Breaking News

Chic Working Women

ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ!!! ຊົມເຊີຍສາວນ້ອຍຄົນເກັ່ງ ນ້ອງປານີພອນ ຕົວແທນເດັກນ້ອຍຈາກທົ່ວໂລກ ໃນກອງປະຊຸມລະດັບໂລກ ທີ່ນິວຢອກ…

ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ!!! ຊົມເຊີຍສາວນ້ອຍຄົນເກັ່ງ ນ້ອງປານີພອນ ຕົວແທນເດັກນ້ອຍຈາກທົ່ວໂລກ ໃນກອງປະຊຸມລະດັບໂລກ ທີ່ນິວຢອກ… ເຫັນພາບແລ້ວພາກພູມໃຈຫຼາຍ ສໍາລັບ  ພາບຂອງສາວນ້ອຍ ນ້ອງ ປານີພອນ ວົງມາລາ ອາຍຸ 15 ປີ ນັກຮຽນຈາກ ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ ເປັນຕົວແທນເດັກນ້ອຍ ຈາກ ສປປ ລາວ ແລະ ເປັນຕົວແທນເດັກນ້ອຍຈາກທົ່ວໂລກ ຂຶ້ນນຳສະເໜີກ່ຽວກັບ ການສຶກສາ-ສິ່ງແວດລ້ອມ ແລະ ເປັນຜູ້ນຳທີມ ໃນການນຳສະເໜີ ໃນກອງປະຊຸມຂັ້ນສູງ Lao Generation 2030 ໃນກອງປະຊຸມໃຫຍ່ ໃນວັນເດັກໂລກ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນິວຢອກ ສະຫະລັດອາເມລິກາ ໃນວັນທີ 20 ພະຈິກ ທີ່ຜ່ານມາ. ໂດຍ ນາງ ປານີພອນ ກ່າວວ່າ: ກ່ອນທີ່ຈະໄປເຂົ້າຮ່ວມກອງປະຊຸມຄັ້ງສຳຄັນນີ້ ຕ້ອງກຽມຕົວສົມຄວນທັງໃນເລື່ອງຂໍ້ມູນ, ຄວາມຮູ້ ແລະ …

Read More »

ເໝາະສົມແລ້ວ!!! ລູກນໍ້າ ທິລາລັດ ກັບສາຍາໃໝ່ “ດາລາໃຈບຸນ” ຫຼັງລະດົມເງິນທຶນສ້າງໂຮງຮຽນໃຫ້ເດັກນ້ອຍເຂດຫ່າງໄກ…

ທັງງາມ ແລະ ໃຈບຸນ! ລູກນໍ້າ ທິລາລັດ ກັບສາຍາໃໝ່ “ດາລາໃຈບຸນ” ຫຼັງລະດົມເງິນທຶນສ້າງໂຮງຮຽນໃຫ້ເດັກນ້ອຍເຂດຫ່າງໄກ… ມີຂ່າວຄາວມາໃຫ້ອັບເດດບໍ່ເຄີຍຂາດສໍາລັບ ຊຸບເປີສະຕາລະດັບແຖວໜ້າຂອງລາວ ລູກນໍ້າ ທິດາລັດ ວົງສິລິ ທີ່ປັດຈຸບັນໄດ້ຮັບສາຍາໃໝ່ໄປເປັນທີ່ຮຽບຮ້ອຍ ນັ້ນກໍຄື “ດາລາໃຈບຸນ” ນັ້ນກໍເນື່ອງຈາກວ່າ ສາວລູກນໍ້າ ໄດ້ໂພສລົງເພຈ ເຟສບຸກສ່ວນຕົວ Louknum Thidalat Vongsili ວ່າເຈົ້າຕົວນັ້ນຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມ ແຕ່ບໍ່ແມ່ນເພື່ອໃຫ້ມາຊ່ວຍເຫຼືອຕົນເອງແຕ່ຢ່າງໃດ ແຕ່ເປັນການຮຽກຮ້ອງໃຫ້ສັງຄົມຮ່ວມກັນຄົນລະໄມ້ລະມື ເພື່ອລະດົມທືນສ້າງໂຮງຮຽນຫຼັງໃໝ່ໃຫ້ກັບເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກ (ບ້ານ ໂພນຂາມ ເມືອງປາກງື່ມ ແຂວງວຽງຈັນ) ເຊິ່ງງານນີ້ສາວລູກນໍ້າກໍໄດ້ລົງພື້ນທີ່ໄດ້ເບິ່ງດ້ວຍຕົນເອງ ພ້ອມທັງໄດ້ເກັບກໍາລາຍລະອຽດທັງໝົດໄດ້ແລ້ວກ່ຽວກັບຄ່າໃຊ້ຈ່າຍ ແລະ ແຜນຜັງໂຮງຮຽນຫຼັງໃໝ່ຂອງນ້ອງໆ ແຕ່ເນື່ອງຈາກປັດຈຸບັນທຶນໃນການສ້າງໂຮງຮຽນຍັງບໍ່ພໍຈຶ່ງຮຽກຮ້ອງມາຍັງສັງຄົມເພື່ອໃຫ້ຊ່ວຍເຫຼືອໃນຈຸດນີ້… ຫຼັງຈາກໂພສດັ່ງກ່າວຖືກເຜີຍແຜ່ອອກມາກໍມີຊາວເນັດ ແລະ ແຟນຄຣັບຂອງ ສາວລູກນໍ້າ ເຂົ້າໄປໄລ້ນ໌, ແຊຣ ແລະ ຄອມເມັ້ນເປັນຈໍານວນຫຼວງຫຼາຍ ເຊິ່ງຄອມເມັ້ນສ່ວນຫຼາຍກໍຈະເປັນການຍົກຍ້ອງຊື່ນຊົມໃນຄວາມໃຈບຸນ ທີ່ຢາກຊ່ວຍເຫຼືອນ້ອງໆຂອງສາວລູກນໍ້າ ຈົນປັດຈຸບັນ ລູກນໍ້າ ໄດ້ສາຍາໃໝ່ຄືຶ ດາລາໃຈບຸນ ໄປເປັນທີ່ຮຽບຮ້ອຍແລ້ວ!!! ນອກຈາກການຊ່ວຍເຫຼືອນ້ອງໆໃນຄັ້ງນີ້ແລ້ວ ຜ່ານມາບໍ່ວ່າຈະເປັນໂຄງການຊ່ວຍເຫຼືອສັງຄົມໃດໆ ລູກນໍ້າກໍບໍ່ພາດທີ່ຈະເຂົ້າໄປຊ່ວຍເຫຼືອ …

Read More »

ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019…

ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019… ງານນີ້ມີລຸ້ນມົງລົງຢູ່ເດີ້!!! ສຽງເຊຍກໍາລັງເຂັ້ມຂຸ້ນແຮງສໍາລັບເວທີການປະກວດ MISS LAOS 2019 ທີ່ປັດຈຸບັນກໍາລັງຢູ່ໃນຂັ້ນຕອນເກັບຕົວຂອງສາວງາມທັງ 40 ຄົນສຸດທ້າຍ ເພື່ອຖ້າຮອບຕັດສິນທີ່ໃກ້ຈະມາຮອດນີ້… ແຕ່ແນ່ນອນວ່າໃນທຸກໆເວທີການປະກວດຍ່ອມມີຕົວເດັ່ນກວ່າໝູ່ ເຊິ່ງຈະເປັນຄົນທີ່ໄດ້ຮັບສຽງໂຫວດ ແລະ ສຽງເຊຍຈາກມວນຊົນຫຼາຍກວ່າໝູ່ນັ້ນເອງ ສໍາລັບເວທີການປະກວດ MISS LAOS 2019 ນີ້ ກໍເຊັ່ນດຽວກັນເຊິ່ງສາວງາມຄົນທີ່ຊາວເນັດຈັບຕາເບິ່ງ ແລະ ເຊຍເປັນພິເສດນັ້ນກໍຄື ສາວ ຈຽບ ມະນີພອນ ໝາຍເລກ ML 26 ສາວງາມຕົວແທນຈາກ ແຂວງ ອຸດົມໄຊນັ້ນເອງ ແລະ ຍ້ອນຫຍັງ ຈຽບ ຈຶ່ງເປັນທີ່ຈັບຕາເປັນພິເສດ ເຮົາລອງມາທໍາຄວາມຮູ້ຈັກກັບນາງກັນຕຶ່ມດີບໍ່? ຊື່: ຈຽບ ຫຼື ມະນີພອນ ສິງຫາໄຊຍະແສງ ອາຍຸ 24 …

Read More »

ສ່ອງ! ພັດທະນາການຄວາມເຊັກຊີ່ຂອງ ເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ… ແຊ໋ບຂະໜາດໃດຕ້ອງເບິ່ງເອງ!!!

ສ່ອງ! ພັດທະນາການຄວາມເຊັກຊີ່ຂອງ ເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ… ແຊ໋ບຂະໜາດໃດຕ້ອງເບິ່ງເອງ!!! ຖືວ່າເປັນເນັດໄອດໍ້ອີກຄົນໜຶ່ງທີ່ຄວາມສາມາດ ແລະ ຄວາມດັງນັ້ນບໍ່ເຄີຍຫຼຸດລົງເລີຍ ແຖມຍັງຈະເພີ່ມຂຶ້ນຕະຫຼອດດ້ວຍຊໍ້າ ສໍາລັບເນັດໄອດໍ້ສາວ ແກ້ວຕາ ພອນປະເສີດ ທີ່ແຈ້ງເກີດດ້ວຍຄວາມໜ້າຮັກ ສົດໄສ ສະຕາຍ ສາວມໍປາຍ ແລະ ກາຍເປັນທີ່ຮູ້ຈັກໃນໂລກໂຊຊ່ຽວຢ່າງຫຼວງຫຼາຍເມື່ອ 3-4 ປີກ່ອນ ຈົນໄປໃສມາໃສບໍ່ມີໃຜທີ່ບໍ່ຮູ້ຈັກກັບສາວນ້ອຍຄົນນີ້. ຫຼັງຈາກນັ້ນກໍມີແມວມອງສາຍຕາດີດຶງຕົວເຂົ້າສູ່ວົງການບັນເທິງດ້ວຍຜົນງານການຖ່າຍແບບ, ໂຄສະນາສິນຄ້າ ແລະ ຜັນຕົວມາເປັນ ນາງແບບ, ນັກສະແດງຢ່າງເຕັມຕົວພາຍໃຕ້ສັງກັດຄ່າຍ A- list Agency ໃນປັດຈຸບັນ. ຈາກມື້ນັ້ນຈົນຮອດມື້ນີ້ ສາວນ້ອຍຄົນນີ້ກໍຍັງຄົງຄວາມໜ້າຮັກ ແລະ ພັດທະນາຄວາມສາມາດຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ສິ່ງທີ່ເພີ່ມມາອີກອັນໜຶ່ງກໍຄື ແຫ່ງໃຫຍ່ຂຶ້ນເທົ່າໃດ ສາວແກ້ວຕາ ກໍແຫ່ງສາຍແວວອອກເຖິງຄວາມເຊັກຊີ່ ເຫັນໄດ້ຈາກໂພສທີ່ ແກ້ວຕາ ນັ້ນສວມໃສ່ບີກີນີ່ ໃນທຣີບທະເລເດືອດຄັ້ງທີ່ແລ້ວ, ພ້ອມກັບການຖ່າຍແບບແນວເຊັກຊີ່ຂອງແກ້ວຕາແຕ່ລະຄັ້ງແລ້ວ ຮູ້ເລີຍວ່ານາງພັດທະນາຂຶ້ນອີ່ຫຼີ ແລະ ມື້ນີ້ແອັດມິ້ນກໍຈະຊວນໜຸ່ມໆມາເບິ່ງພັດທະນາການຂອງເນັດໄອດໍ້ສາວຄົນນີ້ ວ່ານາງມາໄກຂະໜາດໃດ໋ແລ້ວ??? …

Read More »

ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ…

ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ… ຈົບລົງໄປແລ້ວສໍາລັບການປະກວດ  Miss International 2019 ທີ່ຈັດຂຶ້ນທີ່ ກຸງໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງຮອບຕັດສິນໄດ້ຈັດຂື້ນໃນຄໍ່າຄືນຂອງວັນທີ 12 ພະຈິກທີ່ຜ່ານມານີ້… ຜົນການຕັດສິນໄດ້ອອກມາຢ່າງເປັນທາງການແລ້ວວ່າ ຜູ້ທີ່ຄວ້າ  Miss International 2019 ນັ້ນແມ່ນໄດ້ແກ່ ນາງງາມຕົວແທນຈາກປະເທດ ໄທ ນັ້ນກໍຄື Miss Sireethorn Leearamwat  ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ນາງງາມຈາກປະເທດໄທໄດ້ຮັບຕໍາແໜ່ງອັນຊົງກຽດຈາກເວທີນີ້ມາຄອງ ພ້ອມກັນນັ້ນຍັງຄວ້າຕໍາແໜ່ງ Miss International of Asia ມາຄອງນໍາອີກ ຖືວ່າເປັນນາງງາມທີ່ເຕັມໄປດ້ວຍຄວາມສາມາດອີ່ຫຼີ ແນວໃດກໍຂໍສະແດງຄວາມຍິນດີນໍານາງງາມຕົວແທນປະເທດໄທ ແລະ ປະຊາຊົນຄົນໄທຫຼາຍໆເດີ້ ແລະ ຂໍສະແດງຄວາມຍິນດີກັບບັນດານາງສາວງາມທີ່ໄດ້ຕໍາແໜ່ງຮອງອັນດັບ 1 : Miss Andrea Toscano (Mexico); ຮອງອັນດັບ 2 : Miss Evelyn Namatovu (Uganda); …

Read More »