Breaking News

Chic Working Women

ຄວນອ່ານ!!! 6 ເຫດຜົນທີ່ຜູ້ຍິງໃນຍຸກນີ້ຄວນເປັນ Working Women ເພາະເປັນເພດທີ່ມີລາຍຈ່າຍສູງ…

ຕາມປົກກະຕິທີ່ຮູ້ກັນທົ່ວໄປ ສັງຄົມຕ່າງກໍຄິດວ່າຜູ້ຍິງເປັນເປັນເພດທີ່ອ່ອນແອກວ່າຜູ້ຊາຍ ທັງຮ່າງກາຍທີ່ບອບບາງ ແລະ ຈິດໃຈທີ່ອ່ອນໄຫວງ່າຍ ສະນັ້ນ, ໃນບາງອົງກອນ ຫຼືບາງໜ້າວຽກ ຈຶ່ງບໍ່ຢາກຮັບພິຈາລະນາຜູ້ຍິງເຂົ້າເຮັດວຽກນໍາ ເພາະຄິດວ່າມີຄວາມສ່ຽງຫຼາຍກວ່າຜູ້ຊາຍ ແລະ ອາດຈະບໍ່ມີຄວາມສາມາດເຮັດໄດ້… ແຕ່ໃນປັດຈຸບັນ ແມ່ຍິງຫຼາຍຄົນກໍໄດ້ສະແດງສັກກາຍະພາບອອກມາໃຫ້ເຫັນແລ້ວວ່າ ພວກເຂົາບໍ່ແມ່ນເພດທີ່ອ່ອນແອອີກຕໍ່ໄປ ແມ່ຍິງບາງຄົນສາມາດເຮັດວຽກຫາເງິນໄດ້ຫຼາຍ ແລະ ເກັ່ງກວ່າຜູ້ຊາຍດ້ວຍຊໍ້າ ເພາະພວກນາງຕ້ອງຊອກຫາລາຍໄດ້ ເພື່ອມາຮອງຮັບລາຍຈ່າຍອັນມະຫາສານຂອງພວກນາງໄດ້ ບໍ່ວ່າຈະເປັນ… ຄ່າໃຊ້ຈ່າຍ “ເພື່ອ” ປະຈໍາເດືອນ ເມື່ອເຂົ້າສູ່ໄວສາວ ຢ່າງໜ້ອຍໃນແຕ່ລະເດືອນ ຜູ້ຍິງຕ້ອງໃຊ້ເງິນເພື່ອຊື້ຜ້າອະນາໄມໃນການຮັກສາສຸຂະອະນາໄມຕົວເອງ ບາງຄົນທີ່ມີອາການເຈັບປວດປະຈໍາເດືອນອາດຈະຕ້ອງໄດ້ຊື້ຢາແກ້ປວດທ້ອງປະຈໍາເດືອນຄວບຄູ່ກັນໄປ ຄ່າກິນ ຖ້າເອົາຄວາມຈິງມາເວົ້າແລ້ວຜູ້ຍິງກໍກິນເກັ່ງບໍ່ແພ້ຜູ້ຊາຍ ໂດຍສະເພາະອາຫານປະເພດຂອງຫວານ ຍິ່ງກິນດົນຍິ່ງເພີນ ອີກຢ່າງໜຶ່ງຜູ້ຍິງເຮົາເປັນເພດທີ່ມັກແຕ່ງຢູ່ຄົວກິນຢູ່ແລ້ວ  ສະນັ້ນ, ເລື່ອງອອກຕະຫຼາດໃນການເລືອກວັດສະດຸມາແຕ່ງກິນຈື່ງຫຼີກລ່ຽງບໍ່ໄດ້. ຄ່າເຄື່ອງສໍາອາງ ເຖິງວ່າຈະຕັດເຄື່ອງສໍາອາງແບຣນເນມອອກໄປເພື່ອຄວາມປະຢັດ ແຕ່ດ້ວຍຄວາມຮັກສວຍຮັກງາມ ຕ້ອງການເບິ່ງແຍງຕົວເອງໃຫ້ດີ ແນວໃດກໍຕ້ອງຈ່າຍຄ່າ ຄຣີມ, ໂລຊັ່ນ, ແປ້ງ, ກັນແດດ… ເພາະໂດຍທໍາມະຊາດແລ້ວຜູ້ຍິງມີຜິວພັນທີ່ອ່ອນໂຍນ ບອບບາງກວ່າຜູ້ຊາຍ ຖ້າບໍ່ບໍາລຸງກໍຈະເຮັດໃຫ້ຜິວດ່າງດໍາງ່າຍ ອາດຈະມີມະເຮັງຈາກແສງ UV ທີ່ມີໃນຊີວິດປະຈໍາວັນເຂົ້າໄປນໍາ …

Read More »

ຊົມເຊີຍ!! ນາງງາມໃຈບຸນ ຢຸ້ຍ ສັນທະນີ Miss Supranational Laos 2018 ກຽມຈັດແຟຊັນໂຊ ການກຸສົນຄັ້ງທໍາອິດທີ່ ນະຄອນປາກເຊ…

ຖ້າເວົ້າເຖິງວົງການບັນເທິງລາວ ຄົງຈະບໍ່ມີໃຜຈະບໍ່ຮູ້ຈັກຜູ້ຍິງຄົນນີ້ “ຢຸ້ຍ ສັນທະນີ” Miss Supranational Laos 2018 ເພາະວ່ານາງເປັນນາງງາມ ແລະ ນາງແບບ ທີ່ໜ້າຈັບຕາເບິ່ງອີກຄົນໜຶ່ງເລີຍກໍວ່າໄດ້.  ແລະຫຼ້າສຸດ ສາວ ຢຸ້ຍ ກໍໄດ້ກຽມຈະຈັດງານ Fashion show “Pakse Fashion Week” ຂຶ້ນເປັນຄັ້ງທໍາອິດ ຢູ່ທີ່ ນະຄອນປາກເຊ ແຂວງ ຈໍາປາສັກ ໃນວັນທີ 4 ເມສາ 2020. ເຊິ່ງງານແຟຊັນໂຊຄັ້ງນີ້ ແມ່ນເປັນງານເດີນແບບເພື່ອການກຸສົນ ໂດຍການລວມເອົາບັນດາ ນາງແບບ, ນາຍແບບ, ສິນລະປິນ-ນັກຮ້ອງ ແລະ ເນັດໄອດອລຄົນດັງຂອງລາວມາຮ່ວມ  ເພື່ອລະດົມທຶນໄປຊ່ວຍເຫລືອຜູ້ທີ່ຮັບຜົນກະທົບຈາກ ໄພນໍ້າຖ້ວມ. ຫຼັງຈາກທີ່ຫ່າງຫາຍໄປຈາກວົງການໄລຍະໜຶ່ງ ເພື່ອຫັນໜ້າເຂົ້າສູ່ການປະຕິບັດທໍາບວດຂາວ  ຢູ່ທີ່ວັດແຫ່ງໜຶ່ງຂອງປະເທດໄທ .   ນີ້ຖືໄດ້ວ່າ ເປັນການຫວນຄືນເຂົ້າສູ່ວົງການບັນເທິງອີກຄັ້ງຂອງ  “ຢຸ້ຍ” ພ້ອມປັບລຸກໂສມໃໝ່ທີ່ໝັ້ນໃຈກວ່າເກົ່າ ພ້ອມທັງຜັນຕົວເອງມາເຮັດໂຄງການເພື່ອຊ່ວຍເຫຼືອສັງຄົມ “ຢຸ້ຍ” ໄດ້ກ່າວໃນວີດີໂອວ່າ  ການເຮັດວຽກຊ່ວຍເຫຼືອສັງຄົມໃນການຈັດງານຄັ້ງນີ້ ເພື່ອລະດົມທຶນໄປຊ່ວຍເຫຼືອໂຮງຮຽນໃນເຂດ …

Read More »

ສາວໆຄວນຮູ້ !!! ວິທີເກັບອອມເງິນໃນແບບຂອງສາວ Office ຍຸກໃໝ່

ການເກັບອອມເງິນຂອງມະນຸດເງິນແບບເຮົານັ້ນ ບໍ່ໄດ້ງ່າຍເລີຍ ແຕ່ກໍບໍ່ແມ່ນເລື່ອງທີ່ຍາກເກີນໄປ ເພາະວ່າ ທີ່ຈິງແລ້ວຖ້າວ່າເຮົາມີການວາງແຜນການເງິນທີ່ດີ ເຮົາຈະສາມາດເກັບອອມໄດ້ຢ່າງງ່າຍດາຍ ເພາະເຮົາມີລາຍໄດ້ທີ່ແນ່ນອນນັ້ນເອງ ດັ່ງນັ້ນ, ສາວໆທັງຫຼາຍ ເຮົາມາປ່ຽນພຶດຕິກໍາການໃຊ້ເງິນ ແລະ ມີວິໄນໃນການປະຢັດເງິນກັນດີບໍ! ມື້ນີ້ ທາງຂວັນໃຈມີຄໍາແນະນໍາດີໆໃນການເກັບອອມເງິນມາຝາກສາວໆ ຮັບຮອງວ່າເທື່ອນີ້ ເຮົາຈະຫ່າງໄກຈາກຄໍາວ່າເງິນເດືອນຊົນເດືອນກັນເລີຍ ເກັບກ່ອນ ເຫຼືອເທົ່າໃດແລ້ວຈຶ່ງຄ່ອຍໃຊ້ ຫຼາຍຄົນຍັງມັກທີ່ຈະໃຊ້ເງິນກ່ອນ ເຫຼືອເທົ່າໃດຈຶ່ງຄ່ອຍອອມ ແລ້ວສຸດທ້າຍເປັນແນວໃດ ບໍ່ເຫຼືອໃຫ້ເກັບເລີຍ ເຮົາຄວນແຍກເງິນອອກເປັນສ່ວນໆ ເຮົາອາດຈະເລີ່ມຈາກການເກັບອອມລາຍໄດ້ 10-15% ຂອງທຸກເດືອນ ທີ່ເຫຼືອໃຫ້ແບ່ງອອກເປັນສ່ວນໆໃນຄ່າໃຊ້ຈ່າຍຕ່າງໆ ແຕ່ທີ່ຂາດບໍ່ໄດ້ ຄວນມີເງິນເກັບສຸກເສີນໄວ້ ເມື່ອເກີດເລື່ອງບໍ່ຂາດຄິດເຮົາຈຶ່ງຈະໝົດກັງວົນເອງ ເຊິ່ງວິທີນີ້ຈະເຮັດໃຫ້ເຮົາຈັດສັນເງິນເກັບຂອງເຮົາໄດ້ດີຂຶ້ນ ຫຼຸດຄວາມຢາກ ແລະ ຕັ້ງເປົ້າໝາຍ ຫຼຸດການສອດສ່ອງສາຍຕາເບິ່ງຫາປ້າຍຂອງ Sale ຫຼືສ່ອງສິນຄ້າອອນລາຍ ເພາະມັນເປັນສັດຕູອັນໂຫດຮ້າຍຂອງການເກັບເງິນຂອງເຮົາ ດັ່ງນັ້ນ ຈົ່ງຢຸດ… ພຶດຕິກໍານັ້ນສາ!!!  ຫັນມາຕັ້ງເປົ້າງ່າຍໆ ເພື່ອການເກັບອອມເງິນ ເຊັ່ນ ຕັ້ງເປົ້າວ່າ ເກັບເງິນຄັ້ງນີ້ໄວ້ເພື່ອຫຍັງ ແລະ ທ້າທາຍຕົນເອງດ້ວຍເປົ້າໝາຍໄລຍະສັ້ນ ແລະ ໄລຍະຍາວຕາມລໍາດັບ …

Read More »

ດົນໆຈະໄດ້ເຫັນ!!! ນຸ້ຍ ສຸພາພອນ Miss Universe Laos 2017 ໃນຊູດລອຍນນໍ້າ… ບອກເລີຍວ່າ ແຊ໋ບອີ່ຫຼີ!!!

ເປັນນາງງາມຈັກກະວານລາວອີກຄົນໜຶ່ງທີ່ກະແສແຮງບໍ່ເຄີຍຕົກ ສໍາລັບສາວ ນຸ້ຍ ສຸພາພອນ  Miss Universe Laos 2017 ຕັ້ງແຕ່ຕອນທີ່ໄດ້ຕໍາແໜ່ງມາໃໝ່ໆ ຈົນຮອດປັດຈຸບັນທີ່ນີ້ ສາວນຸ້ຍ ກໍໄດ້ຜັນຕົວເອງມາຮັບຫຼາກຫຼາຍບົດບາດຂຶ້ນ ບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ສະແດງຮູບເງົາ, MV ເພງ ລວມໄປເຖິງການຖ່າຍໂຄສະນາຕ່າງໆ ທີ່ເປັນຜົນງານອອກມາໃຫ້ແຟນຄຣັບຕິດຕາມຢູ່ເປັນປະຈໍາ ແລະ ຜົນງານຕ່າງໆ ກໍຍັງໄດ້ກະແສຕອບຮັບເປັນຢ່າງດີ… ແລະເມື່ອບໍ່ດົນມານີ້ື ສາວນຸ້ຍ ກໍໄດ້ມີການໂພສຮູບພາບເບື້ອງຫຼັງການຖ່າຍໂຄສະນາໃຫ້ກັບ ໂຮງແຮມດັງແຫ່ງໜຶ່ງ ໂດຍຮູບພາບດັ່ງກ່າວ ແມ່ນສາວນຸ້ຍໄດ້ມີການໃສ່ຊຸດລອຍນໍ້າ ແລະ ໂພສທ່າເຊັກຊີ່ເລັກນ້ອຍ ແຕ່ບອກເລີຍວ່າ ຄວາມແຊ໋ບນັ້ນບໍ່ໄດ້ເລັກນ້ອຍເລີຍ!! ເພາະດົນໆຈະໄດ້ເຫັນສາວນຸ້ຍອອກມາໂພສຮູບແບບນີ້ ມື້ນີ້ແອັດມິ້ນກໍເລີຍນໍາເອົາມາອວດແຟນໆຂວັນໃຈເຮົານໍາ… ຢາກຮູ້ວ່າຈະແຊ໋ບ ຈະເຊັກຊີ່ ຂະໜາດໃດນັ້ນ ມາເບິ່ງນໍາກັນເລີຍ!!! Miss Universe Laos 2017 Sexy Girl ກາບ… ຫຸ່ນນາງ ເປະແຮງ… ແຊ໋ບບບ ຂອບໃຈຮູບພາບຈາກ: …

Read More »

ສັນຍານອັນຕະລາຍ!!!ບອກວ່າ… ເຮົາກຳລັງຕຶງຄຽດກັບວຽກງານຫຼາຍ

ຮູ້ສຶກວ່າເຮົາກຳລັງເບິ່ງໂລກໃນແງ່ຮ້າຍ ລອງກວດກາຕົວເອງເບິ່ງວ່າເຮົາເລີ່ມເບິ່ງທຸກໆເລື່ອງເປັນດ້ານລົບໝົດເຊັ່ນ: ຄິດວ່າຈະມີເພື່ອນຮ່ວມວຽກມາເອົາປຽບເຮົາຕະຫຼອດ ຄົນໃນຫ້ອງການຍື່ນມືເຂົ້າມາຊ່ວຍກໍຄິດວ່າເຂົາມີສິ່ງແອບແຝງ, ເພື່ອນຮ່ວມງານສະເໜີ Idea ຜ່ານ ກໍຄິດວ່າຫົວໜ້າລໍາອຽງ ແບບນີ້ສະແດງວ່າເຮົາມີຄວາມຕຶງຄຽດຈາກວຽກງານເຖິງ 99,9 %  ດັ່ງນັ້ນ ຂໍແນະນໍາໃຫ້ສາວໆລອງດຶງສະຕິຂອງຕົນເອງກັບຄືນມາ ພາຕົນເອງມາພົບມຸມໃໝ່ໆໃນດ້ານບວກ ແລ້ວຈະເຮັດໃຫ້ຄວາມຕຶງຄຽດທີ່ມີໃນຕົວເຮົາເບົາບາງລົງ ແລະ ກໍຈະມີຄວາມສຸກກັບວຽກງານຫຼາຍຂຶ້ນ ຈົ່ມທຸກເລື່ອງໃນບ່ອນເຮັດວຽກລົງໃນ Social ເຫັນມາຫຼາຍແລ້ວສໍາລັບຄົນທີ່ມັກຈົ່ມທຸກຈົ່ມຍາກໃນ Social ເພື່ອຈະຮຽກຮ້ອງຄວາມສົນໃຈຈາກເພື່ອນຮ່ວມງານ ຫາກເຂົາເຂົ້າມາອ່ານ ຈໍາພວກລັກດ່າຫົວໜ້າຜ່ານສື່ ຈໍາພວກຈົ່ມວ່າວຽກຫຼາຍ… ແບບນີ້ໝັ້ນໃຈໄດ້ເລີຍເດີ້ວ່າ ເຮົາກໍາລັງຕຶງຄຽດກັບວຽກງານຢ່າງໜັກ ແບບນີ້ຈະເຮັດໃຫ້ສົ່ງຜົນເສຍທັງສຸຂະພາບ ແລະ ຈິດໃຈເຮົາເອງ ທີ່ສໍາຄັນແມ່ນສັງຄົມຈະເບິ່ງວ່າ ເຮົາບໍ່ເປັນມືອາຊີບ ຮູ້ສຶກເມື່ອຍຕະຫຼອດເວລາ ເຮັດວຽກໜັກ ລາພັກປະຈໍາປີແລ້ວ ກໍຍັງບໍ່ເຊົາເມື່ອຍ ບອກເລີຍວ່າສິ່ງທີ່ເຮົາເປັນແບບນີ້ກໍຍ້ອນວ່າເຮົາເມື່ອຍ ແລະ ຕຶງຄຽດຈາກການເຮັດວຽກຫຼາຍຈົນເກີນໄປ ທັງໆທີ່ນອນພັກຜ່ອນຢູ່ບ້ານ ກໍຍັງບໍ່ເວັ້ນທີ່ຈະຄິດຫ່ວງເລື່ອງວຽກງານ ຂໍແນະນໍາໃຫ້ລອງປ່ອຍວາງ ແລະ ລອງຫາກິດຈະກຳມ່ວນໆຫຼີ້ນ ເພື່ອຄາຍຄວາມຕຶງຄຽດອອກຈາກສະໝອງ ແລະ ຈິດໃຈ ວິຕົກກັງວົນກັບທຸກໆເລື່ອງ ລອງຄິດທົບທວນເບິ່ງວ່າ ເຮົາມີອາການແບບນີ້ …

Read More »