Breaking News

Home

ອ່ານເປັນກໍາລັງໃຈ!!! “ເມື່ອຈໍານວນແຂນຫຼຸດລົງເຫຼືອຂ້າງດຽວ ເຮັດຫຍັງກໍລໍາບາກກວ່າເກົ່າ ແຕ່ຕ້ອງມີສະຕິ ແລະ ຢູ່ກັບສິ່ງທີ່ມີໃຫ້ໄດ້”

ເອົາກໍາລັງໃຈມາຕ້ອນ!!! ຢາກໃຫ້ທຸກຄົນທີ່ກໍາລັງທໍ້ ຫຼືຜິດຫວັງກັບສິ່ງໃດສິ່ງໜຶ່ງໄດ້ອ່ານ… ເລື່ອງລາວຕໍ່ໄປນີ້ແອັດມິ້ນຢາກໃຫ້ທຸກຄົນອ່ານໃຫ້ຈົບ ເພາະເຊື່ອວ່າມັນອາດຈະເປັນແຮງບັນດານໃຈໃຫ້ກັບອີກຫຼາຍໆຄົນໄດ້ຢ່າງແນ່ນອນ!! ເລື່ອງລາວຂອງ ບີ່ ນັກກິລາແຂ່ງລົດຖີບທີມຊາດ ຂອງສະຫະພັນລົດຖີບ ຄົນພິການແຫ່ງຊາດລາວ ທີ່ມີແຂນພຽງຂ້າງດຽວ… ໂດຍ ໜຸ່ມ ບີ່ ໄດ້ໂພສ ຜ່ານ Facebook ສ່ວນຕົວ Bee Phouthavongsay ວ່າ: ປັ່ນພິສິດຍອດດອຍອິນທະນົນເປັນຄວາມຝັນ ແລະ ຄວາມທ້າທາຍທີ່ນັກປັ່ນຫຼາຍຄົນຢາກໄປພິສິດໃຫ້ໄດ້. ເກີດມາທໍາອິດກະມີແຂນສອງຂ້າງຄືຄົນທົ່ວໄປ ຫຼັງຈາກຈໍານວນແຂນຫຼຸດລົງເຫຼືອຂ້າງດຽວ ເຮັດຫຍັງກໍລໍາບາກ ແຕ່ກໍຕ້ອງຕັ້ງສະຕິ ແລະ ຝຶກກັບການຢູ່ກັບສິ່ງທີ່ມີໃຫ້ໄດ້, ເມື່ອລິ້ງກັບການໃຊ້ຊີວິດດ້ວຍແຂນດຽວແລ້ວກໍເລີ່ມຢາກຫາສິ່ງທ້າທາຍໃໝ່ໃຫ້ກັບຊີວິດເພື່ອໃຫ້ມີເລື່ອງຕື່ນເຕັ້ນ ຮາຮ່າ ໄດ້ມີໂອກາດໄດ້ຮູ້ຈັກກັບກິລາລົດຖີບ ປັ່ນແລ້ວຮູ້ສຶກມັກ ແລະ ເລີ່ມປັ່ນຝຶກຊ້ອມຈິງຈັງແຕ່ປີ 2017 (ປັດຈຸບັນກະປະມານ 3 ປີ) ເປັນຕົ້ນມາ. ຫຼັງຈາກປັ່ນໄດ້ຖະໜັດຂຶ້ນກໍເລີ່ມມີຄວາມຄິດຢາກລົງແຂ່ງເພື່ອຫາປະສົບການໃໝ່ໆ ໄດ້ມີໂອກາດໄດ້ລົງແຂ່ງງານ ອບຕ ແດ່ ອິນເຕີແດ່ ລວມໆກະ10 ກ່ວາ ສະໜາມ ມີຄວາມໝັ້ນໃຈໃນຝີມືໂຕເອງລະດັບໜຶ່ງ. ຈົນປີກາຍມີຄວາມຄິດຢາກຫາສິ່ງທ້າທາຍໃໝ່ໃຫ້ໂຕເອງອີກ …

Read More »

ຈາກການສໍາຫຼວດຂອງໜ່ວຍງານກວດຄົນເຂົ້າເມືອງຂອງ ປະເທດໄທ… ສປປ ລາວ  ຕິດອັນດັບ #Top 1 ! ທ່ອງທ່ຽວທີ່ ປະເທດໄທຫຼາຍທີ່ສຸດໃນໂລກ

ຊ່ວງຕົ້ນປີທີ່ຜ່ານມາ ຄົນລາວຫຼາຍໆຄົນໄດ້ພາກັນລັ່ງໄຫຼອອກໄປທ່ຽວຕ່າງປະເທດ ເຊິ່ງໜື່ງໃນປະເທດທີ່ຄົນລາວນິຍົມກັນໄປຫຼາຍທີ່ສຸດ ນັ້ນກໍແມ່ນ ປະເທດໄທ ປະເທດເພື່ອນບ້ານຂອງເຮົານັ້ນເອງ   ເຊິ່ງອີງຕາມສະຖິຕິ ນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງໄປທ່ອງທ່ຽວປະເທດໄທ ?? ຕົ້ນປີ 2020 ມາຮອດວັນທີ 10 ກຸມພາ 2020 ຈາກ ໜ່ວຍງານກວດຄົນເຂົ້າເມືອງ ປະເທດໄທ ປາກົດວ່າ ສະຖິຕິ ນັກທ່ອງທ່ຽວຈາກ ສປປ ລາວ ?? ຂຶ້ນອັນດັບຕົ້ນໆ ອັນດັບ#1 ດ້ວຍຈໍານວນ  7,971 ຄົນ ອັນດັບ #2 ຣັສເຊຍ  7,558 ຄົນ ອັນດັບ #3 ມາເລເຊຍ 6,357 ຄົນ ອັນດັບ #4 ຍີ່ປຸ່ນ  5,274 ຄົນ ອັນດັບ #5 ສປ ຈີນ  4,928 ຄົນ ອັນດັບ #6 ຝຣັ່ງ  4,368 ຄົນ ອັນດັບ #7 ອິນເດຍ  3,436 …

Read More »

ບູລີ่่ ( Bully) ແມ່ນຫຍັງ?? ຢາກໃຫ້ອ່ານ!! ເລື່ອງລາວຂອງ ຕຸກ The Wow ນາງແບບສາວແຖວໜ້າຂອງປະເທດລາວ ກັບຄໍາວ່າ “ອີດໍາຕັບເປັດ-ອີເຢີນ”

ເຄີຍໄດ້ຍິນຄໍາວ່າ “Bully” ກັນບໍ? ບາງຄົນອາດຈະເຄີຍ ແລະ ບໍ່ເຄີຍໄດ້ຍິນ ເລີ່ມສົງໄສກັນແລ້ວບໍ ຄໍາວ່າ ບຸລີ่่ ( Bully) ແມ່ນຫຍັງ? ມື້ນີ້ຂັວນໃຈຈະພາໄປຮູ້ຈັກຄວາມໝາຍຂອງຄໍານີ້ກັນ… ບູລີ่่ ( Bully) ແມ່ນຫຍັງ? ບູລີ่่ ( Bully) ຄື ພຶດຕິກໍາຮຸນແຮງ ກັ່ນແກ້ງ ເຮັດໃສ່ຄົນອື່ນທາງວາຈາ ແລະ ຮ່າງກາຍ ບໍ່ວ່າຈະເປັນການດູຖູກທາງຮູບຮ່າງ ໜ້າຕາ ສະຖານະທາງສັງຄົມ ຮວມໄປເຖິງທໍາຮ້າຍຮ່າງກາຍ  ໂດຍສະເພາະຄົນທີ່ອ່ອນແອກວ່າ ແລະ ການບູລີ່ເກີດຂຶ້ນໄດ້ທຸກທີ່ໃນຊີວິດປະຈໍາວັນ ບໍ່ວ່າຈະເປັນທາງສະຖາບັນການສຶກສາ ບ່ອນເຮັດວຽກ ເກືອບທົ່ວໂລກ ບໍ່ແມ່ນແຕ່ສະເພາະໃນປະເທດລາວ ແລະ ເກີດຂຶ້ນມາດົນແລ້ວ… ການຖືກ ບູລີ่่ ( Bully) ບໍ່ແມ່ນເລື່ອງປົກກະຕິ… ປະໂຫຍກທີ່ວ່າ ບູລີ่่ ( Bully)  ຟັງຄໍານີ້ອາດຈະເປັນຄໍາເວົ້າທໍາມະດາ  ແຕ່ວ່າໃນສັງຄົມຂອງຄົນໆໜື່ງ ອາດຈະເປັນບັນຫາໃຫຍ່ ສໍາລັບພວກເຂົາເລີຍ ເພາະມັນໝາຍເຖິງ …

Read More »

ແຊຣໄວ້ເປັນຄວາມຮູ້!! 5 ທະນາຄານໃນ ສປປ. ລາວ ທີ່ສາມາດໂອນເງິນຂ້າມທະນາຄານຜ່ານຕູ້ ATM ໄດ້…

ປັດຈຸບັນຄົນເຮົາມັກຄວາມສະດວກສະບາຍຫຼາຍຂຶ້ນ ບໍ່ວ່າຈະເຮັດຫຍັງກໍຕ້ອງເອົາຄວາມສະດວກສະບາຍມາກ່ອນ ລວມໄປເຖິງການເຮັດທຸລະກໍາທາງການເງິນກໍເຊັ່ນກັນ.. ທຸກມື້ນີ້ຫຼາຍໆຢ່າງໄດ້ປ່ຽນໄປ ຄົນແລ່ນນໍາເວລາຫຼາຍຂຶ້ນ ຖ້າຈະໃຫ້ໄປນັ່ງຖ້າຕໍ່ຄິວຢູ່ທະນາຄານເພື່ອເຮັດທຸລະກໍາທາງການເງິນດ້າມເລັກດ້າມໜ້ອຍຄົງຈະບໍ່ຄຸ້ມຄ່າ ແລະ ບໍ່ມີໃຜຢາກເສຍເວລາ. ເພື່ເປັນການແກ້ໄຂບັນຫາ ທາງທະນາຄານຫຼາຍແຫ່ງໃນ ສປປ. ລາວ ກໍໄດ້ເພີ່ມຄວາມສະດວກໃຫ້ກັບລູກຄ້າຂຶ້ນ ບໍ່ວ່າຈະເປັນການເພີ່ມຈຸດຂອງຕູ້ ATM ເພື່ອໃຫ້ກົດເງິນໄດ້ງ່າຍຂຶ້ນ ແລະ ຍັງສາມາດໂອນເງິນຜ່ານຕູ້ ATM ໄດ້ງ່າຍໆ, ການໃຊ້ Application ທີ່ພຽງປາຍນິ້ວມືຈິ້ມ ນັ່ງຢູ່ເຮືອນລໍຖ້າ ທຸກຢ່າງຈະຈະຣັນໄປເອງ… ແຕ່ນັ້ນມັນກໍຍັງບໍ່ແມ່ນສິ່ງທີ່ສຸດຍອດຂອງຄວາມສະດວກສະບາຍເທື່ອ ເພາະເຊື່ອວ່າຫຼາຍຄົນຄົງຈະຍັງພົບບັນຫານີ້ຢູ່: “ການໂອນເງິນຂ້າມທະນາຄານ” ເຊິ່ງປັດຈຸບັນກໍໄດ້ມີຫຼາຍທະນາຄານທີ່ໄດ້ຫັນມາເປັນຄູ່ຮ່ວມກັນ ໂດຍສາມາດໂອນເງິນຜ່ານຕູ້ ATM ໄດ້ງ່າຍໆ ບໍ່ຕ້ອງຖອນເງິນຈາກທະນາຄານນີ້ ເພື່ອໄປນັ່ງຖ້າຄິວຢູ່ທະນາຄານນັ້ນ… ເຊິ່ງມີທະນາຄານໃດແດ່ນັ້ນ ເຮົາລອງມາເບິ່ງນໍາກັນເລີຍ!! ທະນາຄານ ລາວພັດທະນາ (LDB) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ ທະນາຄານ ສົ່ງເສີມກະສິກໍາ (APB) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ ທະນາຄານ ມາຣູຮານ ເຈແປນລາວ ຈໍາກັດ (MJBL) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ ທະນາຄານ ບີໄອຊີ …

Read More »

ພະຍາດ ໄວຣັສ ໂຄໂຣນາ ໄດ້ກຳນົດຊື່ເອີ້ນຢ່າງເປັນທາງການແລ້ວ ຄື “Covid-19” (ໂຄວິດ-19)…

ພະຍາດ ໄວຣັສ ໂຄໂຣນາ ໄດ້ແຜ່ລະບາດອອກໄປທົ່ວໂລກເປັນໄລຍະໜື່ງແລ້ວ ເຊິ່ງສົ່ງຜົນໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດຈໍານວນໜື່ງແລ້ວ   ລ່າສຸດ ພະຍາດ ໄວຣັສ ໂຄໂຣນາ ໄດ້ກຳນົດຊື່ເອີ້ນຢ່າງເປັນທາງການແລ້ວ ຄື “Covid-19” (ໂຄວິດ-19) ສຳນັກຂ່າວ ບີບີຊີ ລາຍງານວ່າ: ທ່ານ ດຣ. ເທດຣອສ ອັດດານອມ ເກເບນເຢຊຸສ (Dr. Tedros Adhanom Ghebreyesus) ຜູ້ອຳນວຍການ ອົງການອານາໄມໂລກ  ໄດ້ປະກາດໃນວັນອັງຄານ ວັນທີ 11 ກຸມພາ 2020 ນີ້ວ່າ: ໄວຣັສ ໂຄໂຣນາ ສາຍພັນໃໝ່ 2019 ທີ່ກຳລັງລະບາດຢ່າງໜັກໃນປະເທດຈີນ ແລະ ແພ່ລາມໄປ 24 ປະເທດ ໃນທົ່ວໂລກ ຈະມີຊື່ເອີ້ນຢ່າງເປັນທາງການວ່າ: “COVID-19” (ໂຄວິດ-19) ເຊິ່ງຫຍໍ້ມາຈາກ ‘Coronavirus Disease …

Read More »