Breaking News

Chic Working Women

ງົດງາມ ອາລັງການ ແລະ ມີຄວາມໝາຍ!!! ຊຸດປະຈໍາຊາດລາວທີ່ ເມ ວິຈິດຕາ MISS UNIVERSE LAOS 2019 ຈະສວມໃສ່ໃນການປະກວດເວທີໂລກ…

ງົດງາມ ອາລັງການ ແລະ ມີຄວາມໝາຍ!!! ຊຸດປະຈໍາຊາດລາວທີ່ ເມ ວິຈິດຕາ MISS UNIVERSE LAOS 2019 ຈະສວມໃສ່ໃນການປະກວດເວທີໂລກ… ສິ້ນສຸດການລໍຄອຍຂອງແຟນໆນາງງາມ ທີ່ລຸ້ນກັນມາຕະຫຼອດ ກ່ຽວກັບຊຸດປະຈໍາຊາດທີ່ ນ້ອງເມ ວິຈິດຕາ ພອນວິໄລ ຈະສວມໃສ່ໃນຮອບ ຊຸດປະຈໍາຊາດເທິງເວທີໂລກຄື Miss Universe 2019. ເຊິ່ງທາງກອງປະກວດກໍຫາກໍເຜີຍໃຫ້ຮູ້ຍັງບໍ່ຮອດຊົ່ວໂມງ ບອກໄດ້ເລີຍວ່າ ອາລັງການງານສ້າງສົມກັບແຮງເຊຍມາຕະຫຼອດອີ່ຫຼີ!!! ສໍາລັບຊຸດດັ່ງກ່າວແມ່ນອອກແບບໂດຍນັກອອກແບບຊື່ດັງ ທ່ານ ຄໍາພີ ເຊິ່ງໄດ້ນໍາເອົາຊ້າງ ທີ່ຖືເປັນສັດປະຈຳຊາດຂອງລາວ ແຕ່ໃດມາ ທີ່ນຳເອົາລວດລາຍຂອງການເຄື່ອງສານ ທີ່ເຮົາພົບເຫັນໃນຮູບແບບ ຂອງແອບເຂົ້າ (ຕິບເຂົ້າ) ມາເປັນລວດລາຍຂອງຊ້າງພ້ອມທັງຕົບແຕ່ງດ້ວຍສັນຍາລັກຂອງຊາດ ກໍ່ຄືພະທາດຫລວງ ແລະ ທຸງຊາດລາວ ປະດັບດ້ວຍກິ່ນອາຍຂອງດອກຈຳປາ. ຄວາມໂດດເດັ່ນຂອງການອອກແບບໃນຄັ້ງນີ້ ບໍ່ແມ່ນພຽງແຕ່ ການນຳເອົາເອກະລັກຂອງຊາດ ຂຶ້ນສູ່ເວທີສາກົນພຽງຢ່າງດຽວ ແຕ່ຍັງໄດ້ສອດແຊກເນື້ອຫາ ເພື່ອເປັນການຮຽກຮ້ອງ ການໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາ ປ່າໄມ້ ກໍ່ຄື ທຳມະຊາດ …

Read More »

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!!

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!! ສາວໆຮູ້ບໍ່ວ່າການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ເຊິ່ງສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ… ຖ້າຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!! ເປັນຄົນເບິ່ງແຍງຕົນເອງ: ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ ບໍ່ເວົ້າຟຸມເຟືອຍ: ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ ແຕ່ງກາຍແບບລຽບງ່າຍ: ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ ຕາຈ້ອງຕາ: ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ ໝັ້ນໃຈໃນຕົວເອງ: ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ ມີຄວາມເປັນສ່ວນຕົວ: ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ ເຮັດຕົວມີຄວາມລັບ: ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ ຮູ້ແບບນີ້ແລ້ວກໍລອງເບິ່ງເດິ້ສາວໆ…

Read More »

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!!

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!! ນັບຖອຍຫຼັງກັນແລ້ວສໍາລັບການປະກວດຮອບຕັດສິນ Miss Universe 2019 ທີ່ຈະຈັດຂຶ້ນຢູ່ທີ່ ປະເທດ ສະຫະລັດ ອາເມຣິກາ ເວທີທີ່ມີນາງງາມເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ສໍາລັບນາງງາມຕົວແທນປະເທດລາວເຮົາກໍຄືດັ່ງທີ່ແຟນໆຮູ້ກັນດີແລ້ວວ່າ ແມ່ນ ສາວເມ ວິຈິດຕາ ພອນວິໄລ ຜູ້ທີ່ຄອງຕໍາແໜ່ງ Miss Universe Laos 2019 ນັ້ນເອງ ເຊິ່ງ ສາວເມ ກໍໄດ້ເດີນທາງໄປປະກວດໃນມື້ນີ້ແລ້ວ ແລະ ປີນີ້ທາງກອງປະກວດເພິ່ນໝັ້ນໃຈແຮງ ໃນຄວາມງາມທີ່ມາໃນ Look Inter ຂອງສາວເມ ບວກກັບຄວາມສາມາດ ແລະ ທັກສະດ້ານພາສາອັງກິດທີ່ມາແບບແໜ້ນແຮງ ຈຶ່ງຄາດວ່າ ສາວເມ ຂອງເຮົາຕ້ອງຄວ້າຈັກລາງວັນໃດລາງວັນໜຶ່ງມາຕ້ອນມາຝາກຄົນລາວກັນຢ່າງແນ່ນອນ… ແລະ ກ່ອນທີ່ຈະເດີນທາງໄປປະກວດ ສາວເມ ກໍໄດ້ປ່ອຍຂອງລອງທາງ ຖ່າຍຮູບກັບຊຸດລອຍນໍ້າສຸດເຊັກຊີ່ ອວດຮູບຮ່າງທີ່ໄດ້ສັດສ່ວນ (ໃນການປະກວດຕ້ອງໄດ້ເດີນແບບຊຸດລອຍນໍ້າ) …

Read More »

ຄົນມີຄູ່ຄວນອ່ານ! 5 ວິທີງ່າຍໆ ທີ່ເຮັດໃຫ້ຊີວິດຄູ່ຫວານຂຶ້ນ… ແລ້ວບັນຫາມືທີ 2-3-4 ຈະບໍ່ມີມາໃຫ້ເຈັບຫົວ!!!

ຄົນມີຄູ່ຄວນອ່ານ! 5 ວິທີງ່າຍໆ ທີ່ເຮັດໃຫ້ຊີວິດຄູ່ຫວານຂຶ້ນ… ແລ້ວບັນຫາມືທີ 2-3-4 ຈະບໍ່ມີມາໃຫ້ເຈັບຫົວ!!! ສາວໆ ຖ້າຈະເວົ້າເຖິງຄວາມຮັກແລ້ວ ມັນອາດຈະເປັນສິ່ງສວຍງາມສໍາລັບຫຼາຍຄົນ ແຕ່ມັນອາດຈະເປັນສິ່ງທີ່ເປັນຕາຢ້ານສໍາລັບບາງຄົນ ບາງຄົນໃນຊີວິດບໍ່ເຄີຍສົມຫວັງກັບຄວາມຮັກເລີຍ ບາງຄົນຖືກທໍາຮ້າຍຈິດໃຈມານັບຄັ້ງບໍ່ຖ້ວນ ຈົນເຮັດໃຫ້ເຄັດຫຼາບກັບຄວາມຮັກ ເມື່ອມີຮັກອີກຄັ້ງກໍເຮັດໃຫ້ລະແວງ, ຄິດຫຼາຍຈົນບໍ່ມີຄວາມສຸກໃນຊີວິດຄູ່… ແຕ່ສາວໆ ຖ້າໃຜທີ່ກໍາລັງພົບກັບຄວາມກັງວົນນີ້ຢູ່ ມື້ນີ້ ຂວັນໃຈເລີຍຢາກຈະມາຊ່ວຍສາວໆແກ້ໄຂບັນຫາຄວາມກັງວົນດ້ວຍການແນະນໍາ 5 ວິທີ ເຄັດ (ບໍ່) ລັບທີ່ຈະເຮັດໃຫ້ຄົນຮັກຂອງເຈົ້າ ຮັກເຈົ້າຫຼາຍຂຶ້ນ ແລະ ໝົດກັງວົນວ່າ ຄວາມຮັກຄັ້ງນີ້ຈະກັບໄປສູ່ຈຸດຈົບແບບເກົ່າໆອີກ ມາເບິ່ງກັນເລີຍ… ການໃຫ້ອະໄພ ສາວໆຈະສາມາດປະຄອງຄວາມຮັກ ໄປໄດ້ຕະຫຼອດຮອດຝັງ ກໍຕໍ່ເມື່ອຮູ້ຈັກຍົກໂທດໃຫ້ກັບຄົນທີ່ເຈົ້າຮັກ ເພາະລາວເອງກໍເປັນພຽງຄົນທຳມະດາຄົນໜຶ່ງທີ່ເຮັດຜິດໄດ້ສະເໝີ. ບໍ່ຄວນປະຊົດປະຊັນຊີວິດ ສາວໆ ເມື່ອໃດກໍຕາມທີ່ມີບັນຫາກັນ ຫ້າມເດັດຂາດເລີຍຄື ການປະຊົດຊີວິດດ້ວຍການລົມຄົນໃໝ່ເພື່ອເຮັດໃສ່ຄົນຮັກນັ້ນ ເພາະເປັນສິ່ງທີ່ເຮັດໃຫ້ລາວຕັດສິນໃຈໄປຈາກເຮົາໄດ້ໄວທີ່ສຸດ ເພາະມັນໃຊ້ບໍ່ໄດ້ກັບຄວາມຮູ້ສຶກ ຂອງຄົນທີ່ຮັກເຈົ້າແທ້ໆ ເອົາໃຈໃສ່ຕົວເອງຫຼາຍຂຶ້ນ ສາວໆ ເມື່ອມີຄູ່ ຫຼືມີຄອບຄົວແລ້ວກໍບໍ່ຄວນປ່ອຍຕົວ ຕ້ອງສ້າງຕົວເອງເຮັດໃຫ້ດູດີ ແລ້ວປ່ຽນມາເອົາໃຈໃສ່ໃນການແຕ່ງຕົວໃຫ້ງາມຢູ່ສະເໝີ ເພາະເຮົາບໍ່ແມ່ນຂອງຕາຍຂອງໃຜ… ປີ່ນໜ້າເຂົ້າຫາກັນ …

Read More »

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ.

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ. ຖືວ່າເປັນຄູ່ຮັກດາລາ ລະດັບແຖວໜ້າຂອງລາວທີ່ເໝາະສົມກັນທັງຄວາມສາມາດ, ຄວາມຫຼໍ່-ຄວາມງາມອີ່ຫຼີສໍາລັບຄູ່ຂອງ ໜຸ່ມ ວິນລີ່ ແລະ ສາວ ຄຣິສຕີນ່າ ແຖມຍັງເປັນຄູ່ຮັກທີ່ຫຼາຍໆຄົນກໍາລັງອິດສາຕາຮ້ອນຢູ່ໃນໄລຍະນີ້ ເພາະມີຮູບໂຊຄວາມຫວານອອກມາໃຫ້ແຟນຄຣັບໄດ້ຟີນກັນເປັນໄລຍະໄລຍະ ຈົນຫຼາຍຄົນລຸ້ນວ່າມື້ໃດຈະມີຂ່າວດີຈັກເທື່ອ… ແຕ່ກ່ອນທີ່ຈະມີຂ່າວດີຄື ການເຂົ້າສູ່ປະຕູວິວານັ້ນ ທັງສອງກໍໄດ້ມີຂ່າວດີກ່ອນນັ້ນມາໃຫ້ຄົນລາວ ແລະ ວົງການບັນເທີງລາວກ້າວຂຶ້ນໄປອີກຂຶ້ນຄື ທັງສອງໄດ້ໄປຄວ້າລາງວັນຈາກການເດີນແບບໃນງານ Silk Road International Fashion Week 2019 ທີ່ຈັດຂຶ້ນຢູ່ທີ່ປະເທດ ມາເກົ໊າ ໃນທ້າຍອາທິດທີ່ຜ່ານມານີ້ເອງ… ເຊິ່ງດ້ານຂອງ ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນດ້ານ ໜຸ່ມວິນລີ່ ແຟນໜຸ່ມຂອງນາງກໍບໍ່ໄດ້ນ້ອຍໜ້າ ສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian …

Read More »