Breaking News

Chic Working Women

ສາວໆຄວນອ່ານ!!! 13 ຂໍ້ຄິດທີ່ຄົນອາຍຸ 40 ຂຶ້ນໄປຄວນຮູ້…

ສໍາລັບຜູ້ຍິງຄົນໃດທີ່ໃກ້ຈະຮອດ 40 ປີ ຫຼືຮອດອາຍຸ 40 ປີຂຶ້ນໄປແລ້ວ ແຕ່ຍັງບໍ່ຮູ້ວ່າເຮົາຕ້ອງມີແບບແຜນຂໍ້ຄິດໃນການໃຊ້ຊີວິດໃນຊ່ວງນີ້ຈົນເຖິງບັ້ນທ້າຍຂອງຊີວິດແນວໃດ  ມື້ນີ້ທາງຂັວນໃຈມີຂໍ້ຄິດດີໆມາແນະນໍາ!!! 1. ໃນໂລກແຫ່ງຄວາມຮັກ ບໍ່ມີໃຜຜິດຕໍ່ໃຜ ມີພຽງໃຜບາງຄົນທີ່ບໍ່ຮູ້ຈັກຮັກໃຜບາງຄົນ 2. ເມື່ອປະສົບຜົນສໍາເລັດໃນໜ້າທີ່ການງານ ກໍຕ້ອງຮັກສາສຸຂະພາບໃຫ້ແຂງແຮງຕະຫຼອດເວລາ 3. ເພື່ອນທີ່ດີ ຕ້ອງຊື່ນຊົມກັນ ແລະ ກັນ ບໍ່ແມ່ນເຫັນແກ່ຜົນປະໂຫຍດເທົ່ານັ້ນ 4. ກິນເຂົ້າ ຕ້ອງກິນເທື່ອລະຄໍາ ວຽກຕ້ອງເຮັດເທື່ອລະຢ່າງ ບໍ່ມີສິ່ງໃດທີ່ເຮົາສາມາດເຮັດປຸບ ສໍາເລັດປັບ ທຸກຢ່າງລ້ວນແຕ່ມີຂັ້ນຕອນ ຢ່າເອົາແຕ່ເລັ່ງດ່ວນ ຄວນຢູ່ຢ່າງສະບາຍ 5. ພຽງແຕ່ສະບາຍ ສະບາຍ ຍັງບໍ່ພໍ ໃນເວລາທີ່ຄວນ ກໍນ່າຈະເສີມສ້າງຕົວເອງແດ່ ເຮັດໃຫ້ມື້ທໍາມະດາ ກາຍສົດໃສຂຶ້ນມາທັນທີ 6. ທຸກສິ່ງທຸກຢ່າງລ້ວນແຕ່ມີສອງດ້ານ ບໍ່ມີຜິດ ຫຼືຖືກ ແຕ່ຜູ້ອື່ນອາດເຫັນວ່າຖືກ ແລະ ສິ່ງທີ່ເຈົ້າພະຍາຍາມຂົນຂວາຍຕໍ່ສູ້ເພື່ອໄດ້ມາ ອາດຈະເປັນສິ່ງທີ່ຄົນອື່ນ ກໍາລັງພະຍາຍາມຖິ້ມໄປ 7. ຄຸນະພາບຊີວິດຈະດີ ຫຼືບໍ່ດີ …

Read More »

ເຄັດລັບສ້າງວິໄນໃຫ້ກັບຕົວເອງ ເພື່ອກ້າວໄປສູ່ຄວາມສໍາເລັດ!!!

ເຊື່ອວ່າຫຼາຍໆຄົນມີຄວາມຝັນ ແລະ ເປົ້າໝາຍທີ່ແຕກຕ່າງກັນ ແຕ່ສິ່ງທີ່ຈະກໍານົດເຮົາກ້າວໄປສູ່ຄວາມສໍາເລັດນັ້ນມັນແມ່ນຫຍັງກັນແທ້! ຫຼາຍຄົນອາດຢາກຈະຮູ້ກັນແມ່ນບໍ!!!! ສະນັ້ນ,  ມື້ນີ້ຂວັນໃຈມີເຄັດລັບດັ່ງກ່າວມາແນະນໍາ  ມີເປົ້າໝາຍ ສາວໆທ່ານໃດທີ່ມີຄວາມຕັ້ງໃຈໃນການທີ່ຈະບັນລຸເປົ້າໝາຍກໍຕ້ອງເຊື່ອໝັ້ນ ແລະ ສັນຍາໄວ້ກັບຕົນເອງຢ່າງຈິງຈັງ ວ່າຕ້ອງເຮັດໄດ້ ເພາະວິໄນທີ່ດີບໍ່ແມ່ນສິ່ງທີ່ຕິດຕົວມາ ແຕ່ເປັນສິ່ງທີ່ຕ້ອງສ້າງຂຶ້ນເອງ  ດັ່ງນັ້ນຕ້ອງມີວິໄນ ໃນທຸກໆເລື່ອງທີ່ເຮັດທັງເລື່ອງວຽກ ສຸຂະພາບ ການກິນ ການຮັບຜິດຊອບຕໍ່ໜ້າທີ່ ການຄວບຄຸມອາລົມ ການເວົ້າຈາ ແລະ ລວມເຖິງການເບິ່ງໂລກໃນແງ່ດີ ມີສະມາທິ ໃຫ້ທົບທວນເປົ້າໝາຍວ່າເຮົາມີເປົ້າໝາຍໄວ້ແນວໃດ? ເພື່ອຈະໄດ້ມີຄວາມຕັ້ງໃຈໃນສິ່ງທີ່ເຮົາຕ້ອງການເຮັດໃຫ້ສໍາເລັດ ຈົ່ງວາງແຜນວຽກໃນໄລຍະສັ້ນ ແລະ ຍາວ ມັນຈະຊ່ວຍໃຫ້ເຮົາຈັດລໍາດັບຄວາມສໍາຄັນຂອງສິ່ງທີ່ຕ້ອງເຮັດ ຫຼືຈໍາລອງຄິດພາບໃນເວລາທີ່ເຮົາກໍາລັງປະສົບຜົນສໍາເລັດໃນສິ່ງທີ່ເຮົາຕັ້ງໃຈ ກໍຈະຊ່ວຍເຮັດໃຫ້ເຮົາມີຄວາມຮູ້ສຶກ ມີກໍາລັງໃຈ ແລະ ບໍ່ຮູ້ສຶກເມື່ອຍ ຫຼືຖອຍ… ຈັດລໍາດັບຄວາມສໍາຄັນຂອງວຽກ ໝູ່ເພື່ອນທຸກຄົນຈົ່ງຟັງທາງນີ້ ໃຫ້ທຸກຄົນເລືອກໃນສິ່ງທີ່ໃຊ້ຄວາມພະຍາຍາມ ແລະ ວິໄນໃຫ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນແຮງກົດດັນ ເພາະຄວາມເຄັ່ງຕຶງ ຄວາມກົດດັນ ທີ່ຫຼຸດລົງຈະຊ່ວຍໃຫ້ວຽກທີ່ເຫຼືອໃນມື້ນັ້ນໆສາມາດເຮັດໄດ້ເຮັດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ  ພັກຜ່ອນໃຫ້ພຽງພໍ ກະແຈດອກສໍາຄັນໃນການນໍາເຮົາໄປສູ່ຄວາມສໍາເລັດໃນການເຮັດວຽກກໍຄື ການກະກຽມຮ່າງກາຍ ໃຫ້ພ້ອມໃນແຕ່ລະມື້ ບໍ່ມີສິ່ງໃດ …

Read More »

ສ້າງຕົວເອງໃຫ້ເປັນນິດ​ໄສ!!! ໃສ່ໃຈການ​ຈັດລະບຽບໃຫ້ຊີວິດ​ ເພື່ອຄວາມກ້າວໜ້າໃນທຸກດ້ານ…

ຜູ້ອ່ານຫຼາຍຄົນ ອາດຈະມີເພື່ອນ ຫຼືຄົນຮູ້ຈັກ ທີ່ມັກເວົ້າກ່ຽວກັບການຈັດລະບົບຊີວິດທີ່ີມີຄວາມແນ່ນອນ ບໍ່ວ່າຈະເປັນການວາງແຜນ, ການເຮັດ ແລະ ວາງລະບົບເລື່ອງເລັກໆນ້ອຍໆ ເຊັ່ນ: ການຈັດໂຕະຈັດຕັ່ງ ເຊິ່ງຈະຮູ້ສຶກວ່າຄົນເຫຼົ່ານີ້ ໃຊ້ຊີວິດແບບບໍ່ວຸ້ນວາຍ ແລະ ຫຍຸ້ງຍາກ ເມື່ອເບິ່ງແລ້ວເຫັນເຖິງ ຄວາມມີປະສິດທິພາບໃນການໃຊ້ຊີວິດປະຈຳວັນໄດ້ເປັນຢ່າງດີ ເຮັດວຽກໄດ້ຫຼາຍຢ່າງ ຈົນເຮັດໃຫ້ຫຼາຍຄົນອິດສາ, ຢາກເອົາມາເປັນແບບຢ່າງ. ເຊິ່ງວາລະສານຂວັນໃຈສະບັບນີ້ ຂໍນຳເອົາຄຳວ່າ Organized ມາໃຫ້ທ່ານຜູ້ອ່ານໄດ້ເຂົ້າໃຈເຖິງ ນິດໄສຂອງການຈັດລະບຽບຊີວິດທີ່ດີທີ່ສຸດ ໂດຍຈະແບ່ງອອກເປັນ 5 ນິດໄສດ້ວຍກັນດັ່ງນີ້: ພະຍາຍາມຊອກເອົາເຄື່ອງມືມາໃຊ້ເພື່ອຊ່ວຍເຫລືອຕົນເອງ. ຄຳວ່າເຄື່ອງມື ແມ່ນອຸປະກອນທີ່ສາມາດຊ່ວຍເຫລືອເຮົາໃນຊີວິດປະຈຳວັນໃຫ້ມີປະສິດທິພາບຫຼາຍທີ່ສຸດ ເຊິ່ງເຄື່ອງມືດັ່ງກ່າວ ອາດຈະເລີ່ມຕັ້ງແຕ່ສິ່ງນ້ອຍໆ ຂຶ້ນໄປຈົນຮອດອຸປະກອນທີ່ໄຮເທັກ ເຊັ່ນ: ແອບການແຈ້ງເຕືອນ ສຳລັບຊອກຫາຂໍ້ມູນເພີ່ມ. ຮູ້ຈັດລຳດັບຄວາມສຳຄັນ. ທຸກໆຄົນລ້ວນມີສິ່ງທີ່ຕ້ອງເຮັດຫຼາຍຢ່າງ ແຕ່ຄົນທີ່ຈະຈັດລະບຽບຊີວິດຕົນເອງໄດ້ເປັນຢ່າງດີ ພ້ອມທັງເຮັດສິ່ງຕ່າງໆມີປະສິດທິພາບນັ້ນ ກໍຍ້ອນມີການວາງແຜນ ແລະ ຈັດຮຽງຄວາມສຳຄັນຂອງສິ່ງຕ່າງໆໃຫ້ເປັນລະບົບ ເຊິ່ງການຈັດລຳດັບນີ້ ຈະສອດຄ່ອງກັບການວາງເປົ້າໝາຍຕ່າງໆຂອງຄົນໆນັ້ນ ເຮັດໃຫ້ພວກເຂົາສາມາດຮູ້ໄດ້ວ່າ ສິ່ງຕ່າງໆ ທີ່ຕ້ອງເຮັດນັ້ນຈະສົ່ງຜົນຕໍ່ກັບພວກເຂົາແບບໃດ ລວມທັງໄລຍະສັ້ນ ແລະ …

Read More »

ນີ້ແຫຼະແມ່ຍິງລາວ!! ລວມນາງງາມຕົວແທນປະເທດລາວ ທີ່ໄປຄວ້າລາງວັນໃນເວທີລະດັບສາກົນ ປະຈໍາປີ 2019… ແຕ່ລະຄົນບໍ່ທໍາມະດາອີ່ຫຼີ!!!

ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ!!! ຄໍາເວົ້ານີ້ ເປັນຄໍາເວົ້າທີ່ ຂວັນໃຈ ຕັ້ງຂຶ້ນ ແລະ ເຊື່ອຢ່າງສຸດໃຈ ຕັ້ງແຕ່ເລີ່ມເປີດ ວາລະສານ ຂວັນໃຈ ແລະ ຕັ້ງໂຕເອງວ່າເປັນວາລະສານແມ່ຍິງ ອັນດັບຕົ້ນໆຂອງປະເທດລາວ ທີ່ສົ່ງເສີມແມ່ຍິງລາວໃຫ້ກ້າວຂຶ້ນສູ່ຄວາມເປັນສາກົນມາໂດຍຕະຫຼອດ. ຕະຫຼອດໄລຍະ 10 ກວ່າປີ ທີ່ວາລະສານ ຂວັນໃຈ ເຮັດໜ້າທີ່ນໍາສະເໜີຂ່າວສານ-ສາລະໜ້າຮູ້ຕ່າງໆ ທີ່ເຊື່ອວ່າຈະເປັນປະໂຫຍດແກ່ແມ່ຍິງລາວຫຼາຍທີ່ສຸດ ແລະ ຂວັນໃຈ ກໍໄດ້ເຫັນເຖິງພັດທະນາຄວາມສາມາດຂອງແມ່ຍິງລາວ ທີ່ນັບມື້ນັບກ້າວຂຶ້ນ ມີບົດບາດທຽບເທົ່າກັບຫຼາຍໆປະເທດໃນສາກົນ ໂດຍເຮົາຈະມັກເຫັນຂ່າວຄາວມາຕະຫຼອດວ່າ ແມ່ຍິງລາວເທິງເວທີສາກົນ, ແມ່ຍິງລາວຄວ້າລາງວັນຈາກເວທີນັ້ນນີ້… ຄືດັ່ງບັນດານາງງາມລາວທີ່ມີໂອກາດໄປປະກວດເວທີລະດັບສາກົນ ແລະ ລະດັບໂລກ ແລ້ວສາມາດຍາດລາງວັນມາໄດ້ ທີ່ ຂວັນໃຈ ຈະມານໍາສະເໜີໃນມື້ນີ້ ເພື່ອເປັນການຕອກຍໍ້າວ່າ ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ ເຊິ່ງວ່າຈະມີໃຜແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ… ເລີ່ມຈາກນາງງາມຈາກເວທີ Miss Teen Laos ທີ່ຫາກໍປະກວດມາໃໝ່ໆມາດໆ ຄືນ້ອງ ໂສລະຍາ ລີນ ຄອນດີ ຕົວແທນປະເທດລາວໄດ້ເດີນທາງໄປປະກວດ Miss …

Read More »

ເມື່ອຄວາມຮັກເຮັດໃຫ້ທໍລະມານ… ສິ່ງທີ່ຈະຕ້ອງເຮັດຄືກັບມາຮັກຕົວເອງໃຫ້ເປັນ!!!

ເມື່ອຄວາມຮັກເຮັດໃຫ້ທໍລະມານ… ສິ່ງທີ່ຈະຕ້ອງເຮັດຄືກັບມາຮັກຕົວເອງໃຫ້ເປັນ!!! ເລື່ອງຂອງການອົກຫັກ, ຄວາມໝົດຫວັງ, ຄວາມຜິດພາດ ທຸກຄົນລ້ວນແລ້ວແຕ່ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຄົນເຮົາທຸກຄົນ ບໍ່ມີໃຜທີ່ຈະປະສົບກັບຄວາມສົມຫວັງໄດ້ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈົດຈຳ ແຕ່ເລື່ອງທີ່ ເຂົາເຮັດໃຫ້ຈິດໃຈເຮົາມີແຕ່ຄວາມເຈັບປວດ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງດຳເນີນຊີວິດຕໍ່ໄປໃຫ້ໄດ້ເພື່ອຄົນທີ່ຮັກເຮົາ ເຊັ່ນໝູ່ເພື່ອນ ແລະ ຄອບຄົວ ຈົ່ງໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ ໂດຍການອອກໄປທ່ອງທ່ຽວ ກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຮຽນຮູ້ສິ່ງໃໝ່ໆ ເລືອກຫຼີ້ນກິດຈະກໍາ ທີ່ມີການເຄື່ອນໄຫວຕໍ່ຮ່າງກາຍ ເມື່ອໄດ້ມີໂອກາດອອກໄປທ່ອງທ່ຽວແລ້່ວ ກໍຕ້ອງໄປບ່ອນທີ່ ບໍ່ເຄີຍໄປ ເພື່ອລອງໄປສໍາພັດຜູ້ຄົນທີ່ບໍ່ເຄີຍພົບມາກ່ອນ ເມື່ອທ່ານຕ້ອງການລະບາຍ ກໍໄຫ້ອອກມາຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະການໄຫ້ອອກມານັ້ນ ສາມາດປົດປ່ອຍຄວາມທຸກໃຈອອກມາພ້ອມກັບນໍ້າຕາ ເພື່ອເຮັດໃຫ້ສະບາຍໃຈຂຶ້ນໄດ້ ໃນເວລາຕໍ່ໄປ ຫຼັງຈາກນັ້ນ, ກໍໃຫ້ອະໄພຕົນເອງ ທີ່ເຄີຍເສຍນໍ້າຕາ-ເສຍໃຈ ໃຫ້ກັບຄົນໆນັ້ນ ແລ້ວກັບມາຢູ່ກັບຕົວເອງ ເລືອກເຮັດວຽກທີ່ ເຮັດເພື່ອສັງຄົມດີກວ່າ ຫາກມີເວລາວາງກໍໃຫ້ນັ່ງສຳມາທິ ສວາດມົນຂໍພອນ ພະລັງແຫ່ງສໍາມາທິ ຈະສາມາດຊ່ວຍໃຫ້ທ່ານສະບາຍທັງກາຍ …

Read More »