Breaking News

Home

ເຄີຍສົງໃສບໍວ່າ! ຫຼັງຈາກ ກິນເຂົ້າສວາຍແລ້ວ ຮູ້ສຶກຢາກນອນປະຈຳ ເປັນຍ້ອນຫຍັງ….?

ເຄີຍສົງໃສບໍວ່າ ກິນເຂົ້າສວາຍແລ້ວຍາມໃດຮູ້ສຶກງ່ວງ ຢາກລົ້ມນອນທຸກໆເທື່ອ ເຊິ່ງອາການດັ່ງກ່າວທາງການແພດເອີ້ນວ່າ Food Coma  ເກີດຈາກການທີ່ຮ່າງກາຍເຮົາເກີດການກະຕຸ້ນ ເມື່ອເຮົາກິນອາຫານຫຼາຍຈົນເກີນໄປ ໂດຍສະເພາະການກິນອາຫານປະເພດຄາໂບໄຮເດສຈຳພວກແປ້ງ ແລະ ນໍ້າຕານ ເຊັ່ນ ເຂົ້າ ເຂົ້າໜົມປັງ ຊຶ່ງຮ່າງກາຍສາມາດດູດຊຶມໄດ້ຢ່າງໄວວາ ດັ່ງນັ້ນ! ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງ ຫຼືຢາກນອນໄດ້ງ່າຍ… ເມື່ອຮ່າງກາຍຍ່ອຍອາຫານທີ່ເຮົາກິນເຂົ້າໄປໂດຍການປ່ຽນໃຫ້ເປັນນໍ້າຕານ ເຮັດໃຫ້ປະລິມານໃນຮ່າງກາຍສູງຂຶ້ນ ຈາກນັ້ນຮ່າງກາຍຈະຫຼັ່ງສານ ອິນຊູລີນ ເພື່ອເຮັດໜ້າທີ່ຄວບຄຸມນໍ້າຕານ ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ ເພື່ອເປັນການຊ່ວຍຫຼຸດລະດັບນໍ້າຕານໃຫ້ກັບມາເປັນປົກກະຕິ ຈາກນັ້ນຮ່າງກາຍຈະຫຼັງສານເຊໂລໂທນິນເຊິ່ງເປັນສານແຫ່ງຄວາມສະຫງົບ ທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ ນອນຫຼັບສະບາຍ ແລະ ຄວບຄຸມວົງຈອນການນອນຫຼັບ ແລ້ວສານເຊໂລໂທນິນຈະຖືກສົ່ງຕໍ່ໄປທີ່ຕ່ອມບໍລິເວນສ່ວນກາງຂອງສະໝອງໃຫ້ຫຼັງສານເມລາໂທນິນອອກມາສູ່ກະແສເລືອດຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງນອນນັ້ນເອງ ເປັນແນວໃດແດ່ ເມື່ອຮູ້ສາເຫດຂອງອາການຢາກນອນໃນຊ່ວງບ່າຍໆ ຫຼັງຈາກກິນເຂົ້າສວາຍແລ້ວ ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບນີ້ ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ  ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ  ກິນແລ້ວຈະຮູ້ສຶດສົດຊື່ນ ເພີ່ມພະລັງໃນຊ່ວງບ່າຍ ແຖມກິນແລ້ວຍັງຊ່ວຍເຮັດໃຫ້ສຸຂະພາບດີອີກດ້ວຍ.         ທີ່ມາ Health Mthai Team  

Read More »

ໂອ່ຍຍຍ ເຫັນລະອິດສາຕາຮ້ອນ!! After Valentine… ມາເບິ່ງຄົນບັນເທີງລາວເຂົາໃຫ້ຫຍັງກັນເປັນຂອງຂວັນ ແລະ ແມ່ນໃຜໄດ້ຫຍັງແດ່???

Valentine ຜ່ານໄປ ແຕ່ຄວາມຮັກຍັງຄົງຢູ່ ໂດຍສະເພາະໜຸ່ມສາວຄົນບັນເທີງລາວທີ່ບໍ່ສະເພາະແຕ່ມື້ວັນທີ 14 ກຸມພາເທົ່ານັ້ນ ແຕ່ບາງຄົນກໍຍັງເຫັນໂພສວ່າຫາກໍໄດ້ຮັບຂອງຂວັນຍ້ອນຫຼັງ… ແຕ່ເຖິງຈະໄດ້ຊ້າ ຫຼືໄວ ສິ່ງຂອງທີ່ໄດ້ນັ້ນເຫັນແລ້ວຕ້ອງອິດສາຕາຮ້ອນຢ່າງແນ່ນອນ ບໍ່ວ່າຈະເປັນດອກໄມ້ຊໍ່ໃຫຍ່, ຊໍ່ເຄື່ອງສໍາອາງ, ຊໍ່ເງິນ… ແລະ ບາງຄົນກໍອາດຈະບໍ່ໄດ້ຊໍ່ໃຫຍ່ ແຕ່ບໍ່ຮູ້ເປັນຫຍັງເຫັນແລ້ວຕ້ອງຟີນ ຈິກໝອນ… ໂດຍສະເພາະຄູ່ຮັກຂ້າມປະເທດຄູ່ນີ້… ໜຸ່ມອ໊ອຟ-ສາວນູ່ນີ່ ຄູ່ຮັກໂຣແມນຕິກ ສາວມີ່ມີ່ ພູນຊັບ ແລະ ແຟນໜຸ່ມ ສາວນຸ້ຍ ສຸພາພອນ ກັບດອກໄມ້ຊໍ່ໃຫຍ່… ສາວມີ່ມີ່ ສຸທິດາ Miss Laos 2018 ເມ ເນລະມິດ Miss World Laos 2019 ໜຸ່ມຕຸ້ຍ ໂອເວີແດ້ນ  ສາວ ຄຣີສຕີນ່າ ກະມາ ສາວລູກນໍ້າ ກະບໍ່ນ້ອຍໜ້າ… ຊໍ່ໃຫຍ່ກວ່າໃຜ!! ຂອບໃຈຮູບພາບ

Read More »

ຊົມເຊີຍ! ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ປະເທດຍອດນິຍົມແຫ່ງການທ່ອງທ່ຽວ ປະຈຳປີ 2020…

ປະເທດລາວ ເປັນປະເທດໜື່ງທີ່ມີອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ເຊິ່ງເຕັມໄປດ້ວຍ ຕົ້ນໄມ້ ແມ່ນໍ້າ ສັດປ່ານາໆຊະນິດ ແລະ ປະເທດລາວຍັງມີສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆທີ່ເປັນທັງປູຊະນີຍະສະຖານ ແລະ ອະລິຍະສະຖານ ທີ່ສວຍງາມ   ເປັນຈຸດທີ່ດຶງດູດຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ເມື່ອບໍ່ດົນຜ່ານມານີ້ ທ່ານ ພົງສະຫວັນ ສີສຸລາດ, ເອກອັກຄະລັດຖະທູດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນ  ວາລະສານການທ່ອງທ່ຽວ Wanderlust ຂອງປະເທດອັງກິດ ປະຈຳປີ 2020 (Wanderlust Reader Travel Award 2020). ຄັ້ງນີ້ ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ໂດຍໄດ້ຮັບຄະແນນສຽງ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຂອງຜູ້ອ່ານວາລະສານຜ່ານທາງອອນລາຍ 8,500 ກວ່າຄົນ. ສຳລັບຜົນການປະກາດລາງວັນອັນດັບທີ 1 ຂອງ …

Read More »

ແຟນໆໃຫ້ຜ່ານບໍ່? ເມ ວິຈິດຕາ Miss Universe Laos 2019 ປ່ຽນ Look ໃໝ່ຂໍເປັນສາວຫວານຈັກມື້… ຫວານຂະໜາດນີ້ໃຫ້ຄະແນນເທົ່າໃດດີ??

ເມ ວິຈິດຕາ  ຖືວ່າເປັນອີກໜື່ງຄົນທີ່ທັງງາມ ແລະ ເຕັມໄປດ້ວຍຄງາມສາມາດ  ເຊິ່ງຜ່ານມາ ເມ ວິຈິດຕາ ໄດ້ຜ່ານເວທີປະກວດລະດັບປະເທດຈົນສາມາດຄວ້າເອົາຕໍາແຫນ່ງ Miss Universe Laos 2019  ໄປຄອງ!!!   ແລະ ຍັງເປັນຕົວແທນນາງງາມລາວໄປປະກວດເວທີລະດັບໂລກ ຄືເວທີ Miss Universe 2019 ຢູ່ທີ່ປະເທດ ສະຫະລັດອາເມຣິກາ ໃນທ້າຍປີທີ່ຜ່ານມາ ເຊິ່ງກໍໄດ້ຮັບແຮງເຊຍຈາກຄົນລາວທັງປະເທດຫຼາຍພໍສົມຄວນ… ເຊິ່ງໃນການເດີນທາງໄປປະກວດເວທີນາງງາມຈັກກະວານຄັ້ງນັ້ນ ສາວເມ ຂອງພວກເຮົາກໍໄດ້ສະແດງຄວາມສາມາດຂອງຕົນເອງອອກມາໃຊ້ຢ່າງເຕັມທີ່ ໃນຖານະຕົວແທນຂອງປະເທດລາວແລ້ວ ແລະ ເຖິງວ່າຈະບໍ່ສາມາດຄວ້າລາງວັນມາຕ້ອນຄົນລາວ ແຕ່ສາວເມ ກໍຍັງຄົງເປັນອີກ 1 ຄວາມພາກພູມໃຈຂອງຄົນລາວທີ່ສຸດ… ສາວເມ ເປັນອີກຄົນທີ່ຄົບເຄື່ອງທັງໜ້າຕາ ແລະ ຄວາມສາມາດອີຫຼີ…   ມື້ນີ້ຂວັນໃຈເລີຍ ຈະພາທຸກຄົນມາສ່ອງ ສາວງາມຄົນນີ້ອິກຄົ້ັງ  ໃນ Look ສາວຫວານ ເພາະຫຼາຍຄົນກໍອາດຈະຄຸ້ນຕາ ເມ ໃນເວີຊັ່ນຂອງນາງແບບທີ່ເຂັ້ມໆຫຼາຍກວ່າ ຖ້າມາເປັນສາວຫວານແລ້ວຈະຫວານຂະໜາດໃດເຮົາມາເບິ່ງນໍາກັນເລີຍ…   ຂອບໃຈຮູບພາບຈາກ Facebook:  Vichitta Phonevilay     …

Read More »

ເປັນຫຍັງຈຶ່ງຕ້ອງມີ “ວັນແຫ່ງຄວາມຮັກ” ຄົນລາວໃຫ້ຄວາມສໍາຄັນກັບວັນ Valentine ຫຼາຍປານໃດ???

ສະບາຍດີ ວັນແຫ່ງຄວາມຮັກ ເປັນຄໍາທັກທາຍໃນຕອນເຊົ້າຂອງວັນທີ 14 ກຸມພາ… ແລະ ມື້ນີ້ກໍຄືວັນບອກຮັກ ແລະ ສະແດງຄວາມຮັກແຫ່ງຊາດ (ຫຼາຍຄົນເຊື່ອແບບນັ້ນ) ດ້ວຍການໃຫ້ຂອງຂວັນພິເສດແກ່ຄົນທີ່ຕົວເອງຮັກ!! ສ່ວນສາວໆກໍພາກັນລຸ້ນຢູ່ວ່າ ຄົນຮັກຈະໃຫ້ຫຍັງເປັນຂອງຂວັນ?? ແຕ່ກ່ອນທີ່ຈະກຽມຮັບຂອງຂວັນຈາກຄົນພິເສດ ສາວໆຮູ້ແລ້ວບໍ່ວ່າ ວັນ Valentine  ຫຼືວັນແຫ່ງຄວາມຮັກນັ້ນມີຕົ້ນກໍາເນີດມາຈາກໃສ? ແລ້ວເປັນຫຍັງຕ້ອງເລືອກເອົາວັນທີ 14 ກຸມພາ? ແລ້ວຄົນລາວເຮົາໄປກ່ຽວອີ່ຫຍັງກັບວັນນີ້? ເຮົາລອງມາເບິ່ງນໍາກັນ… ວັນ Valentine ຫຼືວັນແຫ່ງຄວາມຮັກ ແມ່ນມີຕົ້ນກໍາເນີດມາແຕ່ສະໄໝທີ່ ຈັກກະພັດໂຣມັນ ແຫ່ງເອຍິບບູຮານທີ່ມີຄວາມຮຸ່ງເຮືອງທີ່ສຸດໃນສະໄມກ່ອນ ແລ້ວໄດ້ກໍານົດໃຫ້ວັນທີ 14 ກຸມພາ ຂອງທຸກໆປີເປັນມື້ຢຸດແຕ່ງດອງໃຫ້ກັບຄູ່ຮັກ ເພື່ອເປັນການສັນລະເສີນຈັກກະພັດ ແຕ່ມີພຣະທ່ານໜຶ່ງທີ່ຊື່ວ່າ ເຊນ ວາເລນທາຍ ໄດ້ຝ່າຝືນຕໍ່ຂໍ້ຫ້າມດັ່ງກ່າວ ແລ້ວໄປຈັດພິທີແຕ່ງດອງໃຫ້ກັບຄູ່ຮັກຊາວຄຣີດສະຕຽນຄູ່ໜຶ່ງ ຈົນຖືກສັ່ງຈັບໄປຄຸມຂັງໄວ້, ໃນຂະນະທີ່ຢູ່ໃນຄຸກ ເຊນ ວາເລນທາຍ ກໍໄດ້ໄປຕົກຂຸມຮັກກັບລູກສາວຂອງຜູ້ຄຸມຂັງເຊິ່ງເປັນຄົນຕາບອດ ແຕ່ຍ້ອນຄວາມຮັກອັນບໍລິສຸດທີ່ພວກເຂົາທັງສອງມີໃຫ້ກັນ ຝ້າຈຶ່ງຊ່ວຍໃຫ້ຍິງສາວຄົນຮັກສາມາດເບິ່ງເຫັນໄດ້. ແຕ່ເມື່ອເລື່ອງນີ້ໄປຮອດຫູຜຸ້ຄຸມຂັງ (ພໍ່ຍິງສາວຄົນຮັກ) ຈຶ່ງເກີດຄວາມບໍ່ພໍໃຈແຮງ ພ້ອມທັງທັງສັ່ງໃຫ້ປະຫານ ເຊນ …

Read More »