Breaking News

Chic Working Women

ອ່ານດ່ວນ!!! 12 ຂໍ້ຄິດເພື່ອຊີວິດການເຮັດວຽກທີ່ດີຂຶ້ນ…

ມື້ນີ້ ຂວັນໃຈມີຂໍ້ຄິດດີໆ 12 ຂໍ້ ທີ່ຈະຊ່ວຍປັບແນວຄິດ ແລະ ທັດສະນະຄະຕິທີ່ມີຜົນດີຕໍ່ການເຮັດວຽກມາໃຫ້ອ່ານ… ລອງໄປເບິ່ງກັນເລີຍ!!! 1. ມະນຸດສໍາພັນ ເນື່ອງຈາກມະນຸດສໍາພັນເປັນສິ່ງສໍາຄັນ ຖ້າເຈົ້າເຂົ້າກັບເພື່ອນຮ່ວມງານບໍ່ໄດ້ ເຈົ້າຄວນຈະພິຈາລະນາປັບປຸງທັກສະດ້ານມະນຸດສໍາພັນ ເພາະເຖິງວ່າເຈົ້າຈະເກັ່ງຂະໜາດໃດ ເຈົ້າກໍບໍ່ມີທາງປະສົບຄວາມສໍາເລັດໄດ້ ຖ້າມະນຸດສໍາພັນເຈົ້າບໍ່ດີ… 2. ການເຮັດວຽກເປັນທີມ ປັດຈຸບັນ ກນເຮັດວຽກຈະເນັ້ນບຸກຄົນທີ່ເຮັດວຽກເປັນທີມໄດ້ດີຫຼາຍກວ່າຄົນທີ່ມັກເຮັດວຽກຄົນດຽວ ເນື່ອງຈາກໂລກແຄບລົງ ແລະ ມີການພັດທະນາໃນດ້ານຕ່າງໆ ຫຼາຍຂຶ້ນ ການເຮັດວຽກກໍຕ້ອງເປັນທີມຫຼາຍຍິ່ງຂຶ້ນ ຜູ້ທີ່ມີທັກສະໃນການເຮັດວຽກເປັນທີມ ແລະ ເປັນຜູ້ຮ່ວມທີມທີ່ດີ ຈຶ່ງເປັນສິ່ງຈໍາເປັນໃນການເຮັດວຽກ. 3. ຂໍ້ຕົກລົງໃນການເຮັດວຽກ ຈື່ໄວ້ວ່າການທີ່ເຈົ້າຮັບປາກຮັບຄໍາກັບໃຜເລື່ອງໃດເລື່ອງໜຶ່ງ ເຈົ້າຕ້ອງຮັບຜິດຊອບ ແລະ ເຮັດໃຫ້ໄດ້ຕາມທີ່ຮັບປາກໄວ້ ຖ້າເຮັດບໍ່ໄດ້ ຫຼືລ່າຊ້າກວ່າທີ່ຮັບປາກ ເຈົ້າຕ້ອງແຈ້ງໃຫ້ບຸກຄົນທີ່ເຈົ້າຮັບປາກຮູ້ລ່ວງໜ້າຢ່າງໜ້ອຍ 2-3 ມື້ ດັ່ງນັ້ນ ກ່ອນທີ່ຈະຮັບປາກໃຜໃນເລື່ອງຂອງການເຮັດວຽກ ຄວນຈະຄິດໃຫ້ຮອບຄອບກ່ອນ. 4. ຂ້ອຍເປັນຂ້ອຍເອງ ການຈະເປັນສາວໝັ້ນ ເຈົ້າຕ້ອງເບິ່ງເວລາ ແລະ ສະຖານທີ່ໃຫ້ດີກ່ອນ ບໍ່ດັ່ງນັ້ນ …

Read More »

ແນະນໍາຫົວໜ້າ!!! ພະນັກງານແບບໃດທີ່ບໍ່ຄວນເບິ່ງຂ້າມ ແລະ ຄວນຮັກສາໄວ້ໃຫ້ດີ…

ໃນແຕ່ລະອົງກອນຕ່າງກໍມີພະນັກງານຫຼາກຫຼາຍປະເພດເຮັດວຽກຮ່ວມກັນ ມີທັງຄົນທີ່ໂດດເດັ່ນເປັນພິເສດ ແລະ ຄົນທໍາມະດາແຕ່ມີຄວາມສາມາດ ໃນຖານະຫົວໜ້າເຮົາຄວນຈະຕ້ອງແຍກໃຫ້ໄດ້ວ່າລູກນ້ອງຄົນໃດມີຝີມືແທ້ ຫຼືມີຄວາມສາມາດຊ່ອນຢູ່ພຽງແຕ່ຖ້າຄົນສະໜັບສະໜູນ ແລະ ຊຸກຍູ້. ສໍາລັບຄົນທີ່ໂດດເດັ່ນຢູ່ແລ້ວຄົງບໍ່ຍາກທີ່ຈະສັງເກດ ແຕ່ຍັງມີພະນັກງານແບບໃດອີກທີ່ບໍ່ຄວນເບິ່ງຂ້າມ… ພະນັກງານອາຍຸນ້ອຍ ຫຼືອາຍຸການເຮັດວຽກໜ້ອຍ ພວກເຂົາເປັນກຸ່ມທີ່ອາດຈະເອີ້ນໄດ້ວ່າມີໄຟໃນການເຮັດວຽກຫຼາຍທີ່ສຸດອັນດັບຕົ້ນຂອງອົງກອນ ພະນັກງານເຫຼົ່ານີ້ພະຍາຍາມສ້າງຜົນງານເພື່ອການຍອມຮັບ ດັ່ງນັ້ນ ຫົວໜ້າຄວນເປີດໂອກາດໃຫ້ພວກເຂົາໄດ້ສະແດງຝີມືແດ່ ແມ່ນຢູ່ວ່າບາງຢ່າງອາດຈະຕ້ອງໃຊ້ປະສົບການ ແຕ່ເຈົ້າສາມາດໃຫ້ພວກເຂົາເລີ່ມຈາກເຮັດວຽກຮ່ວມກັບພະນັກງານທີ່ມີປະສົບການຫຼາຍກວ່າ ແລະ ຄອຍຕິດຕາມເບິ່ງວ່າພວກເຂົາຮຽນຮູ້ໄດ້ໄວຂະໜາດໃດ ຢ່າເບິ່ງແຕ່ປະສົບການໃນການເຮັດວຽກຢ່າງດຽວ ຖ້າເຈົ້າສາມາດສ້າງແຮງບັນດານໃຈໃຫ້ພະນັກງານກຸ່ມນີ້ໄດ້ໃນໄລຍະທໍາອິດຂອງກາານເຮັດວຽກ ພວກເຂົາຈະກາຍເປັນຊັບພະຍາກອນທີ່ມີຄຸນຄ່າ ມີຝີມື ຈະຮັກ ແລະ ພູມໃຈທີ່ໄດ້ເຮັດວຽກກັບອົງກອນທີ່ເຫັນຄຸນຄ່າໃນຕົວພວກເຂົາ ພະນັກງານເວົ້າໜ້ອຍແຕ່ຜົນງານດີ ພວກເຂົາເຫຼົ່ານີ້ ຄືກໍາລັງທີ່ສໍາຄັນທີ່ສຸດໃນອົງກອອນ ຕັ້ງໃຈເຮັດວຽກ ບໍ່ຈົ່ມ ບໍ່ສົນໃຈຊື່ສຽງ ແລະ ຕໍາແໜງເຮັດວຽກໄດ້ດີ ແຕ່ບໍ່ຄ່ອຍສະແດງຕົວຕົນ ຫຼືຜົນງານຫຼາຍປານໃດ ຖ້າເຈົ້າມີພະນັກງານແບບນີ້ຢູ່ໃນທີມລອງສັງເກດ ຫຼືໂອ້ລົມກັບພວກເຂົາເບິ່ງວ່າມີເປົ້າໝາຍຫຍັງແດ່ໃນການເຮັດວຽກ ຢາກເຝິກຝົນຄວາມກ້າສະແດງອອກຫຼາຍຂຶ້ນບໍ່? ພະນັກງານບາງຄົນອາດຈະພໍໃຈແລ້ວກັບຕໍາແໜ່ງ ແລະ ໜ້າທີ່ທີ່ເປັນຢູ່ຫົວໜ້າຄວນສະໜັບສະໜູນໃຫ້ລາວໄດ້ໃຊ້ຄວາມສາມາດຢ່າງເຕັມທີ່ ຄົນເວົ້າໜ້ອຍບໍ່ມັກເຂົ້າສັງຄົມອາດຈະບໍ່ເໝາະສົມກັບຕໍາແໜ່ງບໍລິຫານ ແຕ່ຜົນງານດີກໍຄວນໄດ້ຮັບຄວາມກ້າວໜ້າເຊັ່ນກັນ ອາດຈະມີການສະໜັບສະໜູນໃນທາງເລິກຫຼາຍຂຶ້ນ ໂດຍສະໜັບສະໜູນໃຫ້ພວກເຂົາເຕີບໃຫຍ່ໄດ້ຢ່າງເຕັມທີ່ ເຝິກຝົນ ແລະ ສົ່ງເສີມທັກສະດ້າຮນການສະແດງອອກເພີ່ມຕຶ່ມ. …

Read More »

ຮູ້ກ່ອນສະໝັກວຽກ!!! ເຈົ້າເໝາະສົມຈະເຮັດວຽກກັບອົງກອນແບບໃດ???

ການເຮັດວຽກກັບອົງກອນທີ່ເປັນ Startup ແມ່ນຕົວຕົນຂອງເຈົ້າບໍ່? ຫຼືການເຮັດວຽກກັບອົງກອນໃຫຍ່ໆ ຈະເໝາະສົມກັບເຈົ້າຫຼາຍກວ່າ? ເປັນຄໍາຖາມທີ່ເຈົ້າຄວນຊອກຄໍາຕອບໃຫ້ໄດ້ ກ່ອນທີ່ຈະໄປສະໝັກວຽກ ເຈົ້າຈຶ່ງຈະມີແນວທາງຊອກຫາວຽກທີ່ແມ່ນສໍາລັບຕົວເອງ ເຈົ້າອາດຈະຕັດສິນໃຈຈາດສະຖານທີ່ເຮັດວຽກ ບົດບາດໜ້າທີ່ວຽກງານ ຫຼືເຫດຜົນອື່ນໆ ທີ່ແອັດຈະນໍາສະເໜີຕໍ່ໄປນີ້ ເພື່ອຊ່ວຍໃຫ້ເຈົ້າສາມາດຕັດສິນໃຈໄດ້ງ່າຍຂຶ້ນ ວ່າເຈົ້າເໝາະສົມກັບວຽກງານໃນອົງກອນແບບໃດກັນແທ້!!! 1. ອົງກອນແບບ Startups ຖ້າເຈົ້າເປັນຄົນທີ່ມັກຄວາມອິດສະຫຼະ ແລະ ເປັນຄົນກ້າໄດ້ກ້າເສຍ ແນະນໍາໃຫ້ເຮັດວຽກໃນອົງກອນແບບ Startup ເພາະອົງກອນແບບນີ້ ເໝາະກັບຄົນທີ່ຕ້ອງການເວທີໃນການສະແດງຄວາມສາມາດ ຄວາມຄິດສ້າງສັນ ແລະ ຕ້ອງການຮຽນຮູ້ສິ່ງໃໝ່ໆ ເຊັ່ນຄຸນລັກສະນະຂອງເດັກຈົບໃໝ່ ຫຼືຄົນຍຸກໃໝ່ໃນຕອນນີ້ ສ່ວນຄົນທີ່ເຮັດວຽກມີປະສົບການມາແລ້ວ ຢາກເຮັດວຽກໃນອົງການແບບ Startup ຈະມີໂຄງສ້າງອົງກອນບໍ່ຕາຍຕົວ ເຮັດໃຫມີອິດສະຫຼະໃນການເຮັດວຽກ ສ້າງສັນວຽກໄດ້ຢ່າງເຕັມທີ່ ຖ້າເຈົ້າເລືອກທີ່ຈະເຕີບໃຫຍ່ໄປພ້ອມກັບອົງກອນແບບ Startup ເຈົ້າຈະພົບກັບບັນຫາຫຼາກຫຼາຍ ຕ້ອງເຮັດວຽກໃຫ້ໄດ້ຫຼາຍໆໜ້າທີ່ ແລະ ເຮັດວຽກບໍ່ເປັນເວລາ ເພື່ອຊ່ວຍສ້າງພາບລັກທີ່ດີ ແລະ ໃຫ້ອົງກອນເປັນທີ່ຮູ້ຈັກ ລອງຖາມຕົວເອງເດີ້ ວ່າເຈົ້າມີຄຸນສົມບັດເໝາະສົມ ແລະ ມີຄວາມສົນໃຈໃຈກັບການເຮັດວຽກໃນອົງກອນແບບນີ້ ຫຼືບໍ່? 2. …

Read More »

ອ່ານເຕືອນສະຕິດຕົວເອງ!!! ຝາກຂໍ້ຄິດເຖິງຄົນທີ່ກໍາລັງເມື່ອຍ ແລະ ທໍ້ກັບວຽກທີ່ເຮັດຢູ່…

ເຮັດວຽກກໍຕ້ອງເມື່ອຍເປັນທໍາມະດາ ແຕ່ຖ້າເຮັດໄປແລ້ວບໍ່ມີຄວາມສຸກ ມີແຕ່ຈົ່ມເມື່ອຍ ເບື່ອວຽກ ບໍລິສັດບໍ່ດີ ວຽກໜັກ ເງິນເດືອນໜ້ອຍ ຖ້າມັນໜັກຂະໜາດນັ້ນກໍລາອອກໄປເທາະ!!! ແຕ່ຟ້າວກ່ອນສາວໆ ຢ່າຟ້າວຕັດສິນໃຈຖ້າຍັງບໍ່ໄດ້ອ່ານຂໍ້ຄວາມເຫຼົ່ານີ້… ປະໂຫຍກທໍາອິດ ທີ່ຕ້ອງຖາມຕົວເອງກ່ອນຕັດສິນໃຈລາອອກຄື ເຈົ້າເຮັດວຽກເພື່ອໃຜ? ຄໍາຕອບກໍເພື່ອຕົວເຈົ້າເອງນັ້ນແຫຼະ ເຈົ້າຫາເງິນເພື່ອລ້ຽງປາກລ້ຽງທ້ອງຂອງຕົວເອງ ແລະຄອບຄົວ ບໍ່ເຮັດກໍບໍ່ມີກິນ ບໍ່ເຮັດກໍອົດຕາຍ ສະນັ້ນ ຈັ່ງໃດກໍຕ້ອງເຮັດຢູ່ແລ້ວກໍຢ່າໃຫ້ມັນເມື່ອຍຟຣີ… ສອງ ຮຽນຮູ້ວຽກ ເຝິກຝົນການຂາຍ ທັກສະເຫຼົ່ານີ້ແຫຼະ ທີ່ຈະເປັນປະໂຫຍດກັບເຈົ້າໃນອະນາຄົດ ແລະ ບໍ່ມີໃຜຍາດມັນໄປໄດ້ ໃນໂລກນີ້ບໍ່ມີວຽກໃດທີ່ບໍ່ເມື່ອຍ ຖ້າຕອນນີ້ສະບາຍແລ້ວກໍສະແດງວ່າ ເມື່ອກ່ອນເປັນຄົນດຸໝັ່ນເຮັດວຽກ ອົດທົນສູ້ກັບຄວາມາບາກຈົນມີເງິນເກັບເງິນໃຊ້ໃນຕອນນີ້… ຖ້າເຈົ້າຍັງບໍ່ປ່ຽນແປງຕົວເອງ ໄປເຮັດວຽກຢູ່ໃນກໍຄືເກົ່າ ແລະ ຂໍເພີ່ມຕຶ່ມອີກວ່າ ເວລາພົບບັນຫາຢ່າເອົາຄົນອື່ນ ຫຼືສິ່ງອື່ນມາເປັນຂໍ້ອ້າງໃຫ້ກັບຕົວເອງ ເພາະຄົນແບບນີ້ບໍ່ມີວັນກ້າວໜ້າໄປໃສ ຄົນທີ່ບໍ່ມີຄວາມຮັບຜິດຊອບ ຈະບໍ່ມັກແກ້ໄຂບັນຫາໄດ້ດີເທົ່າໃດ… ຖ້າເຈົ້າຍິງແກ້ບັນຫາໄດ້ດີເທົ່າໃດ ຍິ່ງເຮັດວຽກໄດ້ດົນ ແລະ ລາຍໄດ້ກໍຍິ່ງເພີ່ມຂຶ້ນນັ້ນເອງ. ສາມ ຖ້າຈະຍ້າຍບ່ອນເຮັດວຽກໃໝ່ກໍໄດ້ ແຕ່ມັນກໍຕ້ອງພົບບັນຫາຢູ່ອີກນັ້ນແຫຼະ ແຕ່ບັນຫາອາດຈະບໍ່ເປັນຕາຢ້ານເທົ່າ ເຮົາບໍ່ຮູ້ຈະແກ້ບັນຫານັ້ນແນວໃດ ລອງສັງເກດເບິ່ງຄົນທີ່ແກ້ບັນຫາຍາກໆໃຫ້ບໍລິສັດໄດ້ສໍາເລັດ …

Read More »

ບໍ່ຢາກໃຫ້ເຊື່ອແຕ່ຢາກໃຫ້ລອງ!!! ລວມແນວຄິດພັດທະນາຕົວເອງ ເພື່ອກ້າວໄປເປັນຜູ້ສົບຄວາມສໍາເລັດໃນການເຮັດວຽກ…

ການເຮັດວຽກໃນຄວາມຄິດຂອງໃຜຫຼາຍຄົນ ກໍຄື ການເຮັດວຽກໃຫ້ຜົນງານອອກມາດີທີ່ສຸດ ຫຼືເຮັດໃນໜ້າທີ່ທີ່ຕົນເອງຮັບຜິດຊອບຢ່າງເຕັມຄວາມສາມາດ ແລະ ທີ່ຫຼາຍຄົນເຂົ້າໃຈວ່າ ນີ້ຄືຄວາມສໍາເລັດໃນໜ້າທີ່ການງານນັ້ນເອງ ແຕ່ສິ່ງໜຶ່ງທີ່ເຈົ້າອາດຈະເບິ່ງຂ້າມໄປ ນັ້ນກໍຄື ການພັດທະນາຕົນເອງຢູ່ສະເໝີ ແລ້ວແນວຄິດການພັດທະນາາຕົນເອງນັ້ນ ຈະເປັນຮູບແບບໃດ ມາເບິ່ງລາຍລະອຽດພ້ອມໆກັນເລີຍ… ບໍ່ຢຸດຢັ້ງໃນການພັດທະນາ ຜູ້ທີ່ປະສົບຄວາມສໍາເລັດໃນໜ້າທີ່ການງານໄດ້ ຈໍາເປັນຕ້ອງມີການພັດທະນາຕົນເອງຢູ່ຕະຫຼອດເວລາ ບໍ່ວ່າຈະເລື່ອງຂອງບຸກຄະລິກ ພຶດຕິກໍາ ຫຼືແມ່ນແຕ່ວິທີການເຮັດວຽກ ເຈົ້າຈະຕ້ອງຮູ້ຈັກສໍາຫຼວດ ແລະປະເມີນຕົວເອງຢ່າງສະໝໍ່າສະເໝີ ຊອກຂໍ້ດີ ແລະ ຂໍ້ເສຍເພື່ອປັບປຸງ ຕົວຢ່າງ ຖ້າບໍ່ເກັ່ງພາສາອັງກິດ ແຕ່ຈໍາເປັນຕ້ອງໃຊ້ໃນການເຮັດວຽກ ເຈົ້າຕ້ອງສຶກສາ ແລະ ຮຽນຮູ້ໃຫ້ເກັ່ງຂຶ້ນ ເພື່ອຄວາມງ່າຍໃນການເຮັດວຽກ ແລະ ຈະເຮັດໃຫ້ເຈົ້າມີໂອກາດປະສົບຄວາມສໍາເລັດໃນໜ້າທີ່ການງານຫຼາຍຂຶ້ນ. ຄິດບວກ ເບິ່ງໂລກໃນແງ່ດີສະເໝີ ຄວາມຄິດບວກເປັນສ່ວນຊ່ວຍໃຫ້ເຈົ້າເຮັດວຽກໄດ້ຢ່າງມີຄວາມສຸກຫຼາຍຂຶ້ນ ເມື່ອພົບອຸປະສັກ ຫຼືບັນຫາຕ່າງໆ ໃນການເຮັດວຽກ ພຽງແຕ່ເຮົາມີຄວາມຄິດໃນທາງທີ່ດີ ເຮົາກໍສາມາດກ້າວຂ້າມບັນຫາເຫຼົ່ານັ້ນໄປໄດ້ໂດຍງ່າຍ… ຄວາມສໍາເລັດໃນການເຮັດວຽກຈະບໍ່ມາເຖິງໃນມື້ນີ້ ມື້ອື່ນ ແຕ່ຕ້ອງມາຫາເຈົ້າຈັກມື້ ເຮົາເຊື່ອວ່າ ການຄິດແຕ່ເລື່ອງດີໆ ຫຼືການເບິ່ງໂລກໃນແງ່ດີ ຈະເຮັດໃຫ້ການເຮັດວຽກຂອງເຈົ້າມີຄວາມສຸກໄດ້. ມຸ່ງໝັ້ນອົດທົນ ຄວາມອົດທົນເປັນພະລງຂອງຄວາມສໍາເລັດ …

Read More »