ຢູ່ໃນສະພາວະບ້ານເມືອງກຳລັງສູ້ກັບວິກິດໂຄວິດ_19 ຍັງມີຫຼາຍພາກສ່ວນໄດ້ຍື່ນມືເຂົ້າມາຊ່ວຍເຫລືອສັງຄົມລາວເຮົາທີ່ຜ່ານມາ…ຫຼ້າສຸດຕອນເຊົ້າມື້ນີ້ ວັນສຸກ 10/04/2020 ສະມາຄົມ ນັກສຶກສາລາວປະຈໍາລາຊາອະນາຈັກອັງກິດ ?? (Laos Student Association in United Kingdom (LSAU) ໄດ້ປະກອບສ່ວນຊຸກຍູ້ໂຮງຫມໍມິດຕະພາບເພື່ອຕອບໂຕ້ພະຍາດລະບາດ covid-19 ປະກອບມີ: ເງິນສົດ 11.200.000ກີບ ຜ້າອັດປາກ3ແກັດເປັນເງິນ22.000.000ກີບ ນໍ້າດື່ມ20ແກັດ(40ແພັກ) ລວມມູນຄ່າເປັນເງິນທັງຫມົດ 35.000.000ກີບ ຂວັນໃຈຂໍຊົມເຊີຍ! ໃນຍາມທີ່ບ້ານເມືອງເຮົາພົບວິກິດແບບນີ້ຄົນລາວເຮົາກໍຍັງເປັນຈິດໜື່ງໃຈດຽວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊື່ອວ່າອີກບໍ່ດົນພວກເຮົາຈະຜ່ານວິກິດນີ້ໄປນາກັນໃຫ້ໄດ້…
Read More »Home
ມີເຄັດລັບມາຝາກ!! Work from Home “ເຮັດວຽກຢູ່ບ້ານ” ໃນໄລຍະກັກຕົວຕ້ານ COVID-19 ແນວໃດໃຫ້ໄດ້ວຽກ ແລະ ມີຄວາມສຸກໄປນໍາ…
ປະຕິເສດບໍ່ໄດ້ເລີຍວ່າສະພາບການແຜ່ລະບາດຂອງ COVID-19 ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງເຮົາຫຼາຍໆຄົນ ເຖິງຢ່າງໃດກໍຕາມ ຊີວິດເຮົາກໍຕ້ອງດຳເນີນຕໍ່ໄປ ເຮັດທີ່ບໍ່ສໍາເລັດກໍຕ້ອງເປັນເຮົາທີ່ເປັນຜູ້ເຮັດໃຫ້ສໍາເລັດ ແລະ ເພື່ອຫຼຸດຜົນກະທົບຈາກສະພາວະດັ່ງກ່າວ ຫຼາຍໆບໍລິສັດ ຫຼາຍໆອົງກອນ ຈື່ງມີນະໂຍບາຍ Work from home ແນ່ນອນວ່ານະໂຍບາຍດັ່ງກ່າວນີ້ຊ່ວຍຫຼຸດຜົນກະທົບໂຄວິດໄດ້ ແຕ່ຖ້າກຽມຕົວບໍ່ດີກໍຈະກາຍເປັນພາລະຂອງຄົນເຮັດວຽກ ເຮັດໃຫ້ບໍລິສັດບໍ່ໄດ້ວຽກຕາມຈຸດປະສົງ ສະນັ້ນ ມື້ນີ້ຂວັນໃຈຈື່ງຂໍາສະເໜີ ຂໍ້ຄວນຮູ້ ສໍາຫຼັບຄົນທີ່ຕ້ອງຫັນມາເຮັດວຽກຢູ່ບ້ານເພື່ອໃຫ້ມີຄວາມສຸກ ແລະ ວຽກໄດ້ປະສິດທິພາບແກ່ ພະນັກງານທຸກລະດັບ, ທຸກພະແນກສາມາດນໍາມາປັບລອງໃຊ້ກັນໄດ້!!! 1. ຕົກແຕ່ງຕໍາແໜ່ງບ່ອນເຮັດວຽກໃຫ້ເປັນບ່ອນທີ່ຢາກນັ່ງເຮັດວຽກແບບຍາວໆ ຫຼາຍຄົນຄິດວ່າການນັ່ງເຮັດວຽດຢູ່ບ້ານຄືການເຮັດວຽກຢູ່ບ່ອນໃດຂອງບ້ານກໍໄດ້ທີ່ເຮົາຮູ້ສຶກສະບາຍ ແຕ່ອັນທີ່ຈິງແລ້ວ ບ່ອນທີ່ເຮັດໃຫ້ເຮົາສະບາຍທີ່ສຸດ ມັກຈະເປັນທີ່ທີ່ບັ່ນທອນຄວາມຂະຫຍັນຂອງເຮົາຫຼາຍທີ່ສຸດ ວິທີທີ່ດີສໍາຫຼັບການເຮັດວຽກຢູ່ບ້ານກໍຄືການຈັດບ່ອນນັ່ງເຮັດວຽກໃຫ້ກາຍເປັນບ່ອນເຮັດວຽກຢ່າງຈິງຈັງ ແລະ ແຍກອອກຈາກພື້ນທີ່ຢ່ອນໃຈພາຍໃນບ້ານ ການແຍກພື້ນທີ່ຈະຊ່ວຍໃຫ້ເຮົາມີສະມາທິຢູ່ກັບສິ່ງທີ່ເຮັດຫຼາຍຂຶ້ນ. ການແຍກພື້ນທີ່ບໍ່ຈໍາເປັນຕ້ອງແຍກຫ້ອງໃໝ່ ເຮົາອາດຈະປ່ຽນບັນຍາກາດໄດ້ແບບງ່າຍໆ ເຊັ່ນ ປັບຕັ້ງນັ່ງຂອງເຮົາໃຫ້ສູງກວ່າປົກກະຕິ ເອົາໜັງສືທີ່ກ່ຽວຂ້ອງກັບວຽກວາງໄວ້ເທິງໂຕະ 2. ກຳນົດຕາຕະລາງຂອງວັນໃຫ້ຊັດເຈນ ແລະ ຢ່າລືມຊ່ວງພັກຜ່ອນ ຫຼາຍໆຄົນຄິດວ່າການເຮັດວຽກຢູ່ບ້ານຄົນດຽວ ອາດຈະເຮັດໃຫ້ມີອິດສະຫຼະທີ່ຈະເຮັດວຽກຕອນໃດກໍໄດ້ ແຕ່ອັນທີ່ຈິງແລ້ວ ເຮົາຈໍາເປັນຕ້ອງກຳນົດຕາຕະລາງເວລາຂອງການເຮັດວຽກໃຫ້ຊັດເຈນກວ່າເກົ່າ ເພາະບັນຍາກາດຂອງການເຮັດວຽກຢູ່ບ້ານຈະນິ່ງກວ່າການເຮັດວຽກຮ່ວມກັນໃນຫ້ອງການ ເຮັດໃຫ້ຫຼາຍຄົນຫຼົງລືມກຳນັດເວລາທີ່ເໝາະສົມ …
Read More »ຊົມເຊີຍ! “ໝໍແນ່ງ” ສົມທົບທຶນຊ່ວຍເຫຼືອ ໄຟໄໝ້ປ່າທີ່ແຂວງຫລວງນໍ້າທາ…
“ຈັນດາລີ ສິດພະໄຊ” ຫຼືທີ່ທຸກຄົນຮູ້ກັນດີໃນນາມ “ໝໍແນ່ງ” ບໍ່ວ່າບ້ານເຮົາຈະປະເຊີນກັບວິກິດໃດເພິ່ນກໍເປັນອີກໜື່ງຄົນທີ່ເຂົ້າມາຊ່ວຍເຫຼືອສັງຄົມເຮົາຕະຫຼອດມາບໍ່ວ່າຈະເປັນວິກິດການນໍ້າຖ້ວມພາກໃຕ້ທີ່ມາ ແລະ ສະພາວະພະຍາດລະບາດໂຄວິດແຜ່ລະບາດໝໍແນ່ງຄົນນີ້ກໍໄດ້ໃຫ້ການຊ່ວຍເຫຼືອຫຼາຍພາກສ່ວນບໍ່ວ່າຈະເປັນແພດໝໍ, ໜ່ວຍງານກູ້ໄພ… ເມື່ອບໍ່ດົນມານີ້ ໜໍແນ່ງຄົນເກັ່ງເຮົາ ກໍໄດ້ສົມທົບທຶນຊ່ວຍເຫຼືອ ໄຟໄໝ້ປ່າຢູ່ທີ່ແຂວງຫຼວງນໍ້າທາ ທາງພາກເໜືອຂອງປະເທດລາວເຮົາທີ່ໄດ້ຮັບຜົນເສຍບໍ່ໜ້ອຍ!!! ຂວັນໃຈຂໍຊົມເຊີຍ ໝໍແນ່ງ ທີ່ຄອຍຊ່ວຍເຫຼືອສັງຄົມລາວເຮົາຕະຫຼອດມາບໍ່ວ່າຈະພົບກັບວິກິດໃດກໍຕາມ ສົມກັບເປັນນາງຟ້າຂອງເມືອງລາວອີຫຼີ! ຂອບໃຈຂໍ້ມູນຈາກ: Chandaly Ningnang Sitpraxay
Read More »ຝາກເຖິງສັງຄົມ!! ຄວາມຈິງຈາກນັກສຶກສາລາວທີ່ເດີນທາງຮ່ວມຖ້ຽວບິນກັບຜູ້ຕິດເຊື້ອໂຄວິດ ທັງ 3 ຄົນ “ຢາກໃຫ້ທຸກຄົນເຂົ້າໃຈຄວາມຈິງ, ຢຸດແຊຣຂ່າວ ແລະ ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງໄດ້ແລ້ວ”
ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຕົກຢູ່ໃນສະພາວະທີ່ນ່າເປັນຫ່ວງຫຼາຍເພາະນັບມື້ນັບມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆຈົນມາຮອດປັດຈຸບັນມີຍອດຜູ້ຕິດເຊື້ອ ລ້ານກວ່າຄົນແລ້ວໃນທົ່ວໂລກນີ້ ແລະ ສປປ ລາວເຮົາກໍເຊັ່ນກັນຕອນນີ້ມີຈໍານວນຜູ້ຕິດເຊື້ອທັງໝົດ 15 ກໍລະນີແລ້ວ ຫຼ້າສຸດ ຜູ້ທີ່ຕິດເຊື້ອ ກໍລະນີທີ 11 ເດີນທາງກັບມາລາວ ຖ້ຽວບິນ TG574 BKK-VTE ກໍໄດ້ຕິດເຊື້ອ ແລະ ຍັງມີກໍລະນີທີ 14 ແລະ 15 ກໍໄດ້ເດີນທາງຮ່ວມຖ້ຽວບິນດຽວກັນ ສະນັ້ນ ທັງ 3 ກໍລະນີທີ່ຕິດເຊື້ອໂຄວິດລ້ວນແຕ່ເດີນທາງມາພ້ອມກັນ ສິ່ງທີ່ທຸກຄົນເປັນຫ່ວງໄປກວ່ານັ້ນກໍຄື ນອກຈາກ 3 ຄົນນີ້ແລ້ວ ບຸກຄົນທ່ານອື່ນທີ່ເດີນທາງມານໍາກັນເປັນເປັນແນວໃດ ມີຫຼາຍຄົນຕັ້ງຄໍາຖານຕ່າງໆນາໆ ໃນເວລາດຽວກັນ… ມື້ຂວັນໃຈຈະນໍາເອົາບົດຄວາມຂອງຜູ້ທີ່ໄດ້ຮ່ວມເດີນທາງຖ້ຽວບິນດຽວກັນກັບ 3 ກໍລະນີທີ່ຕິດເຊື້ອຜ່ານມາ ເຊິ່ງລາວໄດ້ໂພສຜ່ານເຟສບຸກສ່ວນຕົວ ມາໃຫ້ທຸກຄົນໄດ້ອ່ານນໍາກັນ!!! ນ້ອງແມ່ນໜຶ່ງໃນນັກສຶກສາລາວທີ່ເດີນທາງກັບມາຈາກປະເທດອັງກິດ ແລະ ໄດ້ມາຮອດນະຄອນຫຼວງວຽງຈັນໃນວັນທີ 22 ມີນາ. ນ້ອງຢາກຊີ້ແຈງກ່ຽວກັບກໍລະນີຕິດເຊື້ອທີ່ກັບມາຈາກປະເທດອັງກິດໃຫ້ທຸກຄົນໄດ້ຮັບຮູ້ຄວາມຈິງນຳກັນ ເພາະສ່ວນໃຫຍ່ແລ້ວແມ່ນໄດ້ມີການສົ່ງຕໍ່ຂໍ້ມູນທີ່ບໍ່ແມ່ນຄວາມຈິງເປັນວົງກວ້າງໃນສັງຄົມເຮົາ ເຊິ່ງເຮັດໃຫ້ຄົນທີ່ໄດ້ຮັບຂ່າວສານທີ່ຜິດໆນັ້ນເກີດຄວາມວິຕົກກັງວົນ ແລະ ຕໍ່ວ່າລັດຖະບານລາວລວມທັງຜູ້ທີ່ຕິດເຊື້ອເອງໄປໃນທິດທາງທີ່ບໍ່ດີ. ພ້ອມກັນນັ້ນ, …
Read More »ອົດທົນສູ້ຕໍ່ໄປ!! ແມັດທິວ-ລີເດຍ ເຜີຍຜ່ານໄລຍະອັນຕະລາຍແລ້ວ ຮ່າງກາຍດີຂຶ້ນ 99% ແຕ່ເຊື້ອໄວຣັສ Covid-19 ຍັງບໍ່ຕາຍ…
ແມັດທິວ ດີນ ພ້ອມກັບ ລີເດຍ ສະຣັນຍະລັດ ນັກຮ້ອງ-ນັກແດງຊື່ດັງ (ປະເທດໄທ) ໄດ້ໂພສຄຣິບ VDO ກ່ຽວກັບອາການປ່ວຍຕິດເຊື້ອໂຄວິດ-19 ຫຼ້າສຸດ ພ້ອມແຄັບຊັ່ນວ່າ “8 April 2020 Still at the hospital and testing positive for the virus” 8 ເມສາ 2020 ຍັງຢູ່ທີ່ໂຮງໝໍ ແລະ ຜົນຍັງເປັນບວກ @matthew.deane1 ໂດຍທັງຄູ່ຊ່ວຍກັນເລົ່າເຖິງອາການຫຼັງຜ່ານໄລຍະວິກິດໂຄວິດ 10 ວັນອັນຕະລາຍ ແຕ່ຜົນກວດຍັງເປັນບວກຢູ່ ເຖິງວ່າຈະຢູ່ໂຮງໝໍມາເກືອບເດືອນແລ້ວ “ແມັດທິວ ຢູ່ປະມານ 27 ມື້ ລີເດຍ ຢູ່ມາ 25 ມື້; ກວດໄປ 5 ຄັ້ງ ແລະ 3 ຄັ້ງ ລວມທັງ …
Read More »