວນທັງໝົດ  6  ຄົນແລ້ວ ຂະນະນີ້ລັດຖະບານກໍໄດ້ອອກຫຼາຍມາດຕະການເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດລະບາດໃນຄັ້ງນີ້. ຫຼ້າສຸດອີງຕາມການລາຍງານຂອງ VOV5 ຂອງຫວຽດນາມໃຫ້ຮູ້ວ່າ: ຕອນບ່າຍວັນທີ 26 ມີນາຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ ສົມເດັດ ຮຸນເຊັນ ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນການຮັບມືກັບໂລກລະບາດ ໂຄວິດ – 19. ໃນການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກເຖິງການສົມທົບ ແລະ ໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງບັນດາປະເທດໃນສະພາບເກີດພະຍາດລະບາດໂຄວິດ – …

Read More »

ຊົມເຊີຍ! 3 ໜຸ່ມສຸດຫລໍ່ ອຸງ ອາ​ນົນ  ແລະ ລ໊ອກ​ກີ້ ມອບຜ້າອັດປາກ 114 ກ່ອງ ໃຫ້ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ ຕ້ານ COVID-19…

ຕໍ່ເນື່ອງກັບພະຍາດລະບາດໂຄວິດ -19 ທີ່ປັດຈຸບັນເກືອບທຸກພື້ນທີ່ທົ່ວໂລກນັບມື້ມີຄົນຕິດເຊື້ອເພີ່ມຂຶ້ນເລື້ອຍໆ ແລະ ສປປ ລາວ ເຮົາກໍເຊັ່ນດຽວກັນ ມາຮອດຕອນນີ້ມີ ຄົນຈໍານວນຜູ້ຕິດເຊື້ອທັງໝົດເປັນ 6 ຄົນແລ້ວ ແນ່ນອນວ່າທຸກພາກສ່ວນຢູ່ໃນສັງຄົມກໍບໍ່ໄດ້ລະເລີຍ  ແລະ ພາກັນສຸມໃສ່ປະຕິບັດຕາມຄໍາແນະນໍາທີ່ຂັ້ນເທິງວາງອອກ… ເຊິ່ງຍັງມີອີກພາກສ່ວນໜື່ງທີ່ໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ເກືອບຕະຫຼອດ 24 ຊົ່ວໂມງນັ້ນກໍຄືທ່ານໝໍ ທີ່ໄດ້ເຮັດວຽກຢ່າງໜັກ ເຊິ່ງໃນສະຖານະການວິກິດແບບນີ້ ຍັງມີຄົນຈໍານວນໜື່ງທີ່ປຸກລະດົມນໍ້າໃຈກັນຊ່ວຍເຫຼືອສັງຄົມເຮົາບໍ່ວ່າຈະເປັນປັດໄຈດ້ານຕ່າງໆ…  ທີ່ຜ່ານມາຄົນດັງລາວເຮົາກໍມີຫຼາຍຄົນທີ່ໄດ້ລະດົມທຶນເພື່ອເອົາໄປຊື້ອຸປະກອນປ້ອງກັນພະຍາດດັ່ງກ່າວໄປຊ່ວຍເຫຼືອໂຮງໝໍຕ່າງໆ ຫຼ້າສຸດໃນວັນທີ່ 26 ມີນາ 2020 ໜໍແນ່ງ ກໍໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: ດາຣາໄປໂຮງຫມໍ ຄົນເຈັບຊິເຊົາໄຂ້ໄວແລ້ວແບບນິ? ນ້ອງຊາຍຕາງຫນ້າແນ່ງ ແລະ ທຸກຄົນທີ່ມີສ່ວນຮ່ວມໃນການບໍລິຈາກ ( ບັນຊີສ່ວນຕົວ ) 18.200.000 ກີບ ມອບ mask 114 ກ່ອງ ໃຫ້ສອງໂຮງຫມໍ ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ ຖ້າໄດ້ ONE …

Read More »

ອ່ານ ແລະ ແຊຣ໌ໃຫ້ຄົນທີ່ເຮົາຮັກ!! ຄູ່ມືປ້ອງກັນ ພະຍາດໂຄວິດ-19 ຈາກຄະນະກໍາມະການສາທາລະນະສຸກ ແຂວງຢຸນນານ (ສະບັບພາສາລາວ)

ຖືວ່າເປັນຄວາມຮູ້ທີ່ດີຫຼາຍ ສໍາລັບຄູ່ມືປ້ອງກັນ ພະຍາດໂຄວິດ-19 ຈາກແຂວງ ຢຸນນານ ປະເທດຈີນ ທີ່ໄດ້ຖືກສົ່ງຕໍ່ມາຍັງ ສປປ ລາວ ພ້ອມທັງແປເປັນພາສາລາວໃຫ້ຄົນລາວໄດ້ອ່ານ ແລະ ປ້ອງກັນຕົວເອງຈາກພະຍາດດັ່ງກ່າວໄດ້… ຂວັນໃຈ ກໍຂໍເປັນສ່ວນໜຶ່ງໃນການສົ່ງຕໍ່ຄວາມຮູ້ດີໆນີ້ ໄປຍັງແຟນເພຈຂວັນໃຈເອງ ທີ່ມີທັງຄົນລາວ ແລະ ຕ່າງປະເທດ ຫວັງຢ່າງຍິ່ງທີ່ວ່າບົດດ້ານລຸ່ມນີ້ຈະເປັນປະໂຫຍດແກ່ຜູ້ອ່ານໝົດທຸກຄົນ!!! ຂອບໃຈຂໍ້ມູນຈາກ: Nalonglith Norasing

Read More »

ອັບເດດຕົວເລກຫຼ້າສຸດ! ສປປ ລາວ ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ… (ມື້ນີ້ ວັນທີ 26 ມີນາ ເພີ່ມຂຶ້ນອີກ 3 ຄົນ)

ຈາກສະຖານະການລະບາດຂອງພະຍາດ Covid-19 ທີ່ຜ່ານມາ ປະເທດລາວເຮົາຍັງຄົງມີຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດໃນຕອນບ່າຍຂອງວັນທີ 26 ມີນາ 2020 ຖະແຫຼງການຈາກ ກະຊວງສາທາລະນະສຸກ  ສ ປປ ລາວເຮົາມີຜູ້ຕິດເຊື້ອເພີ່ມຂຶ້ນ ອີກ 3 ກໍລະນີ ປັດຈຸບັນລວມມີ 6 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວ… ຈາກການກວດວິເຄາະ ຫາເຊື້ອ 33 ກໍລະນີ ແລະ ພົບວ່າຕິດເຊື້ອ 3 ກໍລະນີ : 2 ກໍລະນີ ແມ່ນມາຈາກ ແຂວງຫຼວງພະບາງ ແລະ ສໍາພັດໃຫກ້ຊິດ ກັບ ກໍລະນີຜູ້ນໍາທ່ຽວ ກໍລະນີທີ 1 ເພດຊາຍ ອາຍຸ 42 ປີ ຢູ່ບ້ານ ປ່ອງຄໍາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນຄົນຂັບລົດໃຫ້ແກ່ ກຸ່ມທົວ ກໍລະນີທີ  2 …

Read More »