Breaking News

Chic Working Women

ຄວນຮູ້!!! ທັກສະທາງສັງຄົມກໍຊ່ວຍໃຫ້ເຈົ້າປະສົບຄວາມສໍາເລັດໃນການເຮັດວຽກໄດ້…

ຄືທີ່ຮູ້ກັນດີວ່າ ມະນຸດເປັນສັດສັງຄົມທີ່ຕ້ອງຢູ່ຮ່ວມກັນເປັນກຸ່ມ ເຊັ່ນດຽວກັນກັບການເຮັດວຽກ ທີ່ເຈົ້າຈໍາເປັນຕ້ອງມີ ທັກສະທາງສັງຄົມ ເຊິ່ງເປັນທັກສະຂັ້ນພື້ນຖານທີ່ທຸກຄົນຕ້ອງມີ ແລະ ຈະເປັນຕົວຊ່ວຍໃຫ້ເຈົ້າກາຍເປັນບຸຸກຄົນທີ່ປະສົບຄວາມສໍາເລັດໃນເສັ້ນທາງຂອງອາຊີບ ໂດຍທັກສະທາງສັງຄົມຈະເກີດຂຶ້ນໄດ້ຕ້ອງມາຈາກການຮຽນຮູ້ ປະສົບການ ແລະ ການພັດທະນາທີ່ເກີດຈາກການເຝິກຝົນຕົນເອງມາເປັນໄລຍະເວລາໜຶ່ງ… ແນວໃດກໍຕາມຖ້າເຈົ້າບໍ່ມີທັກສະທາງສັງຄົມ ກໍຍ່ອມສູນເສຍໂອກາດບາງຢ່າງໄປ ດັ່ງນັ້ນ ເຮົາມາເລີ່ມເຝິກຝົນທັກສະທາງສັງຄົມໃຫ້ເປັນກິດຈະວັດປະຈໍາວັນ ເພື່ອເຮັດໃຫ້ເຈົ້າສາມາດເຮັດວຽກໄດ້ຢ່າງລາຍລື່ນ ແລະ ມີຄວາມສຸກກັບວຽກໃນແຕ່ລະມື້ ດ້ວຍ 4 ທັກສະດັ່ງຕໍ່ໄປນີ້… 1. ການເອົາໃຈໃສ່ ການສ້າງຄວາມສໍາພັນອັນດີ ແລະ ເຂົ້າໃຈໃນຄວາມຮູສຶກຂອງເພື່ອນຮ່ວມງານ ຖືເປັນທັກສະທາງສັງຄົມທີ່ສໍາຄັນໃນໂລກຍຸກປັດຈຸບັນ ຖ້າເຈົ້າສາມາດເປີດໃຈຮັບຟັງຄວາມຮູ້ສຶກຂອງບຸກຄົນທີ່ເຈົ້າຮູຈັກ ແລະ ສາມາດເຂົ້າໃຈບັນຫາເຫຼົ່ານັ້ນໄດ້ດີຂຶ້ນ ດັ່ງນັ້ນ ຟັງຄິດຢູ່ສະເໝີວ່າ ຖ້າເຂົ້າໃຈຄົນອື່ນ ຄົນອື່ນກໍຈະເຂົ້າໃຈເຈົ້າເຊັ່ນກັນ ເຊິ່ງວິທີຄິດແບບນີ້ ຈະເຮັດໃຫ້ເຈົ້າໄດ້ຜົນຮັບກັບມາໃນທິດທາງທີ່ດີຢ່າງແນ່ນອນ 2. ເປັນຜູ້ຟັງທີ່ດີ ຜູ້ຟັງທີ່ດີ ຄືຜູ້ຟັງທີ່ມີຄວາກະຕືລືລົ້ນ ເຊິ່ງໃນທີ່ນີ້ໝາຍເຖິງການມີສ່ວນຮ່ວມ ເຊັ່ນ ໃນຂະນະທີ່ນັ່ງຟັງໝູ່ຮ່ວມງານພຣີເຊັ້ນໂປຣເຈັກໃນສ່ວນທີ່ຮັບຜິດຊອບ ເຈົ້າສາມາດສ້າງທັກສະທາງສັງຄົມໃນເລື່ອງນີ້ໄດ້ດ້ວຍການສົບຕາ, ງຶກຫົວ ຫຼືໜ້າເມື່ອເຫັນດີ ອີກທັງການເປັນຜູ້ຟັງທີ່ດີຈະຕ້ອງບໍ່ຂັດຈັງວະໃຮຂະນະທີ່ຜູ້ເວົ້າກໍາລັງເວົ້າ ຖ້າເຈົ້າມີປະເດັນສົງໄສ ຄວນຈະຍົກມືຖາມເມື່ອພຣີເຊັ້ນຈົບລົງແລ້ວ …

Read More »

ຫວານລະມຸນດັ່ງເຈົ້າຍິງ!!! ສ່ອງໝໍແນ່ງ ຈັນດາລີ ກັບແຊັດຖ່າຍແບບຊຸດນີ້… ຫວານລະມູນຈົນດອກໄມ້ຍັງອາຍ.

ໂອ່ຍ… ນັບມື້ຍິ່ງເຮັດໃຫ້ຫຼົງຮັກອີ່ຫຼີສໍາລັບສາວຄົນນີ້ ໝໍແນ່ງ ຈັນດາລີ ສິດພະໄຊ ທີ່ບໍ່ວ່າຈະເຮັດຫຍັງກໍເຮັດໄດ້ດີສະເໝີ ເມື່ອບໍ່ດົນມານີ້ກໍອອກມາໂພສຂ່າວດີໄດ້ທຶນສຶກສາຕໍ່ທາງດ້ານການແພດກັບອົງການ ອະນາໄມໂລກ ເຮັດໃຫ້ແຟນຄຣັບປື້ມປິ່ມກັບຄວາມເກັ່ງຂອງສາວລາວເຮົາ; ສ່ວນທາງດ້ານວົງການບັນເທີງ ສາວແນ່ງ ກໍເດີນສາຍຮັບງານຈົນບໍ່ມີເວລາວ່າງ ບໍ່ວ່າຈະງານໂຄສະນາ ຖ່າຍແບບຕ່າງໆ ໂອ່ຍຍຍ ເຕັມໄປໝົດ!!! ແຕ່ທີໄປສະດຸດຕາແຮງ ກໍຄືແຊັດການຖ່າຍແບບຫຼ້າສຸດຂອງນາງ ທີ່ມີຄວາມຫວານລະມຸນດັ່ງເຈົ້າຍິງ ຈາກໜ້າທີ່ຫວານຢູ່ແລ້ວ ໄປບວກກັບຊຸດສີຂາວຫວານໆອີກ ອ່ອຍຍ ແບບນີ້ບໍ່ຫຼົງບໍ່ໄຫວແລ້ວ… ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Chandaly Ningnang Sitpraxay ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ໝົດ Passion ກັບວຽກທີ່ເຮັດຈະໄປຕໍ່ແນວໃດ??? ມາເບິ່ງ!! 5 ເຄັດລັບແກ້ອາການໝົດໄຟໃນການເຮັດວຽກ…

ໄປເຮັດວຽກມື້ໃດກະຮູ້ສຶກເບື່ອ ໄດ້ແຕ່ເຝົ້າເບິ່ງໂມງວ່າເມື່ອໃດຈະຮອດໂມງເລີກວຽກ ຖ້າເຈົ້າມີຊີວິດແຕ່ລະມື້ໄປເພື່ອໃຫ້ຮອດດເວລາເລີກວຽກຢ່າງດຽວ ນັ້ນເປັນເພາະວ່າເຈົ້າເລີ່ມໝົດ Passion ຫຼືໝົດໄຟ ໃນການເຮັດວຽກແລ້ວ ເຊິ່ງສາເຫດຫຼັກໆ ມັກຈະມາຈາກການເຮັດວຽກເກົ່າໆ ຊໍ້າໆ ຊາກໆ ເງິນເດືອນກໍໜ້ອຍ ຢູ່ແຕ່ໃນສະພາບແວດລ້ອມເກົ່າໆ ເຮັດວຽກໜັກເກີນໄປ ເຄຼຍເທົ່າໃດກໍບໍ່ໝົດຈັກເທື່ອ… ຖ້າໃຜທີ່ກໍາລັງເປັນແບບນີ້ຢູ່ ລອງມາຈູດໄຟໃຫ້ກັບຕົວເອງອີກຄັ້ງ ກັບ 5 ເຄັດລັບທີ່ ຂວັນໃຈ ນໍາມາຕ້ອນກັນໃນມື້ນີ້ເບິ່ງເດີ້!!! 1. ຄົ້ນຫາເຫດຜົນໃຫ້ພົບ ສິ່ງທີ່ຈະດັບທຸກໄດ້ກໍຄື ສາເຫດ ຖ້າເຮົາຮູ້ສາເຫດ ເຮົາຈຶ່ງຈະຊອກຫາທາງອອກພົບວ່າ ທຸກແບບນີ້ຄວນໃຊ້ວິທີແກ້ໄຂແບບໃດ ກ່ອນອື່ນເລີຍ ຖາມຕົວເອງກ່ອນວ່າ ເປັນຫຍັງເຮົາຈຶ່ງຮູ້ສຶກເບື່ອກັບວຽກທີ່ເຮັດ ເປັນຫຍັງເຮົາຈຶ່ງບໍ່ຢາກເຮັດຫຍັງເລີຍ ເພາະວຽກເກົ່າໆ ຫົວໜ້າເຂັ້ມງວດເກີນໄປ ເງິນເດືອນບໍ່ດຶງດູດພໍ ຫຼືເລີ່ມໝົດຄວາມມ່ວນກັບວຽກທີ່ເຮັດ ຫຼືເຫດຜົນອື່ນໆ ຖ້າເຈົ້າພົບແລ້ວ ກໍຄ່ອຍໆຊອກຫາວິທີແກ້ໄຂໃຫ້ຖືກຈຸດຕໍ່ໄປຈ່າ 2. ມ່ວນໄປກັບເປົ້າໝາຍໃໝ່ໆ ກັບວຽກເກົ່າໆ ກ່ອນທີ່ຈະເບິ່ງໄປເຖິງອະນາຄົດທີ່ໄກໆ ເຮົາມາເບິ່ງເປົ້າໝາຍໃນວຽກປະຈໍາທີ່ເຮັດຢູ່ກັນດີກວ່າ ບາງເທື່ອການວາງແຜນໄປໄກເກີນໄປ ກໍເຮັດໃຫ້ເຮົາເປັນກັງວົນ ແລະ ຈິດໃຈບໍ່ສະຫງົບລ່ອງລອຍໄປໄກ ແຕ່ການກໍານົດເປົ້າໝາຍໄລຍະສັ້ນ …

Read More »

ແຊຣ໌ໄວ້ເລີຍ!!! 10 ເຕັກນິກການເຮັດວຽກໃຫ້ງ່າຍຂຶ້ນ ທີ່ຄົນປະສົບຄວາມສໍາເລັດບໍ່ເຄີຍບອກເຈົ້າ…

ໃນວົງຈອນຂອງການເຮັດວຽກບໍ່ວ່າສາຂາອາຊີບໃດກໍຕາມ ຄົນສ່ວນຫຼາຍຈະມີເປົ້າໝາຍດຽວກັນຄືຄວາມສໍາເລັດ (ຄົນສ່ວນໜ້ອຍທີ່ບໍ່ຢາກປະສົບຄວາມສໍາເລັດຄືຄົນທີ່ບໍ່ມີເປົ້າໝາຍໃຫ້ຕົວເອງ) ມື້ນີ້ຂວັນໃຈໄດ້ມີໂອກາດໄປອ່ານບົດຄວາມໜຶ່ງມາ ເຊິ່ງເປັນບົດຄວາມທີ່ຮຽບຮຽງຈາກໜັງສືເຫຼັ້ມໜຶ່ງ ເຊິ່ງເນື້ອໃນໄດ້ບອກວ່າ ໜັງສືເຫຼັ້ມນີ້ສາມາດພິກຊີວິດນັກທຸລະກິດຊາວຍີ່ປຸ່ນມາແລ້ວຫຼາຍກວ່າ 6.000 ຄົນ ດ້ວຍວິທີການເຮັດວຽກທີ່ຄົນປະສົບຄວາມສໍາເລັເຂົາເຮັດ ແຕ່ບໍ່ເຄີຍບອກເຈົ້າ!!! ແຕ່ມື້ນີ້ ແອັດຈະນໍາມາໃຫ້ທຸກຄົນໄດ້ອ່ານ ກັບ 10 ເຕັກນິກການເຮັດວຽກທີ່ຊ່ວຍປ່ຽນ ພະນັກງານທໍາມະດາ ໃຫ້ເປັນ ພະນັກງານທີ່ເປັ່ງປະກາຍ ຈະມີຫຍັງແດ່ນັ້ນ ເຮົາລອງມາເບິ່ງນໍາກັນເລີຍ… ເມື່ອໄດ້ຮັບມອບໝາຍວຽກ ລອງຢຸດຄິດກ່ອນວ່າ ຄວນເຮັດຫຍັງ ເລີ່ມຈາດຈັດລໍາດັບຄວາມສໍາຄັນຂອງວຽກ ໂດຍຄິດວ່າແມ່ນຫຍັງທີ່ເຮັດໃຫ້ຜົນງານເພີ່ມຂຶ້ນ ເພາະບໍ່ວ່າເຈົ້າຈະທຸ່ມເທເຮັດວຽກຂະໜາດໃດ ທຸກຄົນກໍມີເວລາ 24 ຊົ່ວຖມງເທົ່າກັນ ບໍ່ມີທາງທີ່ເວລາຈະເພີ່ມຂຶ້ນ ດັ່ງນັ້ນ ເຈົ້າຈຶ່ງບໍ່ຈໍາເປັນຕ້ອງທຸ່ມເທກັບວຽກທຸກອັນ. 2. ຖ້າຕ້ອງການເພີ່ມຜົນງານຈົ່ງຕັດໃຈເລືອກ ວຽກທີ່ບໍ່ຕ້ອງເຮັດ ເພາະບໍ່ແມ່ນວ່າການເຮັດວຽກທຸກຢ່າງຈະເກີດຜົນງານສະເໝີໄປ ຄວາມຈິງແລ້ວການເຮັກວຽກງານສໍາຄັນພຽງ 20% ຕາມກົດ 20/80 ກໍຊ່ວຍໃຫ້ຜົນງານພຽງພໍຕໍ່ຄວາມສໍາເລັດແລ້ວ ສະນັ້ນ ການເຊົາເຮັດ ຈຶ່ງກາຍເປັນສິ່ງສໍາຄັນກວ່າ ການລົງມືເຮັດ ອີກທັງຍັງເຮັດໃຫ້ມີເວລາເຮັດສິ່ງໃໝ່ອີກດ້ວຍ. 3. ບໍ່ມີວຽກງານໃດທີ່ ໂອກາດຄວາມພາດເປັນສູນ …

Read More »

ຄໍາຖາມທີ່ນັກສຶກສາຈົບໃໝ່ຢາກຮູ້!!! ຮຽນຈົບສາຍພາສາຕ່າງປະເທດສະເພາະ ຈະໄປເຮັດວຽກຫຍັງ???

ເຊື່ອວ່າຫຼາຍໆຄົນມີຄວາມສົນໃຈຮຽນພາສາຕ່າງ ບໍ່ວ່າຈະຮຽນພາສາຢູ່ໂຮງຮຽນສອນພາສາ ຮຽນທີ່ມະຫາໄລ ຫຼືແມ່ນແຕ່ຮຽນພາສາດ້ວຍຕົນເອງ… ປັດຈຸບັນມີຄົນແນະນໍາການຮຽນພາສາຫຼາກຫຼາຍຜ່ານທາງສື່ຕ່າງໆ ທັງ Blog ຫຼືສື່ VDO ຕາມເວັບໄຊ້ຄື YouTube ຕ່າງໆ ຫຼາກຫຼາຍທີ່ເຂົ້າມາຊ່ວຍໃນດ້ານນີ້!!! ແຕ່ເມື່ອຮຽນພາສາຈົບມາແລ້ວ ຄົງມີຫຼາຍຄົນທີ່ຍັງສົງໄສວ່າ ຮຽນພາສາມາແລ້ວເຮົາຈະເຮັດວຽກຫຍັງດີ? ຫຼືເຮົາຈະເຮັດຫຍັງກັບມັນດີ? ບົດຄວາມນີ້ຂໍນໍາສະເໜີຄໍາຕອບຈາກປະສົບການສ່ວນຕົວຂອງຜູ້ຂຽນເອງ (ແອັດມິ້ນເພຈ Mediam) ຮຽນຈົບພາສາໄປເຮັດວຽກຫຍັງໄດ້ແດ່? ຖ້າໃຫ້ຕອບສັ້ນໆຄົງຕ້ອງຕອບວ່າ ແລ້ວແຕ່ເຮົາເລີຍ ອາດຈະຟັງກວ້າງໄປໂພດ ຊັ້ນລອງມາຟັ/ປະສົບການຂອງລຸ້ນເອຶ້ອຍເບິ່ງວ່າລາວເລືອກເຮັດວຽກຫຍັງ??? ໂດຍປົກກະຕິແລ້ວວຽກສໍາລັບຄົນຮຽນຈົບພາສາຈະມີພວກ ອາຈານ ຄູສອນພິເສດ ລ່າມ ນັກແປພາສາ ຜູ້ຂຽນເອງເລີ່ມຈາກການເຮັດວຽກແປພາສາມາກ່ອນຍ້ອນຄວາມມັກສ່ວນຕົວ. ຕອນນັ້ນ ຢູ່ທີ່ບໍລິສັດແຫ່ງໜຶ່ງກໍໄດ້ເປີດຮັບຕໍາແໜ່ງແປພາສາຢູ່ພໍດີ ເລີຍໄດ້ມີໂອກາດເຂົ້າໄປເຮັດວຽກ. ເລີ່ມຈາກການເຮັດວຽກທີ່ໃຊ້ທັກສະພາສາກົງໆເລີຍ ຄືກາານແປຂໍ້ຄວາມຈາກພາສາຍີ່ປຸ່ນເປັນພາສາລາວ ແລະ ແປຈາກພາສາຍີ່ປຸ່ນເປັນພາສາອັງກິດນໍາ… ຫຼັງຈາກນັ້ນ ກໍໄດ້ມີໂອກາດລອງເຮັດວຽກຫຼາກຫຼາຍຂຶ້ນ ໄດ້ເຂົ້າໄປເປັນລ່າມໃນເຂດຊຸມຊົນ ສ່ວນນີ້ເປັນຈຸດທີ່ເຮັດໃຫ້ຂ້ອຍເລີ່ມເຫັນພາບຂອງບໍລິສັດໃນວົງກວ້າງຫຼາຍຂຶ້ນ ໄດ້ຮູ້ວ່າການບໍລິຫານວຽກ ການຈັດການຕ່າງໆ ເປັນແນວໃດ? ສິ່ງໜຶ່ງທີ່ຂ້ອຍຮູ້ສຶກວ່າ ທັກສະພາສາອັງກິດຊ່ວຍຂ້ອຍໄດ້ຄື ຂອບການຄົ້ນຄວ້າຂອງຂ້ອຍກວ້າງຫຼາຍຂຶ້ນ ນອກຈາກຂໍ້ມູນພາສາລາວທີ່ມີຫຼາຍຂຶ້ນແລ້ວ ຂ້ອຍຍັງສາມາດເຂົ້າເຖິງຂໍ້ມູນພາສາຍີ່ປຸ່ນ …

Read More »