ເປັນນາງງາມລາວທີ່ມີສາຍາ ນາງງາມໃຈບຸນອີກຄົນໜຶ່ງທີ່ໄດ້ຮັບຄວາມນິຍົມ-ຍົກຍ້ອງຈາກແຟນນາງງາມ ແລະ ສັງຄົມມາໂດຍຕະຫຼອດ ສໍາລັບ ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss World 2017 ທີ່ຕັ້ງແຕ່ໄດ້ຮັບຕໍາແໜ່ງອັນຊົງກຽດນັ້ນມາ ເຮົາກໍຈະເຫັນວ່າ ເຈນນີ່ ໄດ້ເຮັດຫຼາຍໆຢ່າງເພື່ອຊ່ວຍເຫຼືອສັງຄົມລາວມາໂດຍຕະຫຼອດ ແລະ ຫຼ້າສຸດມື້ນີ້ ເຈນນີ່ ກໍໄດ້ສ້າງຄວາມປະທັບໃຈຈົນຢາກບອກວ່າ ຫຼົງງຮັກນາງແຮງອີກຄັ້ງ ເນື່ອງຈາກສະພາບການບ້ານເມືອງເຮົາເກີດວິກິດ ໂຄວິດ-19 ເຮັດໃຫ້ຫຼາຍຄົນບໍ່ມີວຽກເຮັດງານທໍາ ຫຼືບາງຄົນກໍບໍ່ມີບ້ານມີເຮືອນຢູ່ແລ້ວ ອາໄສຂໍກິນຕາມຮ້ານຕ່າງໆ ເມື່ອຫ້າງຮ້ານປິດກໍບໍ່ມີແມ່ນແຕ່ເຂົ້າຈະກິນ ແລະ ເຈນນີ່ ກໍໄດ້ຢູ່ເສີຍບໍ່ໄດ້ ຈຶ່ງເດີນສາຍແຈກເຂົ້າ-ນໍ້າ ໃຫ້ກັບຄົນວ່າງງານ, ບໍ່ມີວຽກເຮັດ, ບໍ່ມີເງິນກິນເຂົ້າ, ບໍ່ມີບ່ອນນອນ ຫຼືບາງຄົນກໍກັບບ້ານບໍ່ໄດ້… ໂອ່ຍ!!! ຄົນອີ່ຫຍັງທັງງາມທັງເກັ່ງຢູ່ແລ້ວ ຍັງມີແຕ່ຈິດໃຈເມດຕາ ສົມກັບສາຍາ ນາງງາມໃຈບຸນ ອີ່ຫຼີເດີ່… ຂວັນໃຈກໍຂໍສະແດງຄວາມຂອບໃຈ ສາວເຈນນີ່ ແທນສັງຄົມລາວເຮົານໍາຫຼາຍໆເນີ່ ພ້ອມທັງຂໍໃຫ້ເຈນນີ່ມີແຕ່ຄວາມຈະເລີນຍິ່ງໆຂຶ້ນໄປເດີ້…. ໂພສດັ່ງກ່າວ: Cr: Tonkham Phonchanheuang
Read More »Home
ສຸດເສົ້າ!! ຂໍໄຫວ້ອາໄລແດ່ນັກຮົບຊຸດຂາວຫຼາຍຊີວິດ ທີ່ໄດ້ອຸທິດຕົນເພື່ອສູ້ກັບ Covid-19 “ແພດໝໍທຸກທ່ານຄືວິລະບູລຸດຂອງຄົນທັງໂລກ”
ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 7 ເມສາ 2020 ວ່າ ແພດສະມາຄົມຂອງອິນໂດເນເຊຍອອກລາຍງານວ່າ ຈາກຈຳນວນຜູ້ເສຍຊີວິດສະສົມຈາກໂຄວິດ-19 ໃນປະເທດ ທີ່ມີຢ່າງຫນ້ອຍ 209 ຄົນນັ້ນ ເປັນບຸກຄະລາກອນການແພດຢ່າງຫນ້ອຍ 24 ຄົນ. ໃນຖະແຫຼງການລະບຸວ່າ ຈຳນວນບຸກຄະລາກອນການແພດທີ່ເສຍຊີວິດ ເປັນຫລາຍກວ່າຕົວເລກ ຍິ່ງຕອກຍໍ້າວິກິດການຂາດແຄນອຸປະກອນການແພດສຳລັບເຈົ້າຫນ້າທີ່ສາທາລະນະສຸກ ໂດຍສະເພາະຊຸດປ້ອງກັນທາງການແພດ ຂະນະດຽວກັນ ສະຖານະການທີ່ເກີດຂື້ນຍັງບົ່ງຊີ້ຄວາມສ່ຽງໃນລະດັບສູງຂອງການຕິດເຊື້ອໃນກຸ່ມບຸກຄະລາກອນການແພດ ວ່າຍັງຄົງເກີດຂື້ນໄດ້ທຸກເວລາ… ໂຮງງານຜະລິດເສື້ອຜ້າສຳເລັດຮຸບແຫ່ງຫນື່ງທີ່ເມືອງ ມາລັງ ແຂວງ ຊວາຕາເວັນອອກ ໄດ້ຖືກປ່ຽນມາໃຫ້ຜະລິດຊຸດປ້ອງກັນສຳລັບບຸກຄະລາກອນການແພດ. ນອກຈາກນີ້ ອັດຕາການເສຍຊີວິດໃນກຸ່ມຜູ້ຕິດເຊື້ອ ທີ່ໄດ້ຮັບການຢັ້ງຢືນແລ້ວຂອງອິນໂດເນເຊຍຍັງຖືວ່າຢູ່ໃນລະດັບສູງ ແລະມືຢ່າງຫນ້ອຍ 10 ແຂວງໃນອິນໂດເນເຊຍ ລວມເຖິງຫມູ່ເກາະໂມລຸກກະ ແລະແຂວງປາປົວ ບໍ່ມີສະຖານສາທາລະນະສຸກ ແລະບຸກຄະລາກອນການແພດທີ່ພຽງພໍຮອງຮັບຜູ້ຕິດເຊື້ອໂຄວິດ-19 ຢ່າງໃດກໍ່ຕາມ ມີລາຍງານວ່າປະທານາທິບໍດີ ໂຈໂຄ ວິໂດໂດ ກ່າວລະຫວ່າງການປະຊຸມລັດຖະມົນຕີ ເມື່ອວັນຈັນທີ່ຜ່ານມາ ວ່າລັດຖະບານໄດ້ແຈກຢາຍຊຸດປ້ອງກັນສ່ວນບຸກຄົນ (ພີພີອີ) ໃຫ້ບຸກຄະລາກອນການແພດທົ່ວປະເທດແລ້ວ ແຕ່ເນັ້ນຫນັກໃຫ້ການນຳຂັ້ນທ້ອງຖິ່ນໃຫ້ກວດສອບວ່າເຄື່ອງຂອງທັງຫມົດມີການກະຈາຍສູ່ເຈົ້າຫນ້າທີ່ສາທາລະນະສຸກຢ່າງທົ່ວເຖິງ… ນອກຈາກແພດໝໍທີ່ຢູ່ ອີນໂດເນເຊຍແລ້ວ …
Read More »ແມ່ຄ້າ online ໜຶ່ງໃນຜູ້ຕິດເຊື້ອຝາກເຕືອນ!! ກັກຕົວຢູ່ບ້ານແຕ່ສັ່ງເຄື່ອງ ແລະ ອາຫານຈາກ Online ອາດຈະເປັນການນໍາເຊື້ອໄປສົ່ງຮອດເຮືອນ…
ໃນສະຖານະການທີ່ຫຼາຍຄົນກໍາລັງເຝົ້າລະວັງ ແລະ ປ້ອງກັນຕົວເອງຢ່າງສຸດຂີດ ເພື່ອຫຼີກລ່ຽງບໍ່ໃຫ້ໄດ້ຮັບເຊື້ອພະຍາດ Covid-19 ທີ່ກໍາລັງລະບາດໄປທົ່ວໂລກໃນປັດຈຸບັນ. ແຕ່ລະປະເທດກໍໄດ້ທໍາການ ປິດປະເທດ, ປິດແຂວງ, ປິດເມືອງ ແລະ ປິດບ້ານໃຫ້ທຸກຄົນຢູ່ແຕ່ໃນເຮືອນຂອງຕົນເອງ ເພື່ອຄວາມປອດໄພ… ແຕ່ໃນການຢູ່ເຮືອນລ້າໆມັນກໍທັງເມື່ອຍ ທັງເຊັງ ຄືທີ່ທຸກຄົນຮູ້ກັນດີ ຈຶ່ງອາດຈະພາກັນເຂົ້າ FB ເພື່ອຊ໋ອບປິ່ງ ຊື້ອາຫານມາກິນແກ້ເຊັງ (ເພື່ອບໍ່ໃຫ້ຕົວເອງອອກໄປນອກເຮືອນ) ແຕ່ທຸກຄົນອາດຈະບໍ່ຮູ້ວ່າ ການສັ່ງເຄື່ອງໃຫ້ຄົນມາສົ່ງນັ້ນ ອາດຈະເປັນກນເອີ້ນເອົາເຊື້ອພະຍາດມາເຮືອນຕົນເອງກໍເປັນໄດ້!! ຂວັນໃຈຈຶ່ງຢາກໃຫ້ທຸກຄົນລອງມາສຶກສາກໍລະນີທີ່ແອັດໄດ້ນໍາມາເລົ່າໃຫ້ຟັງໃນມື້ນີ້ເພື່ອເປັນບົດຮຽນ… ສືບເນື່ອງມາຈາກໂພສຂອງ ແມ່ຄ້າອອນໄລນ໌ຄົນໜຶ່ງ (ປະເທດໄທ) ໄດ້ອອກມາໂພສຂໍ້ຄວາມຊີ້ແຈງວ່າຕົນເອງຕິດໂຄວິດ-19 ໂດຍບໍ່ຮູ້ໂຕ ຈຶ່ງຝາກເຕືອນລູກຄ້າທຸກຄົນທີ່ເຄີຍສັ່ງເຄື່ອງນໍາຕົນເອງໃຫ້ກັກຕົວ ແລະ ຮີບກວດຫາເຊື້ອດ່ວນ ເຊິ່ງຜູ້ກ່ຽວໄດ້ບອກທາມລາຍໃນຊ່ວງວັນທີ 27 ມີນາ ຫາ 2ເມສາ ວ່າບໍ່ສາມາດຈື່ລູກຄ້າໄດ້ທັງໝົດ ຫາກໃຜຊື້ຂະໜົມຈາກຕົນເອງໃນຊ່ວງເວລາທີ່ກ່າວມານີ້ໃຫ້ເຝົ້າລະວັງອາການຕົນເອງໃຫ້ດີ… ກໍລະນີດັ່ງກ່າວແມ່ນເກີດຂຶ້ນທີ່ປະເທດໄທ ເປັນແມ່ຄ້າຂາຍຂະໜົມທີ່ເຮັດສົ່ງອອນໄລນ໌ ບໍລິການສົ່ງຮອດເຮືອນ ເນື່ອງຈາກປັດຈຸບັນຫຼາຍປະເທດໃຊ້ມາດຕະການດຽວກັນນັ້ນກໍ່ຄືການກັກຕຈົວຢູ່ເຮືອນ ບໍ່ອອກໄປໃສເພື່ອປ້ອງກັນການຕິດເຊື້ອໂຄວິດ-19 ແຕ່ແນ່ນອນວ່າການຢູ່ເຮືອນ ມັນເຮັດໃຫ້ຄົນເຮົາເກີດຄວາມຢາກຫຼາຍຢ່າງ ແຕ່ສິ່ງທີ່ເຮັດໄດ້ໃນຕອນນີ້ແມ່ນສັ່ງເຄື່ອງທາງອອນໄລນ໌ ເພື່ອຫຼີກລ່ຽງການອອກໄປສັນຈອນຢູ່ນອກ ແຕ່ໃຜຈະຮູ້ວ່າສັ່ງເຄື່ອງອອນໄລນ໌ບໍ່ແມ່ນຄໍາຕອບຂອງການປ້ອງກັນການໄປຕິດເຊື້ອໂຄວິດ-19 …
Read More »ເພາະຮັກໃນອາຊີບນີ້ຫຼາຍ!!! ສໍລະຍຸດ ຜູ້ປະກາດຂ່າວຊື່ດັງ ຈາກລາຍການດັງ (ປະເທດໄທ) ເຖິງຈະຕິດຄຸກກໍຍັງບໍ່ຖີ້ມອາຊີບທີ່ຮັກ “ອ່ານຂ່າວ ແລະ ຮ້ອງເພງເປັນກໍາລັງໃຈໃຫ້ຄົນຢູ່ທາງນອກສູ້ກັບ Covid-19”
ຖ້າເວົ້າເຖິງຜູ້ປະກາດຂ່າວຊື່ດັງຂອງ ປະເທດໄທ ເຊື່ອວ່າໜ້ອຍຄົນທີ່ຈະບໍ່ຮູ້ຈັກຜູ້ປະກາດຂ່າວຄົນນີ້ ສໍລະຍຸດ ນັກຈັດລາຍການຊື່ດັງ ຈາກລາຍການດັງ “ເລື່ອງເລົ່າເຊົ້ານີ້” ແຕ່ເມື່ອບໍ່ດົນມານີ້ ສໍລະຍຸດ ໄດ້ຖືກຕັດສິນຈໍາຄຸກໃນຄະດີ ຍັກຍອກເງິນຄ່າໂຄສະນາເກີນເວລາໃນລາຍການ ຫຼາຍກວ່າ 138 ລ້ານບາດ. ໂດຍສານໄດ້ຕັດສິນໃຫ້ຈຳຄຸກເປັນເວລາ 6 ປີ 24 ເດືອນ ປັດຈຸບັນ ສໍລະຍຸດກໍໄດ້ໃຊ້ຊີວິດໃນເຮືອນຈຳ (ບ່ອນຄຸມຂັງນັກໂທດ) ແຕ່ຫຼ້າສຸດ ສໍລະຍຸດ ໄດ້ປາກົດອອກມາອີກຄັ້ງໃນຖານະ “ນັກເລົ່າຂ່າວໃນເຮືອນຈຳ” ໂດຍ ໄດ້ຮັບການເປີດເຜີຍຈາກ ອະທິບໍດີກົມຣາຊທັນ ພໄນຕໍາຫຼວດເອກ ດຣ. ນະຣັຊ ເສວະນັນ ໂດຍທ່ານໄດ້ໃຫ້ສຳພາດຜ່ານລາຍການ “ເລື່ອງເລົ່າເຊົ້ານີ້” ວ່າ ຕອນນີ້ໜ້າທີ່ຫຼັກໆ ຂອງ ສໍລະສໍລະຍຸດ ລະຫວ່າງຢູ່ເຮືອນຈຳກໍຄືການຈັດລາຍການ “ເລື່ອງເລົ່າຊາວເຮືອນຈຳ” ເພື່ອໃຫ້ຄວາມຮູ້ແກ່ຜູ້ຕ້ອງຫາໃນເຮືອນຈຳ. ເຊິ່ງຫຼາຍຄົນທີ່ໄດ້ເຫັນລີລາ ແລະ ນ້ຳສຽງຂອງການອ່ານຂ່າວຂອງ ສໍລະຍຸດ ແລ້ວຕ້ອງບອກວ່າ Style ການເວົ້າ, ລີລາແບບເກົ່າ ແຕ່ສະພາບຮ່າງກາຍແຕກຕ່າງຈາກເກົໍ່ຳຫຼາຍຄື ຜົມຂ່າວ …
Read More »ອາທິດມໍລະນະ!! ສົບຄົນຕາຍແໜ້ນຫ້ອງເຢັນ… “ມັນຈະເປັນອາທິດທີ່ໜັກທີ່ສຸດ ແລະ ເສົ້າທີ່ສຸດສໍາລັບຊີວິດຄົນອາເມຣິກາ”
ຈາກການລາຍງານສະຖານນະການ ການແພ່ລະບາດຂອງ ໂຄວິດ-19 ໃນສ.ອາເມຣິກາ ໃນວັນທີ 6 ເມສາ 2020 ໃຫ້ຮູ້ວ່າ ອາເມຣິກາເລີ່ມເຂົ້າສູ່ອາທິດທີ່ຄາດວ່າ ຈະເປັນໄລຍະທີ່ໜັທີ່ສຸດ ຫຼັງຈາກມີຍອດຜູ້ເສຍຊີວິດຫຼາຍກວ່າ 9.500 ຄົນ. ພ້ອມກັບຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍກວ່າ 3.3 ແສນຄົນ ແຕ່ວ່າມີຜູ້ວ່າການບໍ່ເທົ່າໃດລັດ ທີ່ອົດທົນໃຊ້ມາດຕະການສັ່ງໃຫ້ປະຊາຊົນກັກຕົວເອງຢູ່ໃນເຮືອນ ແຖມຍັງມີໂບດ (ວັດສາສະໜາຄຣິສ) ຫຼາຍບ່ອນທີ່ຍັງເຮັດພິທີທາງສາສະໜາຢູ່… ປັດຈຸບັນຈໍານວນຍອດຜູ້ເສຍຊີວິດໃນລັດ ນິວຢອກ ສູນກາງການລະບາດໃນ ສ.ອາເມຣິກາ ຫຼຸດລົງເລັກນ້ອຍແຕ່ຍັງມີຈໍານວນສູງເຖິງ 600 ຄົນ ພາຍໃນມື້ດຽວກັນ; ສ່ວນຈໍານວນຜູ້ຕິດເຊື້ອພາຍໃນມື້ດຽວແມ່ນຍັງເພີ່ມຂຶ້ນເຖິງ 7.300 ຄົນ ເຮັດໃຫ້ຍອດຜູ້ຕິດເຊື້ອຂອງລັດ ນິວຢອກເພີ່ມເປັນ 122.000 ຄົນ ແລະ ເສຍຊີວິດແລ້ວ 1,459 ຄົນ ໃນຂະນະທີ່ລັດ ເພນຊີລວາເນຍ, ລັດໂຄຣາໂດ ແລະ ວໍຊິງຕັນ ດີ.ຊີ ເລີ່ມມີຍອດຜູ້ເສຍຊີວິດເພີ່ມຂຶ້ນເລື້ອຍໆ ໂດຍ ປະທານາທິບໍດີ …
Read More »