Breaking News

Chic Working Women

ໂສດແທ້ບໍ່?? ນາງງາມໃຈບຸນ ເຈນນີ່ ຕົ້ນຄໍາ Miss World Laos 2017 ໂພສແຄັບຊັ່ນໂສດ ພ້ອມຮູບສຸດແຊ໊ບບບ…

ພາບສາວງາມທີ່ມັກອອກໄປຊ່ວຍເຫຼືອປະຊາຊົນໃນໄລຍະທີ່ປະເທດເຮົາພົບກັບວິກິດ ໂຄວິດ-19 ນັ້ນ ຍັງຄົງຕິດຕາ ແລະ ຝັງໃຈແຟນໆຢູ່ສະເໝີ… ນາງງາມໃຈບຸນ ເຈນນີ່ ຕົ້ນຄໍາ  Miss World Laos 2017 ທີ່ປັດຈຸບັນໄດ້ສະລັດ Look ນາງງາມ ເປັນສາວໝັ້ນທີ່ທັງງາມ ມັງເກັ່ງ ແຖມໃຈບຸນອີກຄົນໜຶ່ງ ແລະໄລຍະຫຼັງໆມານີ້ ສະຖານະການໂຄວິດເລີ່ມຄີ່ຄາຍລົງ ກໍມັກຈະເຮັດສາວເຈນຂອງເຮົາປ່ຽນຈາກການລົງຮູບຊ່ວຍເຫຼືອຄົນ ມາລົງຮູບແຊ໋ບໆຂອງຕົວເອງຫຼາຍຂຶ້ນ ແຖມຫຼາຍແຄັບຊັ່ນທີ່ໂພສລົງນັ້ນ ຍັງບອກວ່າ ໂສດ ນໍາອີກ ເຊິ່ງແອັດເຫັນແລ້ວກໍຢາກຈະໄດເຣັກຖາມໃນທັນທີວ່າ ທັງງາມທັງເກັ່ງແບບນີ້ຈະໂສດໄດ້ແນວໃດ 555+ ແຕ່ກໍເອົາໄວ້ໃຫ້ເປັນສ່ວນຕົວຂອງເພິ່ນຊະເນາະ!! ເພາະວ່າເຖິງຈະໂພສໂສດ ແຕ່ສາວເຈນ ຂອງເຮົາກໍແສນຈະ Strong no drama ໃດໆທັງໝົດ ແອັດກໍເລີຍວ່າຄອຍເປັນກໍາລັງໃຈໃຫ້ຢູ່ຫ່າງໆຢ່າງຫ່ວງໆດີກວ່າ… ພ້ອມທັງຄອຍອັບເດດໃຫ້ແຟນໆໄດ້ຕິດຕາມນໍາ ແລະ ມື້ນີ້ ກໍບໍ່ມີຫຍັງຫຼາຍ ກໍຢາກຈະມາອັບເດດຊີວິດຫຼັງໂສດ ຂອງສາວເຈນນີ່ ໃຫ້ແຟນໆໄດ້ເຫັນນໍາ ພ້ອມທັງຢາກບອກວ່າ ໂສດແລ້ວແຊ໋ບຫຼາຍເດີ້!!! ແລະ ຝາກຖາມສາວເຈນຢ່າງຈິງຈັງນໍາວ່າ …

Read More »

ແມ່ນແທ້ບໍ?? ເຫດຜົນທີ່ຄົນຍຸກນີ້ຢາກເຮັດວຽກຢູ່ບ້ານ ຫຼາຍກວ່າປະຈຳຢູ່ຫ້ອງການ (Freelance)

ວຽກມີປະສິດທິພາບຫຼາຍຂຶ້ນ ຈາກການສໍາຫຼວດຄວາມພຶງພໍໃຈຂອງພະນັກງານພົບວ່າ ພະນັກງານທີ່ເຮັດວຽກຢູ່ບ້ານຈະມີຄວາມສຸກ ແລະເຮັດວຽກໄດ້ມີປະສິດທິພາບຫຼາຍກວ່າພະນັກງານປະຈຳ ແລະເຮັດວຽກຢູ່ຫ້ອງການ ພັກຜ່ອນໄດ້ຫຼາຍກວ່າ ໃນທາງກົງກັນຂ້າມເວລາທີ່ເຮັດວຽກຢູ່ບ້ານ ບໍ່ຈຳເປັນຈະຕ້ອງສົນໃຈສາຍຕາຂອງຫົວໜ້າ ຫຼືເພື່ອນຮ່ວມງານ ຈະພັກຫຼາຍພຽງໃດ ຫຼືດົນເທົ່າໃດກໍໄດ້ ຂໍພຽງແຕ່ເຮັດວຽກຂອງເຮົາໃຫ້ອອກມາດີ ແລະ ແລ້ວທັນເວລາ ເລືອກເວລາເຮັດວຽກຕາມໃຈ ບໍ່ວ່າໃຜກໍປາຖະໜາຢາກຕື່ນສວາຍໆ ແລະ ເລືອກເວລາເຮັດວຽກໄດ້ຕາມໃຈຕົນເອງ ເຊິ່ງຄົນບາງກຸ່ມ ກໍມັກເຮັດວຽກໃນເວລາກາງຄືນ ເພາະເຊື່ອວ່າຈະມີສະມາທິ ແລະມີປະສິດທິພາບຫຼາຍກວ່າ ແຕ່ກໍຂຶ້ນກັບແຕ່ລະບຸກຄົນ ແລະຕາມຄວາມລຶ້ງເຄີຍຂອງໃຜມັນ ໃນຂະນະທີ່ ບາງຄົນກໍມັກເຮັດວຽກໃນຕອນເຊົ້າໆ ເພາະສະໝອງປອດໂປ່ງວ່າຊັ້ນ ເຊິ່ງແລ້ວແຕ່ຄວາມຖະໜັດຂອງໃຜມັນ ດັ່ງນັ້ນ ຈົ່ງຄົ້ນຫາຕົວເອງໃຫ້ພົບ ວ່າເວລາໃດທີ່ເຮົາຈະມີພະລັງ ແລະ ສະມາທິຫຼາຍທີ່ສຸດ ແລ້ວຈົ່ງຢ່າປ່ອຍໃຫ້ເວລາທີ່ເຮົາມີໄອເດຍຖິ້ມໄປລ້າໆ ບໍ່ຕ້ອງເດີນທາງໄປເຮັດວຽກ ເພາະການເດີນທາງໄປເຮັດວຽກເຮັດໃຫ້ເຮົາເສຍທັງເງິນ (ມີຄ່າໃຊ້ຈ່າຍ) ແລະ ເວລາ ບໍ່ມີຜົນກະທົບກັບບໍລິສັດ ຄວາມກັງວົນທີ່ວ່າ ຖ້າໃຫ້ພະນັກງານເຮັດວຽກຢູ່ບ້ານ ອາດບໍ່ດີຕໍ່ບໍລິສັດ ເພາະອາດບໍ່ສາມາດຄວບຄຸມການເຮັດວຽກຂອງພະນັກງານໄດ້ ບໍ່ແມ່ນຄວາມຈິງເລີຍ ເພາະໃນຍຸກປະຈຸບັນ ຮູບແບບຂອງບັນດາບໍລິສັດທີ່ເປີດໃໝ່ ແມ່ນອະນຸຍາດໃຫ້ພະນັກງານທຸກຄົນເຮັດວຽກຢູ່ບ້ານ (online) ແລະບໍລິສັດເຫຼົ່ານີ້ກໍປະສົບຜົນສຳເລັດ ມີກຳໄລເປັນຫຼາຍສິບລ້ານ ຫຼາຍຮ້ອຍລ້ານໂດລາໄດ້ ສະນັ້ນ ຄົນຍຸກໃໝ່ແບບເຮົາ ຈົ່ງກ້າທີ່ຈະເປັນຕົວຂອງຕົນເອງ …

Read More »

ແຊຣ໌ໄວ້ອ່ານ!! ຂໍ້ຄວນປະຕິບັດໃນການເຮັດວຽກໃຫ້ລາບລື່ນຫຼຸດຜ່ອນຄວາມຜິດພາດ ຖືກໃຈທັງຫົວໜ້າ ແລະ ລູກນ້ອງ…

ການເຮັດວຽກ ແນ່ນອນວ່າ ບໍ່ມີວຽກໃດທີ່ຈະລາບລື່ນໄດ້ຕະຫຼອດ ແລະ ບໍ່ມີວຽກໃດທີ່ຈະຜິດພາດຕະຫຼອດ ແຕ່ເຮັດແນວໃດຈະໃຫ້ຄວາມຜິດພາດໜ້ອຍລົງ ແລະ ໃຫ້ຄວາມລາບລື່ນຫຼາຍຂຶ້ນ ມື້ນີ້ ຂວັນໃຈ ກໍມີເຕັກນິກງ່າຍ ກ່ຽວກັບຂໍ້ປະຕິບັດທີ່ເຮັດໃຫ້ ການເຮັດວຽກຂອງສາວໆງ່າຍຂຶ້ນ ລາບລື່ນຂຶ້ນຫຼາຍກວ່າລົ້ມເຫຼວ… ຈະມີຫຍັງແດ່ນັ້ນ ເຮົາມາເບິ່ງນໍາກັນເລີຍ!! ເຮັດຕາມຄູມືປະຕິບັດວຽກ ຫຼຸດປະລິມານຄວາມຜິດພາດ ສຳລັບຄົນທີ່ເລີ່ມເຮັດວຽກໃໝ່ຄວນມີຄູມືປະຕິປັດວຽກ ເພາະມັນມີຄວາມຈຳເປັນຕໍ່ການເຮັດວຽກຫຼາຍ ເພາະມັນຈະເປັນແບບແຜນທີ່ເນັດຂຶ້ນມາເພື່ອໃຫ້ປະຕິບັດຕາມຄູມືແບບເຄັງຄັດ ຍ່ອມບໍ່ເກີດຄວາມຜິດພາດ ຫຼືຫຼຸດຄວາມຜິດພາດໄດ້ຫຼາຍ ຖ້າບໍ່ມີຄູມື ກໍຄວນປຶກສາເພືອນຮ່ວມງານທີ່ມີປະສົບການມາກ່ອນ ຖ້າມີຄຳຖາມກໍຄວນຮີບຖາມບໍ່ໃຫ້ຄາໃຈ ແລ້ວເຮັດວຽກນັ້ນໃຫ້ສຳເລັດ ເພື່ອໃຫ້ເຂົ້າໃຈເນື້ອໃນວຽກໃຫ້ຖຶກຕ້ອງ. ບັນທຶກວຽກກ່ອນເຮັດ ເພື່ອຈຳກັດໂອກາດທີ່ຈະເຮັດຜິດພາດ ຖ້າມີການຈັດລະບຽບການເຮັດວຽກຂອງເຮົາເປັນລຳດັບຂັ້ນຕອນ ຈະຊ່ວຍປ້ອງກັນຄວາມປິດພາດຂອງທ່ານໄດ້ຫຼາຍຂຶ້ນ ກ່ອນທີ່ຈະເລີ່ມເຮັດວຽກໃນແຕ່ລະມື້ ໃຫ້ຈົດລາຍການທີ່ຈະຕ້ອງເຮັດທັງໝົດລົງມາໃຫ້ຄົບຖ້ວນ ແລ້ວຈັດລຳດັບສິ່ງທີ່ຈະຕ້ອງເຮັດກ່ອນຫຼືຫຼັງຕາມຄວາມສຳຄັນ ແລະຄວາມດ່ວນ ລວມທັງຈົດລາຍການຂໍ້ຄວນລະວັງຕ່າງໆ ໄວ້ເພືອເຕືອນໃຈ ແລະຢ່າລື່ມຕິດໂນດໄວ້ບ່ອນທີ່ເຫັນງ່າຍເຊັ່ນ ຕິດຢູ່ໜ້າຄອມພິວເຕີ ເປັນຕົ້ນ. ກວດວຽກ ຫຼື ເຊັກວຽກກ່ອນສົ່ງເພື່ອປ້ອງກັນການຜິດພາດ ແລະການຖຶກຕຳນິ. ເມື່ອເຮັດວຽກສຳເລັດແລ້ວຕ້ອງກວດເບິ່ງຄວາມຖຶກຕ້ອງທຸກຄັ້ງ ແລະບໍ່ໄດ້ກວດພຽງແຕ່ເທື່ອດຽວເທົ່ານັ້ນ ຄວນຊ່ວຍກັນກວດເບິ່ງຫຼາຍໆຄົນ ນອກຈາກເຂຈົ້າຂອງວຽກຈະຕ້ອງກວດວຽກຂອງຕົນແລ້ວ ຜູ້ທີ່ກ່ຽວຂ້ອງກັບວຽກນັ້ນກໍຄວນກວດເບິ່ງເຊັ່ນກັນ …

Read More »

ຈາກເວທີສູ່ເວທີ… ກຽມສົ່ງໃຈເຊຍ!! ແຮນນ່າ ໂຣເຊັນບູ້ມ ຈະເຂົາຮ່ວມແຂ່ງຂັນ Girl Group RapStar ທີ່ປະເທດໄທ ໄວໆນີ້… ຫຼັງສ້າງປະຫວັດສາເທິງເວທີນາງງາມໄດ້ສໍາເລັດ

ເປັນສາວນ້ອຍປະດັບວົງການບັນເທິງລາວມາໄດ້ບໍ່ດົນ ແຕ່ເວົ້າເລື່ອງຄວາມສາມາດແລ້ວບໍ່ໄດ້ເປັນນ້ອງຮອງໃຜ ສໍາລັບສາວນ້ອຍໄວ 19 ປີ ຄື ແຮນນ່າ ໂຣເຊັ້ນບູ້ມ ໄພວັນ ທີ່ຫຼ້າສຸດຫາກໍມີຜົນງານໄປສ້າງຊື່ສຽງໃຫ້ກັບປະເທດລາວ ເທິງເວທີນາງງາມ Miss Asia 2019 ຈັດຂື້ນຢູ່ປະເທດ ອິນເດຍ ໃນວັນທີ 1 ພະຈິກ 2019 ຜ່ານ​ມາ ແຖມຍັງໄດ້ຕໍາແໜ່ງ Miss social media ເປັນປະສາດຂອງລາວທີ່ໄດ້ຮັບຕໍາແໜ່ງໃນເວທີສາກົນອີກດ້ວຍ… ນອກຈາກຈະມີຄວາມສາມາດເທິງເວທີນາງງາມແລ້ວ ແຮນນ່າ ຍັງມີຄວາມສາມາດຫຼາຍໆດ້ານບໍ່ວ່າຈະເປັນ ການສະແດງ ເຊິ່ງມີຜົນງານກາລັນຕີຫຼາກຫຼາຍທັງ ຊີຣີ່, MV ເພງ, ໂຄສະນາ… ພ້ອມກັນນັ້ນກໍຍັງມີຄວາມສາມາດດ້ານການຮ້ອງການເຕັ້ນອີກດ້ວຍ ເຊິ່ງຖ້າໃຜຕິດຕາມນ້ອງຕັ້ງແຕ່ຕົ້ນ ກໍຈະຮູ້ວ່າ ແຮນນ່າ ນັ້ນເຂົ້າວົງການມາເລີ່ມຈາກການປະກວດຮ້ອງເພງນັ້ນເອງ. ແລະ ບໍ່ດົນມານີ້ກໍໄດ້ຍິນແວ່ວໆມາວ່າ ສາວນ້ອຍຜູ້ຫຼາກຫຼາຍຄວາມສາມາດຄົນນີ້ກໍາລັງຈະໄປສ້າງປະຫວັດສາດໃຫ້ວົງການເພງລາວອີກຄັ້ງ ໂດຍການເຂົ້າຮ່ວມແຂ່ງຂັນ Girl Group RapStar ທີ່ປະເທດໄທ ໃນໄວໆນີ້ອີກດ້ວຍ. ຈັ່ງໃດແອັດມິ້ນ ແລະ …

Read More »

ຢາກກ້າວໜ້າໃນອາຊີບບໍ່?? ມາເບິ່ງ!! ສິ່ງເລັກໆນ້ອຍໆ ທີ່ຄວນເຮັດເພື່ອຄວາມກ້າວໜ້າໃນອາຊີບ…

ປະຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ຍິ່ງໄຍນີ້ເປັນໄລຍະຂອງການຜັນປ່ຽນ ເສດຖະກິດກໍາລັງຟື້ນຟູຈາກສະພາວະ ຫຼັງໂຄວິດ-19 ແນ່ນອນວ່າ ມັນມີຫຼາຍໆສິ່ງທີ່ຕ້ອງໄດ້ປັບປ່ຽນ ຕັ້ງແຕ່ວິທີການເຮັດວຽກ ໄປຈົນຮອດວິທີຄິດຕ່າງໆ ສະນັ້ນ, ເຮົາຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ຫຼືອົງກອນເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້… ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ …

Read More »