ທັງງາມ ແລະ ໃຈບຸນ! ລູກນໍ້າ ທິລາລັດ ກັບສາຍາໃໝ່ “ດາລາໃຈບຸນ” ຫຼັງລະດົມເງິນທຶນສ້າງໂຮງຮຽນໃຫ້ເດັກນ້ອຍເຂດຫ່າງໄກ… ມີຂ່າວຄາວມາໃຫ້ອັບເດດບໍ່ເຄີຍຂາດສໍາລັບ ຊຸບເປີສະຕາລະດັບແຖວໜ້າຂອງລາວ ລູກນໍ້າ ທິດາລັດ ວົງສິລິ ທີ່ປັດຈຸບັນໄດ້ຮັບສາຍາໃໝ່ໄປເປັນທີ່ຮຽບຮ້ອຍ ນັ້ນກໍຄື “ດາລາໃຈບຸນ” ນັ້ນກໍເນື່ອງຈາກວ່າ ສາວລູກນໍ້າ ໄດ້ໂພສລົງເພຈ ເຟສບຸກສ່ວນຕົວ Louknum Thidalat Vongsili ວ່າເຈົ້າຕົວນັ້ນຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມ ແຕ່ບໍ່ແມ່ນເພື່ອໃຫ້ມາຊ່ວຍເຫຼືອຕົນເອງແຕ່ຢ່າງໃດ ແຕ່ເປັນການຮຽກຮ້ອງໃຫ້ສັງຄົມຮ່ວມກັນຄົນລະໄມ້ລະມື ເພື່ອລະດົມທືນສ້າງໂຮງຮຽນຫຼັງໃໝ່ໃຫ້ກັບເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກ (ບ້ານ ໂພນຂາມ ເມືອງປາກງື່ມ ແຂວງວຽງຈັນ) ເຊິ່ງງານນີ້ສາວລູກນໍ້າກໍໄດ້ລົງພື້ນທີ່ໄດ້ເບິ່ງດ້ວຍຕົນເອງ ພ້ອມທັງໄດ້ເກັບກໍາລາຍລະອຽດທັງໝົດໄດ້ແລ້ວກ່ຽວກັບຄ່າໃຊ້ຈ່າຍ ແລະ ແຜນຜັງໂຮງຮຽນຫຼັງໃໝ່ຂອງນ້ອງໆ ແຕ່ເນື່ອງຈາກປັດຈຸບັນທຶນໃນການສ້າງໂຮງຮຽນຍັງບໍ່ພໍຈຶ່ງຮຽກຮ້ອງມາຍັງສັງຄົມເພື່ອໃຫ້ຊ່ວຍເຫຼືອໃນຈຸດນີ້… ຫຼັງຈາກໂພສດັ່ງກ່າວຖືກເຜີຍແຜ່ອອກມາກໍມີຊາວເນັດ ແລະ ແຟນຄຣັບຂອງ ສາວລູກນໍ້າ ເຂົ້າໄປໄລ້ນ໌, ແຊຣ ແລະ ຄອມເມັ້ນເປັນຈໍານວນຫຼວງຫຼາຍ ເຊິ່ງຄອມເມັ້ນສ່ວນຫຼາຍກໍຈະເປັນການຍົກຍ້ອງຊື່ນຊົມໃນຄວາມໃຈບຸນ ທີ່ຢາກຊ່ວຍເຫຼືອນ້ອງໆຂອງສາວລູກນໍ້າ ຈົນປັດຈຸບັນ ລູກນໍ້າ ໄດ້ສາຍາໃໝ່ຄືຶ ດາລາໃຈບຸນ ໄປເປັນທີ່ຮຽບຮ້ອຍແລ້ວ!!! ນອກຈາກການຊ່ວຍເຫຼືອນ້ອງໆໃນຄັ້ງນີ້ແລ້ວ ຜ່ານມາບໍ່ວ່າຈະເປັນໂຄງການຊ່ວຍເຫຼືອສັງຄົມໃດໆ ລູກນໍ້າກໍບໍ່ພາດທີ່ຈະເຂົ້າໄປຊ່ວຍເຫຼືອ …
Read More »Home
ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ)
ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ) ໄລຍະນີ້ຖືເປັນໄລຍະສໍາຄັນຂອງນັກກິລາລະດັບຊາດຂອງບັນດາປະເທດໃນອາຊຽນ ເພື່ອກະກຽມໃນການລົງຊິງຂັນໃນ ມະຫາກໍາກິລາຊີເກມ ຄັ້ງທີ່ 30 ທີ່ຈະຈັດຂຶ້ນໃນວັນທີ 30 ພະຈິກ ຫາ 12 ທັນວາ 2019 ໂດຍເຈົ້າພາບ ປະເທດ ຟີລິບປິນ… ສະນັ້ນ ມື້ນີ້ແອັດມີ້ນກໍເລີຍຈະມາຊວນແຟນໆ ຂວັນໃຈ ແລະ ແຟນຄຣັບນັກກິລາມາຮ່ວມສົ່ງກໍາລັງໃຈໄປເຖິງນັກກິລາທີມຊາດທຸກໆຄົນ. ແລະ ຢາກຈະມາແນະນໍາໃຫ້ຮູ້ຈັກກັບ ນັກກິລາສາວປັນຈັກສີລັດ ສາວງາມຄົນນີ້ ນັ້ນກໍຄື ນ້ອງ ປຸກກີ່ ສະເຫຼີມບຸນຕາ ທີ່ເປັນຕົວແທນນັກກິລາໄປຮ່ວມແຂ່ງຂັນໃນງານ ມະຫາກໍາກິລາຊີເກມໃນຄັ້ງນີ້ ໃນປະເພດຟ້ອນດ່ຽວຍິງ ຫຼືລາຍການ tuggal ເຊິ່ງມີຄວາມໝັ້ນໃຈຢ່າງເຕັມຮ້ອຍເປີເຊັນ ຫຼັງໄດ້ຝຶກຊ້ອມໜັກໃນໄລຍະ 1 ເດືອນເຕັມກັບຄູຝຶກທີ່ປະສົບການລະດັບຂັ້ນສູງ ທີ່ສສ ຫວຽດນາມ ພ້ອມຈະນໍາເອົາທ່າຟ້ອນ 100 ທ່າ …
Read More »ຜົນຈາກການສໍາຫຼວດບອກວ່າ!!! ຄວາມຮັກດີືໆ ສົ່ງຜົນດີຕໍ່ສຸຂະພາບຈິດທີ່ດີ ເຮັດໃຫ້ຄົນເຮົາປ່ຽນແປງຕົວເອງໄປໃນທາງທີ່ດີຂຶ້ນ…
ຜົນຈາກການສໍາຫຼວດບອກວ່າ!!! ຄວາມຮັກດີືໆ ສົ່ງຜົນດີຕໍ່ສຸຂະພາບຈິດທີ່ດີ ເຮັດໃຫ້ຄົນເຮົາປ່ຽນແປງຕົວເອງໄປໃນທາງທີ່ດີຂຶ້ນ… ສາວໆໄລຍະນີ້ຮູ້ສຶກວ່າຈະມີຂ່າວຄາວອອກມາຫຼາຍເຫຼືອເກີນກ່ຽວກັບຄວາມຮັກສາມເສົ້າ ຫຼືມີມືທີ 3 ເຂົ້າມາແຊກກາງລະຫວ່າງຄວາມຮັກຂອງ ຄູ່ຜົວເມຍ-ຄູ່ບ່າວສາວ ດັ່ງທີ່ຫຼາຍຄົນໄດ້ເຫັນຂ່າວຄາວຈາກສື່ສັງຄົມອອນລາຍ ແລະ ຕາມໂຊຊ່ຽວມີເດຍ ທີ່ມີຊາວເນັດມາໂພສເລົ່າເລື່ອງລາວຕົວເອງ ຫຼືເລື່ອງລາວຂອງຄົນໃກ້ຕົວ ຈົນເຮັດໃຫ້ສາວໂສດຫຼາຍຄົນເກີດຄວາມຢ້ານກົວຕໍ່ການມີຄູ່ຢູ່ບໍ່ໜ້ອຍ ແຕ່ຂ່າວກໍຄືຂ່າວຢາກໃຫ້ທຸກຄົນເສບຂ່າວຢ່າງມີສະຕິ ແລະ ຢາກບອກວ່າຜູ້ຊາຍກໍບໍ່ໄດ້ຄືກັນໝົດທຸກຄົນ ຖ້າລອງເປີດໃຈເຮົາອາດຈະເປັນຜູ້ໂຊກດີພົບຄົນດີໆກະໄດ້… ແລະ ຖ້າມີຮັກດີໆກໍຈະສົ່ງຜົນດີຕໍ່ຮ່າງກາຍ-ຈິດໃຈຂອງເຮົາເຊັ່ນກັນ. ສາວໆສັງເກດເຫັນບໍ່ວ່າ ຄົນມີຄວາມຮັກໜ້າຕາຈະສົດໃສ ເບີກບານ ເບິ່ງຄືເປັນ ເດັກນ້ອຍລົງ ນັ້ນອາດຈະເປັນຍ້ອນຄວາມຮັກທີ່ມັນສາມາດສົ່ງຜົນຕໍ່ຮ່າງກາຍ ຂອງເຮົາໄດ້ເປັນຢ່າງດີ ເຊັ່ນ: ຄວາມຮັກຊ່ວຍເບິ່ງແຍງ ຕື່ມຄວາມສຸກໃຫ້ກັບຫົວໃຈທ່ານໄດ້ ຍ້ອນການສະແດງຄວາມຮັກອອກທາງການກະທຳຕ່າງໆ ມັນສາມາດຊ່ວຍເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈ ຢູ່ໃນລະດັບທີ່ເໝາະສົມ ເຊິ່ງຈະຊ່ວຍຫຼຸດຄວາມຄຽດ ແລະ ຄວາມສຽງຂອງພະຍາດຕ່າງໆໄດ້ ນອກນັ້ນຍັງ ຊ່ວຍໃຫ້ທ່ານນອນລັບສະບາຍ ເພາະຈະຊ່ວຍຫຼຸດຄວາມຄຽດໃຫ້ທ່ານ ແລະ ເຮັດໃຫ້ທ່ານພັກຜ່ອນໄດ້ຢ່າງສະບາຍ, ຢາກເຊົາເຫຼົ້າ ເຊົາສູບຢາ ຄວາມຮັກຊ່ວຍໃຫ້ທ່ານຮູ້ສຶກພໍໃຈ ໃນຄວາມສຸກທີ່ມີຫຼາຍທີ່ສຸດ ເຊັ່ນດຽວກັບ ຄວາມຫຼົງໄຫຼ ແລະ ຄວາມຮັກ …
Read More »ຄັ້ງທໍາອິດ! “ເລີ ປາແດກ” ກັບກິດຈະກໍາສົ່ງເສີມໃຫ້ຄົນລາວສະໜັບສະໜູນຜະລິດຕະພັນ ແລະ ສີໄມ້ລາຍມືຂອງຄົນລາວເຮົາ!!!
ຄັ້ງທໍາອິດ! “ເລີ ປາແດກ” ກັບກິດຈະກໍາສົ່ງເສີມໃຫ້ຄົນລາວສະໜັບສະໜູນຜະລິດຕະພັນ ແລະ ສີໄມ້ລາຍມືຂອງຄົນລາວເຮົາ!!! ຮ້ານອາຫານ ເລີປາ ແດກ ຮ່ວມກັບບັນດານັກອອກແບບລາວ ໄດ້ຈັດງານຕະຫຼາດນັດ ສືບສານ ແລະ ສົ່ງເສີມຜະລິດຕະພັນ, ສິລະປະງານສີມື , ຄວາມຄິດສ້າງສັນ ໂດຍຄົນລາວ ເປັນຄັ້ງທຳອິດ ” HANDICRAFT MARKET” ໃນວັນເສົາ-ອາທິດ ວັນທີ 16 – 17 ພະຈິກ 2019 ທີ່ຜ່ານມາ. ທັງນີ້, ເພື່ອເປັນການຮັກສາວັດທະນະທຳ-ຮີດຄອງປະເພນີລາວ, ສົ່ງເສີມການນຳໃຊ້ສິນຄ້າຂອງຄົນລາວເອງ ແລະ ເຮັດໃຫ້ເປັນທີ່ຮູ້ຈັກຂອງຄົນລາວ ແລະ ຕ່າງປະເທດຢ່າງກວ້າງຂວາງຂຶ້ນຕື່ມ. ພາຍໃນງານ ແມ່ນສຳຜັດໄດ້ເຖິງບັນຍາກາດຄວາມເປັນລາວແບບຍຸກສະໄໝໃຫມ່, ໄດ້ມີຫ້າງຮ້ານຫຼາຍກວ່າ 23 ແບຣນຂອງຄົນລາວເຂົ້າຮ່ວມວາງສະແດງ ບໍ່ວ່າຈະເປັນ ຜ້າໃໝລາວ, ເຄື່ອງປະດັບ, ເຄື່ອງນຸ່ງຖື, ເຄື່ອງໃຊ້ຂອງສ້ອຍ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ. ເຊິ່ງປີນີ້, …
Read More »ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019…
ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019… ງານນີ້ມີລຸ້ນມົງລົງຢູ່ເດີ້!!! ສຽງເຊຍກໍາລັງເຂັ້ມຂຸ້ນແຮງສໍາລັບເວທີການປະກວດ MISS LAOS 2019 ທີ່ປັດຈຸບັນກໍາລັງຢູ່ໃນຂັ້ນຕອນເກັບຕົວຂອງສາວງາມທັງ 40 ຄົນສຸດທ້າຍ ເພື່ອຖ້າຮອບຕັດສິນທີ່ໃກ້ຈະມາຮອດນີ້… ແຕ່ແນ່ນອນວ່າໃນທຸກໆເວທີການປະກວດຍ່ອມມີຕົວເດັ່ນກວ່າໝູ່ ເຊິ່ງຈະເປັນຄົນທີ່ໄດ້ຮັບສຽງໂຫວດ ແລະ ສຽງເຊຍຈາກມວນຊົນຫຼາຍກວ່າໝູ່ນັ້ນເອງ ສໍາລັບເວທີການປະກວດ MISS LAOS 2019 ນີ້ ກໍເຊັ່ນດຽວກັນເຊິ່ງສາວງາມຄົນທີ່ຊາວເນັດຈັບຕາເບິ່ງ ແລະ ເຊຍເປັນພິເສດນັ້ນກໍຄື ສາວ ຈຽບ ມະນີພອນ ໝາຍເລກ ML 26 ສາວງາມຕົວແທນຈາກ ແຂວງ ອຸດົມໄຊນັ້ນເອງ ແລະ ຍ້ອນຫຍັງ ຈຽບ ຈຶ່ງເປັນທີ່ຈັບຕາເປັນພິເສດ ເຮົາລອງມາທໍາຄວາມຮູ້ຈັກກັບນາງກັນຕຶ່ມດີບໍ່? ຊື່: ຈຽບ ຫຼື ມະນີພອນ ສິງຫາໄຊຍະແສງ ອາຍຸ 24 …
Read More »