Breaking News

Kuanjai Foodie

ຢາກໃຫ້ຜູ້ຍິງໄດ້ອ່ານ! ແລ້ວເຈົ້າຊິຈື່ໄປຕະຫຼອດຊິວິດ…

ບົດຄວາມດີໆຈາກໃຈພໍ່ຄົນໜຶ່ງ ເຕືອນສະຕິລູກສາວວ່າ… ຄົນບາງຄົນເໝາະສົມກັບລູກ ແຕ່…ເຂົາບໍ່ຮັກລູກ ຄົນບາງຄົນຮັກລູກ ແຕ່…ເຂົາບໍ່ເໝາະສົມກັບລູກ ຖ້າຢາກຮູ້ວ່າເຂົາຮັກຈິງ ຫຼືບໍ່ ຢ່າໃຊ້ຫູຟັງ ແຕ່ຈົ່ງໃຊ້ຕາເບິ່ງ ວ່າເຂົາຈະທຸ້ມເທຕໍ່ລູກພຽງໃດ. ຖ້າຢາກຮູ້ວ່າເຂົາເໝາະສົມກັບລູກ ຫຼືບໍ່ ຢ່າຕັດສິນເຂົາວ່າ ມີອັນໃດແດ່? ແຕ່ຈົ່ງຕັດສິນຈາກຮອຍຍີ້ມຂອງລູກ ແລະ ນໍ້າຕາທີ່ຕ້ອງຫຼັ່ງໄຫຼເພາະເຂົາ…ຄົນທີ່ເຮັດໃຫ້ລູກຮ້ອງໄຫ້ຢູ່ສະເໝີນັ້ນ ຕໍ່ໃຫ້ພຽບພ້ອມປານໃດກໍຢ່າເລືອກຝາກຊີວິດໄວ້…ຄົນທີ່ເຮັດໃຫ້ລູກຍິ້ມໄດ້ ຕໍ່ໃຫ້ຖານະຍາກຈົນພຽງໃດກໍຄຸ້ມຄ່າທີ່ຈະຝາກຊີວິດໄວ້.”ຈົ່ງເລືອກເໝື່ອຍເພາະຫົວ ຢ່າເລືອກສະບາຍຕົວ ແຕ່ຮ້ອງໄຫ້ທຸກມື້” ເລືອກຄົນທີ່ເກັບຮູບເຮົາໄວ້ໃນກະເປົາເງິນຂອງເຂົາ ເລືອກຄົນທີ່ກ້າໂພສຮູບເຮົາ ໄວ້ໜ້າໄທມ໌ໄລນ໌ຂອງເຂົາ ເລືອກຄົນທີ່ກ້າໃຫ້ເຮົາຮູ້ການເຄື່ອນໄຫວຂອງເຂົາ ເລືອກຄົນທີ່ກ້າທຸ່ມເທ ຄວາມຮັກໃຫ້ກັບເຮົາ… ຖ້າການຄົບຫາກັນແລ້ວ ເຂົາຄົນນັ້ນບໍ່ໄດ້ຊ່ວຍໃຫ້ເຮົາດູດີຂຶ້ນໃນສາຍຕາຂອງຄົນອື່ນ ພໍ່ຕ້ອງສະແດງຄວາມເສຍໃຈນຳ “ເຈົ້າເລືອກຄົນຜິດແລ້ວ” ເພາະຖ້າຫາກເຂົາຮັກເຮົາແທ້ ເຂົາຈະບໍ່ຍອມໃຫ້ຄົນຮັກຂອງເຂົາຕົກຕໍ່າໃນສາຍຕາຂອງຜູ້ອື່ນ ຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດກັບເຈົ້າຕະຫຼອດຊີວິດ ຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດຊົ່ວຄາວ ຄົນທີ່ຕ້ອງການໃຊ້ຊິວິດກັບເຈົ້າທັງຊີວິດນັ້ນ ເຂົາອາດຈະບໍ່ໄດ້ຊື້ເຄື່ອງຂອງ ຫຼືບອກຮັກເຮົາທຸກມື້ ເພາະເຂົາຈະພະຍາຍາມສ້າງຕົວເພື່ອເຈົ້າ ແລະ ຄອບຄົວ ສ່ວນຄົນທີ່ຕ້ອງການໃຊ້ຊີວິດກັບເຈົ້າພຽງຊົ່ວຄາວນັ້ນ ເຂົາຈະຖວາຍທຸກຢ່າງໃຫ້ກັບເຈົ້າ ສະເໝືອນວ່າ “ຫາກຂາດເຈົ້າ ເຂົາຂາດໃຈ” ດັ່ງນັ້ນ …

Read More »

ບອກລາຂອບຕາດໍາດ້ວຍ 6 ວິທີງ່າຍໆສາວໆສາມາດເຮັດເອງໄດ້ທີ່ເຮືອນແບບສະບາຍ

ສາວໆຫຼາຍໆຄົນເຄີຍເປັນບໍ່ ຕື່ນຂຶ້ນມາຂອບຕາດໍາ? ແຕ່ງໜ້າບໍ່ງາມ ແຍງແວ່ນຍາມໃດປານເປັນໝີແພນດ້າເອົາໂລດ!! ເສຍຄວາມໝັ້ນໃຈຍາມແຕ່ງໜ້າອອກໄປນອກ ຖ້າສາວໆຄົນໃດກໍາລັງພົບບັນຫານີ້ ບໍ່ຟ້າວນ້ອຍໃຈ, ຢ່າຟ້າວຜິດຫວັງ!! ລຸກຂຶ້ນມາເບິ່ງແຍງຕົວເອງ ໂດຍການຮັກສາຂອບຕາໃຫ້ເຊົາເປັນໝີແພນດ້າໄດ້ແລ້ວ ດ້ວຍ 6 ວິທີງ່າຍໆແຕ່ເຫັນຜົນແທ້ ແລະ ສາວໆສາມາດເຮັດເອງໄດ້ທີ່ເຮືອນແບບສະບາຍ ມາປ່ຽນຂອບຕາດໍາໃຫ້ກາຍເປັນຕາງາມເດັ່ນ ດ້ວຍວິທີຕໍ່ໄປນີ້… 1. ພອກເປືອກຕາດ້ວຍໝາກແອັບເປີ້ນ: ເອົາແອັບເປີ້ນສົດມາຟານບາງ ແລ້ວເອົາມາພອກເປືອກຕາຖີ້ມໄວ້ປະມານ 15 ນາທີ ເຮັດມື້ລະເທື່ອ ປະມານອາທິດໜຶ່ງຮັບຮອງວ່າເຫັນຜົນແທ້ ເຊິ່ງຮອຍດໍາມັນຈະຄ່ອຍໆຈາງລົງໄປຢ່າງເຫັນໄດ້ຊັດເຈນ!! 2. ໄຂ່ຕົ້ມ: ໄຂ່ຕົ້ມສຸກປອກເປືອກອອກໃນຂະນະທີ່ໄຂ່ຍັງອຸ່ນໆຢູ່ ແມ່ນໃຫ້ເອົາຜ້າມົນນ້ອຍໆທີ່ສະອາດມາຫໍ່ໄຂ່ ແລ້ວນໍາໄປນວດບໍລິເວນໃຕ້ດວງຕາຄ່ອຍໆ ການເຮັດແບບນີ້ແມ່ນຈະຊ່ວຍໃຫ້ເລືອດມີການໄຫຼວຽນດີ ຖ້າເຮັດເປັນຈໍາຂອບຕາດໍາກໍຈະໝົດໄປ. 3. ໝາກແຕ່ງກວາ: ວິທີນີ້ເປັນວິທີທີ່ໄດ້ຮັບຄວາມນິຍົມທີ່ສຸດ ເອົາໝາກແຕງກວາມາຊອຍເປັນອັນນ້ອຍໆບາງໆ ແລ້ວເອົາໄປແຊ່ຕູ້ເຢັນໄວ້ປະມານ 30 ນາທີ ຈາກນັ້ນເອົາມາວາງໃສ່ເປືອກຕາທັງສອງຂ້າງ ແລ້ວປະໄວ້ປະມານ 10-15 ນາທີ ພຽງເທົ່ານີ້ຂອບຕາເຮົາກໍຈະເປັ່ງປັ່ງ ແລະ ສົດຊື່ນຂຶ້ນ. 4. ຖົງຊາ: ສາວໆຄົນໃດທີ່ມັກດື່ມນໍາຊາຢູ່ແລ້ວກໍສາມາດໃຊ້ປະໂຫຍດຕໍ່ໄດ້ເລີຍ …

Read More »

ງາມແບບບໍ່ມີບ່ອນຕິ!!! ນ້ອງ Maya Basol ເຊເລບຊື່ດັງຂອງ ປະເທດ ຕຸຣາກີ

ມາຮູ້ຈັກ!!! ນ້ອງ Maya Basol ເຊເລບຊື່ດັງຂອງປະເທດ ຕຸຣາກີ ບອກໄດ້ເລີຍວ່ານ້ອງງາມແຮງ!!! ນ້ອງມີອາຍຸພຽງແຕ່ 6 ປີ ແຕ່ສາຍແວວນາງແບບແຕ່ຕອນຍັງນ້ອຍເລີຍ ແລະ ກໍຍັງມີຜົນງານຫຼາຍຜົນງານບໍ່ວ່າ ຈະເປັນການຖ່າຍແບບ, ເດີນແບບໃນງານ Fashionshow Runway ແລະ ອີກຫຼາຍໆເວທີ ຄວາມສາມາດຂອງນ້ອງແມ່ນບໍ່ທໍາມະດາເລີຍ!!! ມື້ນີ້ແອັດຈະພາທຸກຄົນໄປຮູ້ຈັກກັບນ້ອງ ມາຍາ ວ່ານ້ອງແມ່ນໃຜ? ໄປເບິ່ງກັນເລີຍວ່ານ້ອງຈະໜ້າຮັກຊໍາໃດ… ບໍ່ແປກໃຈເລີຍວ່າງາມໄດ້ໃຜ!! ເບິ່ງຊ້າງໃຫ້ເປັນຫາງ ເບິ່ງນາງໃຫ້ເບິ່ງແມ່… ບໍ່ວ່າຈະມຸມໃດນ້ອງກໍໜ້າຮັກ!!! ສາມາດຕິດຕາມຜົນງານນ້ອງໄດ້ທີ່: IG Mayabasol ຮຽບຮຽງໂດຍ: Kuanjai Magazine ຂໍ້ມຸນຈາກ: Mayabasol

Read More »

ເຄີຍສົງໃສບໍວ່າ! ຫຼັງຈາກ ກິນເຂົ້າສວາຍແລ້ວ ຮູ້ສຶກຢາກນອນປະຈຳ ເປັນຍ້ອນຫຍັງ….?

ເຄີຍສົງໃສບໍວ່າ ກິນເຂົ້າສວາຍແລ້ວຍາມໃດຮູ້ສຶກງ່ວງ ຢາກລົ້ມນອນທຸກໆເທື່ອ ເຊິ່ງອາການດັ່ງກ່າວທາງການແພດເອີ້ນວ່າ Food Coma ເກີດຈາກການທີ່ຮ່າງກາຍເຮົາເກີດການກະຕຸ້ນ ເມື່ອເຮົາກິນອາຫານຫຼາຍຈົນເກີນໄປ ໂດຍສະເພາະການກິນອາຫານປະເພດຄາໂບໄຮເດສຈຳພວກແປ້ງ ແລະ ນໍ້າຕານ ເຊັ່ນ ເຂົ້າ, ເຂົ້າໜົມປັງ ຊຶ່ງຮ່າງກາຍສາມາດດູດຊຶມໄດ້ຢ່າງໄວວາ ດັ່ງນັ້ນ! ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງ ຫຼືຢາກນອນໄດ້ງ່າຍ… ເມື່ອຮ່າງກາຍຍ່ອຍອາຫານທີ່ເຮົາກິນເຂົ້າໄປໂດຍການປ່ຽນໃຫ້ເປັນນໍ້າຕານ ເຮັດໃຫ້ປະລິມານໃນຮ່າງກາຍສູງຂຶ້ນ ຈາກນັ້ນຮ່າງກາຍຈະຫຼັ່ງສານ ອິນຊູລີນ ເພື່ອເຮັດໜ້າທີ່ຄວບຄຸມນໍ້າຕານ ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ ເພື່ອເປັນການຊ່ວຍຫຼຸດລະດັບນໍ້າຕານໃຫ້ກັບມາເປັນປົກກະຕິ ຈາກນັ້ນຮ່າງກາຍຈະຫຼັງສານເຊໂລໂທນິນເຊິ່ງເປັນສານແຫ່ງຄວາມສະຫງົບ ທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ ນອນຫຼັບສະບາຍ ແລະ ຄວບຄຸມວົງຈອນການນອນຫຼັບ ແລ້ວສານເຊໂລໂທນິນຈະຖືກສົ່ງຕໍ່ໄປທີ່ຕ່ອມບໍລິເວນສ່ວນກາງຂອງສະໝອງໃຫ້ຫຼັງສານເມລາໂທນິນອອກມາສູ່ກະແສເລືອດຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງນອນນັ້ນເອງ ເປັນແນວໃດແດ່ ເມື່ອຮູ້ສາເຫດຂອງອາການຢາກນອນໃນຊ່ວງບ່າຍໆ ຫຼັງຈາກກິນເຂົ້າສວາຍແລ້ວ ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບນີ້ ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ ກິນແລ້ວຈະຮູ້ສຶດສົດຊື່ນ ປັ່ນໝາກມ່ວງ,​ປັ່ນໝາກແຕງ ແລະ ໝາກໄມ້ລວມ… ເພີ່ມພະລັງໃນຊ່ວງບ່າຍ ແຖມກິນແລ້ວຍັງຊ່ວຍເຮັດໃຫ້ສຸຂະພາບດີອີກດ້ວຍ.

Read More »

ເສຍໃຈນໍາ!!! ກັບການຈາກໄປຂອງແມ່ ສາວ ໄບ໋ ຜູ້ປະກາດຂ່າວຊື່ດັງຂອງປະເທດໄທ

ເປັນອີກເລື່ອງທີ່ໜ້າເສົ້າໃຈໃນວົງການບັນເທີງກັບການຈາກໄປຂອງແມ່ ມົນທິລາ ຜູ້ເປັນແມ່ ຂອງສາວ ໄບ໋ ຜູ້ປະກາດຂ່າຊື່ດັງໃນລາຍການ “ເລື່ອງເລົ່າເຊົ້ານີ້” ເປັນການສູນເສຍຄັ້ງຍິ່ງໃຫຍ່ໃນຊີວິດຂອງສາວ ໄບ໋ ເລີຍກໍວ່າໄດ້ ຫຼັງຈາກທີ່ແມ່ ມົນທິລາ ໄດ້ເຂົ້າຮັກສາຢູ່ໂຮງໝໍມາເປັນເວລາໜຶ່ງດ້ວຍພະຍາດຂອງຕົວເອງ. ຫຼ້າສຸດວັນທີ 23 ມີນາ 2021 ແມ່ມົນທິລາ ກໍໄດ້ເສຍຊີວິດແລ້ວ ດ້ວຍພະຍາດໂລກມະເຮັງ ແຟນໆກໍຕ່າງພາກັນແຫ່ຄອມເມັ້ນສະແດງຄວາມເສຍໃຈ ແລະ ໃຫ້ກໍາລັງໃຈສາວ ໄບ໋ ເປັນຈໍານວນຫຼາຍ… ຂວັນໃຈຂໍສະແດງຄວາມເສຍນໍາໃຈກັບສາວໄບ໋ເດີ້

Read More »