Breaking News

Chic Working Women

10 ນິໄສ ທີ່ແມ່ຍິງຍຸກໃໝ່ຄວນມີ ແລະ ເຮັດໃຫ້ປະສົບຜົນສຳເລັດໃນຊີວິດ

1 ເລືອກພັດທະນາຈຸດແຂງທີ່ມີຢູ່ ແມ່ຍິງທີ່ປະສົບຜົນສຳເລັດນັ້ນ ມັກຈະເລືອກເສັ້ນທາງວຽກງານ ໂດຍຄຳນຶງເຖິງສິ່ງທີ່ພວກເຂົາເຮັັດໄດ້ດີເປັນອັນດັບທຳອິດ ແລະ ຮອງລົງມາຈຶ່ງເຮັດສິ່ງທີ່ພວກເຂົາຮັກ. 2 ມີຄວາມທະເຍີທະຍານສູງ ແມ່ຍິງທີ່ປະສົບຜົນສຳເລັດບໍ່ໄດ້ຝັນຈະເປັນພຽງແຕ່ທີ່ສຸດຂອງແຜນການ ຫຼືໜ່ວຍງານ ແຕ່ພວກເຂົາຕັ້ງເປົ້າໝາຍທີ່ຈະເປັນທີ່ສຸດຂອງອົງກອນລະດັບປະເທດ. 3 ເບິ່ງໂລກໃນແງ່ດີ ແມ່ຍິງທີ່ຈະປະສົບຄວາມສຳເລັດຈະຮູ້ວ່າຈະຮັບມືກັບຄວາມຜິດຫວັງໄດ້ແນວໃດ ເພື່ອບໍ່ໃຫ້ຮູ້ສຶກເສົ້າ ຫຼືຫົດຫູ່ ພວກເຂົາເຊື່ອວ່າອະນາຄົດຕ້ອງດີກ່ອນນີ້ສະເໝີ. 4 ເປັນນັກຈັດການທີ່ດີ ແມ່ຍິງທີ່ປະສົບຜົນສຳເລັດສ່ວນໃຫຍ່ ຈະຈັດການປະຕິທິນຂອງຕົົນເອງ ເລື່ອງວັນເວລາຕ່າງໆ ໂດຍສິ່ງທີ່ພວກເຂົາຕັດສິນໃຈເຮັດແຕ່ລະຢ່າງນັ້ນ ພວກເຂົາຈະເຮັດຕາມລຳດັບຂັ້ນຕອນ. 5 ຮຽນຮູ້ຢູ່ສະເໝີ ແມ່ຍິງເຫຼົ່ານີ້ ມັກຈະພັດທະນາຕົນເອງຢູ່ສະເໝີ ພ້ອມທັງຍັງມີທີ່ປຶກສາ ຫຼືຜູ້ຊ່ວຍເພື່ອເລັ່ງການພັດທະນາຂອງພວກເຂົາໃຫ້ດີຂຶ້ນອີກດ້ວຍ. 6 ມີຄູ່ຄິດທີ່ດີ ສ່ວນຫຼາຍແມ່ຍິງທີ່ຈະປະສົບຜົນສຳເລັດ ມັກມີຄູ່ຄິດ ຫຼືສະມາຊິກໃນຄອບຄົວທີ່ຊ່ວຍສະໜັບສະໜູນສິ່ງທີ່ພວກເຂົາເຮັດຢູ່. 7 ຮູ້ວ່າຄວາມລົ້ມເຫຼວ ແລະ ຄວາມສຳເລັດ ເປັນເລື່ອງຄູ່ກັນ ທຸກໆຄົນ ລ້ວນແຕ່ເຄີຍພົບກັບຄວາມລົ້ມເຫຼວ ກ່ອນທີ່ຈະກ້າວໄປເຖິງເປົ້າໝາຍ ຫຼືຄວາມສຳເລັດທັງນັ້ນ. ສະນັ້້ນ,​ ໃຫ້ຮູ້ຢູ່ສະເໝີວ່າ ມີສຳເລັດກໍຕ້ອງມີລົ້ມເຫຼວ,​ ມີລົ້ມເຫຼວກຕ້ອງມີສຳເລັດ. 8 …

Read More »

ທັດສະນະຄະຕິ ຊານນາ ມາລິນ ນາຍົກລັດຖະມົນຕີຟິນແລນ ທີ່ອາຍຸນ້ອຍທີ່ສຸດໃນໂລກ

ຂໍ້ຄິດດີໆຈາກ ຊານນາ ມາລິນ ນາຍົກລັດຖະມົນຕີຟິນແລນ ທີ່ອາຍຸນ້ອຍທີ່ສຸດໃນໂລກ ໂດຍມີອາຍຸພຽງ 34 ປີ. ພໍ່ແມ່ຂອງມາລິນ ແຍກທາງກັນຕັ້ງແຕ່ຍັງນ້ອຍ ເຊິ່ງລາວອາໄສຢູ່ນຳແມ່ ໃນຕອນນັ້ນສະພາບການງານມີບັນຫາ ມາລິນ ເລີຍຕ້ອງເລີ່ມຊ່ວຍເຫຼືອຕົນເອງ ໂດຍການຊອກຫາວຽກເຮັດ. ລາວເຄີຍເຮັດວຽກຢູ່ຮ້ານເບີເກີຣີ ຕອນອາຍຸ 15 ປີ ແລະ ເລີ່ມຂາຍວາລະສານໄລຍະສຶກສາຢູ່ ມັດທະຍົມຕອນປາຍ. ໃນຂະນະນັ້ນ, ແມ່ຂອງລາວໄດ້ພົບຮັກໃໝ່ ເຊິ່ງເປັນເພດດຽວກັນ ແລະ ໄດ້ອາໄສຢູ່ນຳກັນໃນຫ້ອງເຊົ່າແຫ່ງໜຶ່ງ. ສິ່ງເຫຼົ່ານັ່້ນ, ເຮັດໃຫ້ ມາລິນ ເຂົ້າໃຈຄວາມຫຼາກຫຼາຍຂອງສັງຄົມ ແລະ ເພດສະພາບດີ. ເມື່ອ ມາລິນ ກາຍເປັນນັກການເມືອງ ລາວຈຶ່ງມີແນວຄິດຜັກດັນ “ຄວາມສະເໝີພາບ,​ຄວາມຍຸດຕິທຳ ແລະ ສິດທິມະນຸດ” ເຖິງແມ່ນວ່າໃນຕອນເປັນເດັກນ້ອຍ ຄອບຄົວຂອງມາລິນຈະມີບັນຫາດ້ານການເງິນ ແຕ່ແມ່ຂອງລາວກໍສະໜັໜູນມາໂດຍຕະຫຼອດ ພ້ອມທັງເວົ້າກັບລາວຕະຫຼອດວ່າ: ”ຢາກເປັນຫຍັງກໍໄດ້ທີ່ຕົນເອງຢາກເປັນ” ເຊິ່ງ ມາລິນ ກໍເປັນລູກຄົນດຽວທີ່ສາມາດຮຽນຈົບມັດຖະຍົມຕອນປາຍ ແລະ ເຂົ້າຮຽນຕໍ່ໃນມະຫາວິທະຍາໄລ. …

Read More »

ເຮັດວຽກ Teamwork ແບບໃດໃຫ້ມີປະສິດທິພາບ

ການເຮັດວຽກເປັນທີມ ເປັນຮູບແບບການເຮັດວຽກໃນຝັນຂອງຫຼາຍຄົນ ເພາະຜົນລັບຂອງການເຮັດວຽກຮູບແບບນີ້ ມັກຈະພົບຄວາມສຳເລັດເປັນຢ່າງດີ ເຮັດໃຫ້ອົງກອນເຕີບໂຕຂຶ້ນຢ່າງໄວວາ ໂດຍການເຮັດວຽກແບບເປັນທີມທີ່ມີປະສິດທິພາບປະກອບດ້ວຍ 6 ຂໍ້ດັງນີ້: 1 ເຂົ້າໃຈການເຮັດວຽກຂອງຕົນເອງ ແລະ ຄົນອື່ນ ຈຸດເລີ່ມຕົ້ນຂອງການເຮັດວຽກຢ່າງມີປະສິດທິພາບກໍຄື ຜູ້ປະຕິບັດງານ ເຊິ່ງເປັນຜູ້ທີ່ສຳຄັນທີ່ສຸດ ເພາະການທີ່ມີບຸກຄະລາກອນມາຮວມໂຕກັນ ລວມທັງມີຄວາມເຂົ້າໃຈໃນການເຮັດວຽກຂອງຜູ້ອື່ນໃນທີມ ໂດຍອາໄສຂໍ້ດີເກື້ອກູນເຊິ່ງກັນ ແລະ ກັນ ຫາກມີຈຸດໃດທີ່ແຕກຕ່າງກັນຫຼາຍ ກໍຕ້ອງປັບຄວາມເຂົ້າໃຈກັນຄືນໃໝ່. 2 ສ້າງ ແລະ ໂຟກັດເປົ້າໝາຍຮ່ວມກັນ ເມື່ອເຮັດວຽກເປັນທີມກໍຄວນວາງແຜນໂດຍສ້າງເປົ້າໝາຍຮ່ວມກັນ ເພື່ອໂຟກັດໃນການເຮັດວຽກຮ່ວມກັນ ແລະ ເພື່ອໃຊ້ເປັນແນວທາງໃນການປະຕິບັດງານໃຫ້ບັນລຸຄວາມສຳເລັດຕາມພາລະກິດ ເຊິ່ງການກຳນົດ ວັດຖຸປະສົງທີ່ດີ ຄວນມີການກຳນົດຂອບເຂດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນໃຫ້ຊັດເຈນ ແຕ່ໂຟກັດໃນສິ່ງດຽວກັນ ເພື່ອໃຫ້ເປັນການຮ່ວມມືຮ່ວມໃຈ ແລະ ວັດແທກຄວາມສຳເລັດຂອງທີມ ໂດຍອາດຈະຂຽນວັດຖຸປະສົງ ແລະ ໜ້າທີ່ຂອງແຕ່ລະຄົນເປັນລາຍລັກອັກສອນໃຫ້ເຂົ້າໃຈງ່າຍ ແລະ ເຮັດໄດ້ແທ້ ສະໜອງນໂຍບາຍຂອງອົງກອນ. 3 ສ້າງທີມດ້ວຍຄວາມສາມາດ ແລະ ຈຸດເດັ່ນຂອງແຕ່ລະຄົນ ເມື່ອກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງວຽກງານແຕ່ລະຄົນຕາມຄວາມສາມາດ, …

Read More »

13 ຂໍ້ຄິດ ໃນຊີວິດການເຮັດວຽກທີ່ຄວນຮູ້ກ່ອນອາຍຸ 30…

ໃນຊີວິດຂອງການເຮັດວຽກນັ້ນ ບາງຄົນອາດຈະເລີ່ມຕົ້ນໄວ ອາຍຸ 20 ປີຕົ້ນໆ ກໍເລີ່ມເຮັດວຽກແລ້ວ ແຕ່ບາງຄົນກໍເລີ່ມຕົ້ນຊ້າ ແຕ່ທັງນີ້ທັງນັ້ນ ທຸກໆ ການເລີ່ມຕົ້ນຂອງທຸກຄົນກໍມີຈຸດປະສົງດຽວກັນຄືການປະສົບຄວາມສໍາເລັດ!!! ມື້ນີ້ ຂວັນໃຈ ຂໍມາສົ່ງທ້າຍເດືອນສິງຫາ ກັບ 13 ຂໍ້ຄິດ ໃນຊີວິດການເຮັດວຽກ ທີ່ສາວໆ ຄວນຮູ້ກ່ອນອາຍຸ 30 ເຊິ່ງຈະມີຫຍັງແດ່ນັ້ນ ໄປເບິ່ງພ້ອມກັນເລີຍ… ຊີວິດການເຮັດວຽກກໍຄືການແລ່ນມາຣາທອນ ຄວນແລ່ນໃຫ້ໄວໃນຊ່ວງທີ່ມີແຮງ ແລະ ຫຼຸດສະປີດລົງແດ່ໃຫ້ຕົວເອງໄດ້ຫາຍໃຈ ແລະ ເຕີບໃຫຍ່ຢ່າເປັນຄົນທີ່ເຮັດໄດ້ທຸກຢ່າງແຕ່ບໍ່ເກັ່ງຈັກຢ່າງ ຊອກຫາເວລາຢູ່ກັບສິ່ງທີ່ເຮົາມັກ ແລະ ເຝິກຝົນມັນຢ່າງເຕັມທີ່ລົງທຶນຊອກຄວາມຮູ້ໃຫ້ຕົວເອງ ຊອກຫາຄວາມຮູ້ໃໝ່ໆ ເພີ່ມຄຸນຄ່າໃຫ້ກັບຕົວເອງຢູ່ສະເໝີ ຍິ່ງເຮົາຮູ້ຫຼາຍກໍສາມາດສ້າງກໍາໄລໃຫ້ເຮົາໄດ້ຫຼາຍຂຶ້ນເຂົ້າສັງຄົມກັບໄວທີ່ແຕກຕ່າງ ແລກປ່ຽນຄວາມຄິດກັບຄົນອາຍຸຫຼາຍກວ່າແດ່ ພວກເຂົາມັກມີຄໍາແນະນໍາດີໆ ໃຫ້ເົາເກັບໄປຄິດໄດ້ສະເໝີຄວາມຜິດພາດຄືບົດຮຽນທີ່ດີ ເປັນເລື່ອງປົກກະຕິທີ່ຄົນເຮົາຢ້ານທີ່ສ່ຽງ ແຕ່ທຸກຄວາມສ່ຽງນັ້ນນໍາມາເຊິ່ງສິ່ງທີ່ຍິ່ງໃຫຍ່ສະເໝີຢ່າສູນເສຍຄວາມເປັນຕົວເອງໃຫ້ກັບວຽກ ສຸກທ້າຍເຮົາກໍຈະປ່ຽນວຽກໄປເລື້ອຍໆ ແລະ ບໍ່ເຫັນເຖິງຄວາມກ້າວໜ້າຈັກເທື່ອຢ່າເສຍໂອກາດເຮັດວຽກຕ່າງປະເທດ ຢ່າພາດໂອກາດດີໆ ທີ່ອົງກອນສະເໜີໃຫ້ກັບເຈົ້າ ບາງຄັ້ງເຮົາອາດຈະເສຍໃຈກັບສິ່ງທີ່ບໍ່ໄດ້ເຮັດ ກວ່າສິ່ງທີ່ເຮົາເຮັດໄປແລ້ວອີກເຝິກສະມາທິແດ່ ໃຫ້ສະໝອງໄດ້ພັກຜ່ອນແດ່ ໂດຍມີງານວິໄຈອອກມາແລ້ວ ການນັ່ງສະມາທິ 20 …

Read More »

ແມ່ນແທ້ບໍ່? ການມີລາຍໄດ້ພຽງທາງດຽວ ຄືຄວາມສ່ຽງໜຶ່ງຂອງຊີວິດມະນຸດເງິນເດືອນ…

ທຸກຄົນອ່ານ Headline ແລ້ວຮູ້ສຶກແນວໃດ? ຄິດວ່າຖືກ ຫຼືຜິດ? ສໍາລັບຜູ້ຂຽນແລ້ວຄິດວ່າ ຂໍ້ຄວາມທີ່ກ່າວໄວ້ນັ້ນເປັນຄວາມຈິງຫຼາຍໃນຍຸກສະໄໝນີ້ ເພາະວຽກປະຈໍາທີ່ຫຼາຍຄົນຄິດວ່າໝັ້ນຄົງ ຄວາມຈິງແລ້ວມີຄວາມສ່ຽງແຝງຢູ່ ເພາະຖ້າເຮົາມີລາຍໄດ້ທາງດຽວຈາກວຽກປະຈໍາ ຖ້າມີບັນຫາຈາກວຽກປະຈໍາຈົນຕ້ອງໄດ້ອອກຈາກວຽກ ຄ່າໃຊ້ຈ່າຍຕ່າງໆ ທີ່ເຮົາສ້າງໄວ້ ທັງຄ່າດາວເຮືອນ ດາວລົດ ຄ່າໃຊ້ຈ່າຍໃນເຮືອນ ເຮົາອາດຈະເຖິງຂັ້ນບໍ່ມີປັນຍາຈະຈ່າຍ ກໍຄືກັບການລົ້ມລະລາຍທາງການເງິນນັ້ນແຫຼະ!!! ແລ້ວຈະມີວິທີແກ້ໄຂຕໍ່ກັບຄວາມສ່ຽງນີ້ແນວໃດ? ລອງມາເບິ່ງ 4 ຂໍ້ລຸ່ມນີ້ເບິ່ງ!!! ໜຶ່ງ ຢ່າເພີິ່ງພາລາຍໄດ້ຈາກວຽກປະຈໍາພຽງທາງດຽວ ຄືທີ່ກ່າວມາຂ້າງເທິງໄວ້ເບື້ອງຕົ້ນວ່າ ການເພິ່ງພາລາຍໄດ້ທາງດຽວ ຈາກວຽກປະຈໍາຖືວ່າເປັນຄວາມສ່ຽງສູງ ເຮົາບໍ່ຄວນປະມາດດ້ວຍການຫາຍໃຈຈາກວຽກປະຈໍາພຽງຢ່າງດຽວ ສໍາລັບຄົນທີ່ຄິດແຜນສໍາຮອງໄວ້ ຄື ການເຮັດວຽກເສີມວຽກປະຈໍາໄປນໍາ ເຮັດໃຫ້ເຮົາມີລາຍໄດ້ຢ່າງຍນ້ອຍສອງທາງ ທັງຈາກວຽກປະຈໍາ ແລະ ວຽກເສີມ ຈະຊ່ວຍປົກປ້ອງເຮົາຈາກຄວາມສ່ຽງໄດ້ຫຼາຍຂຶ້ນ.ຂໍ້ສອງ ຊອກຫາລາຍໄດ້ເສີມຈາກສິ່ງທີ່ມັກ ແນ່ນອນທີ່ສຸດວ່າ ທຸກຄົນຍ່ອມມີສິ່ງທີ່ມັກ ທີ່ຢາກເຮັດ ຄົງມີໜ້ອຍຄົນທີ່ບໍ່ມີສິ່ງທີ່ມັກຫຍັງເລີຍ ສິ່ງທີ່ມັກອາດຈະໄດ້ແກ່ ວຽກຫຍິບກະເປົ໋າດ້ວຍມື ສາວໆ ບາງຄົນມັກພວກກະເປົ໋າທີ່ເຮັດດ້ວຍມືໜ້າຮັກໆ ແລະ ຕ້ອງເສຍເງິນໄປຊື້ກະເປົ໋າມາສະສົມໄວ້ຈົນເຕັມເຮືອນ ແບບນີ້ເຮົາສາມາດເຮັດເປັນອາຊີບເສີມໄດ້ເດີ້!! ດ້ວຍການນໍາໄປຂາຍທາງ Online …

Read More »