COVID_19 ຄຸກຄາມຄົນທົ່ວໂລກ… ຫຼ້າສຸດ ອົງການອະນາໄມໂລກໄດ້ລະບຸວ່າ ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຍັງສືບຕໍ່ແຜ່ລະບາດໄປທົ່ວໂລກຢ່າງວ່ອງໄວ ໂດຍຜູ້ປ່ວຍສະສົມຈະກາຍ 1 ລ້ານຄົນ ແລະ ເສຍຊີວິດທົ່ວໂລກຫຼາຍກວ່າ 50.000 ຄົນ ເຊິ່ງອີກບໍ່ດົນ ດ້ານໜ່ວຍງານນິວເຄຣຍຂອງຢູເອັນຊ່ວຍເລັ່ງຜະລິດອຸປະກອນກວດເຊື້ອໄວຣັສແບບເຫັນຜົນໄວເພື່ອສົ່ງໃຫ້ຫຼາຍປະເທດລວມທັງປະເທດລາວ… ຫຼ້າສຸດວັນທີ 2 ເມສາ 2020 ສຳນັກຂ່າວຕ່າງປະເທດລາຍງານຈາກເຈນີວາ ປະເທດສະວິດເຊີແລນວ່າ: ທ່ານ ດຣ. ເທດຣອສ ແອດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖະແຫຼງເມື່ອວັນທີ 1 ເມສາ 2020 ທີ່ຜ່ານມາ ກ່ຽວກັບສະຖານະການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ວ່າມີການແຜ່ລະບາດໃນ 203 ປະເທດ ແລະ ເຂດແດນ ນັບຕັ້ງແຕ່ມີການຢືນຢັນຜູ້ປ່ວຍຄົນທຳອິດໃນປະເທດຈີນ ເມື່ອເດືອນທັນວາ ປີ 2019. ປັດຈຸບັນມີຜູ້ເສຍຊີວິດສະສົມຫຼາຍປະເທດທົ່ວໂລກເກືອບ 47.000 ຄົນ ແລະ ຜູ້ປ່ວຍສະສົມຫຼາຍກວ່າ …
Read More »Home
ປະຊາຊົນທັງໂລກເລີ່ມມີຄວາມຫວັງ!! ນັກວິທະຍາສາດຈີນ ຄົ້ນພົບ Anti Body ປ້ອງກັນໂຄວິດ-19 ບໍ່ໃຫ້ເຂົ້າສູ່ເຊວ ແລະອະນາຄົດອາດຈະພັດທະນາເປັນຢາຮັກສາໄດ້…
ຍັງຄົງເປັນເລື່ອງທີ່ໜ້າກັງວົນຫຼາຍສໍາລັບ ການແຜ່ລະບາດຂອງເຊື້ອໄວຣັສ Covid-19 ທີ່ກໍາລັງແຜ່ລະບາດໄປທົ່ວໂລກ ແລະ ທີ່ໜັກທີ່ສຸດຕອນນີ້ກໍແມ່ນບັນດາປະເທດ ເອີຣົບ ແລະ ອາເມຣິກາ… ເຊິ່ງຫຼ້າສຸດ ສ.ອາເມຣິກາ ແມ່ນມີຜູ້ຕິດເຊື້ອເພີ່ມຂຶ້ນທຸກມື້ ແລະ ທະລຸ 2 ແສນກວ່າຄົນແລ້ວ; ເມື່ອວັນທີ 1 ເມສາ 2020 (ມື້ວານນີ້) ສຳນັກຂ່າວຕ່າງປະເທດລາຍງານວ່າ ທີມນັກວິທະຍາສາດຈີນ ຄົ້່ນພົບແອນຕິບໍດີ້ທີ່ມີປະສິດທິພາບໃນການຂວາງກັ້ນບໍ່ໃຫ້ເຊື້ອໂຄວິດ-19 ເຂົ້າສູ່ເຊລ ຊື່ງໃນອານາຄົດອາດພັດທະນາເປັນຢາຮັກສາໂຄວິດ-19 ໄດ້. ສຳນັກຂ່າວ Reuters ລາຍງານວ່າ ເມື່ອເດືອນມັງກອນທີ່ຜ່ານມາ ທ່ານຈາງຫລິນຊີຈາກມະຫາວິທະຍາໄລຊິງຫົວໃນນະຄອນປັກກິ່ງຂອງຈີນຮ່ວມກັບນັກວິໄຈຈາກໂຮງຫມໍປະຊາຊົນແຫ່ງທີ່ 3 ໃນເມືອງເຊິນເຈີ້ນ ເລີ່ມວິເຄາະແອນຕິບໍດີ້ທີ່ສະກັດຈາກເລືອດຂອງຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວດີຈາກການຕິດເຊື້ອໂຄວິດ-19 ແລ້ວ ແລະພົບສານພູມຕ້ານທານທີ່ສາມາດເກາະຕິດໂປຣຕີນຂອງເຊື້ອໄວຣັດໄດ້ ຈາກນັ້ນທີມງານຈິງທົດລອງຕໍ່ໄປວ່າສານພູມຕ້ານທານເຫຼົ່ານັ້ນສາມາດປ້ອງກັນບໍ່ໃຫ້ເຊື້ອໄວຣັດເຂົ້າສູ່ເຊລຂອງມະນຸດຫລືບໍ່ ໃນຂັ້ນຕອນນີ້ພົບວ່າໃນຈຳນວນແອນຕິບໍດີ້ທີ່ນຳມາທົດສອບ 20 ໂຕມີ 4 ໂຕທີ່ປ້ອງກັນບໍ່ໃຫ້ເຊື້ອໄວຣັດເຂົ້າສູ່ເຊລໄດ້ ແລະໃນຈຳນວນ 4 ໂຕນີ້ມີ 2 ໂຕທີ່ມີປະສິດທິພາບດີຫລາຍ ຂະນະນີ້ທາງທີມວິໄຈຢູ່ໃນຂັ້ນຕອນຂອງການຫາແອນຕິບໍດີ້ທີ່ມີປະສິດທິພາບຫລາຍທີ່ສຸດ ເພື່ອນຳມາລວມກຳລັງກັນບັນເທົາຄວາມສ່ຽງທີ່ເຊື້ອໂຄວິດ-19 …
Read More »ສະຖານະການເກີນຄວບຄຸມ!!! ຈໍານວນຜູ້ຕິດເຊື້ອ ໂຄວິດ-19 ຢູ່ ສ.ອາເມລິກາ ທະລຸ 2 ແສນກວ່າຄົນແລ້ວ…. “ປະເທດລາວຄວນເບິ່ງເປັນບົດຮຽນ”
ແຜ່ລະບາດຢ່າງຕໍ່ເນື່ອງກັບພະຍາດໂຄວິດ-19 ທີ່ກຳລັງແຜ່ລາມໄປທົ່ວທຸກພື້ນທີ່ໃນໂລກ ໂດຍສະເພາະຢູ່ໃນສະຫະລັດອາເມລິກາທີ່ແຜ່ລະບາດໜັກມີຜູ້ຕິດເຊື້ອໂຄວິດເກີນ 200,000 ຄົນ ຍອດທັງໝົດທົ່ວໂລກທະລຸ 900,000 ຄົນ ແລະ ປັດຈຸບັນຍອດສະສົມຂອງຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກມີຈຳນວນຫຼາຍກວ່າ 900,000 ຄົນແລ້ວ ໂດຍຫຼາຍກວ່າ 200,000 ຄົນໃນຈຳນວນນີ້ຢູ່ໃນສະຫະລັດພຽງປະເທດດຽວ. ຂໍ້ມູນຈາກ ສູນຂໍ້ມູນໄວຣັສໂຄວິດ-19 ຂອງມະຫາວິທະຍາໄລ ຈອດສ ຮອບກິນສ ລະບຸວ່າ ຈຳນວນຜູ້ຕິດເຊື້ອໂຄວິດ-19 ລ່າສຸດແມ່ນຢູ່ທີ່ 921,924 ຄົນແລ້ວໃນ ເວລາ 02:45 ໃນມື້ວັນພະຫັດ 2 ມີນາ 2020 ຖືຮັກສາຫາຍແລ້ວ 192,964 ຄົນ ຂະນະທີ່ຈຳນວນຜູ້ເສຍຊີວິດຢູ່ທີ່ 46,252 7 ຄົນ ແລະ ມີແນວໂນ້ມຈະເພີ່ມສູງຂຶ້ນເລື້ອຍໆ ຈາກສະຖິຕິດັ່ງກ່າວເຮັດໃຫ້ ດຣ.ເທດຣອດ ອາດານອົມ ເກເບນເຢຊຸດ ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກອອກມາສະແດງຄວາມກັງວົນກ່ຽວກັບເລື່ອງການແຜ່ລະບາດຂອງໂຄວິດ-19 ທົ່ວໂລກ ແລະ ຄວາມໄວຂອງຕົວເລກທີ່ກຳລັງເພີ່ມຂຶ້ນ ໂດຍໄດ້ເຕືອນວ່າ …
Read More »ໂຈໂຈ້ ມີຣາໂຄຣ ຝາກເຕືອນ!! ການປ້ອງກັນພະຍາດໂຄວິດ–19 ແມ່ນຕ້ອງເລີ່ມຈາກຕົວເອງ… ເພາະເລື່ອງສຸຂະພາບເປັນສິ່ງທີ່ທຸກຄົນຕ້ອງໃຫ້ຄວາມສໍາຄັນ
ເລື່ອງສຸຂະພາບເປັນສິ່ງທີ່ທຸກຄົນຕ້ອງໃຫ້ຄວາມສໍາຄັນ ຍິ່ງເປັນໄລຍະທີ່ຕ້ອງສູ້ກັບພະຍາດໂຄວິດ – 19 ກໍຕ້ອງເພີ່ມການເບິ່ງແຍງສຸຂະພາບໃຫ້ແຂງແຮງ ພ້ອມທັງປະຕິບັດຕາມກະຊວງສາທາລະນະສຸກ ເພິ່ນແນະນຳເພື່ອປ້ອງກັນຕົວເອງ ແລະ ຄົນອື່ນ… ມື້ນີ້ຂວັນໃຈຈະພາໄປຕິດຕາມ ຄໍາຄິດເຫັນຂອງນັກຮ້ອງໜຸ່ມສຸດຮ໋ອດ ໂຈໂຈ້ miracle… ໂຈໂຈ້ ນັກຮ້ອງຄົນດັງລາວ ແລະ ຜູ້ກຳກັບ ໄດ້ໃຫ້ສໍາພາດວ່າ: ສຳລັບຕົນເອງພະຍາດໂຄວິດ – 19 ຖືວ່າເປັນພະຍາດໃໝ່ ແລະ ການແຜ່ລະບາດແມ່ນວ່ອງໄວກວ່າທີ່ເຮົາຄິດ, ຖ້າຈະໃຫ້ເວົ້າເຖິງການປ້ອງກັນຈາກພະຍາດຊະນິດນີ້ຄິດວ່າເຮົາຄວນເລີ່ມຈາກຕົວເຮົາເອງໃນການຮັກສາຄວາມສະອາດ, ໝັ່ນລ້າງມື ຫຼື ຂ້າເຊື້ອດ້ວຍແອລກໍຮໍ ແລະ ສິ່ງສຳຄັນໃນສະຖານະການສຸ່ມສ່ຽງແບບນີ້ທຸກຄົນຄວນຫຼີກລຽງການພົບປະຜູ້ຄົນຢູ່ໃນສະຖານທີ່ຊຸມຊົນ ຫຼື ມີຈຳນວນຄົນຫຼາຍໆ ເພາະພະຍາດນີ້ມັນສາມາດແຜ່ເຊື້ອຜ່ານການໄອ, ການຈາມ ແລະ ການສຳຜັດຂອງຄົນຕໍ່ຄົນໄດ້. ນອກຈາກການປ້ອງກັນຕົນເອງແລ້ວໃນຖານະທີ່ຕົນເອງເປັນປະຊາຊົນຄົນໜຶ່ງ ແລະ ຕອນນີ້ຂ່າວຂອງພະຍາດກໍລະບາດໃນຫຼາຍປະເທດ. ສະນັ້ນ, ກໍບໍ່ຢາກໃຫ້ທຸກຄົນຖືເບົາ, ເສບຂ່າວຢ່າງມີສະຕິ ແລະ ຕ້ອງເລີ່ມຈາກຕົວເຮົາເອງທີ່ຕ້ອງລະມັດລະວັງໃຫ້ຫຼາຍຂຶ້ນ. ຕົນເອງກໍບໍ່ຮູ້ລາຍລະອຽດຢ່າງຈະແຈ້ງແຕ່ສິ່ງທີ່ເຮົາເຮັດໄດ້ເພື່ອຫຼີກລຽງພະຍາດນີ້ເຮົາສາມາດຫາຂໍ້ມູນໃນອິນເຕີເນັດທີ່ໜ້າເຊື່ອຖື ເພື່ອກວດເບິ່ງວິທີປ້ອງກັນ ແລະ ວິທີເບິ່ງແຍງຮ່າງກາຍ ລວມທັງການເບິ່ງແຍງສຸຂະພາບ, ພະຍາຍາມບໍ່ອອກໄປໃນສະຖານທີ່ແອອັດ …
Read More »ດ່ວນ! ອັບເດດຈໍານວນຜູ້ຕິດເຊື້ອ COVID-19 ໃນວັນທີ 31 ມີນາ 2020…
ອັບເດດ! ຈໍານວນຜູ້ຕິດເຊື້ອ ຢູ່ໃນ ສ ປປ ລາວ ຫຼ້າສຸດວັນທີ 31 ມີນາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ,ຜູ້ປະຈໍາການຄະນະສະເພາະກິດຖະແຫຼງວ່າ ບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນໃນວັນທີ 31 ມີນາ 2020 ສະພາບການ COVID-19 ໃນທົ່ວໂລກ ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 30 ມີນາ 2020, ທົ່ວໂລກມີລາຍງານກໍລະນີ ທັງໝົດ 201 ປະເທດ. ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 720,692 ກໍລະນີ (ເພີ່ມຂື້ນ 57,565 ກໍລະນີ, …
Read More »