Breaking News

Chic Working Women

ແຟນໆໃຫ້ຜ່ານບໍ່? ເມ ວິຈິດຕາ Miss Universe Laos 2019 ປ່ຽນ Look ໃໝ່ຂໍເປັນສາວຫວານຈັກມື້… ຫວານຂະໜາດນີ້ໃຫ້ຄະແນນເທົ່າໃດດີ??

ເມ ວິຈິດຕາ  ຖືວ່າເປັນອີກໜື່ງຄົນທີ່ທັງງາມ ແລະ ເຕັມໄປດ້ວຍຄງາມສາມາດ  ເຊິ່ງຜ່ານມາ ເມ ວິຈິດຕາ ໄດ້ຜ່ານເວທີປະກວດລະດັບປະເທດຈົນສາມາດຄວ້າເອົາຕໍາແຫນ່ງ Miss Universe Laos 2019  ໄປຄອງ!!!   ແລະ ຍັງເປັນຕົວແທນນາງງາມລາວໄປປະກວດເວທີລະດັບໂລກ ຄືເວທີ Miss Universe 2019 ຢູ່ທີ່ປະເທດ ສະຫະລັດອາເມຣິກາ ໃນທ້າຍປີທີ່ຜ່ານມາ ເຊິ່ງກໍໄດ້ຮັບແຮງເຊຍຈາກຄົນລາວທັງປະເທດຫຼາຍພໍສົມຄວນ… ເຊິ່ງໃນການເດີນທາງໄປປະກວດເວທີນາງງາມຈັກກະວານຄັ້ງນັ້ນ ສາວເມ ຂອງພວກເຮົາກໍໄດ້ສະແດງຄວາມສາມາດຂອງຕົນເອງອອກມາໃຊ້ຢ່າງເຕັມທີ່ ໃນຖານະຕົວແທນຂອງປະເທດລາວແລ້ວ ແລະ ເຖິງວ່າຈະບໍ່ສາມາດຄວ້າລາງວັນມາຕ້ອນຄົນລາວ ແຕ່ສາວເມ ກໍຍັງຄົງເປັນອີກ 1 ຄວາມພາກພູມໃຈຂອງຄົນລາວທີ່ສຸດ… ສາວເມ ເປັນອີກຄົນທີ່ຄົບເຄື່ອງທັງໜ້າຕາ ແລະ ຄວາມສາມາດອີຫຼີ…   ມື້ນີ້ຂວັນໃຈເລີຍ ຈະພາທຸກຄົນມາສ່ອງ ສາວງາມຄົນນີ້ອິກຄົ້ັງ  ໃນ Look ສາວຫວານ ເພາະຫຼາຍຄົນກໍອາດຈະຄຸ້ນຕາ ເມ ໃນເວີຊັ່ນຂອງນາງແບບທີ່ເຂັ້ມໆຫຼາຍກວ່າ ຖ້າມາເປັນສາວຫວານແລ້ວຈະຫວານຂະໜາດໃດເຮົາມາເບິ່ງນໍາກັນເລີຍ…   ຂອບໃຈຮູບພາບຈາກ Facebook:  Vichitta Phonevilay     …

Read More »

ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້!! ແລ້ວແນວໃດ ໃຜສົນ? ເພາະເປັນໂສດກໍມີຄວາມສຸກໄດ້!!

ຄວາມສຸກທີ່ຫາໄດ້ຈາກການເປັນ “ໂສດ” ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ສາວໂສດທີ່ອາຍຸເລີ່ມຫຼາຍຂຶ້ນ ຄົງຈະເຄີຍໄດ້ຍິນຄົນອື່ນເວົ້າ ແລະ ຕົວເອງກໍເຊື່ອວ່າ ຄວາມໂສດເປັນເລື່ອງໜ້າອາຍ, ເປັນເລື່ອງເສົ້າ ຫຼືແມ່ຍິງທີ່ໂສດມາດົນແລ້ວນັ້ນແປວ່າບໍ່ມີໃຜຢາກໄດ້ ຫຼືເວົ້າງ່າຍໆວ່າບໍ່ມີໃຜເອົາແລ້ວ ແລະ ອີກສາລະພັດແງ່ລົບ ທີ່ທໍາຮ້າຍຈິດໃຈສາວໂສດເປັນທີ່ສຸດ ແຖມຍັງເວລາທີ່ຕ້ອງອອກໄປໃສມາໃສແລ້ວເຫັນຄົນມີຄູ່ຍ່າງຈັບມືກັນ ເມື່ອເຂົ້າໄປເບິ່ງໃນໂຊຊ່ຽວກໍຍັງຫຼີກບໍ່ໄດ້ ເຫັນໝູ່ ເຫັນຄົນຮູ້ຈັກໂພສຮູບຄູ່ກັນລົວໆ ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້ ແຕ່ສາວໆຢ່າວຟ້າວນ້ອຍເນື້ອຕໍ່າໃຈໄປ ຫຼືໄປຕັດສິນຕາມຄົນອື່ນໄປ ສາວໆລອງມາເບິ່ງໃນຄວາມແຕກຕ່າງ ແລະ ກົງກັນຂ້າມແລ້ວສາວໆຈະຮູ້ວ່າ ຂໍ້ດີບໍ່ແມ່ນແຕ່ການມີຄູ່ພຽງຢ່າງດຽວ ຄົນໂສດກໍມີຂໍ້ດີອີກຫຼາຍຢ່າງທີ່ຄົນມີຄູ່ບໍ່ມີຄືກັນ ແຖມຍັງສາມາດມີຄວາມສຸກໄດ້ນໍາອີກ ເພາະເມື່ອໃດກໍຕາມທີ່ເຈົ້າຍັງມີໝູ່ເພື່ອນ, ມີຄອບຄົວ ຫຼືຍາດພີ່ນ້ອງ ເຈົ້າສາມາດພົບຄວາມສຸກເຫຼົ່ານັ້ນໄດ້ຈາກໃນເຮືອນ ແລະ ອ້ອມຕົວນັ້ນແຫຼະ ເພາະຄວາມສຸກບໍ່ແມ່ນການທີ່ໄດ້ຮັບການເບິ່ງແຍງ ເອົາໃຈໃສ່ຈາກຄົນຮັກ ຫຼືຄູ່ຄອງສະເໝີໄປ ເປັນຫຍັງຕ້ອງເອົາຄວາມຮູ້ສຶກຂອງເຮົາໄປແຂວນໄວ້ກັບຄົນອື່ນ ໃນເມື່ອເຈົ້າກໍສາມາດຊອກຄວາມສຸກໃສ່ຕົວເອງໄດ້ ຄວາມຮັກຈາກຄອບຄົວ ແລະ ໝູ່ເພື່ອນເຊື່ອວ່າຈະບໍ່ເຮັດໃຫ້ເຈັບ ຫຼືຜິດຫວັງຢ່າງແນ່ນອນ ເປັນສາວໂສດກໍມີຄວາມສຸກໄດ້ ແຖມຍັງເປັນອິດສະຫຼະຢ່າງເຕັມຕົວ ບໍ່ຕ້ອງໄປຢ້ານວ່າເຮັດຫຍັງໄປແລ້ວຈະໄປທໍາຮ້າຍໃຈໃຜນໍາອີກ. ທີ່ມາ: ວາລະສານ …

Read More »

ການສ້າງຄວາມສຸກ!!! ໃນການເຮັດວຽກ…

ຄວາມສຸກ ເປັນສິ່ງທຸກຄົນປາຖະໜາ ບໍ່ວ່າຈະເປັນໃນແງ່ມຸມຂອງຊີວິດສ່ວນຕົວ ຄອບຄົວ ຫຼືການເຮັດວຽກ ຄົນທີ່ມີຄວາມສຸກ ຄືຄົນທີ່ມີທັດສະນະຄະຕິທີ່ດີ ຄິດບວກ ຢູ່ສະເໝີ  ເຊິ່ງໂດຍທົ່ວໄປແລ້ວຄົນໄປເຮັດວຽກໃຊ້ເວລາບໍ່ຕໍ່າກວ່າໜື່ງສ່ວນສາມຂອງແຕ່ລະມື້ ໃຊ້ຊີວິດ ຢູ່ບ່ອນເຮັດວຽກ ແລະ ປຽບສະເໝືອນບ້ານຫຼັງທີ່ສອງ ດັ່ງນັ້ນ, ຖ້າບ່ອນເຮັດວຽກນ່າຢູ່ ຄົນທີ່ເຮັດວຽກກໍຢາກໄປເຮັດວຽກ ແລະ ຢາກສະແດງຜົນງານໃຫ້ດີທຸກມື້ ສະນັ້ນ, ຈະເຫັນໄດ້ວ່າບ່ອນເຮັດວຽກມີບົດບາດສໍາຄັນຕໍ່ຄວາມສຸກຂອງບຸກຄົນຫຼາຍ ຖ້າບ່ອນເຮັດວຽກນ່າຢູ່ ຄົນກໍຈະແຂງແຮງ ແລະ ມີຄວາມສຸກ ພະນັກງານກໍຈະມີປະສິດທິຜົນໃນໄລຍະຍາວ ການສ້າງຄວາມສຸກໃນການເຮັດວຽກຈື່ງເປັນສິ່ງຈໍາເປັນຫຼາຍໃນການປະຕິບັດວຽກງານໃນອົງກອນ ເຮົາມາດສ້າງຄວາມສຸກໃນການເຮັດວຽກໄດ້ດ້ວຍວິທີນີ້: 1. ການແກ້ໄຂບັນຫາຢ່າງຖືກວິທີ:  ການເຮັດວຽກລ້ວນແຕ່ມີບັນຫາເປັນເລື່ອງທໍາມະດາ  ຢ່າແກ້ໄຂບັນຫາໂດຍການໃຊ້ອາລົມ ຈະເຮັດໃຫ້ເຮົາຄຽດຂຶ້ນ ທຸກບັນຫາລ້ວນແຕ່ມີທາງອອກ ຈົ່ງຫາຄົນຊ່ວຍ ເຝິກການຖາມ ແກ້ໄຂບັນຫາໄດ້ ກໍຈະສະບາຍໃຈ ຫາຍຄຽດ 2. ພັດທະນາທັກສະໃນການເຮັດວຽກ:  ບາງຄົນເຮັດວຽກບໍ່ຖະນັດ ວຽກທີ່ຍາກ ບໍ່ກົງກັບຄວາມສາມາດຂອງຕົນເອງ ຈົນເຮັດໃຫ້ວຽກອອກມາບໍ່ດີ ໝົດກຳລັງໃຈໃນການເຮັດວຽກ ການພັດທະນາຕົວເອງຈະປະສົບຜົນສໍາເລັດກັບວຽກຫຼາຍຂຶ້ນ  ໄດ້ຮັບການຍອມຮັບຈາກຫມູ່ຮ່ວມງານ ແລະ ຫົວໜ້າ …

Read More »

ວຽກງານດີ ຄວາມຮັກຫວານ!!! ຄໍາເພົ້າ ສັ່ງໄດ້ Designer ຜູ້ນໍາແຟຊັ່ນຂອງລາວ ຄວງພັນລະຍາ ເດີນພົມແດງຮັບລາງວັນ ທີ່ປະເທດໄທ…

ຖ້າເວົ້າເຖິງວົງການບັນເທີງລາວ ແລະ ວົງການນັກອອກແບບແລ້ວ ເຊື່ອວ່າຄົງຈະບໍ່ມີໃຜບໍ່ຮູ້ຈັກກັບ Designer ຄົນນີ້ ອ້າຍ ຄໍາເພົ້າ ບົວພັນ ຫຼືທີ່ຫຼາຍຄົນຮູ້ຈັກກັນໃນນາມ ຄໍາເພົ້າ ສັ່ງໄດ້ ເພາະຖືວ່າເປັນ Designer ທີ່ມີຄວາມສາມາດພິເສດໃນການອອກແບບຊຸດ ແລະ ຕັດຊຸດໃຫ້ອອກມາໄດ້ແບບບໍ່ຊໍ້າໃຜ (ແຕ່ບໍ່ໄດ້ຈົບອອກແບບມາເລີຍ) ຖ້າໃຜທີ່ເຄີຍຮູ້ຈັກອ້າຍຄໍາເພົ້າ ຫຼືເຄີຍໄດ້ຍິນເລື່ອງລາວຂອງເພິ່ນ ຈະຮູ້ດີວ່າຊີວິດຂອງອ້າຍເພິ່ນກ່ອນທີ່ຈະກ້າວມາເປັນ Designer ຊື່ດັງລະດັບປະເທດ ທີ່ທຸກຄົນຮູ້ຈັກກັນໃນທຸກມື້ນີ້ບໍ່ແມ່ນເລື່ອງງ່າຍເລີຍ… ໃນຊ່ວງທ້າຍປີທີ່ຜ່ານມາ ອ້າຍເພິ່ນກໍໄດ້ເດີນທາງໄປຮັບລາງວັນ ຜູ້ຜ່ານຜ່າອຸປະສັກ ຢູ່ທີ່ປະເທດໄທມາແລ້ວ… ແລະເມື່ອວັນອາທິດທີ 26 ມັງກອນຜ່ານມາ ອ້າຍ ຄໍາເພົ້າ ກໍໄດ້ເດີນທາງໄປຮັບລາງວັນ Thailand Digital Award 2020 ໃນສາຂາ ນັກອອກແບບເສື້ອຜ້າດີເດັນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital ຢູ່ທີ່ປະເທດໄທອີກ (ມີຄົນດັງຈາກປະເທດລາວໄດ້ຮັບລາງວັນທັງໝົດ 9 ຄົນ) ແລະ ງານນີ້ນອກຈາກຈະໄປຮັບລາງວັນມາໃຫ້ຄົນລາວໄດ້ດີໃຈນໍາແລ້ວ ອ້າຍເພິ່ນຍັງຄວງພັນລະຍາສຸດທີ່ຮັກໄປຮັບລາງວັນນໍາ ເພື່ອເປັນສະແດງໃຫ້ເຫັນວ່າ ບໍ່ແມ່ນແຕ່ດ້ານວຽກງານທີ່ປະສົບຜົນສໍາເລັດ ແຕ່ດ້ານຄວາມຮັກ ກໍຫວານບໍ່ແພ້ກັນ… ແນວໃດກໍຕ້ອງຂໍສະແດງຄວາມຍິນດີນໍາອ້າຍຄໍາເພົ້າຫຼາຍໆເດີ້!!

Read More »

ຖ້າຍັງບໍ່ຮູ້ ກໍຄວນຮູ້ເອົາໄວ້ຊ໊ະ!!! ບັນຫາ ຫຼືອຸປະສັກເປັນສິ່ງທີ່ທຸກຄົນຕ້ອງພົບ ເຖິງວ່າເຈົ້າຈະເກັ່ງປານໃດກໍຕາມ…

ທາງພຸດທະສາສະໜາ ໄດ້ເວົ້າເລື່ອງບັນຫາ ແລະ ວິທີແກ້ໄຂບັນຫາໄວ້ວ່າ  ຄົນເຮົາຈໍາເປັນຕ້ອງໃຊ້ສະຕິເມື່ອເວລາພົບບັນຫາ ເພາະບໍ່ມີໃຜໜີບັນຫາ ແລະ ຄວາມທຸກທີ່ເຂົ້າມາໄດ້ ມີວິທີດຽວທີ່ເຮົາຈະເຮັດໄດ້ ກໍຄືໃຊ້ສະຕິ ເພື່ອພິຈາລະນາບັນຫາທີ່ເຂົ້າມາ ແລະ ຫາທາງແກ້ໄຂຢ່າງມີເຫດຜົນ ຖ້າແກ້ໄຂໄດ້ ກໍຄ່ອຍໆໃຊ້ສະຕິປັນຍາແກ້ໄຂໄປ ໃນກໍລະນີທີ່ຍັງແກ້ໄຂບໍ່ໄດ້ ກໍບໍ່ຈໍາເປັນຕ້ອງທົນທຸກ ຫຼືຈົມຢູ່ກັບບັນຫາເຫຼົ່ານັ້ນຕະຫຼອດເວລາ  ແຕ່ໃຫ້ຢຸດຄິດໄວ້ກ່ອນ ເຊິ່ງການຢຸດຄິດບໍ່ໄດ້ໝາຍຄວາມວ່າໃຫ້ເຊົາຄິດ ແຕ່ເປັນການຢຸດຄິດເພື່ອໃຊ້ສະຕິ ໃຫ້ເບິ່ງເຫັນບັນຫານັ້ນ ແລະ ຄົ້ນຄິດດ້ວຍປັນຍາ ບັນຫາທຸກຢ່າງບໍ່ວ່າຈະນ້ອຍ ຫຼືໃຫຍ່ ຍ່ອມມີທາງແກ້ໄຂໄດ້ ຖ້າຮູ້ຈັກຄິດໃຫ້ດີ ປະຕິບັດໃຫ້ຖືກ ການຄິດໄດ້ດີນັ້ນບໍ່ແມ່ນການຄິດແບບໃຊ້ເລ່ຫຼ່ຽມ ເພາະໂລກເຮົາໃນປັດຈຸບັນຈະພັດທະນາໄປຫຼາຍພຽງໃດກໍຕາມ  ແຕ່ຍັງບໍ່ມີເຄື່ອງມືຊະນິດໃດທີ່ຈະວິເສດ ຈົນສາມາດຄິດແກ້ໄຂບັນຫາຕ່າງໆໄດ້ຢ່າງສົມບູນເທື່ອ ສະນັ້ນ ການຄົ້ນຄິດແກ້ໄຂບັນຫາຈື່ງຕ້ອງໃຊ້ສະຕິປັນຍາ ຄືຄິດດ້ວຍສະຕິ  ເພື່ອຢຸດຢັ້ງຄວາມຜິດພາດ ແລະ ອັກຄະຕິຕ່າງໆ ບໍ່ໃຫ້ເກີດຂຶ້ນ ຊ່ວຍເຮັດໃຫ້ປັນຍາແກ້ໄຂບັນຫາຕ່າງໆໄດ້ ເຮັດໃຫ້ເຫັນຜົນທີ່ກ່ຽວຂ້ອງກັນຢ່າງຕໍ່ເນື່ອງ “ສະຕິ” ສໍາຄັນຫຼາຍເມື່ອເວລາທີ່ເຮົາພົບບັນຫາ ເມື່ອໃດກໍຕາມທີ່ເຮົາມີສະຕິພິຈາລະນາ ບັນຫາຕ່າງໆ ໄດ້ຢ່າງມີເຫດຜົນ ເຂົ້າໃຈບັນຫາທີ່ສໍາຄັນ ເຮົາຈະຜ່ານບັນຫາເຫຼົ່ານັ້ນໄປໄດ້ແນ່ນອນ ສໍາຫຼັບບາງຄົນຖືວ່າການຕັ້ງສະຕິເປັນເລື່ອງທີ່ຍາກ  …

Read More »