Breaking News

Home

ຊາວເນັດຮືຮາ!!!​ ຮັບຂວັນລູກສາວຈົນເປັນຂ່າວ! ນີ້ແຫຼະນິຍາມຄໍາວ່າ “ເກີດມາເທິງກອງເງິນກອງູຄໍາ”

ສາວໆ ເມື່ອເວົ້າເຖິງໂລກໂຊຊ່ຽວ ຫຼືສື່ສັງຄົມ Social Media ນັ້ນ ເປັນສິ່ງທີ່ຄົນຍຸກປັດຈຸບັນຮູ້ຈັກ ແລະ ໃຊ້ກັນທົ່ວໄປໃນສັງຄົມ. ເຊິ່ງຄົນສ່ວນຫຼາຍມັກຈະຄິດວ່າໂຊຊ່ຽວນັ້ນຄືກັບໂລກນ້ອຍໆຂອງຕົວເອງ ທີ່ຈະໂພສ, ຈະເວົ້າ, ຈະສະແດງຄວາມຄິດເຫັນຫຍັງກໍຍ່ອມໄດ້ ໂດຍສະເພາະ Facebook ທີ່ເຮົາຈະເຫັນເປັນປະຈໍາຄື ທຸກຄົນຈະອັບເດດເລື່ອງລາວການໃຊ້ຊີວິດຂອງຕົວເອງລົງເປັນປະຈໍາ (ລວມທັງຕົວແອັດມິ້ນເອງ) ຫຼັງຈາກໂພສລົງໄປແລ້ວກໍຈະມີການຄອມເມັ້ນກັນໄປມາ ທັງຄົນທີ່ຮູ້ຈັກໃນຊີວິດປະຈໍາວັນ ຫຼືຄົນທີ່ຮູ້ຈັກກັນທາງໂຊຊ່ຽວ (ບໍ່ເຄີຍເຫັນໜ້າກັນ) ກໍເຂົ້າມາໂອ້ລົມກັນຢ່າງສະນິດສະໜົມ ອັນນີ້ແມ່ນເລື່ອງປົກກະຕິ. ແຕ່ເລື່ອງທີ່ບໍ່ປົກກະຕິທີ່ແອັດຈະນໍາມາຕ້ອນໃນມື້ນີ້ກໍຄື ການຮັບຂວັນຫຼານ ທີ່ຖືກເຜີຍແຜ່ມາທາງໂຊຊ່ຽວແລ້ວກາຍເປັນກະແສ ທ໊ອກອ໊ອຟເດິທາວ ໃນຕອນນີ້!! ເຊິ່ງເຫດແມ່ນເກີດຈາກຜູ້ໃຊ້ເຟສບຸກຊື່ Viluna Tou ໄດ້ໂພສຮູບແມ່ອຸ້ມລູກນ້ອຍນອນຢູ່ເທິງຕຽງໂຮງໝໍ ພ້ອມກັບພໍ່ເຖົ້າຖືກັບເຄື່ອງປະດັບທີ່ເຮັດດ້ວຍ ເພັດ ແລະ ຄໍາ ພ້ອມດ້ວຍແຄັບຊັ່ນວ່າ “ຮັບຂວັນລູກສາວນ້ອງພິງເຂົ້າສູ່ອ້ອມກອດແລກຂອງພໍ່ຕູ່ແມ່ກຸ້ງ” ເບິ່ງແລ້ວກໍເປັນໂພສທີ່ແສນຈະທໍາມະດາຂອງຄົນເປັນພໍ່ທີ່ດີໃຈ ຮັບເອົາລູກສາວເຂົ້າສູ່ອ້ອມເອິກຂອງພໍ່ແມ່ ຄືກັບຄົນທົ່ວໄປໂພສ ແຕ່ເມື່ອໂພສນີ້ຖືກເຜີຍແຜ່ອອກທາງໂຊຊ່ຽວໄດ້ບໍ່ດົນ ກໍມີຊາວເນັດແຫ່ກັນເຂົ້າມາໄລ້, ຄອມເມັ້ນ ແລະ ແຊຣ ເປັນຈໍານວນຫຼວງຫຼາຍ ເພາະຂອງຂວັນຮັບລູກສາວນັ້ນມູນຄ່າບໍ່ທໍາມມະດາ “ນີ້ແຫຼະເຂົາວ່າເກີດມາເທິງກອງເງິນກອງຄໍາ” …

Read More »

ສະແດງຄວາມຍິນດີ!!! ໃບເຕີຍ ນັກຮ້ອງຄ່າຍດັງ (ປະເທດໄທ) ເຂົ້າພິທີແຕ່ງດອງກັບ ດີເຈແມນ ຫຼັງຄົບກັນເປັນແຟນ 7 ປີ. ກັບງານແຕ່ງສຸດອາລັງການ!!!

ສະແດງຄວາມຍິນດີ!!! ໃບເຕີຍ ນັກຮ້ອງຄ່າຍດັງ (ປະເທດໄທ) ເຂົ້າພິທີແຕ່ງດອງກັບ ດີເຈແມນ ຫຼັງຄົບກັນເປັນແຟນ 7 ປີ. ກັບງານແຕ່ງສຸດອາລັງການ!!! ສະບາຍດີວັນຈັນ ກັບແອັດມິ້ນເພຈຂວັນໃຈຄົນເກົ່າຄົນເດີມ ເລີ່ມຕົ້ນອາທິດດ້ວຍຂ່າວໜ້າຍິນດີຂອງນັກຮ້ອງສາວສຸດເຊັກຊີ່ (ປະເທດໄທ) ໃບເຕີຍ ອາສະຫຍາມ ທີ່ຕັດສິນໃຈສະຫຼະຄວາມໂສດ (ແຕ່ບໍ່ຖີ້ມຄວາມແຊ໋ບ) ກັບແຟນໜຸ່ມຫວານໃຈ ດີເຈແມນ ຫຼັງຈາກທີ່ທັງສອງຖືສະຖານະແຟນ ສຶກສາເບິ່ງໃຈກັນເປັນເວລາດົນເຖິງ 7 ປີ. ແລະ ໄດ້ຈູງມືກັນເຂົ້າປະຕູວິວາໄປເມື່ອວັນເສົາທີ 5 ຕຸລາ ທີ່ຜ່ານມານີ້ ດ້ວຍງານແຕ່ງທີ່ຫຼູຫຼາອະລັງການສົມກຽດ ຄ່າດອງລວມໆ 45 ລ້ານບາດ ແລະ ຄ່າໃຊ້ຈ່າຍຈັດງານປະມານ 10 ລ້ານບາດ (ເງິນກີບຄຸນເອົາເອງເດີ່ ແອັດບໍ່ໄດ້ເຊັກເລດ 555) ພ້ອມເຊີນແຂກທັງໃນ ແລະ ນອກວົງການນັບ 1000 ຄົນມາຮ່ວມສະແດງຄວາມຍິນດີ. ຟັງກໍຮູ້ແລ້ວວ່າຕ້ອງອາລັງການງານສ້າງແຮງແນ່ນອນເລີຍ ມື້ນີ້ແອັດໄດ້ນໍາເອົາພາບບັນຍາກາດມາໃຫ້ເບິ່ງນໍາກັນ!!! ໄປເບິ່ງວ່າ ຊຸດເຈົ້າສາວແຕ່ລະຊຸດຂອງ ໃບເຕີຍ …

Read More »

ເຕັມ 10 ໃຫ້ໃຜເທົ່າໃດ? ງາມກິນກັນບໍ່ລົງ 3 ສາວງາມຈາກເວທີດຽວກັນ “MISS GRAND INTERNATIONAL LAOS”

ເຕັມ 10 ໃຫ້ໃຜເທົ່າໃດ? ງາມກິນກັນບໍ່ລົງ 3 ສາວງາມຈາກເວທີດຽວກັນ “MISS GRAND INTERNATIONAL LAOS” ສະບາຍດີຕອນວັນສຸກເດີ່ສາວໆ ແລະ ແຟນນາງງາມທັງຫຼາຍ ແລງວັນສຸກທ້າຍອາທິດ (ຂອງການເຮັດວຽກ) ກັບອາກາດເຢັນຈັກເລັກໜ້ອຍ ບວກກັບຝົນຕົກແບບເບົາໆ ເໝາະແກ່ການພັກຜ່ອນ (ນອນ) ເປັນທີ່ສຸດ!!! ແຕ່ກ່ອນຊິເລີກວຽກກັບບ້ານໄປນອນ ແອັດກໍມີແນວງາມໆມາໃຫ້ຕອບມ່ວນຊື່ນ ກັບການໃຫ້ຄະແນນນາງງາມ ທີ່ງາມແບບກືນກັນບໍ່ລົງ ເພາະທຸກຄົນນັ້ນມີຕໍາແໜ່ງເປັນເຖີງ “MISS GRAND INTERNATIONAL LAO” ແຕ່ລະປີນັ້ນເອງ ແລະ ແຕ່ລະຄົນກໍເປັນຕົວແທນປະເທດລາວໃນການໄປເຜີຍແຜ່ວັດທະນະທໍາ, ຄວາມຮູ້ຄວາມສາມາດຂອງແມ່ຍິງລາວ ໃນເວທີລະດັບສາກົນມາແລ້ວ (ມີສາວງາມຄົນ 1 ທີ່ກຽມຕົວກໍາລັງໄປ) ເປັນຕາມ່ວນກັນບໍ່ລະ? ຄັ້ນຊັ້ນເຮົາມາເບິ່ງນໍາກັນເລີຍ! ວ່າມີໃຜແດ່??? ເລີ່ມຈາກນາງງາມລຸ້ນເອຶ້ອຍ Miss Grand Laos ຄົນທໍາອິດ ນັ້ນກໍຄື ຟ້າໄສ ຈິນນາລີ ນໍລະສິງ Miss Grand …

Read More »

ຍອດຄົນລົງທະບຽນງານ RUN FOR HER 2019 ຢຽບຫຼັກ 1.000 ກວ່າ ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ…

ຍອດຄົນລົງທະບຽນແລ່ນໃນງານ RUN FOR HER 2019 ຢຽບຫຼັກ 1.000 ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ… ກິດຈະກໍາແລ່ນຊຸບເປີມິນິມາຣາທອນ Run for Her ຄັ້ງທໍາອິດ ໄດ້ເປີດພິທີຖະແຫຼງຂ່າວຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ຕູລາ 2019 ຢູ່ທີ່ໂຮງແຮມ ຄຣາວພຣາຊ່າ ໂດຍ ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງ ວາລະສານຂວັນໃຈ ໃນນາມຜູ້ຈັດ ເປັນປະທານ ຮ່ວມກັບທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ, ນັກກິລາແລ່ນ-ລານທີມຊາດ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ…     ງານແລ່ນ Run …

Read More »

ຊວນສາວແທ້ສາວທຽມມາຟີນ!!! ກັບພາບບັນຍາກາດການເກັບຕົວຂອງໜຸ່ມໆ Mister International Laos 2019…

ຊວນສາວແທ້ສາວທຽມມາຟີນ!!! ກັບພາບບັນຍາກາດການເກັບຕົວຂອງໜຸ່ມໆ Mister International Laos 2019… ກ່ອນຈະອ່ານບົດຄວາມຕໍ່ໄປນີ້ ແອັດຂໍໄວ້ຢ່າງໜຶ່ງວ່າ “ຢ່າຄອມເມັ້ນວ່າແອັດຫື່ນເດີ່ 555” ເພາະຄວາມຈິງແອັດບໍ່ໄດ້ຢາກໄປສອດສ່ອງຫຍັງດອກເລື່ອງຂອງຜູ້ຊາຍເຂົາ (ຄ້ອນຂ້າງສຽງສູງ) ແຕ່ກໍເພື່ອແຟນໆຂວັນໃຈ ບໍ່ວ່າຈະເປັນສາວແທ້ສາວທຽມທີ່ຮຽກຮ້ອງມາວ່າ ໂຄງການປະກວດ Mister International Laos 2019 ໄປຮອດໃນແລ້ວ ເຊິ່ງກໍຂໍຕອບໄວ້ບ່ອນນີ້ເລີຍວ່າ ຕອນນີ້ໜູ່ມທັງ 20 ຄົນຂອງເຮົາແມ່ນຢູ່ໃນຂັ້ນຕອນການເກັບຕົວຢູ່ ສ່ວນສະຖານທີ່ເກັບຕົວນັ້ນກໍຄື ວັງວຽງແດນງາມນັ້ນເອງ ແລະ ມື້ນີ້ແອັດກໍໄດ້ເສຍສະຫຼະຕົວເອງໄປສ່ອງພາບບັນຍາກາດການເກັບຕົວ ຂອງໜຸ່ມໆ Mister International Laos 2019 ມາໃຫ້ສາວໆໄດ້ຟີນກັນກ່ອນມື້ຕັດສິນ ເຊິ່ງຂໍບອກກ່ອນວ່າ ສາວໆຈະບໍ່ເສຍດາຕ່າຟຣີຖ້າເລື່ອນເບິ່ງຮູບຈົນຈົບ 555+ ມາເບິ່ງພາບບັນຍາກາດກັນເລີຍ!!!

Read More »