ເກີດຫຍັງຂຶ້ນ!!! ເມື່ອກອງປະກວດ Miss Tourism international 2019 ສົ່ງຕົວນາງງາມລາວກັບ ດ້ວຍເຫດຜົນນີ້!!! ເກີດເປັນກະແສດຣາມ່າ ແລະ ສົງໄສໄປຕາມໆກັນໃນວົງການນາງງາມລາວ ທີ່ເມື່ອບໍ່ດົນມານີ້ ທາງກອງປະກວດ Miss Tourism international 2019 ທີ່ປະເທດມາເລເຊຍ ເຈົ້າພາບ ຈັດການປະກວດຮອບຕັດສິນວັນທີ 10 ພະຈິກ 2019 ນີ້. ໂດຍປະເທລາວເຮົາແມ່ນໄດ້ສົ່ງຕົວແທນຄື ສາວ ນິ່ງ ປາວິນາ ຍົງວົງສິດທິ Miss Tourism international Laos 2019 ໄປຮ່ວມໂດຍເດີນທາງໄປເມື່ອທ້າຍເດືອນທີ່ຜ່ານມາ (ດັ່ງທີ່ແອັດມິ້ນເຄີຍສະເໜີຂ່າວໄປແລ້ວ) ແຕ່ໄປຮອດຍັງບໍ່ໄດ້ປະກວດຊໍ້າ ພັດວ່າມີຂ່າວອອກມາວ່າ ນາງງາມຕົວແທນປະເທດລາວໄດ້ເດີນທາງກັບລາວແລ້ວ ຍ້ອນທາງກອງປະກວດບໍ່ສາມາດໃຫ້ນາງງາມລາວຂຶ້ນຮ່ວມເວທີປະກວດໄດ້ ຍ້ອນເຫດຜົນທີ່ຊາວເນັດ ແລະ ແຟນຄຣັບນາງງາມພາກັນດຣາມ່າຢູ່ໃນປັດຈຸບັນນີ້… ໂດຍທາງເພຈ໌ Miss Tourism International Laos ໄດ້ອອກມາຊີ້ແຈງວ່າ: ນາງ …
Read More »Home
ຄົນບັນເທີງຮ່ວມຍິນດີ!!! ງານແຕ່ງດອງເນັດໄອດໍ້ສາຍຮາ “ສຸດາ ວັນທອງທິບ” (ເຂີຍໄທ-ໄພ້ລາວ)
ຄົນບັນເທີງຮ່ວມຍິນດີ!!! ງານແຕ່ງດອງເນັດໄອດໍ້ສາຍຮາ “ສຸດາ ວັນທອງທິບ” (ເຂີຍໄທ-ໄພ້ລາວ) ເຂົ້າພິທີວິວາເປັນທີ່ຮຽບຮ້ອຍແລ້ວສໍາລັບ ເນັດໄອດໍສາຍຮາ ສາວ ສຸດາ ວັນທອງທິບ ທີ່ຕົກລົງປົງໃຈກັບແຟນໜຸ່ມຄົນຮູ້ໃຈ ໂບນັດ ບ່າວໄທທີ່ຄົບຫາກັນດົນເຖິງ 8 ປີ ກ່ອນຄວາມຮັກຈະສຸກງອມ ແລະ ຈູງມືກັນເຂົ້າປະຕູວິວາໃນທີ່ສຸດ. ສໍາລັບພິທີແຕ່ງດອງຂອງ ສາວສຸດາ ແມ່ນໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2019 ທີ່ຜ່ານມາ ຢູ່ບ້ານເຈົ້າສາວ (ປະເທດລາວ) ຕາມແບບປະເພນີຂອງລາວເຮົາ ແລະ ໃນແບບສາກົນ. ໂດຍມີແຟນຄຣັບທັງຝັ່ງລາວ ແລະ ຝັ່ງໄທຮ່ວມອວຍພອນ-ສະແດງຄວາມຍິນດີ ພ້ອມດ້ວຍຄົນບັນເທີງໄປຮ່ວມສະແດງຄວາມຍິນດີຢ່າງລົ້ນຫຼາມ… ໂດຍສະເພາະທີ່ຂາດບໍ່ໄດ້ກໍແມ່ນໝູ່ຄົນສະນິດຂອງສາວສຸດາ ນັ້ນກໍຄື ສາວນູ່ນີ່ ກຸມພົນພັກດີ ກໍໄດ້ຄວງໜຸ່ມອ໊ອຟຫວານໃຈໄປຮ່ວມອວຍພອນໃຫ້ໝູ່ຄົນສະນິດເຊັ່ນກັນ… ແອັດມິ້ນເພຈຂວັນໃຈເອງກໍໄດ້ຮັບບັດເຊີນດອງ ສາວສຸດາ ເຊັ່ນກັນ ກໍຕ້ອງຂອບໃຈສາວສຸດາຫຼາຍໆທີ່ບໍ່ລືມແອັດມິ້ນຄົນງາມຄົນນີ້555 ແຕ່ພໍຕິດພາລະກິດເລີຍບໍ່ໄດ້ໄປຮ່ວມສະແດງຄວາມຍິນດີ ເລີຍຈະຂໍສະແດງຄວາມຍິນດີຜ່ານໂພສນີ້ກະແລ້ວກັນເນາະ! “ຂໍອວຍພອນໃຫ້ຊີວິດຄູ່ ໂບນັດ & ສຸດາ ຈົ່ງມີແຕ່ຄວາມສຸກ …
Read More »ຮ່ວມລຸ້ນ!!! Miss Laos 2019 ຈະແມ່ນໃຜ? ເຜີຍ 40 ນາງສາວທີ່ໄດ້ເຂົ້າຮອບ (ມັກໃຜເຊຍໃຜຄອມເມັ້ນບອກແດ່ເດີ້)
ຮ່ວມລຸ້ນ!!! Miss Laos 2019 ຈະແມ່ນໃຜ? ເຜີຍ 40 ນາງສາວທີ່ໄດ້ເຂົ້າຮອບ (ມັກໃຜເຊຍໃຜຄອມເມັ້ນບອກແດ່ເດີ້) ເປີດຕົວຢ່າງງົດງາມ ສໍາລັບ 40 ນາງສາວຜູ້ທີ່ໄດ້ເຂົ້າຮອບໃນເວທີຄົ້ນຫາສາວງາມ “Miss Laos” ປະຈໍາປີ 2019 ເຊິ່ງຕ້ອງຂໍບອກເລີຍວ່າ ຫຼັງຈາກທີ່ໄດ້ເຫັນໜ້າຕາທັງ 40 ນາງສາວ ທີ່ມາຈາກຫຼາກຫຼາຍແຂວງທົ່ວປະເທດລາວ ມາປະຊັນຄວາມງາມເທິງເວທີແລ້ວ ເຮັດໃຫ້ຄະນະກໍາມະການຂອງພວກເຮົາເຈັບຫົວ ໜັກໃຈໄປຕາມໆກັນເລີຍແຫຼະ! ແຕ່ກໍຄືທີ່ຮູ້ນອກຈາກຄວາມງາມແລ້ວ ຄົນທີ່ຈະມາເປັນ ນາງສາວລາວກໍຕ້ອງເຕັມປ່ຽມໄປດ້ວຍຄວາມຮູ້ ແລະ ຄວາມສາມາດ ເພື່ອຈະເປັນໜ້າຕາໃຫ້ກັບປະເທດນໍາອີກ ຄືດັ່ງ Miss Laos 2018 ນ້ອງ ມິມີ່ ສຸດທິດາ ອານຸສິນ ທີ່ຈະອໍາລາຕໍາແໜ່ງໃນມໍ່ໆນີ້ ເຊິ່ງ ມິມີ່ ກໍຮັບໜ້າທີ່ເປັນ ນາງສາວລາວ ເປັນຕົວແທນແມ່ຍິງລາວມາໄດ້ 1 ປີເຕັມ ແລະ ໃນເວລາ 1 …
Read More »ຄັ້ງທໍາອິດໃນປະເທດລາວ!!! ກຸງສີເປີດຕົວ “Blockchian” ເຕັກໂນໂລຊີສຸດລໍ້າ ທີ່ຈະເຂົ້າມາຊ່ວຍເລື່ອງການໂອນເງິນໃຫ້ວ່ອງໄວຂຶ້ນ…
ຄັ້ງທໍາອິດໃນປະເທດລາວ!!! ກຸງສີເປີດຕົວ “Blockchian” ເຕັກໂນໂລຊີສຸດລໍ້າ ທີ່ຈະເຂົ້າມາຊ່ວຍເລື່ອງການໂອນເງິນໃຫ້ວ່ອງໄວຂຶ້ນ… ເຕັກໂນໂລຊີຫຼາກຫຼາຍທີ່ເກີດຂຶ້ນໃນຕ່າງປະເທດນັ້ນ ຈະບໍ່ແມ່ນເລື່ອງທີ່ໄກຕົວຜູ້ປະກອບການລາວອີກຕໍ່ໄປ ເມື່ອທະນາຄານ ກຸງສີອະຍຸດທະຍາ ຈໍາກັດ (ມະຫາຊົນ) ໄດ້ເປີດໃຫ້ບໍລິການ Krungsri Blockchian Interledger ເປັນການບໍລິການ ໂອນເງິນຜ່ານເຕັກໂນໂລຊີ ບລັອກເຊນ ຢ່າງວ່ອງໄວ ຈາກ ສປປ ລາວ ໄປຫາ ປະເທດໄທ ໂດຍການໃຊ້ເວລາບໍ່ເຖິງນາທີ ເຊິ່ງຮອງຮັບທັງສະກຸນເງິນບາດ ແລະໂດລາສະຫະລັດ ເພື່ອຊ່ວຍສະໜັບສະໜູນທຸລະກິດການຄ້າລະຫວ່າງ ລາວ-ໄທ ໃຫ້ການເຮັດທຸລະກິດມີຄວາມສະດວກສະບາຍ ແບບໄຮ້ພົມແດນ. ພິທີການເປີດໂຕງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2019 ຜ່ານມາ ທີ່ໂຮງແຮມ ຄລາວ ພລາຊ່າ ນະຄອນຫຼວງວຽງຈັນ ໂດຍມີຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ແລະຕາງໜ້າຈາກທະນາຄານກຸງສີອາຍຸດທະຍາ ເຂົ້າຮ່ວມ ເຊິ່ງຖືວ່າເປັນຄັ້ງທໍາອິດໃນລາວທີ່ໄດ້ນໍາເອົາເຕັກໂນໂລຊີສຸດລໍ້າຕົວນີ້ເຂົ້າມານໍາໃຊ້… ເຊິ່ງສາເຫດທີ່ທາງທະນາຄານກຸງສີນໍາເອົາ “Blockchian” ເຂົ້າມາຊ່ວຍເລື່ອງການໂອນເງິນນີ້ ກໍເພື່ອເປັນການເພີ່ມຄວາມສະດວກ, ສະບາຍ, ສ້າງຄວາມໝັ້ນໃຈໃຫ້ກັບບັນດາລູກຄ້າ ກໍຄືຜູ້ປະກອບການທັງຄົນລາວ ແລະ ຄົນໄທທີ່ດໍາເນີນທຸລະກໍາທາງການເງິນຮ່ວມກັນ. ໂດຍ ທ່ານ ແດນ …
Read More »ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ…
ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ… ຣັນຟໍເຮີ (Run for her) ແມ່ນງານແລ່ນ ເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ພາຍໃຕ້ Slogan “ທຸກບາດກ້າວຄືພະລັງ ຢຸດຢັ້ງຄວາມຮຸນແຮງ” ໂດຍ ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະຫະພັນແລ່ນແລະລານແຫ່ງຊາດລາວ ມີຈຸດປະສົງເພື່ອ: 1. ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 2.ສ້າງກິດຈະກຳແຂ່ງຂັນແລ່ນ ແລະພັດທະນານັກແລ່ນລຸ້ນໃໝ່. ເຊິ່ງໄດ້ຈັດຂຶ້ນເປັນປີທໍາອິດ ໂດຍຈັດງານຖະແຫຼງຂ່າວເປີດຢ່າງເປັນທາງການໃນວັນທີ 2 ຕຸລາ 2019 ທີ່ຜ່ານມາ ແລະ ເປີດໃຫ້ຜູ້ທີ່ສົນໃຈມາຮ່ວມລົງທະບຽນແລ່ນຕັ້ງແຕ່ວັນທີ 15 ກໍລະກົດ 2019 ຈົນຮອດ ວັນທີ 18 ຕຸລາ 2019 …
Read More »