Breaking News

Chic Working Women

ເກັ່ງຫຼາຍ!! ແຣັບເປີ່ສາວລາວ Aezy Red ໂຊພະລັງສຽງ ແລະຄວາມສາມາດແບບຈັດເຕັມເທິງເວທີດັງ (ປະເທດໄທ) ເຖິງຈະໄປບໍ່ຮອດຮອບ Final ແຕ່ໄດ້ໃຈແຟນຄຣັບໄປຄອງເຕັມໆ…

ແຣັບເປີ່ສາວລາວ ເອ-ເອຊີ່ ສາວນ້ອຍອາຍຸ 19 ປີ 1 ໃນຜູ້ເຂົ້າແຂ່ງຂັນໃນລາຍການຊື່ດັງຄື The Rapper 2020 Civil War. ຕັ້ງແຕ່ເລີ່ມເຂົ້າຮ່ວມການແຂ່ງຂັນ ສາວເອຊີ່ກໍໄດ້ຮັບກໍາລັງໃຈ ແລະ ສຽງຍ້ອງຍໍເປັນຈໍານວນຫຼວງຫຼາຍ ເພາະນາງບອກແຕ່ທໍາອິດແລ້ວວ່າ ໃນແຂ່ງຂັນໃນຄັ້ງແມ່ນເຮັດຕາມຄວາມຝັນທີ່ຕົນເອງມີມາແຕ່ນ້ອຍ… ຫຼ້າສຸດ ວັນຈັນທີ 18 ພຶດສະພາທີ່ຜ່ານມາ ສາວນ້ອຍຈາກ ປະເທດລາວເຮົາກໍໄດ້ເຂົາຮ່ວມແຂ່ງຂັນຈົນຮອດຮອບ Semi-Final (ຖ້າຊະນະຮອບນີ້ກໍຈະເຂົ້າໄປແຂ່ງຂັນໃນຮອບ Final) ໂດຍໃນການແຂ່ງຂັນຮອບນີ້ ເອຊີ່ ໄດ້ຈັບເອົາເພງ ຜິດທີ່ໄວ້ໃຈ ມາແຣັບ ເຊິ່ງກໍສ້າງຄວາມຮືຮາໃຫ້ກັບແຟນຄຣັບພໍສົມຄວນ ທັງສຽງຮ້ອງ-ສຽງແຣັບ ແລະ ແອັກຕິ່ງແບບຂັ້ນສຸດ…. ຈົນມາເຖິງນາທີການຕັດສິນຂອງກໍາມະການທີ່ບອກວ່າ ເອຊີ່ ບໍ່ໄດ້ໄປຕໍ່ໃນຮອບ Final ກໍໄດ້ສ້າງຄວາມເສຍດາຍໃຫ້ກັບເອຊີ່ ແລະ ແຟນຄຣັບຢູ່ ແຕ່ເຖິງແນວໃດກໍຕາມຕອນນີ້ ເອຊີ່ ໄດ້ໃຈແຟນຄຣັບໄປຄອງເຕັມແລ້ວຈ່າ!! ແນວໃດ ຂວັນໃຈ ກໍຂໍສະແດງຄວາມເສຍໃຈທີ່ບໍ່ໄດ້ໄປຕໍ່ຮອບສຸດທ້າຍ ແລະ …

Read More »

Becoming ສາລະຄະດີຂອງ Michelle Obama ສະຕຣີໝາຍເລກ 1 ທີ່ສອນໃຫ້ເຮົາຄວນຍົກຍ່ອງແມ່ຍິງ ແລະຄົນຜິວສີໃຫ້ຫຼາຍກວ່ານີ້…

Becoming ສາລະຄະດີຂອງ Michelle Obama ສະຕຣີໝາຍເລກ 1 ທີ່ສອນໃຫ້ເຮົາຄວນຍົກຍ່ອງແມ່ຍິງ ແລະຄົນຜິວສີໃຫ້ຫຼາຍກວ່ານີ້ “ການເປັນສະຕຣີໝາຍເລກ 1 ຕ້ອງແລກມາດ້ວຍຊີວິດທີ່ບໍ່ມີອິດສະຫຼະ, ໄດ້ຖິ້ມເວລາສ່ວນຕົວທີ່ແມ່ຍິງທໍາມະດາຄົນໜຶ່ງເຄີຍມີ” ຜ່ານມາຫຼາຍປີທີ່ຂວັນໃຈ ເຮັດໜ້າທີ່ເປັນສື່ຫຼັກໃນການຊຸກຍູ້ບົດບາດຂອງ “ແມ່ຍິງ” ພວກເຮົາໄດ້ນໍາສະເໜີເລື່ອງລາວຂອງແມ່ຍິງເກັ່ງໆທັງພາຍໃນ ແລະ ຕ່າງປະເທດ ໃນຫຼາກຫຼາຍສາຂາອາຊີບ ເພື່ອສົ່ງຕໍ່ພະລັງບວກ ແລະເປັນແຮງບັນດານໃຈໃຫ້ກັບແມ່ຍິງລາວຫຼາຍໆຄົນ… ລວມທັງເລື່ອງລາວຂອງແມ່ຍິງທີ່ຂຶ້ນຊື່ວ່າ ເປັນອະດີດສະຕຣີໝາຍເລກ 1 ຂອງໂລກຄື ທ່ານນາງ ມີສເຊວ ໂອບາມາ ພັນລະຍາຂອງທ່ານ ບາຣັກ ໂອບາມາ ອະດີດປະທານາທິບໍດີ ສ.ອາເມຣິກາ ທີ່ມີບົດບາດໃນການສົ່ງເສີມແມ່ຍິງທົ່ວໂລກ ໂດຍສະເພາະແມ່ຍິງຜິວສີໃຫ້ມີບ່ອນຢືນໃນສັງຄົມ ແລະ ກ້າອອກໄປໃຊ້ຊີວິດໃນສັງຄົມໄດ້ຢ່າງໝັ້ນໃຈ!! ແຕ່ກໍອາດຈະມີບາງຄົນທີ່ບໍ່ເຂົ້າໃຈ ແລະ ເບິ່ງໃນມຸມທີ່ຕ່າງໄປຄື ຍ້ອນນາງເປັນພັນລະຍາຂອງປະທານາທິບໍດີ ນາງຈຶ່ງສາມາດເປັນສະຕຣີໝາຍເລກ 1 ໄດ້? ນາງເຮັດໄດ້ຍ້ອນນາງມີຊີວິດທີ່ສຸກສະບາຍຢູ່ແລ້ວ ແລະນາງເລືອກທີ່ຈະເປັນແບບນີ້ເອງ… ແຕ່ມີໃຜເຄີຍຖາມບໍ່ວ່າ ມິສເຊວ ກົງໆບໍ່ວ່າ ນາງຢາກເປັນສະຕຣີໝາຍເລກ …

Read More »

ບໍ່ຢາກເຊື່ອສາຍຕາ!! Vera Wang Designer ຍິງຊັ້ນນໍາຂອງໂລກ ອາຍຸຊິຮອດ 71 ປີແລ້ວ ແຕ່ຮູບຮ່າງໜ້າຕາຍັງແຊ໋ບປານສາວຫຼັກ 4…

ຕ້ອງຍອມຮັບເລີຍວ່າ Vera Wang Designer ຊື່ດັງ ລູກສອດອາເມຣິກາ-ຈີນ ເປັນຄົນໜຶ່ງທີ່ສາມາດຮັກສາຮູບຮ່າງໜ້າຕາໄດ້ແບບອໍາມະຕະອີ່ຫຼີ!! ເພາະຕອນນີ້ແມ່ເພິ່ນກໍອາຍຸເຂົ້າໄປຫຼັກ 7 ແລ້ວ ແຕ່ຫຸ່ນຍັງແຊ໋ບແຮງ ແຖມໜ້າຕາກໍຍັງເປະເວີ່ ທຽບກັບແມ່ຕູ້ 70 ແຖວບ້ານແລ້ວ ຄິດວ່າຫາກະເຂົ້າຫຼັກ 4 ເທົ່ານັ້ນ. ແຕ່ຄວາມຈິງແລ້ວ ວັນທີ 27 ມີຖຸນາ 2020 ນີ້ ແມ່ກໍອາຍຸ 71 ປີເຕັມແລ້ວຈ່າາາາ Vera Wang ເຄີຍເປັນນັກສະເກັດລີລາ ກ່ອນທີ່ຈະເຮັດວຽກເປັນບັນນາທິການໃຫ້ກັບວາລະສານ Vogue ດົນເຖິງ 15 ປີ; ຕໍ່ມາກໍໄດ້ເປັນຜູ້ອໍານວຍການອອກແບບໃຫ້ກັບ Ralph Lauren ເປັນເວລາ 2 ປີ. ໃນຊ່ວງອາຍຸ 40 ປີ ນາງໄດ້ກະກຽມງານແຕ່ງງານ ແຕ່ບໍ່ມີຊຸດເຈົ້າສາວແບຣນໃດຖືກໃຈ ນາງຈຶ່ງອອກແບບຊຸດເຈົ້າສາວໃຫ້ຕົວເອງ ແລະ ກາຍມາເປັນຈຸດປ່ຽນ ຊຸກຍູ້ໃຫ້ ວີຣາ ແວງ ເປີດຫ້ອງເສື້ອຂອງຕົວເອງທີ່ໂຮງແຮມ …

Read More »

ຢາກໃຫ້ຜູ້ຊາຍຄິດໄດ້ແບບ Mark Zuckerberg… “ຄວາມງາມຈາກພາຍນອກຈະຫຼຸດລົງຕາມອາຍຸ ແຕ່ຄວາມຈາກພາຍໃນຈະເພີ່ມຂຶ້ນຕາມອາຍຸ ຂ້ອຍຈຶ່ງເລືອກສິ່ງທີ່ມີຄຸນຄ່າເພີ່ມຂຶ້ນສະເໝີບໍ່ແມ່ນຫຼຸດລົງ”

ຖ້າເວົ້າເຖິງຊື່ Mark Zuckerberg ເຊື່ອວ່າຄົງບໍ່ມີໃຜທີ່ບໍ່ຮູ້ຈັກ ຫຼືຖ້າບໍ່ຮູ້ຈັກຊື່ ແລະໃບໜ້າກໍຈະຕ້ອງຮູ້ຈັກໃນນາມຜູ້ກໍ່ຕັ້ງ Facebook ຢ່າງແນ່ນອນ. Mark Zuckerberg ຂຶ້ນແທ່ນເປັນມະຫາເສດຖີອັນດັບຕົ້ນໆຂອງໂລກ ແລະ ເປັນຜູ້ທີ່ປະສົບຄວາມສໍາເລັດແຕ່ອາຍຸທີ່ຍັງນ້ອຍຫຼາຍຄົນໜຶ່ງ… ແຕ່ທີ່ຜ່ານມາເຮົາມັກຈະເຫັນເພິ່ນໃນ Look ຂອງຜູ້ປະສົບຄວາມສໍາເລັດທີ່ອອກມາໃຫ້ຄໍາເຫັນກ່ຽວກັບແຮງບັນດານໃຈຕ່າງໆໃນການເຮັດທຸລະກິດ ແຕ່ແນ່ນອນວ່າ ຄຽງຄູ່ກັບຄວາມປະສົບຜົນສໍາເລັດໃນວຽກງານນັ້ນ ສິ່ງໜຶ່ງທີ່ຂາດອີກບໍ່ໄດ້ ກໍຄືຄວາມສໍາເລັດໃນຊີວິດຄອບຄົວ Mark Zuckerberg ແຕ່ງງານກັບສາວຊາວຈີນສ້າງຄອບຄົວທີ່ໜ້າຮັກ ແລະ ອົບອຸ່ນຫຼາຍ… ແຕ່ກໍຍັງມີຄໍາຖາມຫຼວງຫຼາຍຈາກສັງຄົມທີ່ Mark Zuckerberg ຫຼີກລ່ຽງບໍ່ໄດ້ກ່ຽວກັບເມຍຊາວຈີນຂອງລາວ ເພາະຫຼາຍຄົນນັ້ນເບິ່ງວ່າ ສາວຄົນນີ້ຮູບຮ່າງ, ໜ້າຕາບໍ່ຄ່ອຍງາມ ບໍ່ສົມກັບມະຫາເສດຖີໜຸ່ມເລືອກມາເປັນເມຍເລີຍ!! ແລະໃນທີ່ສຸດ Mark Zuckerberg ກໍໄດ້ອອກມາຕອບຄໍາຖາມກ່ຽວກັບເມຍຂອງລາວວ່າ: ມີຫຼາຍຄົນຖາມຂ້ອຍ ເປັນຫຍັງເຈົ້າຈຶ່ງເລືອກເມຍຊາວຈີນທີ່ບໍ່ງາມ? ເພາະຄວາມຈິງຂ້ອຍສາມາດຊອກຫາແຟນທີ່ງາມກວ່ານີ້ໄດ້ງ່າຍໆ?  Mark ໄດ້ຕອບວ່າ ຂ້ອຍຈະຖາມຄືນວ່າຄວາມງາມ ແລະບໍ່ງາມຂອງແມ່ຍິງນັ້ນແມ່ນຫຍັງ? ຄວາມຈິງແລ້ວ, ຂ້ອຍມີໂອກາດພົບແມ່ຍິງທີ່ສວຍງາມຫຼາຍໃນຊີວິດ ທີ່ຕ້ອງການໃຊ້ຊີວິດຮ່ວມກັບຂ້ອຍ ແຕ່ຜູ້ຍິງງາມໆເຫຼົ່ານັ້ນຫົວໃຈເຂົາປຽບດັ່ງແກ້ວ (ບອບບາງຫຼາຍ) ⁣⁣ເຊິ່ງຈຸດປະສົງຂອງພວກເຂົາ …

Read More »

ໜ້າຮັກຫຼາຍ!! ຕ່າຍ ອໍລະໄທ ນັກຮ້ອງຊື່ດັງ (ປະເທດໄທ) ໂພສຮູບນຸ່ງສິ້ນຕໍ່ໜ້າພຣະທາດຫຼວງໃນວັນ ວິສາຄະບູຊາ…

ເປັນນັກຮ້ອງລູກທົ່ງສາວ ທີ່ກະແສມາແຮງແບບບໍ່ມີຕົກຕັ້ງແຕ່ເລີ່ມເຂົ້າວົງການໃໝ່ຈົນຮອດປັດຈຸບັນເລີຍ ສໍາລັບ ສາວຕ່າຍ ອໍລະໄທ ນັກຮ້ອງຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ມີຖິ່ນກໍາເນີດຈາກພາກ ອີ່ສານ ຂອງໄທ ທີ່ມີພາສາປາກເວົ້າຄ້າຍຄືກັບ ພາສາລາວເຮົາທີ່ສຸດ ຈຶ່ງບໍ່ແປກເລີຍທີ່ຜົນງານຂອງສາວຕ່າຍນັ້ນ ໄດ້ຮັບຄວາມນິຍົມຈາກປະຊາຊົນທັງຝັ່ງລາວເຮົາຫຼາຍພໍສົມຄວນ ບໍ່ວ່າບຸນງານ ຫຼືງານຫຍັງກໍຕາມເຮົາກໍມັກຈະໄດ້ຍິນສຽງເພງຂອງສາວຕ່າຍຢູ່ເປັນປະຈໍາ… ນອກຈາກຈະຮ້ອງເພງທີ່ມ່ວນອອນຊອນແຮງ ຈົນເປັນກະແສແຮງແບບບໍ່ຕົກມາຕະຫຼອດແລ້ວ ສາວຕ່າຍຍັງໄດ້ຮັບສາຍາ ນັກຮ້ອງຕິດດິນ, ນັກຮ້ອງຍອດກະຕັນຍູ ແລະ ນັກຮ້ອງສາຍບຸນນໍາອີກ ເຊິ່ງຖ້າໃຜທີ່ເປັນແຟນຄຣັບ ຫຼືຕິດຕາມແຟນເພຈ Tai Orathai ກໍຈະຮູ້ດີວ່າ ບັນດາສາຍາທີ່ນາງໄດ້ມານັ້ນ ເໝາະສົມກັບນາງທີ່ສຸດແລ້ວ… ຫຼ້າສຸດວັນທີ 6 ພຶດສະພາ (ມື້ວານ) ກໍເປັນວັນ ວິສາຄະບູຊາ ທີ່ສາສະນິກະຊົນຊາວພຸດເຊື່ອຖື ແລະ ປະຕິບັດກັນມາແຕ່ບູຮານ… ລວມທັງສາວຕ່າຍເອງທີ່ມີສາຍາ ນັກຮ້ອງສາຍບຸນຢູ່ແລ້ວ ກໍບໍ່ພາດທີ່ຈະເຂົ້າວັດເຮັດບຸນ ເຊິ່ງຮູບທີ່ເຮັດໃຫ້ສະດຸດຕາແຟນຄຣັບຊາວລາວຫຼາຍທີ່ສຸດກໍຍ້ອນວ່າ ສາວຕ່າຍໄດ້ໂພສຮູບພາບຕົນເອງທີ່ນຸ່ງສິ້ນຢືນຢູ່ຕໍ່ໜ້າພະທາດຫຼວງ ທີ່ນະຄອນຫຼວງວຽງຈັນ ພ້ອມແຄັບຊັ່ນວ່າ “ວັນທີ 6 ພຶດສະພາ 63 ກັງກັບວັນ …

Read More »