Breaking News

Chic Working Women

ສິ່ງທີ່ບໍ່ຄວນເບິ່ງຂ້າມ ຖ້າຢາກມີຄວາມກ້າວໜ້າໃນຊີວິດ!!!

ຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າໝູ່ເພື່ອນມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ດັ້ງນັ້ນບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນເດີ້ ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອໃຫ້ຮຽນຮູ້ດວຽກໄດ້ຢ່າງມີປະສິດທິພາບ ແບບຫົວໜ້າຂອງເຮົາ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ກໍເປັນໂອກາດທີ່ເຮົາຈະໄດ້ສະແດງສີມື ວ່າສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງເຮົາ ແລະ ຍັງເຮັດໃຫ້ມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງເຮົາກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສາຍພົວພັນທີ່ດີກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ເພາະບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ຊີວິດ ຫຼືໂອກາດທາງວຽກງານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ດັ່ງນັ້ນຄວນຄິດວ່າໂອກາດທີ່ຢູ່ບ່ອນຄົນຫຼາຍ ເປັນໂອກາດດີທີ່ຈະເຮັດໃຫ້ໝັ້ນໃຈ ແບບເຮົາເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວເຮົາເອງ. ເປັນມິດທີ່ດີກັບທຸກຄົນ: ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມກຳລັງເຄັ່ງຕຶງກັບວຽກງານກໍຕາມ …

Read More »

ຈາກເດັກນ້ອຍໄວ 11 ຕໍ່ສູ້ເພື່ອຄວາມເທົ່າທຽມ ປັດຈຸບັນຄື ເມແກຣນ ດັສເຊວແຫ່ງຊັສເຊັກ 

ຍ້ອນກັບໄປເມື່ອ 25 ປີກ່ອນ ເມແກຣນ ໃນໄວເດັກ ຫຼືຊື່ເກົ່າຄື ເຣເຊວ ເມແກຣນ ມາເຄິນ ອາຍຸພຽງ 11 ປີ ໃນເວລາທີ່ກຳລັງເຂົ້າຮຽນໃນຊັ້ນຮຽນວິຊາສັງຄົມສາດພ້ອມກັບໝູ່ເພື່ອນ ແລະ ໄດ້ເບິ່ງໂຄສະນາສິນຄ້າກ່ຽວກັບນໍ້າຍາລ້າງຈານຍີ່ຫໍ້ໜຶ່ງ ທີ່ເວົ້າເຖິງ ແມ່ຍິງທົ່ວທັງອະເມຣິກາທີ່ກຳລັງຕໍ່ສູ້ກັບຄາບນໍ້າມັນທີ່ຕິດຢູ່ຕາມໝໍ້ ຈາກນັ້ນກໍ່ມີເດັກນ້ອຍຜູ້ຊາຍສອງຄົນໃນຊັ້ນຮຽນ ໄດ້ເວົ້າຂຶ້ນວ່າ (ແມ່ນ! ບ່ອນຂອງແມ່ຍິງຄືຕ້ອງຢູ່ໃນຫ້ອງຄົວ) ພໍແຕ່ໄດ້ຍິນເຮັດໃຫ້ ເມແກຣນ ຮູ້ສຶກຊ໋ອກ ແລະ ໃຈຮ້າຍ ມັນບໍ່ແຟຣເລີຍ ລາວຈຶ່ງຄິດວ່າຄວນຈະຕ້ອງເຮັດຫຍັງຈັກຢ່າງ ແລະ ນັ້ນຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ ເມແກຣນ ກາຍເປັນນັກລົນນະລົງເພື່ອຄວາມເທົ່າທຽມທາງເພດ                         ເມແກຣນ ດັສເຊວແຫ່ງຊັສເຊັກ ເກີດເມື່ອວັນທີ 4 ສິງຫາ ພ.ສ. 2524 …

Read More »

ຄວນຮູ້! ເງື່ອນໄຂ ແລະ ຂອບເຂດ ຂອງການເຮັດວຽກເພີ່ມໂມງ ຫຼື OT

ພະນັກງານ Office ທັງຫຼາຍເອີຍ! ການເຮັດວຽກເພີ່ມໂມງ ຫຼື Overtime (OT) ເປັນສິ່ງທີ່ເກີດຂຶ້ນໄດ້ໃນທຸກໆບໍລິສັດ ແລະອົງການຈັດຕັ້ງ ສະນັ້ນ  ເງື່ອນໄຂ ແລະຂອບເຂດຂອງການເຮັດວຽກເພີ່ມໂມງ ທີ່ຖືກຕ້ອງຕາມ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ຂອງບ້ານເຮົາ ຈຶ່ງເປັນສິ່ງທີ່ເຮົາຄວນຮູ້ ແລະ ເຂົ້າໃຈໄວ້ ເພື່ອປ້ອງກັນການຖືກເອົາປຽບ ຫຼືຖືກໃຊ້ເຮັດວຽກເກີນຂອບເຂດທີ່ກົດໝາຍເພິ່ນກຳນົດໄວ້ ລາຍລະອຽດຈະມີແນວໃດ ໄປເບິ່ງພ້ອມກັນເລີຍ:   ມາດຕາ 53. ການເຮັດວຽກເພີ່ມໂມງ: ໃນກໍລະນີ ມີຄວາມຈຳເປັນ ຜູ້ໃຊ້ແຮງງານ ສາມາດຮຽກຮ້ອງໃຫ້ຜູ້ອອກແຮງງານ ເຮັດວຽກເພີ່ມໂມງ ແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກໜ່ວຍກຳມະບານ ຫຼືຜູ້ຕາງໜ້າຜູ້ອອກແຮງງານ ຫຼືຜູ້ອອກແຮງງານສ່ວນຫຼາຍເສຍກ່ອນ. ຊົ່ວໂມງເຮັດວຽກເພີ່ມ ໃນເດືອນໜຶ່ງ ບໍ່ໃຫ້ເກີນ 45 ຊົ່ວໂມງ ຫຼື ວັນໜຶ່ງ ບໍ່ໃຫ້ເກີນ 3 ຊົ່ວໂມງ, ແຕ່ບໍ່ໃຫ້ເຮັດວຽກເພີ່ມໂມງເກີນ 4 ວັນ ຕິດຕໍ່ກັນ …

Read More »

ເພີ່ມສະເໜ່ໄດ້ບໍ່ຍາກ! ດ້ວຍການເປັນຄົນມີ Passion.

Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ .. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!! ໃຫ້ຄວາມຮູ້ສຶກຊ່ວຍບອກ: ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ …

Read More »

(ແຈ້ງເກີດສະບາຍໆພຽງແຕ່ຖ່າຍຮູບເປັນ) ມາເບິ່ງແນວຮູບພາບສຸດ Art ທີ່ໃຜເຫັນແລ້ວຕ້ອງກົດໄລ້!!!

 (ມາເບິ່ງແນວຮູບພາບສຸດ Art ຂອງ Fashion Stylist ສຸດແນວ Alin Show) ມາເບິ່ງແນວຮູບພາບສຸດ Art ຂອງ ອາລິນ ໝື່ນສຸພັນ ຫຼື ຊື່ໃນວົງການບັນເທີງຂອງເພິ່ນກໍຄື  “Alin Show” ເຊິ່ງເພິ່ນເປັນ Fashion Stylist ສຸດແນວຢູ່ໃນວົງການມາກໍຫຼາຍປີ ມີເອກະລັກໂດດເດັ່ນບໍ່ຄືໃຜແລະບໍ່ມີໃຜຄື ແຖມເພິ່ນຍັງເປັນຄົນທີ່ມີພອນສະຫວັນທາງດ້ານການຖ່າຍຮູບ ເຊິ່ງບອກກ່ອນເລີຍວ່າ ອາລິນ ບໍ່ໄດ້ເປັນຊ່າງຖ່າຍພາບມືອາຊີບ ຫຼື ໄປຮຽນດ້ານການຖ່າຍຮູບມາແຕ່ຢ່າງໃດ ແຕ່ດ້ວຍພອນສະຫວັນບວກກັບພອນສະແຫວງຈຶ່ງເຮັດໃຫ້ Stylist ສຸດແນວຄົນນີ້ແຈ້ງເກີດໃນສິລະປະທາງດ້ານການຖ່າຍຮູບແນວອາສໄດ້ແບບສະບາຍໆ.   ໃນປັດຈຸບັນໂລກເຮົາກໍໄດ້ໝູນວຽນໄປຕາມຍຸກຕາມສະໄໝ ການຖ່າຍຮູບກໍເຊັ່ນກັນ ໃນຊ່ວງປີກ່ອນໆແມ່ນເຮົາຈະຮິດເຖິງຮິດທີ່ສຸດແມ່ນການຖ່າຍຮູບແນວເຊວຟີ່ ຫຼື ເອີ້ນງ່າຍໆວ່າແມ່ນການຖ່າຍຮູບໃຫ້ເຫັນໜ້າຕາຕົວເອງຫຼາຍທີ່ສຸດ ແຕ່ມາຮອດປີນີ້ເທຼນການເຊວຟີ່ກໍໄດ້ເລີ່ມໝົດໄປ ສະຕາຍຖ່າຍຮູບແນວອາສໆກໍໄດ້ເລີ່ມເຂົ້າມາ ແລະ ໜຶ່ງໃນນັ້ນກໍແມ່ນ ອາລິນ ທີ່ມີການຖ່າຍຮູບໄດ້ເປັນເອກະລັກ ງາມ ແລະ ໄດ້ອາລົມຂອງຮູບພາບນັ້ນໆແບບສຸດໆ ຈົນເຮັດໃຫ້ມີຄົນຕິດຕາມເປັນ Fc ເພິ່ນຈຳນວນຫຼວງຫຼາຍ. ລອງມາເບິ່ງຮູບພາບງາມໆ ອາສໆສີມືຂອງ Stylist ສຸດແນວຄົນນີ້ກັນເບິ່ງເນາະ!!! ສາມາດຕິດຕາມໄດ້ທີ່: …

Read More »