ສາຍລຸຍ-ສາຍສ່ຽງຫ້າມພາດ!!! ຈຸດຊົມວິວ “ພູຜາມ່ານ” ບ່ອນເຊັກອິນແຫ່ງໃໝ່ໃນປະເທດລາວ… ສະບາຍດີໜຸ່ມໆສາວໆນັກທ່ຽວສາຍລຸຍທັງຫຼາຍ ດົນມາແລ້ວທີ່ບໍ່ໄດ້ມາໂອ້ລົມກັນເລື່ອງທ່ອງທ່ຽວນີ້ (ແຕ່ໄປຕະຫຼອດຢູ່ 555) ມື້ນີ້ແອັດມິ້ນຈະມາຊວນນັກທ່ຽວສາຍລຸຍ-ສາຍສ່ຽງທັງຫຼາຍມາຮ່ວມທ້າທາຍ ກັບສະຖານທີ່ທ່ອງທ່ຽວຈຸດເຊັກອິນແຫ່ງໃໝ່ໃນປະເທດລາວ ທີ່ກໍາລັງຈະເປີດໃຫ້ບໍລິການໃນໄວໆນີ້!!! ນັ້ນກໍຄື ສະຖານທີ່ ຈຸດຊົມວິວ “ພູຜາມ່ານ” ທີ່ປັດຈຸບັນກໍາລັງກຽມພ້ອມເປີດໃຫ້ນັກທ່ອງທ່ຽວເຂົ້າໄປສໍາພັດກັບຄວາມສຽວກັນແລ້ວ… ສໍາລັບສະຖານທີ່ທ່ ຈຸດຊົມວິວ ພູຜາມ່ານ ແມ່ນມີທີ່ຕັ້ງຢູ່ທີ່ ປ່າສະຫງວນແຫ່ງຊາດ ຫິນໜາມໜໍ່ ບ້ານ ນໍ້າສະນາມ ເມືອງ ຄຸນຄໍາ ແຂວງ ຄໍາມ່ວນ ຫ່າງຈາກນະຄອນຫຼວງ ວຽງຈັນ ບໍ່ໃກ້ ລະກະບໍ່ໄກ ເຊິ່ງປະກອບໄປດ້ວຍກິດຈະກໍາຕ່າງໆທີ່ທ້າທາຍ ບໍ່ວ່າຈະເປັນການປີນຜາ, ການເດີນປ່າ, ຂີ່ສະລິງ, ພ້ອມກັບການເຊລຟີ່ສຸດຫວາດສຽວເທິງຈອມພູ ແລະ ອື່ນໆ… ເຊິ່ງແອັດມິ້ນບໍ່ສາມາດບັນລະຍາຍໄດ້ໝົດ. ມື້ນີ້ເລີຍຈະນໍາເອົາຮູບພາບບັນຍາກາດທີ່ຖ່າຍໂດຍຜູ້ບຸກເບີກສະຖານທີ່ທ່ອງທ່ຽວແຫ່ງນີ້ ນັ້ນກໍຄື ອ້າຍ ອິນທີ ເດືອນສະຫວັນ ນັກທຸລະກິດ ຜູ້ຮັກມັກໃນການເດີນທາງ ແລະ ການພະຈົນໄພ ຈົນກາຍເປັນຜູ້ບຸກເບີກພູຜາແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດໃນຕອນນີ້! …
Read More »Home
ເກັ່ງເກີນເດັກ! ໜຸ່ມນ້ອຍຊາວເບລຢ່ຽມ ຮຽນຈົບປະລິນຍາຕີແຕ່ອາຍຸ 9 ປີ ແຖມຍັງສາມາເວົ້າໄດ້ເຖິງ 4 ພາສາ… ວ່າທີ່ນັກພັດທະນາເຕັກໂນໂລຊີອະໄວຍະວະທຽມໃນອານາຄົດ!!!
ເກັ່ງເກີນເດັກ! ໜຸ່ມນ້ອຍຊາວເບລຢ່ຽມ ຮຽນຈົບປະລິນຍາຕີແຕ່ອາຍຸ 9 ປີ ແຖມຍັງສາມາເວົ້າໄດ້ເຖິງ 4 ພາສາ… ວ່າທີ່ນັກພັດທະນາເຕັກໂນໂລຊີອະໄວຍະວະທຽມໃນອານາຄົດ!!! ໃນໂລກນີ້ມີຫຼາຍສິ່ງຫຼາຍຢ່າງທີ່ເກີດຂຶ້ນມາຢ່າງໜ້າອັດສະຈັນ ຈົາບາງສິ່ງບາງຢ່າງນັ້ນກໍບໍ່ຢາກເຊື່ອວ່າມັນຈະເກີດຂຶ້ນກັບມະນຸດ ຫຼືເຫຼືອເຊື່ອວ່າມະນຸດຕົວນ້ອຍໆຄືພວກເຮົາໆຈະສາມາດສ້າງໃຫ້ມັນເກີດປາກົດການເຫຼົ່ານັ້ນຂຶ້ນໄດ້ ຄືດັ່ງເລື່ອງລາວຂອງເດັດນ້ອຍຄົນໜຶ່ງທີ່ອາຍຸພຽງແຕ່ 9 ປີ ແຕ່ລາວສາມາດຮຽນຈົບໃນລະດັບປະລິນຍາຕີ ແລະ ຍັງສາມາດເວົ້າໄດ້ 4 ພາສາ ຈົນໄດ້ຂຶ້ນຊື່ວ່າເປັນ ເດັກນ້ອຍ ອັດສະລິຍະ ແລະ ຖືກບັນທຶກລົງໃນກິເນສບຸກວ່າ ເປັນຜູ້ທີ່ຮຽນຈົບໃນລະດັບປະລິນຍາຕີທີ່ອາຍຸນ້ອຍທີ່ສຸດໃນໂລກ. ໂດຍເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກສູ່ສັງຄົມເມື່ອ ສຳນັກຂ່າວຊີເອ໊ນເອ໊ນ (ສໍານັກຂ່າວອັນດັບ 1 ຂອງໂລກ) ລາຍງານວ່າ ໂດຍທົ່ວໄປແລ້ວກວ່າຄົນໆໜຶ່ງຈະຮຽນຈົບມະຫາວິທະຍາໄລໄດ້ຕ້ອງໃຊ້ເວລາເປັນ 10 ປີ ແຕ່ສໍາລັບເລື່ອງທີ່ຈະນໍາສະເໜີຕໍ່່ໄປນີ້ຄື ເດັກຊາຍຄົນໜຶ່ງເຂົາໃຊ້ເວລາຈົບການສຶກສາໃນລະບົບພຽງ 5 ປີ ໂດຍເລີ່ມເຂົ້າຮຽນຕັ້ງແຕ່ ອາຍຸ 4 ປີ ແມ່ນແລ້ວພຽງແຕ່ 4 ປີເທົ່ານັ້ນ ຈົນປັດຈຸບັນອາຍຸໄດ້ 9 ປີ ແລະ …
Read More »Land Rover-Laos ຈັດງານ The Above & Beyond Tour ຄົ້ນຫາຕົວແທນໄປຮ່ວມກິດຈະກໍາຢູ່ປະເທດ ນາມິເບຍ (ອາຟຣິກາໃຕ້)
ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ (The Above & Beyond Tour ) ຢູ່ທີ່ບຶງທາດຫຼວງ ເຂດເສດຖະກິດພິເສດ ໃນວັນທີ 1-3 ພະຈິກ 2019 ທີ່ຜ່ານມາ. ແລະ ຂໍສະແດງຄວາມຍິນດີນຳ ທ່ານ ດານຸພົນ ວົງຄີລີ ທີ່ເປັນຜູ້ຊະນະໃນງານທົດລອງຂັບລົດແບບ ອ໋ອບໂລດ The Above & Beyond Tour ທີ່ຈະໄດ້ໄປຮ່ວມກິດຈະກຳຂອງແລນໂລເວີ ທີ່ປະເທດນາມິເບຍ (ອາຟຣິກາໃຕ້) ກິດຈະກຳງານ Land Rover The Above & Beyond Tour ຖືເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກທີ່ບໍ່ຄືໃຜ ເປັນໂອກາດທີ່ດີຫຼາຍສຳລັບລູກຄ້າທີ່ໄດ້ເຂົ້າມາສຳພັດເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດ SUV ອັນດັບໜຶ່ງ ທີ່ບໍ່ມີໃຜທຽບໄດ້. ໂດຍໄດ້ມີຜູ້ຊ່ຽວຊານຈາກຕ່າງປະເທດທີ່ມີປະສົບການດ້ານການຂັບຂີ່ທາງວິບາກແບບອ໋ອບໂຣດ ໄດ້ມາໃຫ້ຄຳແນະນຳໃນການຮັບມືກັບທຸກສະພາບພູມສັນຖານຂອງປະເທດທີ່ຍາກລຳບາກທີ່ສຸດບໍ່ວ່າຈະເປັນພື້ນທີ່ສູງຊັນ, …
Read More »ສ່ອງ! ພັດທະນາການຄວາມເຊັກຊີ່ຂອງ ເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ… ແຊ໋ບຂະໜາດໃດຕ້ອງເບິ່ງເອງ!!!
ສ່ອງ! ພັດທະນາການຄວາມເຊັກຊີ່ຂອງ ເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ… ແຊ໋ບຂະໜາດໃດຕ້ອງເບິ່ງເອງ!!! ຖືວ່າເປັນເນັດໄອດໍ້ອີກຄົນໜຶ່ງທີ່ຄວາມສາມາດ ແລະ ຄວາມດັງນັ້ນບໍ່ເຄີຍຫຼຸດລົງເລີຍ ແຖມຍັງຈະເພີ່ມຂຶ້ນຕະຫຼອດດ້ວຍຊໍ້າ ສໍາລັບເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ ທີ່ແຈ້ງເກີດດ້ວຍຄວາມໜ້າຮັກ ສົດໄສ ສະຕາຍ ສາວມໍປາຍ ແລະ ກາຍເປັນທີ່ຮູ້ຈັກໃນໂລກໂຊຊ່ຽວຢ່າງຫຼວງຫຼາຍເມື່ອ 3-4 ປີກ່ອນ ຈົນໄປໃສມາໃສບໍ່ມີໃຜທີ່ບໍ່ຮູ້ຈັກກັບສາວນ້ອຍຄົນນີ້. ຫຼັງຈາກນັ້ນກໍມີແມວມອງສາຍຕາດີດຶງຕົວເຂົ້າສູ່ວົງການບັນເທິງດ້ວຍຜົນງານການຖ່າຍແບບ, ໂຄສະນາສິນຄ້າ ແລະ ຜັນຕົວມາເປັນ ນາງແບບ, ນັກສະແດງຢ່າງເຕັມຕົວພາຍໃຕ້ສັງກັດຄ່າຍ A- list Agency ໃນປັດຈຸບັນ. ຈາກມື້ນັ້ນຈົນຮອດມື້ນີ້ ສາວນ້ອຍຄົນນີ້ກໍຍັງຄົງຄວາມໜ້າຮັກ ແລະ ພັດທະນາຄວາມສາມາດຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ສິ່ງທີ່ເພີ່ມມາອີກອັນໜຶ່ງກໍຄື ແຫ່ງໃຫຍ່ຂຶ້ນເທົ່າໃດ ສາວແກ້ວຕາ ກໍແຫ່ງສາຍແວວອອກເຖິງຄວາມເຊັກຊີ່ ເຫັນໄດ້ຈາກໂພສທີ່ ແກ້ວຕາ ນັ້ນສວມໃສ່ບີກີນີ່ ໃນທຣີບທະເລເດືອດຄັ້ງທີ່ແລ້ວ, ພ້ອມກັບການຖ່າຍແບບແນວເຊັກຊີ່ຂອງແກ້ວຕາແຕ່ລະຄັ້ງແລ້ວ ຮູ້ເລີຍວ່ານາງພັດທະນາຂຶ້ນອີ່ຫຼີ ແລະ ມື້ນີ້ແອັດມິ້ນກໍຈະຊວນໜຸ່ມໆມາເບິ່ງພັດທະນາການຂອງເນັດໄອດໍ້ສາວຄົນນີ້ ວ່ານາງມາໄກຂະໜາດໃດ໋ແລ້ວ??? …
Read More »ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ…
ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ… ຈົບລົງໄປແລ້ວສໍາລັບການປະກວດ Miss International 2019 ທີ່ຈັດຂຶ້ນທີ່ ກຸງໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງຮອບຕັດສິນໄດ້ຈັດຂື້ນໃນຄໍ່າຄືນຂອງວັນທີ 12 ພະຈິກທີ່ຜ່ານມານີ້… ຜົນການຕັດສິນໄດ້ອອກມາຢ່າງເປັນທາງການແລ້ວວ່າ ຜູ້ທີ່ຄວ້າ Miss International 2019 ນັ້ນແມ່ນໄດ້ແກ່ ນາງງາມຕົວແທນຈາກປະເທດ ໄທ ນັ້ນກໍຄື Miss Sireethorn Leearamwat ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ນາງງາມຈາກປະເທດໄທໄດ້ຮັບຕໍາແໜ່ງອັນຊົງກຽດຈາກເວທີນີ້ມາຄອງ ພ້ອມກັນນັ້ນຍັງຄວ້າຕໍາແໜ່ງ Miss International of Asia ມາຄອງນໍາອີກ ຖືວ່າເປັນນາງງາມທີ່ເຕັມໄປດ້ວຍຄວາມສາມາດອີ່ຫຼີ ແນວໃດກໍຂໍສະແດງຄວາມຍິນດີນໍານາງງາມຕົວແທນປະເທດໄທ ແລະ ປະຊາຊົນຄົນໄທຫຼາຍໆເດີ້ ແລະ ຂໍສະແດງຄວາມຍິນດີກັບບັນດານາງສາວງາມທີ່ໄດ້ຕໍາແໜ່ງຮອງອັນດັບ 1 : Miss Andrea Toscano (Mexico); ຮອງອັນດັບ 2 : Miss Evelyn Namatovu (Uganda); …
Read More »