ສຸດຍອດ!!! ໜຸ່ມລາວຍອດກະຕັນຍູໄປໂຊຄວາມສາມາດ “ກາຍຍະສິນ” ໃນລາຍການດັງ ປະເທດໄທ ເພື່ອຂໍຄວາມຝັນໃຫ້ແມ່… ເບິ່ງແລ້ວນໍ້າຕາໄຫຼ… ໜູ່ມລາວໃຈສູ້ ໃຈສະຫວັນ ອາຍຸ 26 ປີ ຜູ້ທີ່ມີຄວາມຝັນຢາກເຫັນແມ່ມີຄວາມສຸກ ຍ້ອນຊີວິດຜ່ານມາພົບແຕ່ຄວາມທຸກ ແລະ ຍ້ອນຄວາມມຸ່ງມານະບໍ່ຍອມແພ້ຕໍ່ໂຊກຊະຕາ ຈຶ່ງໄດ້ຫອບເອົາຄວາມສາມາດໄປແລກຄວາມຝັນເພື່ອແມ່ ໃນລາຍການດັງ (ປະເທດໄທ) ລາຍການ Super 100 ເຊິ່ງເປັນລາຍການແຂ່ງຂັນໂຊຄວາມສາມາດ ແລະ ໜຸ່ມລາວໃຈສູ້ຄົນນີ້ກໍໄດ້ໄປໂຊຄວາມສາມາດ ການສະແດງ ກາຍຍະສິນ ຈົນສາມາດເອົາຊະນະໃຈກໍາມະການ ແລ້ວໄດ້ຄວາມຝັນກັບມາໃຫ້ແມ່ຄື ພາແມ່ໄປທ່ອງທ່ຽວວັດລ່ອງຂຸນ ເຊິ່ງເປັນວັດທີ່ສວຍງາມທີ່ສຸດໃນປະເທດໄທ!!! ແອັດຂໍສະແດງຄວາມຍິນດີນໍາໜຸ່ມໃຈຫຼາຍໆ ແລະ ເປັນກໍາລັງໃຈໃຫ້ສູ້ຕໍ່ໄປເພື່ອແມ່ເດີ່… ເຮົາມາເບິ່ງ VDO ການສະແດງ ກາຍຍະສິນ ຂອງໜຸ່ມໃຈຂອງເຮົາກັນເລີຍ!!!
Read More »Home
ຕົວຈິງໜ້າຮັກຫຼາຍ “ແຕ້ວ ນັດທະພອນ” ເຈົ້າແມ່ນາຄີ ເດີນທາງມາລາວ ແລະ ຝາກເຖິງແຟນໆຊາວລາວແບບນີ້!!!
ເປັນດາຣາສາວຈາກປະເທດເພື່ອນບ້ານ ທີ່ມີແຟນຄຣັບເປັນຄົນລາວຫຼາຍພໍສົມຄວນສໍາລັບ ແຕ້ວ ນັດທະພອນ ເຕມີຣັກ ຍ້ອນຄວາມໜ້າຮັກ, ສົດໄສ ແລະ ຝີມືການສະແດງລະຄອນທີ່ເກັ່ງແບບບໍ່ໃຫ້ໃຜແຊງ ໂດຍສະເພາະ ລະຄອນແນວອີສານ “ນາຄີ” ຈົນໄດ້ຊື່ຈາກແຟນໆວ່າ ຄໍາແກ້ວ ຈົນເຖິງຂັ້ນວ່າເວົ້າຊື່ນີ້ອອກມາແລ້ວບໍ່ມີໃຜທີ່ບໍ່ຮູ້ຈັກກັນເລີຍແຫຼະ!!! ແລະ ໃນວັນທີ 28 ກັນຍາ ທີ່ຜ່ານມາ ສາວແຕ້ວ ຫຼືຄໍາແກ້ວ ກໍໄດ້ເດີນທາງມາຮ່ວມງານເປີດສາຂາໃໝ່ຂອງ Shiseido Beauty Center ໃນລາວພ້ອມທັງຮ່ວມພົບປະແຟນໆຊາວລາວຢ່າງໃກ້ຊິດ ແລະ ເປັນກັນເອງທີ່ສຸດ… ຫຼັງຈາກແລ້ວງານທາງການແລ້ວ ກໍໄດ້ມີໂອກາດເຂົ້າສໍາພາດສາວແຕ້ວກ່ຽວກັບຄວາມຮຸ້ສຶກທີ່ມີຕໍ່ແຟນຄຣັບຊາວລາວ ກັບຊື່ຄໍາແກ້ວ ເຊິ່ງສາວແຕ້ວກໍໄດ້ຕອບດ້ວຍສີໜ້າຍິ້ມແຍ້ມວ່າ ກ່ອນທີ່ຈະມີຊື່ ຄໍາແກ້ວ ກໍມັກໃນຄວາມໜ້າຮັກຂອງຄົນລາວຢູ່ແລ້ວ ຍິ່ງມີແຟນຄຣັບຊາວລາວເອີ້ນ ຄໍາແກ້ວ ກໍຮູ້ສຶກດີໃຈຫຼາຍ ຢາກໃຫ້ຕິດຕາ່ມຜົນງານໄປເລື້ອຍໆ ເພາະຍັງຈະມີຜົນງານໃໝ່ອອກມາໃຫ້ແຟນໆໄດ້ຮັບຊົມຕະຫຼອດ (ຍິ້ມປະທັບໃຈແຮງ) ແລະ ສາວ ແຕ້ວ ຍັງບອກອີກວ່າ ຕົວເອງເດີນທາງມາປະເທດລາວ ເປັນຄັ້ງທີ 3 ແລ້ວ …
Read More »ຊົມເຊີຍ! ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ! ກັນຍາ ແກ້ວມະນີ ຢືນ 1 ໃນຕໍາແໜ່ງ ຮອງປະທານ ພັດທະນາບານເຕະຂອງ AFC….
“ບໍ່ມີສິ່ງໃດທີ່ແມ່ຍິງລາວເຮັດບໍ່ໄດ້” ແລະ ” ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ” ເປັນຄໍາຍ້ອງຍໍຊົມເຊີຍສໍາລັບຜົນສໍາເລັດທີ່ຫຼາກຫຼາຍຂອງແມ່ຍິງລາວ ທີ່ຜ່ານມາມີແມ່ຍິງລາວຫຼາຍໆຄົນຈາກຫຼາກຫຼາຍສາຂາອາຊີບ ທີ່ມີຄວາມສາມາດໄປໂຊຄວາມສາມາດໃນເວທີ ແລະ ວົງການໃນລະດັບໂລກ. ຄືກັນກັບແມ່ຍິງລາວຄົນນີ້ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ທັງເປັນ ຄະນະບໍລິຫານງານ ສະຫະພັນບານເຕະອາຊີ ໄດ້ຖືກແຕ່ງຕັ້ງເປັນຮອງປະທານ ຄະນະກໍາມະການ ພັດທະນາບານເຕະ AFC Development Committee ໃນລະຫວ່າງປີ 2019-2023. ຈາກກອງປະຊຸມ ປຶກສາຫາລືກະກຽມເປີດສົກການແຂ່ງຂັນກິລາບານເຕະ ຢູ່ທີ່ ກົວລາ ລໍາເປີ, ປະເທດມາເລເຊຍ ວັນທີ 25 ກັນຍາ 2019 ນັ້ນ ເຫັນໄດ້ຊັດເຈນເລີຍວ່າ ແມ່ຍິງລາວຄົນນີ້ບໍທໍາມະດາ ແລະ ເປັນແມ່ຍິງພຽງຄົນດຽວໃນຄະນະປະທານ ແລະ ກໍາມະການທັງໝົດ 19 ທ່ານ. ໂດຍມີລາຍຊື່ດັ່ງນີ້: 1. ທ່ານ Salem Said Salem Al …
Read More »ທີ່ມາຂອງຄໍາວ່າ “ນີ້ແຫຼະ! ຕົວແມ່” ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? (ມີຄໍາຕອບ)
ທີ່ມາຂອງຄໍາວ່າ “ນີ້ແຫຼະ! ຕົວແມ່” ແລະ ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? ມາເບິ່ງ! ນິໄສທີ່ບົ່ງບອກວ່າ ຜູ້ນີ້ແຫຼະ ສະຫຼາດຕົວແມ່ ເຮົາຮັກແມ່ຍິງຕົວແມ່ທຸກຄົນ ເປັນຫຍັງນັ້ນຫວາ? ກໍເພາະວ່ານາງ Powerful ຕົວແມ່ແນວໃດລະ ໄປໃສກັບນາງ ຊີວິດແສນຈະງ່າຍ ແລະ ອອກຈະໄດ້ຮັບສິດທິພິເສດຫຼາກຫຼາຍ ບອກເລີຍວ່າຖ້າເຈົ້າມີໝູ່, ນ້ອງ, ແຟນ, ຫົວໜ້າ ຫຼືຄົນໃນຄອບຄົວເຂົ້າຂ່າຍ 11 ນິໄສທີ່ ຂັວນໃຈ ຈະມານໍາສະເໜີຕໍ່ໄປນີ້ ຂໍໃຫ້ຮັກສາມິດຕະພາບກັບນາງໄວ້ໃຫ້ໝັ້ນ ຖ້າຂາດນາງໄປເຈົ້າຈະຂາດຊີວິດຊີວາໃນຊີວິດໄປເລີຍ ບໍ່ມີດອກທີ່ນາງຈະຈົກເງິນໃບ 5000 ກີບໃຫ້ Tip ພະນັກງານເສີບ: Concept ເລື່ອງໃຫ້ Tip ຂອງສາວຕົວແມ່ເລີຍຄື: Tip ໜັກ Tip ຂັ້ນເທບ ນາງຈະບໍ່ຄິດແຄ່ມື້ນີ້ ແຕ່ຄິດເຜື່ອໄວ້ເລີຍວ່າ ຖ້າມື້ນີ້ນາງໃຫ້ Tip ພະນັກງານເສີບໄປ 100.000 ກີບ ມື້ໜ້າຖ້ານາງມາບ່ອນນີ້ກັບໝູ່ອີກ …
Read More »ເຫັນແລ້ວປະທັບໃຈ! ທ່ານນາງ ນາລີ ສີສຸລິດ (ແມ່ຂອງປວງຊົນລາວ) ລົງຢ້ຽມຢາມໃຫ້ກໍາລັງໃຈຜູ້ປະສົບໄພນໍ້າຖ້ວມ “ຢາກເຫັນຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ”
ເຫັນແລ້ວປະທັບໃຈ! ທ່ານນາງ ນາລີ ສີສຸລິດ (ແມ່ຂອງປວງຊົນລາວ) ລົງຢ້ຽມຢາມໃຫ້ກໍາລັງໃຈຜູ້ປະສົບໄພນໍ້າຖ້ວມ “ຢາກເຫັນຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ” ເປັນພາບທີ່ເຫັນແລ້ວຍິ້ມຕາມກັນໄປເລີຍສໍາລັບ ຮູບພາບທີ່ແອັດຈະນໍາຕ້ອນໃນມື້ນີ້ ເພາະເປັນຮູບພາບທີ່ ທ່ານນາງ ນາລີ ສີສຸລິດ (ປ້າ ນາລີ ທີ່ປະຊາຊົນລາວເອີ້ນ) ພັນຍະຍາຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ທີ່ມີຄວາມເປັນຫ່ວງເປັນໄຍພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທາງພາກໃຕ້ຂອງລາວ ໂດຍຢາກເຫັນສະພາບການເປັນຢູ່ ແລະ ສະພາບຈິດໃຈຂອງທຸກຄົນດີຂຶ້ນ. ເຊິ່ງການໂອ້ລົມ ພົບປະພໍ່ແມ່ພີ່ນ້ອງກັນ ປ້ານາລີ ແມ່ນມີຄວາມເປັນກັນເອງ ຈົນໃຜເຫັນແລ້ວຕ້ອງຍິ້ມຕາມຢ່າງແນ່ນອນ… ພາບດັ່ງກ່າວໄດ້ຖືກເຜີຍແຜ່ອອກທາງສື່ມີເດຍ, ສັງຄົມອອນລາຍ ເຮັດປະຊາຊົນລາວຕ່າງຍົກຍ້ອງໃຫ້ ປ້ານາລີ ເປັນສະຕີໝາຍເລກ 1 ຂອງປະຊາຊົນລາວໄປແລ້ວ!!! #ເຮົາລອງມາເບິ່ງຮູບພາບດັ່ງກ່າວພ້ອມກັນເລີຍ!!! ເປັນພາບທີ່ປະທັບໃຈແຮງແມ່ນບໍ່ທຸກຄົນ ແອັດລະຕື້ນຕັນໃຈແທນພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບຫຼາຍ ທີ່ ປ້ານາລີ ໃຫ້ຄວາມເອົາໃຈໃສ່, ເປັນຫ່ວງເປັນໄຍແບບເປັນກັນເອງຂະໜາດນີ້ ແນວໃດກໍຂໍໃຫ້ສະພາບຈິດໃຈ ແລະ …
Read More »