Breaking News

Chic Working Women

ຊົມເຊີຍ!! “ໝໍແນ່ງ” ຈົກເງິນສ່ວນຕົວຈໍານວນ 9 ລ້ານກີບ ຊື້ອຸປະກອນຊ່ວຍສະໜັບສະໜູນໜ່ວຍກູ້ໄພເພື່ອຕ້ານ Covid_19

ຕໍ່ກັບສະພາບການລະບາດຂອງພະຍາດໂຄວິດ-19 ທີ່ປັດຈຸບັນໄດ້ແຜ່ລະບາດຢ່າງຮຸນແຮງໄປຫຼາຍປະເທດທົ່ວທຸກມຸມໂລກ ເຊິ່ງສົ່ງຜົນເຮັດໃຫ້ຍອດຜູ້ຕິດເຊື້ອ ແລະ ເສຍຊີວິດນັບມື້ນັບສູງຂຶ້ນ. ປະເທດລາວເຮົາກໍເຊັ່ນດຽວກັນປັດຈຸບັນ ມີຍອດຜູ້ຕິດເຊື້ອ Covid_19 ເພິ່ມຂຶ້ນເປັນຈໍານວນ 9 ຄົນແລ້ວ  ພະຍາດລະບາດດັ່ງກ່າວໄດ້ສົ່ງຜົນກະທົບເຮັດໃຫ້ເສດຖະກິດຕົກຕໍ່າ ແລະ ການດໍາລົງຊີວິດຂອງຄົນຢູ່ໃນສັງຄົມກໍພົບຄວາມຫຍຸ້ງຍາກ…   ໃນສະຖານະການວິກິດແບບນີ້ ກໍຍັງຫຼາຍຄົນ-ຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອສັງຄົມ! ເຊິ່ງ ຈັນດາລີ ສິດພະໄຊ ຫຼືທີ່ທຸກຄົນຮູ້ກັນດີໃນນາມ ໝໍແນ່ງ ບໍ່ວ່າບ້ານເຮົາວິກິດໃດເພິ່ນກໍເປັນອີກໜື່ງຄົນທີ່ເຂົ້າມາຊ່ວຍເຫຼືອສັງຄົມເຮົາບໍ່ວ່າຈະເປັນວິກິດການນໍ້າຖ້ວມພາກໃຕ້ທີ່ມາ ແລະ ເມື່ອບໍ່ດົນມານີ້ ໜໍແນ່ງຄົນເກັ່ງເຮົາ ກໍໄດ້ຊ່ວຍເຫຼືອອຸປະກອນ ປ້ອງກັນພະຍາດລະບາດໂຄວິດ ໃຫ້ໜ່ວຍງານແພດເຮົາມາຫຼາຍແຫ່ງແລ້ວ   ຫຼ້າສຸດ ມີຜູ້ໃຊ້ເຟສບຸກຄົນໜື່ງໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຂອງຕົນເອງວ່າ: ຂອບໃຈຫລາຍໆເດີ້ແມ່ Chandaly Ningnang Sitpraxay ສຳລັບເຄື່ອງບໍລິຈາກມີ: ຜ້າອັດປາກ 20ກ່ອງ. ຖົງມື 5ແກັດ. ນ້ຳຢາລ້າງມື 2ຕຸກ. ເຫລົ້າ90 3ຕຸກ. ເຄື່ອງພົ່ນຢາ 1 ເຄື່ອງ. ລວມເປັນເງິນທັງຫມົດປະມານ 9.000.000ກີບ ຂອບໃຈຫລາຍໆທີ່ຍັງເຫັນຄວາມສຳຄັນພວກລູກຕັ້ງແຕ່ເຂື່ອນແຕກອັດຕະປືແລະໄດ້ມາເຈິກັບໄວຣັດໂຄວິດ19 …

Read More »

ໝໍແນ່ງເດືອດ!! ນັກຂ່າວຊື່ດັງໄທ ດູຖູກສາທາລະນະສຸກລາວ… “ໂຮງໝໍຫຼ້າສະໄໝ ອຸປະກອນເກົ່າການແພດເກົ່າ ບໍ່ມີໃຜເຊື່ອວ່າຈະກວດຫາເຊື້ອ Covid-19 ພົບ” (ມີຄຣິບ)

ກາຍເປັນປະເດັນທີ່ຮ້ອນແຮງທີ່ສຸດໄປແລ້ວໃນຕອນນີ້ ເມື່ອນັກຂ່າວຊື່ດັງ ຊ່ອງໂທລະພາບຊື່ດັງ ຂອງປະເທດໄທ ລາຍການ “จั๊ด ซัดทุกความจริง”ອອກມາວິເຄາະ ແລະ ໃຫ້ຄໍາເຫັນກ່ຽວກັບປະເດັນທີ່ “ປະເທດ ມຽນມາ ແລະ ປະເທດລາວບໍ່ມີຄົນຕິດເຊື້ອ Covid-19” ຫຼັງຈາກທີ່ຫຼາຍປະເທດອ້ອມຂ້າງເຮົາຕິດໄປເກືອບທຸກປະເທດແລ້ວ ແຕ່ໃນລາຍການຂ່າວດັ່ງກ່າວແມ່ນໄດ້ມີການພາດພິງເຖິງປະເທດລາວທີ່ຄ້ອນຂ້າງເຈາະຈົງໄປທາງ ດູໝິ່ນ ດ້ານຄວາມດ້ອຍພັດທະນາ, ຄວາມຫຼ້າສະໄໝຂອງສາທາລະນະສຸກບ້ານເຮົາ ລວມໄປເຖິງການວິພາກວິຈານ ອຸປະກອນການແພດ ທີ່ຫຼ້າສະໄໝຖ້າທຽບໃສ່ປະເທດໄທ… VDO ດັ່ງກ່າວ… …….. Posted by B'boss Soutthavong on Thursday, March 19, 2020   ແຕ່ຫຼັງຈາກ VDO ຂ່າວດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປບໍ່ດົນ ກໍໄດ້ມີຄົນລາວຫຼາຍຄົນອອກມາສະແດງຄວາມຄິດເຫັນ ລັກສະນະວິພາກວິຈານນັກຂ່າວຄົນດັ່ງກ່າວຢ່າງຫຼວງຫຼາຍ ເຖິງຄວາມບໍ່ເໝາະສົມໃນການໃຊ້ຄໍາເວົ້າ ແລະ ໜຶ່ງໃນນັ້ນກໍມີ ໝໍແນ່ງ ຈັນດາລີ ດາລານັກສະແດງແຖວໜ້າຂອງປະເທດລາວ ພ້ອມຍັງເປັນຜູ້ທີ່ຊົງອິດທິພົນທີ່ສຸດໃນໂລກ Social ປະຈໍາປີ 2019 …

Read More »

ຮູ້ແລ້ວບໍ! ປະຫວັດຄວາມເປັນມາຂອງວັນສໍາຄັນ ທີ 8 ມີນາ ວັນແມ່ຍິງສາກົນ…

ອີກບໍ່ດົນກໍໃກ້ຈະເຖິງວັນສໍາຄັນຂອງແມ່ຍິງທົ່ວໂລກແລ້ວ ລວມທັງປະເທດລາວເຮົາ ນັ້ນກໍຄືວັນທີ 8 ມີນາ ເຊິ່ງເປັນວັນແມ່ຍິງສາກົນມານັບຕັ້ງແຕ່ປີ 1910 ເປັນຕົ້ນມາ, ເຊິ່ງທີ່ຜ່ານມາຫຼາຍໆຄົນມັກເຂົ້າໃຈວ່າວັນທີ 8 ມີນາເປັນວັນແມ່ ອັນທີ່ຈິງແລ້ວເປັນການເຂົ້າໃຈຜິດ ວັນດັ່ງກ່າວເປັນວັນແຫ່ງໄຊຊະນະ ໃນການປົດປ່ອຍການກົດຂີ່ຂົ່ມເຫັງແຮງງານແມ່ຍິງຈາກນາຍທຶນຕ່າງຫາກ ແລະ ມາຮອດປີ 2020 ນີ້ກໍ່ບັນຈົບຄົບຮອບ 110 ປີ. ເຮົາມາຮູ້ປະຫວັດຂອງວັນແມ່ຍິງສາກົນກັນເລີຍ…ໂດຍອີງຕາມຂໍ້ມູນຈາກ wikipedia.org ໃຫ້ຮູ້ວ່າ ວັນແມ່ຍິງສາກົນ ເກີດຂຶ້ນຈາກກຳມະກອນຍິງ ໃນໂຮງງານຜະລິດແຜ່ນແພ ຢູ່ນິວຢອກ, ອາເມລິກາ, ລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ສຸດທ້າຍແມ່ຍິງ 119 ຄົນໄດ້ເສຍຊີວິດຈາກເຫດໄຟໄໝ້ຂອງໂຮງງານບ່ອນທີ່ພວກເຂົາຢູ່ຮ່ວມກັນໃນ ວັນທີ 8 ມີນາ 1857. ຫຼັງຈາກນັ້ນ ໃນປີ 1907, ແມ່ຍິງເຮັດວຽກໃນໂຮງງານຜະລິດແຜ່ນແພ ຊິຄາໂກ ສະຫະລັດອາເມລິກາ ບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວກເຂົາຄືທາດ. ແມ່ຍິງເຫຼົ່ານີ້ເຮັດວຽກໜັກຫຼາຍມື້ລະ 16–17 ຊົ່ວໂມງຕໍ່ມື້ໂດຍບໍ່ມີວັນຢຸດ, …

Read More »

ແມ່ຍິງຍຸກໃຫມ່ພຽງແຕ່ Strong ແລະ ໝັ່ນໃຈກໍປະສົບຜົນສໍາເລັດໄດ້…

ສັງຄົມເຮົາໃນປັດຈຸບັນໃຫ້ຄວາມສໍາຄັນກັບ “ຄວາມສະເໝີພາບທາງເພດ” ເຮັດໃຫ້ແມ່ຍິງທົ່ວໂລກມີບົດບາດສໍາຄັນ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນໃນທຸກແວດວົງ ບໍ່ວ່າຈະເປັນທາງດ້ານການເມືອງ ວິຊາການ ທຸລະກິດ ຫຼືວິທະຍາສາດ ແມ່ຍິງກໍມີອິດທິພົນຫຼາຍຂຶ້ນ. ທຸກຄົນເຄີຍ ສົງໄສບໍວ່າ “ແມ່ຍິງ” ຄວນມີບຸກຄະລິກແບບໃດຈື່ງຈະກ້າວໄປສູ່ຄວາມສໍາເລັດໄດ້? ມື້ນີ້ຂວັນໃຈມີສິ່ງດີໆມີແນະນໍາວ່າ ແມ່ຍິງທີ່ຈະປະສົບຄວາມສໍາເລັດໄດ້ຄວນເປັນແນວໃດ… 1. ແມ່ຍິງທີ່ພັດທະນາຄວາມສາມາດຂອງຕົນເອງຢູ່ຕະຫລອດເວລາ ຢູ່ໃນໂລກທີ່ເຕັມໄປດ້ວຍການແຂ່ງຂັນໃນປັດຈຸບັນ ແມ່ຍິງບໍ່ສາມາດປ່ອຍເວລາໃຫ້ສູນເສີຍອີກຕໍ່ໄປ ບໍ່ແມ່ນວ່າທຸກຄົນເກີດມາພ້ອມກັບຄວາມສາໍເລັດ ການທີ່ຈະປະສົບຜົນສໍາເລັດໄດ້ນັ້ນຕ້ອງອາໄສເວລາ ແລະ ຄວາມມຸ່ງໝັ່ນ ແມ່ຍິງທີ່ຈະປະສົບຜົນສໍາເລັດຕ້ອງມີຄວາມພ້ອມທັງຮ່າງກາບຍ ແລະ ຈິດໃຈ ໃນການພັດທະນາທັກສະ ແລະ ຄວາມສາມາດຂອງຕົນເອງໃຫ້ມີປະສິດທິພາບຫຼາຍຂຶ້ນ ເພື່ອໃຫ້ໝັ່ນໃຈໄດ້ວ່າ ທັກສະທີ່ມີນັ້ນເປັນສິ່ງຈໍາເປັນ ແລະ ບໍ່ສາມາດທົດແທນໄດ້ 2. ແມ່ຍິງທີ່ສາມາດບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ ໃຜແດ່ທີ່ຈະບໍ່ມັກແມ່ຍິງສະຫຼາດ? ແມ່ນຍິງທີ່ປະສົບຜົນສໍາເລັດສ່ວນໃຫຍ່ນັ້ນມີຄວາມສາມາດໃນການບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ ແລະ ແມ່ຍິງເຫຼົ່ານັ້ນ ກໍຈະສາມາດຄວບຄຸມ ບໍລິຫານຈັດການຊີວິດໄດ້ 3. ແມ່ຍິງທີ່ມີຄວາມໝັ່ນໃຈ ບໍ່ຍອມແພ້ ການມີຄວາມໝັ່ນໃຈ ແລະ ຄວາມພະຍາຍາມເປັນຄຸນລັກສະນະທີ່ສໍາຄັນສໍາລັບແມ່ຍິງທີ່ປະສົບຜົນສໍາເລັດ ທຸກມື້ນີ້ມີແມ່ຍິງບາງຄົນທີ່ປະເມີນຄ່າຕໍ່າເກີນໄປໃນຫຼາຍໆດ້ານ ໂດຍສະເພາະແມ່ນເລື່ອງຂອງການເຮັດວຽກ …

Read More »

ໂອ່ຍຍຍ ເຫັນລະອິດສາຕາຮ້ອນ!! After Valentine… ມາເບິ່ງຄົນບັນເທີງລາວເຂົາໃຫ້ຫຍັງກັນເປັນຂອງຂວັນ ແລະ ແມ່ນໃຜໄດ້ຫຍັງແດ່???

Valentine ຜ່ານໄປ ແຕ່ຄວາມຮັກຍັງຄົງຢູ່ ໂດຍສະເພາະໜຸ່ມສາວຄົນບັນເທີງລາວທີ່ບໍ່ສະເພາະແຕ່ມື້ວັນທີ 14 ກຸມພາເທົ່ານັ້ນ ແຕ່ບາງຄົນກໍຍັງເຫັນໂພສວ່າຫາກໍໄດ້ຮັບຂອງຂວັນຍ້ອນຫຼັງ… ແຕ່ເຖິງຈະໄດ້ຊ້າ ຫຼືໄວ ສິ່ງຂອງທີ່ໄດ້ນັ້ນເຫັນແລ້ວຕ້ອງອິດສາຕາຮ້ອນຢ່າງແນ່ນອນ ບໍ່ວ່າຈະເປັນດອກໄມ້ຊໍ່ໃຫຍ່, ຊໍ່ເຄື່ອງສໍາອາງ, ຊໍ່ເງິນ… ແລະ ບາງຄົນກໍອາດຈະບໍ່ໄດ້ຊໍ່ໃຫຍ່ ແຕ່ບໍ່ຮູ້ເປັນຫຍັງເຫັນແລ້ວຕ້ອງຟີນ ຈິກໝອນ… ໂດຍສະເພາະຄູ່ຮັກຂ້າມປະເທດຄູ່ນີ້… ໜຸ່ມອ໊ອຟ-ສາວນູ່ນີ່ ຄູ່ຮັກໂຣແມນຕິກ ສາວມີ່ມີ່ ພູນຊັບ ແລະ ແຟນໜຸ່ມ ສາວນຸ້ຍ ສຸພາພອນ ກັບດອກໄມ້ຊໍ່ໃຫຍ່… ສາວມີ່ມີ່ ສຸທິດາ Miss Laos 2018 ເມ ເນລະມິດ Miss World Laos 2019 ໜຸ່ມຕຸ້ຍ ໂອເວີແດ້ນ  ສາວ ຄຣີສຕີນ່າ ກະມາ ສາວລູກນໍ້າ ກະບໍ່ນ້ອຍໜ້າ… ຊໍ່ໃຫຍ່ກວ່າໃຜ!! ຂອບໃຈຮູບພາບ

Read More »