ສ່ອງ!!! ຄູ່ຮັກເນັດໄອດໍ້ສາວລາວ-ບ່າວໄທ “ອ໊ອຟ-ນູ່ນີ່” ຫວານແຮງຈົນແຟນຄຣັບພາກັນລຸ້ນວ່າມື້ໃດຈະແຕ່ງ… ເມື່ອເວົ້າເຖິງຄູ່ຮັກເນັດໄອດໍ້ ສາວລາວ-ບ່າວໄທ ຄູ່ທໍາອິດທີ່ຈະຄິດພໍ້ຄົງຈະໜີບໍ່ພົ້ນຄູ່ຮັກສຸດຫວານຄູ່ນີ້ ສາວນູ່ນີ່ ແລະ ໜຸ່ມອ໊ອຟ ທີ່ພົບຮັກກັນໃນລາຍການຊອກຄູ່ Take me out Thailand ແລະ ປັດຈຸບັນນີ້ກໍຍັງຮັກກັນດີ ແຖມຍັງເພີ່ມທະວີຄູນຄວາມຫວານຂຶ້ນນັບມື້ ຈົນຊາວເນັດ ແລະ ແຟນຄຣັບຕ່າງກໍລຸ້ນຢູ່ວ່າ ມື້ໃດຈະມີຂ່າວດີຈັກເທື່ອ. ແລະ ເມື່ອບໍ່ດົນມານີ້ທັງສອງກໍໄດ້ຄວງຄູ່ກັນໄປງານແຕ່ງດອງຂອງໝູ່ຄົນສະນິດຂອງສາວນູ່ນີ່ ນັ້ນກໍຄື ສາວສຸດາ ທີ່ໄດ້ແຕ່ງດອງໄປເມື່ອວັນເສົາແລ້ວນີ້ເອງ. ຍິ່ງເຫັນວ່າໝູ່ສະນິດເຂົ້າພິທີວິວາໄປແລ້ວແບບນີ້ ແຟນຄຣັບຍິ່ງເຊຍ ແລະ ລຸ້ນເຂົ້າໄປອີກ ເພາະຕັ້ງແຕ່ຄົບກັນເປັນແຟນກໍຈະວ່າ ທັງສອງແມ່ນໂຕຕິດກັນຕະຫຼອດ ບໍ່ວ່າຈະໄປເຮັດວຽກ ຫຼືອອກງານ ເຫັນນູ່ນີ່ຈະຕ້ອງເຫັນອ໊ອຟເກືອບວ່າທຸກງານເລີຍແຫຼະ… ໂອ໊ຍຍຍ ເວົ້າໄປແລ້ວກໍລັກອິດສານູ່ນີ່ເບົາໆທີ່ໄດ້ແຟນທັງຫລໍ່, ທັງເທ້ ແລະ ຮັກແບບສະເໝີຕົ້ນສະເໝີປາຍແບບນີ້!!! ເອົາເປັນວ່າຂໍອວຍພອນໃຫ້ທັງສອງຮັກກັນໄປດົນໆໆໆໆ ແອັດມິ້ນ ແລະ ແຟນຄຣັບຈະຄອຍເຊຍ, ຕິດຕາມຜົນງານ ແລະ ຖ້າມື້ທີ່ທັງສອງຕັດສິນໃຈເຂົ້າສູ່ປະຕຸວິວາກະແລ້ວກັນເດີ້!!! ຂອບໃຈຮູບພາບຈາກ: …
Read More »Home
ໂອ໊ຍ… ລູກຊາຍຍຍ!!! “ນ້ອງຄູເປີ ລູກເຄິ່ງ ເກົາຫລີ-ແຄນນາດາ” ໜຸ່ມນ້ອຍໄວ 5 ປີ ທີ່ໜ້າຕາດີຈົນໃຜເຫັນຕ້ອງຕົກຂຸມຮັກ…
ໂອ໊ຍ… ລູກຊາຍຍຍ!!! “ນ້ອງຄູເປີ ລູກເຄິ່ງ ເກົາຫລີ-ແຄນນາດາ” ໜຸ່ມນ້ອຍໄວ 5 ປີ ທີ່ໜ້າຕາດີຈົນໃຜເຫັນຕ້ອງຕົກຂຸມຮັກ… ຊາວເນັດ (ຕ່າງປະເທດ) ຮືຮາກັບຄວາມໜ້າຕາດີຂອງໜຸ່ມນ້ອຍທີ່ມີຊື່ວ່າ ຄູເປີ ໜຸ່ມນ້ອຍລູກເຄິ່ງເກົາຫລີ-ແຄນນາດາ ເຊິ່ງບໍ່ວ່າໃຜເຫັນກໍຈະຮ້ອງເປັນຄໍາອຸທານວ່າ “ໂອ໊ຍ… ລູກຊາຍ” ແລະ ຕົກຂຸມຮັກໄປຕາມໆກັນຢ່າງແນ່ນອນ ລວມທັງຕົວແອັດມິ້ນເອງ ທີ່ພຽງແຕ່ໄດ້ເຫັນຮູບຂອງໜຸ່ມນ້ອຍຄົນນີ້ກໍຕົກຂຸມຮັກເຂົ້າໄປແລ້ວ ບໍ່ຮູ້ວ່າຕົວຈິງຈະໜ້າຮັກ ໜ້າຊັງ ໜ້າຕາດີຂະໜາດໃດ? ແລະ ເຊື່ອວ່າຖ້າໜຸ່ມນ້ອຍຄົນນີ້ໄດ້ເປັນນາຍຮັບຮອງວ່າອະນາຄົດໄກຢ່າງແນ່ນອນ… ເອົາເປັນວ່າໃຫ້ຜູ້ອ່ານ ແລະ ຜູ້ຊົມມາເບິ່ງກັນເອົາເອງວ່າແມ່ນຄວາມແອັດມິ້ນບໍ່? ລອງມາເບິ່ງກັນເລີຍ…
Read More »ຄັ້ງທໍາອິດໃນລາວ!!! ກັບເວທີທີ່ເປີດໂອກາດໃຫ້ສາວປະເພດສອງມາປະຊັນຄວາມງາມ ແລະ ສະແດງຄວາມສາມາດ “Miss Power Queen Laos”
ຄັ້ງທໍາອິດໃນລາວ!!! ກັບເວທີທີ່ເປີດໂອກາດໃຫ້ສາວປະເພດສອງມາປະຊັນຄວາມງາມ ແລະ ສະແດງຄວາມສາມາດ “Miss Power Queen Laos” ເມື່ອເວົ້າເຖິງເພດທີ່ສາມ ຫຼືສາວປະເພດສອງ ຫຼືທີ່ຫຼາຍຄົນມັກເອີ້ນວ່າ “ກະເທີຍ” (ຖ້າເປັນຄໍາບໍ່ສຸພາບຕ້ອງຂໍອະໄພ) ຢູ່ບ້ານເຮົາກໍມີຫຼາຍທັງຄົນງາມ ແລະ ມີຄວາມສາມາດຫຼາກຫຼາຍ ແຕ່ກະຄືທີ່ຮູ້ວ່າໃນບ້ານເຮົາບາງພາກສ່ວນ (ສ່ວນໜ້ອຍ) ກໍຍັງບໍເປີດກວ້າງໃຫ້ພວກເຂົາໄດ້ສະແດງຄວາມສາມາດໄດ້ຢ່າງເຕັມທີ່ເທື່ອ ຕົວຢ່າງ ເມື່ອ 2 ປີກ່ອນ ທີ່ມີສາວປະເພດສອງຄົນໜຶ່ງໄດ້ໂພສຂໍ້ຄວາມຜ່ານ ເຟສບຸກ (Facebook) ສ່ວນຕົວວ່າ “ຕົນເອງໄດ້ໄປສະໝັກວຽກກັບຫ້ອງການແຫ່ງໜຶ່ງແຕ່ຍັງບໍ່ທັນໄດ້ສະແດງຄວາມສາມາດກໍຖືກປະຕິເສດກ່ອນ ຍ້ອນເຫດຜົນທີ່ເຈັບແສບຄື ອົງກອນນັ້ນບໍ່ຮັບສາວປະເພດສອງເຂົ້າເປັນພະນັກງານ” (ລາຍລະອຽດຂ່າວແມ່ນຂວັນໃຈໄດ້ນໍາສະເໜີໄປເມື່ອ 2 ປີກ່ອນ) ເຊິ່ງໃນຕອນນັ້ນກໍມີຊາວເນັດເຂົ້າໄປສະແດງຄວາມຄິດເຫັນຕ່າງໆນາໆ ກ່ຽວກັບການບໍ່ຍອມຮັບເພດທີ່ສາມ ຫຼືສາວປະເພດສອງຂອງອົງກອນດັ່ງກ່າວ… ແຕ່ນັ້ນມັນກໍເປັນສິ່ງທີ່ຜ່ານມາແລ້ວຕັ້ງ 2 ປີ ແອັດມິ້ນກໍບໍ່ຢາກຈະໄປຕອບໂຕ້ວ່າມັນຜິດ ຫຼືບໍ່ຜິດແນວໃດເນາະ!!! ເພາະປັດຈຸບັນ ປີ 2019 ນີ້ມັນໄດ້ປ່ຽນໄປຈາກ 2 ປີກ່ອນຫຼາຍ ເພາະຄົນລາວ ແລະ ຫຼາຍໆອົງກອນໃນປະເທດລາວເຮົາໄດ້ໃຫ້ການຍອມຮັບໃນຄວາມສາມາດຂອງເພດທີສາມຫຼາຍຂຶ້ນ …
Read More »ຈະມ່ວນຂະໜາດໃດ໋!!! ເມື່ອ 3 ນັກຮ້ອງດັງ (ແກ໊ງສາວສາຍຮາ) ຈາກປະເທດໄທ ແທ໋ກທີມທ່ອງທ່ຽວລາວ…
ຈະມ່ວນຂະໜາດໃດ໋!!! ເມື່ອ 3 ນັກຮ້ອງດັງ (ແກ໊ງສາວສາຍຮາ) ຈາກປະເທດໄທ ແທ໋ກທີມທ່ອງທ່ຽວລາວ… ເມື່ອເວົ້າເຖິງບັນດານັກຮ້ອງ, ນັກສະແດງຈາກປະເທດເພື່ອນບ້ານ (ປະເທດໄທ) ແລ້ວເຊື່ອວ່າ ແຟຣນຄັບຊາວລາວຄົງຈະຮູ້ຈັກຄ້ອນຂ້າງຫຼາຍພໍສົມຄວນ ເພາະດ້ວຍສໍານຽງສຽງເວົ້າທີ່ຄ້າຍຄືກັນ, ສາມາດເຂົ້າໃຈໂດຍບໍ່ຕ້ອງໃຊ້ຊັບແປຫຍຸ້ງຍາກພໍເທົ່າໃດ ຈຶ່ງເຮັດໃຫ້ວົງການບັນເທີງໃນປະເທດລາວ ແລະ ປະເທດໄທນັ້ນໄດ້ຮ່ວມມືກັນຢູ່ເປັນປະຈໍາ… ຄືດັ່ງ 3 ສາວນັກຮ້ອງດັງ (ທີ່ໃກ້ຈະເປັນຕໍານານ) ຄື: ຕັກ ສິລິພອນ, ສຸນາລີ ລາດສະສີມາ ແລະ ຮາຍ ອາພາພອນ ທີ່ເມື່ອເວົ້າຊື່ອອກມາແລ້ວຫຼາຍຄົນກໍຄົງຈະຮູ້ຈັກກັນດີ ລວມທັງຕົວແອັດມິ້ນເອງທີ່ເປັນແຟນຄຣັບຂອງ ແມ່ ຕັກ ສິລິພອນ (ຮ້ອງໄດ້ເກືອບທຸກເພງ 555) ເພາະເມື່ອຫວ່າງບໍ່ດົນມານີ້ທັງ 3 ສາວ ໄດ້ແທັກທີມກັນມາທ່ອງທ່ຽວປະເທດລາວ ທັງໃສ່ຊຸດໄໝລາວຖ່າຍຮູບອວດໂຊຊ່ຽວ ແລະ ພາເລາະຕະຫຼາດພ້ອມ ເຊິ່ງງານນີ້ບອກໄດ້ເລີຍຮາເປັນຮາ ເພາະເປັນການລວມຕົວກັນຂອງແກ໊ງສາວສາຍຮາທັງ 3 ຄົນ… ແລະ ມື້ນີ້ແອັດມິ້ນກໍໄດ້ນໍາຄວາມຮາຜ່ານທາງຮູບພາບມາໃຫ້ທຸກຄົນໄດ້ເບິ່ງນໍາກັນ!!! ໄປເບິ່ງເລີຍ… …
Read More »ຊົມເຊີຍສາວນ້ອຍຄົນເກັ່ງ!! “ແຮນນ້າ” ຄວ້າລາງວັນ Miss social media ຈາກເວທີ Miss Asia Global 2019 ທີ່ປະເທດອິນເດຍ…
ຊົມເຊີຍສາວນ້ອຍຄົນເກັ່ງ!! “ແຮນນ້າ” ຄວ້າລາງວັນ Miss social media ຈາກເວທີ Miss Asia Global 2019 ທີ່ປະເທດອິນເດຍ… ຈົບລົງໄປແລ້ວສໍາລັບເວທີປະກວດສາວງາມ Miss Asia Global 2019 ຈັດຂຶ້ນທີ່ປະເທດອິນເດຍ ແລະ ຮອບຕັດສິນໃນຄໍ່າຄືນວັນທີ 1 ພະຈິກ 2019. ໃນນັ້ນປະເທດລາວເຮົາກໍມີມີຕົວແທນຄື ສາວນ້ອຍຫຼາກຫຼາຍຄວາມສາມາດ ນ້ອງ ແຮນນ້າ ໂຣເຊັ່ນບຣູ້ມ ເດີນທາງໄປຮ່ວມປະກວດ ແລະ ສາວນ້ອຍຄົນນີ້ກໍບໍ່ໄດ້ເຮັດໃຫ້ຄົນລາວທັງປະເທດຕ້ອງຜິດຫວັງ ເພາະເຖິງວ່າຈະບໍ່ໄດ້ມຸງກຸດ Miss Asia Global 2019 ມາຄອບຄອງ ແຕ່ ແຮນນ້າ ກໍໄດ້ຄວ້າລາງວັນ Miss social media ເຊິ່ງເປັນລາງວັນສໍາລັບສາວງາມທີ່ໄດ້ຮັບຄວາມນິຍົມຫຼາຍໃນສື່ອອນລາຍ ບໍ່ວ່າຈະເປັນການໂຫວດ ກົດໄລ໊ ກົດແຊ ສະແດງຄວາມຄິດເຫັນຕ່າງໆ ຫຼືຖ້າຈະໃຫ້ແອັດມິ້ນເວົ້າງ່າຍໆ ກໍໝາຍເຖິງ ຂວັນໃຈຊາວໂຊຊ່ຽວອີ່ຫຍັງປະມານແຫຼະເນາະ!!! ແນວໃດກໍຕ້ອງຂໍສະແດງຄວາມຍິນດີກັບນ້ອງແຮນນ້າຫຼາຍໆເດີ້ …
Read More »