ສິ້ນສຸດການລໍຄອຍແລ້ວ ສໍາລັບຮູບເງົາທີ່ໄດ້ຮັບຄວາມສົນໃຈແຫ່ງປີ “ດອກຈໍາປາບານ” ທີ່ບານແລ້ວທຸກໂຮງຮູບເງົາທົ່ວປະເທດລາວ. ໂດຍໄດ້ເລີ່ມເປີດສາຍໃນຮອບປະຖົມມະເລີກ ເປັນຮອບສື່ມວນຊົນໄປແລ້ວ ໃນວັນທີ 18/9 ທີ່ຜ່ານມານີ້ ພ້ອມທັງຈະເປີດສາຍໃນທຸກໂຮງຮູບເງົາທົ່ວປະເທດ ໃນວັນທີ 19/9/2019 ກໍຄືມື້ນີ້ນັ້ນເອງ… ໃຜທີ່ຕິດຕາມຢູ່ກໍຢ່າລືມໄປຊົມ, ໄປໃຫ້ກໍາລັງໃຈຜົນງານການສ້າງ ແລະ ການສະແດງຂອງຄົນລາວເຮົາແດ່ເດີ່!! ສໍາລັບແອັດມິ້ນເອງທີ່ໄດ້ໄປເບິ່ງມາແລ້ວ ຈະມາຣີວິວຄ່າວໆໄປຟັງຈັກໜ້ອຍໜຶ່ງເນາະ ສ່ວນທີ່ເຫຼືອກໍໃຫ້ໄປເບິ່ງກັນເອງເດີ່!!! ຮູບເງົາ “ດອກຈໍາປາບານ” ເປັນຮູບເງົາເລື່ອງທໍາອິດທີ່ຮ່ວມມືກັນສ້າງລະຫວ່າງ 2 ປະເທດຄື: ສປປ ລາວ ແລະ ສປ ຈີນ ໂດຍມີຈຸດປະສົງຄື ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຖານທຸກຈີນປະຈໍາລາວຄົບຮອບ 55 ປີ. ເລື່ອງລາວໄດ້ພັນລະນາເຖິງຄວາມຮັກ ແລະ ຄວາມຜູກພັນຂອງປະຊາຊົນລາວຈີນຕັ້ງແຕ່ສະໄໝທີ່ປະເທດລາວຖືກຮຸກຮານ, ການລໍຄອຍຄົນຮັກທີ່ພັດພາກຈາກກັນຕັ້ງແຕ່ສະໄໝສົງຄາມ, ພ້ອມທັງສະແດງໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດອັນງົດງາມຂອງປະເທດລາວເຮົາ… ຮ່ວມຖ່າຍທອດເລື່ອງລາວຂອງຮູບເງົາປະຫວັດສາດຄັ້ງນີ້ໂດຍ ໝໍແນ່ງ ຈັນດາລີ (ນາງເອກ) ຮ່ວມກັບນັກຈະແດງຊື່ດັງຈາກປະເທດຈີນຫຼາກຫຼາຍທ່ານ ເຮັດໃຫ້ຮູບເງົາເລື່ອງນີ້ ອອກມາໄດ້ຢ່າງສົມບູນພໍສົມຄວນ ໂດຍມີທັງສາກທີ່ເຮັດໃຫ້ຍິ້ມຕາມ, …
Read More »Home
ດີໃຈນໍາ!!! ນ້ອງ ເປເລ່ ສີວິໄລ ແລະ ທຸກຄົນທີ່ໄດ້ຮັບລາງວັນ Cover ເພງປະກອບຮູບເງົາ “ດອກຈໍາປາບານ”
ໃນທີ່ສຸດກໍໄດ້ແລ້ວສໍາລັບຜູ້ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນ ໂຄເວີ ( Cover) ເພງຮູບເງົາ “ດອກຈຳປາບານ” ເພງປະກອບຮູບເງົາແຫ່ງປີຄື ຮູບເງົາ “ດອກຈຳປາບານ” ທີ່ໄດ້ນັກສະແດງນໍາຄື ໝໍແໜ່ງ ຈັນດາລີ ສິດພະໄຊ ຮ່ວມກັບນັກສະແດງຊື່ດັງຂອງຈີນຫຼາຍທ່ານ, ເຊິ່ງຕົ້ນສະບັບຂອງເພງນີ້ ແມ່ນຂັບຮ້ອງໂດຍ: ອຈ ສົມໃຈ ລາວລີ (JackBrown) ສໍາລັບໂຄງການຈັດການປະກວດນີ້, ແມ່ນໄດ້ເລີ່ມເປີດການແຂ່ງຂັນຕັ້ງແຕ່ ວັນທີ 15 ສິງຫາ 2019 ແລະ ປິດຮັບວັນທີ 6 ກັນຍາ 2019 ເຊິ່ງໄດ້ມີຜູ້ເຂົ້າປະກວດທັງໝົດ 13 ຄົນແລະ ໄດ້ມີການປະກາດຜົນລາງວັນໃນວັນທີ 12 ກັນຍາ ລາງວັນຊະນະເລີດ ໄດ້ແກ່ ໝາຍເລກ M 2 ທ້າວ ສີວິໄຊ (ເປເລ່) ໄດ້ຮັບເງິນລາງວັນມູນຄ່າ 1,000,000 ກີບ, ສະໜັບສະໜູນໂດຍ …
Read More »ທີມງານວາລະສານ ຂວັນໃຈ-ທາເກັດ ແລະ ບັນດາບໍລິສັດໃນເຄືອ ເຄແອນຊີ ຮ່ວມສົ່ງນໍ້າໃຈ, ບໍລິຈາກອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ!!!
ເນື່ອງຈາກເຫດການໄພນໍ້າຖ້ວມທາງ 4 ແຂວງພາກໃຕ້ ຈໍາປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຫຼວງຫຼາຍ ແຕ່ຄົນລາວກໍບໍ່ເຄີຍຖີ້ມກັນ ຍາມເມື່ອມີເຫດການອັນເຮັດໃຫ້ປະຊາຊົນຄົນລາວໄດ້ຮັບຄວາມເດືອດຮ້ອນ ຄົນທີ່ບໍ່ໄດ້ຮັບຜົນກະທົບກໍຈະລະດົມກັນຊ່ວຍເຫຼືອຢູ່ສະເໝີ ແລະ ໃນເຫດການຄັ້ງນີ້ກໍໄດ້ມີຫຼາຍໆໜ່ວຍງານເຂົ້າໄປຊ່ວຍເຫຼືອ ທັງພາກລັດ, ເອກະຊົນ ແລະ ໃນນາມສ່ວນຕົວຂອງຜູ້ໃຈບຸນ ຫຼືຄົນດັງ ຄືດັ່ງທີ່ຂວັນໃຈໄດ້ນໍາສະເໜີໄປເມື່ອບໍ່ດົນມານີ້… ແລະ ໃນນາມສື່ອອນລາຍຂວັນໃຈເຮົາເອງ ທີ່ເປັນສື່ກາງນໍາສະເໜີເລື່ອງລາວຕ່າງໆ ແລະ ສະໜັບສະໜູນສັງຄົມຢູ່ຕະຫຼອດເວລາ ກໍບໍ່ໄດ້ປະຖີ້ມພໍ່ແມ່ພີ່ນ້ອງທີ່ໄດ້ຮັບຄວາມເດືອດຮ້ອນໃນຄັ້ງນີ້ ຈຶ່ງໄດ້ລະດົມທີມງານຮ່ວມບໍລິຈາກ ໃນນາມກຸ່ມບໍລິສັດ ເຄແອນຊີ ແລະ ບັນດາບໍລິສັດໃນເຄືອ ເຊິ່ງປະກອບມີ: ວາລະສານ ທາເກັດ-ຂວັນໃຈ, ໂຄງການ ຣັນຟໍເຮີ, ບໍລິສັດປັນຍາທິບໂຄສະນາ (PPB)… ຮ່ວມກັບທີມໜ່ວຍກູ້ໄພ ພັດທະນາຜາສຸກ ຜູ້ທີ່ລົງພາກສະໜາມສົ່ງຕໍ່ເຄື່ອງບໍລິຈາກໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ອີກດ້ວຍ!!! ໃນນາມຂວັນໃຈເອງກໍຮູ້ສຶກພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອຄັ້ງນີ້ ແລະ ຕາງໜ້າໃຫ້ກູ່ມບໍລິສັດ ເຄແອນຊີ ແລະ ບັນດາບໍລິສັດໃນເຄືອ ຮ່ວມສົ່ງກໍາລັງໃຈເຖິງຜູ້ປະສົບໄພທຸກຄົນຈົ່ງພ່ານຜ່າອຸປະສັກໃນຄັ້ງນີ້ໃຫ້ໄດ້ດ້ວຍດີເດີ່!!! ສູ້ໆ ທຸກຄົນ… …
Read More »ທັງງາມ ທັງເກັ່ງ!!! ໝໍແນ່ງ ຈັນດາລາ ສິດພະໄຊ ນາງເອກຮູບເງົາແຫ່ງປີ “ດອກຈໍາປາບານ”
ເອີ້ນໄດ້ວ່າເກີດທຸກບົດບາດອີ່ຫຼີສໍາລັບສາວງາມຄົນນີ້!!! ໝໍແນ່ງ ຈັນດາລີ ສິດພະໄຊ ທີ່ເປັນທັງ Net Idol, ພຣີເຊັນເຕີ່ໂຄນາ ແລະ ນັກສະແດງ ເຊິ່ງຜົນງານແຕ່ລະຢ່າງຂອງ ໝໍແນ່ງ ນັ້ນຖືວ່າປັງທຸກງານເລີຍຈ່າ ແລະ ຫຼ້າສຸດກໍໄດ້ມີຜົນງານການສະແດງເປັນນາງເອກໃນຮູບເງົາເລື່ອງ “ດອກຈໍາປາບານ” ກໍຕິດອັນດັບຮູບເງົາທີ່ໄດ້ຮັບຄວາມສົນໃຈແຫ່ງປີທີ່ກໍາລັງຈະເຂົ້າສາຍໃນໄວໆນີ້!!! ສໍາລັບຮູບເງົາເລື່ອງ “ດອກຈຳປາບານ” ຖືກຍົກໃຫ້ເປັນຮູບເງົາທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດໃນປີ 2019 ເພາະໄດ້ນັກສະແດງນໍາຄື ໝໍແຫນ່ງ (ຈັນດາລີ ສິດພະໄຊ ) ມາເປັນນາງເອກ, ພະເອກຄື Mr.Ma ziluo (ຈາກປະເທດຈີນ) ແລະ ນັກສະແດງນຳອີກຫຼາກຫຼາຍທ່ານທີ່ມີຄວາມສາມາດ ມາຮ່ວມຖ່າຍທອດບົດເລື່ອງລາວໃນຮູບເງົາດັ່ງກ່າວ!!! ນາງ ຈັນດາລີ ສິດພະໄຊ ຮັບບົດເປັນ ຈໍາປາ (ນາງເອກ) Mr.Ma ziluo ຮັບບົດເປັນ Shenxiang (ພະເອກ) “ດອກຈຳປາບານ” ເປັນຮູບເລື່ອງທຳອິດ ທີ່ຖ່າຍທອດເຖິງຄວາມຮັກຂອງຄົນສອງລຸ້ນ ເປັນຮູບເງົາ ຕ້ອນຮັບພະນະທ່ານ ສີຈິ້ນຜິງ …
Read More »ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ…
ສະແດງຄວາມຍິນດີ!!! ວົງ LAO JAZZANOVA ຕົວແທນປະເທດລາວວົງທໍາອິດ ໄປສະແດງໃນງານເທສະການດົນຕຣີແຈ໊ສນານາຊາດ ທີ່ປະເທດ ມົງໂກລ… ເຖິງວ່າປະເທດລາວຈະເປັນປະເທດນ້ອຍໆໃນອາຊີຕາເວັນອອກສຽງໃຕ້ ທີ່ຖືວ່າເປັນປະເທດທີ່ກໍາລັງພັດທະນາ ແຕ່ຍັງຄົງເຊື່ອສະເໝີວ່າ ຄົນລາວເຮົາເກັ່ງບໍ່ແພ້ຊາດໃດໃນໂລກ ເພາະສັງເກດໄດ້ຈາກວ່າ ງານເທສະການ, ການແຂ່ງຂັນທີ່ຖືກຈັດຂຶ້ນໃນລະດັບຊາດ ຫຼືລະດັບສາກົນຫຼາຍໆງານ ເຮົາກໍຈະເຫັນໄວໜຸ່ມລາວເຮົາເຂົ້າຮ່ວມຢ່າງບໍ່ຂາດສາຍ!!! ແລະ ເມື່ອບໍ່ດົນມານີ້ ໃນເທສະການດົນຕຣີແຈ໊ສນານາຊາດ ທີ່ຈັດຂຶ້ນຢູ່ທີ່ປະເທດມົງໂກລ ໃນວັນທີ 23-31 ສິງຫາທີ່ຜ່ານມາ ກໍເຫັນມີວົງດົນຕຣີ Lao Jazzanova ເຊິ່ງເປັນວົງຂອງຄົນລາວຂຶ້ນຮ່ວມສະແດງເທິງເວທີນໍາ ແລະ ຖືເປັນຄັ້ງທໍາອິດທີ່ນັກຮ້ອງລາວ, ວົງດົນຕຣີລາວໄດ້ເຂົ້າຮ່ວມສະແດງໃນງານເທສະການດົນຕຣີແຈ໊ສນີ້!!! ວົງດົນຕຣີ Lao Jazzanova ຖືເປັນອີກວົງໜຶ່ງທີ່ມີຄວາມສາມາດໃນການຫຼິ້ນດົນຕຣີແນວແຈ໊ສ ໂດຍລວມມີ 1 ສາວ ແລະ 3 ໜຸ່ມ ເຊິ່ງມີຜົນງານເພງທີ່ຫຼາກຫຼາຍຢູ່ໃນ You Tube, ຕາມງານເທສະການດົນຕຣີແຈ໊ສຕ່າງໆ… ສໍາລັບດົນຕຣີແຈ໊ສນັ້ນຈະມີຄວາມພິເສດຈາກດົນຕຣີແນວອື່ນໆຈັກເລັກໜ້ອຍ ດ້ວຍທ່ວງທ່າ ແລະ ທໍານອງທີ່ມີເອກະລັກຄື ຄວາມຄລາສສິກ ແຕ່ສາມາດເຮັດຜູ້ຊົມທີ່ມັກຮັກນັ້ນອິນ …
Read More »