Breaking News

Chic Working Women

ຮູ້ເອົາໄວ້ເລີຍວ່າ ເປັນແມ່ຍິງຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ

ແຕ່ກ່ອນ ເຮົາຈະເຫັນໄດ້ວ່າການມີຄອບຄົວນັ້ນ ຜູ້ຊາຍຈະຕ້ອງເປັນຄົນເບິ່ງແຍງຄອບຄົວ ເຮັດໜ້າທີ່ເປັນຜູ້ນໍາຄອບຄົວ ເຮັດວຽກ – ຫາເງິນເພື່ອນໍາເອົາມາໃຊ້ຈ່າຍພາຍໃນຄອບຄົວ ເພາະຄິດວ່າຜູ້ຊາຍເກັ່ງກວ່າ ສ່ວນແມ່ຍິງນັ້ນກໍລ້ຽງລູກ – ເຮັດວຽກຢູ່ເຮືອນ ແຕ່ໃນປັດຈຸບັນນີ້ຫຼາຍໆຢ່າງໄດ້ປ່ຽນແປງໄປແລ້ວ ການທີ່ເກີດມາເປັນແມ່ຍິງບໍ່ແມ່ນວ່າຈະເຮັດວຽກບໍ່ໄດ້ ບໍ່ແມ່ນວ່າຈະສະຫຼາດໜ້ອຍກວ່າຜູ້ຊາຍ ແມ່ຍິງສະໄໝນີ້ຫຼາຍໆຄົນຍັງເຮັດວຽກເກັ່ງກວ່າຜູ້ຊາຍ ທັງວຽກນອກບ້ານ ແລະ ວຽກໃນພາຍໃນບ້ານ ແມ່ຍິງບໍ່ວ່າຈະໂສດ ຫຼືຈະມີແຟນແລ້ວກໍຕາມ ຈື່ເອົາໄວ້ເລີຍວ່າຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ ເພາະບໍ່ມີຜູ້ຊາຍຄົນໃດທີ່ຈະມັກຜູ້ຍິງທີ່ບໍ່ເຮັດວຽກ ນັ່ງໆ ນອນໆ ໄປແຕ່ລະມື້ ໂດຍບໍ່ເຮັດຫຍັງເລີຍ ບໍ່ວ່າເຈົ້າຈະໂສດ, ​ມີແຟນ ຫຼືແຕ່ງງານແລ້ວ ບໍ່ວ່າແຟນຂອງເຮົາຈະສາມາດເບິ່ງແຍງເຮົາໄດ້ ຫຼືສະໜັບສະໜູນເຮົາໄດ້ດີພຽງໃດກໍຕາມ ສິ່ງທີ່ສໍາຄັນທີ່ສຸດນັ້ນຄື ຢ່າຢຸດຫາເງິນເອງ ແມ່ຍິງທີ່ຫາເງິນເອງໄດ້ ເປັນຄົນທີ່ມີກຽດ ແລະ ສັງຄົມຄົນອ້ອມຂ້າງຈະຍອມຮັບ. ການທີ່ເຮົາເປັນແມ່ຍິງທີ່ບໍ່ຕ້ອງເພິ່ງພາຄົນອື່ນນັ້ນມັນເທ່ຫຼາຍ, ຄລູກວ່າ, ດູດີກວ່າ, ສະບາຍໃຈກວ່າ ສິ່ງໃດທັງໝົດ ການທີ່ເຮົາໃຊ້ເງິນທີ່ເຮົາຫາມາດ້ວຍຕົນເອງເຮົາຈະຈ່າຍເທົ່າໃດກໍໄດ້ ແລະ ຊື້ຫຍັງກໍໄດ້ໂດຍບໍ່ຕ້ອງມານັ່ງຄິດກັງວົນຫຍັງເລີຍ ແລະ ການທີ່ມີຊີວິດຢູ່ດ້ວຍການໃຊ້ຈ່າຍເງິນຂອງຄົນອື່ນນັ້ນ  ຈະເຮັດໃຫ້ເຮົາເຄົາລົບຕົນເອງໜ້ອຍລົງ ດົນໆໄປເຮົາກໍຈະບໍ່ຮູ້ເຖິງຄວາມພູມໃຈຂອງເຮົາ …

Read More »

ການທີ່ເຮັດວຽກຫຼາຍກວ່າຄົນອື່ນ ບໍ່ໄດ້ໝາຍຄວາມວ່າ ເຮັດວຽກໄດ້ຢ່າງມີປະສິດທິພາບ… ມາເບິ່ງວິທີເພີ່ມປະສິດທິພາບໃນການເຮັດວຽກ!!!

ເຄີຍສັງເກດບໍ່ວ່າ ເຖິງວ່າຄົນເຮົາທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນ ແຕ່ໝາກຜົນທີ່ແຕ່ລະຄົນບັນລຸໄດ້ກໍບໍ່ໄດ້ເທົ່າກັນໝົດທຸກຄົນ. ໜຶ່ງໃນຕົວປ່ຽນສຳຄັນ ທີ່ເຮັດໃຫ້ຄວາມສຳເລັດຂອງແຕ່ລະຄົນແຕກຕ່າງກັນແມ່ນ ປະສິດທິພາບໃນການເຮັດວຽກ ຂຶ້ນກັບວ່າແຕ່ລະຄົນຈະສາມາດບໍລິຫານຈັດການເວລາທີ່ມີຢູ່ ໃຫ້ເກີດປະໂຫຍດສູງສຸດ ໄດ້ດີພຽງໃດ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳເອົາບາງເຕັກນິກການເພີ່ມປະສິດທິພາບໃນການເຮັດວຽກມາແບ່ງປັນນຳທ່ານຜູ້ອ່ານ ນັ້ນກໍຄື ການຈັດລຳດັບຄວາມສຳຄັນ ແລະ ການແບ່ງວຽກ. ການຈັດລຳດັບຄວາມສຳຄັນ: ວິທີການຈັດລຳດັບຄວາມສຳຄັນຂອງວຽກນັ້ນມີຫຼາຍແບບ ແຕ່ແບບຈຳລອງ (Model) ທີ່ນິຍົມໃຊ້ຄື Eisenhower Matrix ຊຶ່ງເປັນການແບ່ງວຽກອອກເປັນ 4 ກຸ່ມ ຕາມລຳດັບ ຄວາມສຳ ຄັນ ແລະ ຄວາມຮີບດ່ວນຂອງວຽກ ດັ່ງພາບ: ການເລີ່ມເຮັດວຽກໃນມື້ນີ້ເລີຍ (Do It Today): ເປັນວຽກທີ່ສຳຄັນ ແລະ ຮີບດ່ວນ ທີ່ທ່ານຈຳເປັນຕ້ອງ ເຮັດໃຫ້ແລ້ວທັນທີ ເຊັ່ນ ການເຮັດລາຍງານສົ່ງມອບພາສີອາກອນໃນມື້ຮອດກຳນົດສົ່ງ, ການຮັບມືກັບລູກຄ້າຄົນສຳຄັນທີ່ກຳລັງບໍ່ພໍໃຈຢ່າງແຮງ, ການນຳສະເໜີຜະລິດຕະພັນໃຫ້ແກ່ລູກຄ້າສຳຄັນ, ການເຮັດວຽກ ທີ່ໄດ້ຮັບມອບໝາຍຈາກຫົວໜ້າໃຫ້ສຳເລັດພາຍໃນມື້ ເປັນຕົ້ນ. ການວາງແຜນຈັດຕາຕາລາງເວລາເຮັດວຽກ …

Read More »

Lifestyle ຂອງຜູ້ຍິງເກັ່ງ ທີ່ເຮັດໃຫ້ຕົນເອງເດັ່ນກວ່າຄົນອື່ນ…

ລອງສັງເກດຕົນເອງ  ແລະ  ຜູ້ຍິງທີ່ເກັ່ງ ຫຼາຍໆຄົນຢູ່ໃນບ່ອນເຮັດວຽກ ບາງຄົນກໍເຮຮາລ່າເລິງ  ບາງຄົນມີບຸກຄະລິກ ແບບຜູ້ນໍາ ໃນຂະນະທີ່ບາງຄົນອາດຈະນິ່ງ ເຊິ່ງເບື້ອງຫຼັງບຸກຄະລິກ ຂອງສາວໆ ເຫຼົ່ານີ້ ມີບາງສິ່ງທີ່ຄ້າຍຄືກັນນັ້ນກໍຄື Life Style ທີ່ສະແດງໃຫ້ເຫັນວ່າ ມີຄວາມ Cool ນ່າຫຼົງໄຫຼໃນສາຍຕາຂອງຫຼາຍໆຄົນ ລອງມາເບິ່ງແນວທາງການໃຊ້ຊີວິດຂອງຜູ້ຍິງທີ່ເກັ່ງ  ເຈົ້າອາດຈະຢາກລອງເອົາໄປໃຊ້ຕາມ!!! ເຮັດວຽກໜັກ ລາຍຈ່າຍຫຼາຍ ບໍ່ມີຫຍັງມາຢຸດພວກນາງໄດ້ ທັງວຽກຫຼັກ ແລະ ວຽກຮອງ ຜູ້ຍິງທີ່ເກັ່ງທັງຫຼາຍ ຈະຈິງຈັງກັບເລື່ອງວຽກ  ເຮັດຈົນກວ່າຈະສໍາເລັດ ແລະ ຫຼາຍເທື່ອທີ່ເຮັດຈະໄດ້ດີກວ່າຄົນອື່ນ ໃນຂະນະດຽວກັນພວກນາງກໍມີເລື່ອງທີ່ເຮັດແບບຫຼີ້ນໆທີ່ຢາກເຮັດເກັ່ງຄືກັນ! ເວົ້າໄດ້ວ່າຈິງຈັງໄປເກືອບທຸກເລື່ອງ ຮຽນຮູ້ສິ່ງໃໝ່ຕະຫຼອດເວລາ ຜູ້ຍິງປະເພດນີ້ ຈະເຕີມເຕັມຊີວິດຕົນເອງຕະຫຼອດເວລາ ຊອກຫາຮຽນຮູ້ສິ່ງໃໝ່ໆ ບໍ່ມີຄໍາວ່າ  “ນໍ້າເຕັມແກ້ວ” ສໍາຫຼັບ ສາວໆເຫຼົ່ານີ້ ຮຽນຮູ້ຢູ່ຕະຫຼອດເວລາ ຈະເຮັດໃຫ້ມີຄວາມກະຕືລືລົ້ນກັບຊີວິດ ແຖມຍັງໄດ້ຄົ້ນພົບມຸມມອງໃໝ່ໆ ທີ່ຈະຊ່ວຍພັດທະນາຂຶ້ນໄປອີກຂັ້ນໃນທຸກໆມື້ ບໍ່ເສີຍເວລາລໍຖ້າໃນສິ່ງທີີ່ບໍ່ເປັນໄປຕາມນັດໝາຍ ເຈົ້າຈະຖ້າເຮັດຫຍັງ ເວລາທີ່ເສຍໄປ ເອົາໄປເຮັດສິ່ງອື່ນດີກວ່າ ເພາະໃນຊີວິດຂອງຜູ້ຍິງແບບເຮົາ …

Read More »

ຄົນທີ່ຈະເປັນ Freelance ຄວນຮູ້!! 6 ຂໍ້ດີ ແລະ 6 ຂໍ້ເສຍຂອງການເປັນ Freelance…

ຕ້ອງຍອມຮັບວ່າ ໃນປັດຈຸບັນມີຄົນທີ່ມີຄວາມສາມາດຫລາຍຂຶ້ນທຸກມື້ ຄົນໜຶ່ງຄົນສາມາດເຮັດວຽກໄດ້ຫຼາຍກວ່າ 1 ວຽກ ປະກອບກັບໂລກເຮົາໄດ້ມີການພັດທະນາຂຶ້ນ ແລະ ກ້າວສູ່ຄວາມເປັນທຶນນິຍົມຢ່າງເຕັມຕົວແລ້ວ ຄົນໄວເຮັດວຽກສ່ວນຫຼາຍຈື່ງມີຄວາມຕ້ອງການ Make Money  ຫາເງິນ ສ້າງລາຍໄດ້ໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ບາງຄົນຕ້ອງການເຮັດວຽກເປັນ “Freelance” ເພື່ອເຕີມເຕັມຄວາມຮູ້ສຶກບາງຢ່າງທີ່ຂາດຫາຍໄປຈາກວຽກປະຈໍາ ຫຼືການຝຶກທັກສະ  ແຕ່ບໍ່ແມ່ນໄດ້ໃຊ້ກັບວຽກປະຈໍາຕະຫຼອດ  ແຕ່ອາຊີບ “Freelance” ນັ້ນ ຕ້ອງມີທັງຂໍ້ດີ ແລະ ຂໍ້ເສຍຢູ່ໃນຕົວຂອງມັນເອງຢູ່ແລ້ວ ສະນັ້ນ, ມື້ນີ້ຂວັນໃຈຈະຂໍນໍາສະເໜີ ຂໍ້ດີ ແລະ ຂໍ້ເສຍ ຂອງການເຮັດວຽກເປັນ “Freelance” ເພື່ອຕ້ອງການໃຫ້ຜູ້ທີ່ກຳລັງຫາໂອກາດສ້າງລາຍໄດ້ຈາກອາຊີບນີ້ລວມໄປເຖິງຄົນທີ່ກຳລັງເຮັດ “Freelance” ນໍາຂໍ້ມູນໄປປັບໃຊ້ໃຫ້ເກີດປະໂຫຍດ ເຮົາມາເບິ່ງນໍາກັນເລີຍ!!! ຂໍ້ດີຂອງການເຮັດອາຊີບ “Freelance”  1. ມີເວລາ ສາມາດເລືອກໄດ້ວ່າຈະເຮັດວຽກໃນເວລາໃດ ເປີດ-ປິດຮ້ານຂອງຕົນເອເວລາໃດ ບໍ່ມີໃຜບັງຄັບ ຖ້າຮູ້ສຶກບໍ່ສະບາຍກໍສາມາດພັດຜ່ອນໄດ້ ຕ່າງຈາກມະນຸດເງິນເດືອນ ທີ່ຄ່ອນຂ້າງເຄັ່ງຄັດກັບເວລາເຂົ້າວຽກ-ເລິກວຽກ ທັງນີ້ຍັງຕ້ອງມີເຫດຜົນທີ່ພຽງພໍຕໍ່ການຂໍພັກວຽກນໍາອີກ 2. ປ່ຽນບັນຍາກາດຂອງການເຮັດວຽກໄດ້ຕາມໃຈມັກ ຈະເຮັດວຽກຢູ່ສະຖານທີ່ໃດກໍໄດ້ ອາຊີບ “Freelance” ມີສິດກຳນົດສະຖານທີ່ເອງ ເພື່ອໃຫ້ຕົນເອງເຮັດວຽກໄດ້ຢ່າງສະບາຍໃຈ ຕ່າງຈາກມະນຸດເງິນເດືອນທີ່ຢູ່ແຕ່ບ່ອນເກົ່າ …

Read More »

ຄວນອ່ານ!!! 6 ເຫດຜົນທີ່ແມ່ຍິງໃນຍຸກນີ້ຄວນເປັນ Working Women ເພາະເປັນເພດທີ່ມີລາຍຈ່າຍສູງ…

ຕາມປົກກະຕິທີ່ຮູ້ກັນທົ່ວໄປ ສັງຄົມຕ່າງກໍຄິດວ່າແມ່ຍິງເປັນເປັນເພດທີ່ອ່ອນແອກວ່າຜູ້ຊາຍ ທັງຮ່າງກາຍທີ່ບອບບາງ ແລະ ຈິດໃຈທີ່ອ່ອນໄຫວງ່າຍ ສະນັ້ນ, ໃນບາງອົງກອນ ຫຼືບາງໜ້າວຽກ ຈຶ່ງບໍ່ຢາກຮັບພິຈາລະນາແມ່ຍິງເຂົ້າເຮັດວຽກນໍາ ເພາະຄິດວ່າມີຄວາມສ່ຽງຫຼາຍກວ່າຜູ້ຊາຍ ແລະ ອາດຈະບໍ່ມີຄວາມສາມາດເຮັດໄດ້… ແຕ່ໃນປັດຈຸບັນ ແມ່ຍິງຫຼາຍຄົນກໍໄດ້ສະແດງສັກກາຍະພາບອອກມາໃຫ້ເຫັນແລ້ວວ່າ ພວກເຂົາບໍ່ແມ່ນເພດທີ່ອ່ອນແອອີກຕໍ່ໄປ ແມ່ຍິງບາງຄົນສາມາດເຮັດວຽກຫາເງິນໄດ້ຫຼາຍ ແລະ ເກັ່ງກວ່າຜູ້ຊາຍດ້ວຍຊໍ້າ ເພາະພວກນາງຕ້ອງຊອກຫາລາຍໄດ້ ເພື່ອມາຮອງຮັບລາຍຈ່າຍອັນມະຫາສານຂອງພວກນາງໄດ້ ບໍ່ວ່າຈະເປັນ… ຄ່າໃຊ້ຈ່າຍ “ເພື່ອ” ປະຈໍາເດືອນ ເມື່ອເຂົ້າສູ່ໄວສາວ ຢ່າງໜ້ອຍໃນແຕ່ລະເດືອນ ແມ່ຍິງຕ້ອງໃຊ້ເງິນເພື່ອຊື້ຜ້າອະນາໄມໃນການຮັກສາສຸຂະອະນາໄມຕົວເອງ ບາງຄົນທີ່ມີອາການເຈັບປວດປະຈໍາເດືອນອາດຈະຕ້ອງໄດ້ຊື້ຢາແກ້ປວດທ້ອງປະຈໍາເດືອນຄວບຄູ່ກັນໄປ ຄ່າກິນ ຖ້າເອົາຄວາມຈິງມາເວົ້າແລ້ວແມ່ຍິງກໍກິນເກັ່ງບໍ່ແພ້ຜູ້ຊາຍ ໂດຍສະເພາະອາຫານປະເພດຂອງຫວານ ຍິ່ງກິນດົນຍິ່ງເພີນ ອີກຢ່າງໜຶ່ງແມ່ຍິງເຮົາເປັນເພດທີ່ມັກແຕ່ງຢູ່ຄົວກິນຢູ່ແລ້ວ  ສະນັ້ນ, ເລື່ອງອອກຕະຫຼາດໃນການເລືອກວັດສະດຸມາແຕ່ງກິນຈື່ງຫຼີກລ່ຽງບໍ່ໄດ້. ຄ່າເຄື່ອງສໍາອາງ ເຖິງວ່າຈະຕັດເຄື່ອງສໍາອາງແບຣນເນມອອກໄປເພື່ອຄວາມປະຢັດ ແຕ່ດ້ວຍຄວາມຮັກສວຍຮັກງາມ ຕ້ອງການເບິ່ງແຍງຕົວເອງໃຫ້ດີ ແນວໃດກໍຕ້ອງຈ່າຍຄ່າ ຄຣີມ, ໂລຊັ່ນ, ແປ້ງ, ກັນແດດ… ເພາະໂດຍທໍາມະຊາດແລ້ວແມ່ຍິງມີຜິວພັນທີ່ອ່ອນໂຍນ ບອບບາງກວ່າຜູ້ຊາຍ ຖ້າບໍ່ບໍາລຸງກໍຈະເຮັດໃຫ້ຜິວດ່າງດໍາງ່າຍ ອາດຈະມີມະເຮັງຈາກແສງ UV ທີ່ມີໃນຊີວິດປະຈໍາວັນເຂົ້າໄປນໍາ …

Read More »