Breaking News

Kuanjai Life Stlye

ເກັ່ງຫຼາຍ!! ແຣັບເປີ່ສາວລາວ Aezy Red ໂຊພະລັງສຽງ ແລະຄວາມສາມາດແບບຈັດເຕັມເທິງເວທີດັງ (ປະເທດໄທ) ເຖິງຈະໄປບໍ່ຮອດຮອບ Final ແຕ່ໄດ້ໃຈແຟນຄຣັບໄປຄອງເຕັມໆ…

ແຣັບເປີ່ສາວລາວ ເອ-ເອຊີ່ ສາວນ້ອຍອາຍຸ 19 ປີ 1 ໃນຜູ້ເຂົ້າແຂ່ງຂັນໃນລາຍການຊື່ດັງຄື The Rapper 2020 Civil War. ຕັ້ງແຕ່ເລີ່ມເຂົ້າຮ່ວມການແຂ່ງຂັນ ສາວເອຊີ່ກໍໄດ້ຮັບກໍາລັງໃຈ ແລະ ສຽງຍ້ອງຍໍເປັນຈໍານວນຫຼວງຫຼາຍ ເພາະນາງບອກແຕ່ທໍາອິດແລ້ວວ່າ ໃນແຂ່ງຂັນໃນຄັ້ງແມ່ນເຮັດຕາມຄວາມຝັນທີ່ຕົນເອງມີມາແຕ່ນ້ອຍ… ຫຼ້າສຸດ ວັນຈັນທີ 18 ພຶດສະພາທີ່ຜ່ານມາ ສາວນ້ອຍຈາກ ປະເທດລາວເຮົາກໍໄດ້ເຂົາຮ່ວມແຂ່ງຂັນຈົນຮອດຮອບ Semi-Final (ຖ້າຊະນະຮອບນີ້ກໍຈະເຂົ້າໄປແຂ່ງຂັນໃນຮອບ Final) ໂດຍໃນການແຂ່ງຂັນຮອບນີ້ ເອຊີ່ ໄດ້ຈັບເອົາເພງ ຜິດທີ່ໄວ້ໃຈ ມາແຣັບ ເຊິ່ງກໍສ້າງຄວາມຮືຮາໃຫ້ກັບແຟນຄຣັບພໍສົມຄວນ ທັງສຽງຮ້ອງ-ສຽງແຣັບ ແລະ ແອັກຕິ່ງແບບຂັ້ນສຸດ…. ຈົນມາເຖິງນາທີການຕັດສິນຂອງກໍາມະການທີ່ບອກວ່າ ເອຊີ່ ບໍ່ໄດ້ໄປຕໍ່ໃນຮອບ Final ກໍໄດ້ສ້າງຄວາມເສຍດາຍໃຫ້ກັບເອຊີ່ ແລະ ແຟນຄຣັບຢູ່ ແຕ່ເຖິງແນວໃດກໍຕາມຕອນນີ້ ເອຊີ່ ໄດ້ໃຈແຟນຄຣັບໄປຄອງເຕັມແລ້ວຈ່າ!! ແນວໃດ ຂວັນໃຈ ກໍຂໍສະແດງຄວາມເສຍໃຈທີ່ບໍ່ໄດ້ໄປຕໍ່ຮອບສຸດທ້າຍ ແລະ …

Read More »

ຂ່າວດີຂອງໂລກ!! ວັກຊີນຕ້ານ Covid-19 ທົດສອບກັບຄົນໃຊ້ໄດ້ຜົນແລ້ວ… ຄາດວ່າຈະຜະລິດສໍາເລັດໃນທ້າຍປີນີ້!!

ຂ່າວດີຂອງຊາວໂລກ… ເມື່ອບໍລິສັດ Moderna Inc ເຊິ່ງເປັນບໍລິສັດໃນທຸລະກິດ Biotech ຂອງ ສ.ອາເມຣິກາ ໄດ້ຈັດຖະແຫຼງການໃນມື້ວານນີ້ວ່າ ຜົນການທົດລອງທາງ Clinic ໃນການສີດວັກຊີນຕ້ານ Covid-19 ໄດ້ເຮັດໃຫ້ຮ່າງກາຍຂອງອາສາສະໝັກ ສາມາດຜະລິດ Antibody ເຊິ່ງສາມາດຂ້າເຊື້ອໄວຣັສໃນຜູ້ປ່ວຍ Covid-19 ໄດ້… ໃນການທົດສອບແມ່ນໄດ້ແບ່ງກຸ່ມອອກເປັນ 3 ກຸ່ມ ກຸ່ມລະ 15 ຄົນຄື: 25 ໄມໂຄຼກຣັມ ສໍາລັບ ຜູູ້ທີ່ເຄີຍເປັນແລ້ວເຊົາ 100 ໄມໂຄຼກຣັມ ສໍາລັບ ຜູ້ທີ່ເປັນແລ້ວກັບມາເປັນອີກ 250 ໄມໂຄຼກຣັມ ສໍາລັບ ຜູ້ທີ່ມີຜົນຂ້າງຄຽງເລັກນ້ອຍ Dose ຫຼາຍໄປ! ບໍ່ຈໍາເປັນ ຜົນການສຶກສາທີ່ດໍາເນີນການໂດຍສະຖາບັນສຸຂະພາບແຫ່ງຊາດ (NIH) ພົບວ່າ ລະດັບຂອງ Antibody ດັ່ງກ່າວເທົ່າກັບໃນຕົວຢ່າງເລືອດຂອງຄົນເຈັບທີ່ຝື້ນຕົວຈາກ Covid-19; Moderna ຍັງລະບຸອີກວ່າ ວັກຊີນດັ່ງກ່າວ …

Read More »

ຂໍຄວາມເຫັນໃຈ!! ບສ.ໄຟຟ້າລາວ ຄວນພິຈາລະນາຄ່າໄຟຟ້າໃໝ່ ເພາະນະໂຍບາຍບໍ່ສອດຄ່ອງກັບລາຍຮັບ ແລະ ຄວາມຈໍາເປັນຂອງປະຊາຊົນ…

ມື້ວານນີ້ຫຼາຍຄົນອາດຈະໄດ້ເບິ່ງການຖະແຫຼງຂ່າວຂອງ ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ໃນ​ວັນ​ທີ 14 ພຶດ­ສະ­ພາ 2020 ວ່າ: ເພື່ອ​ປະ­ຕິ­ບັດ​ຕາມ​ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 31/ນຍ ລົງ​ວັນ​ທີ 02 ເມ­ສາ 2020 ວ່າ​ດ້ວຍ​ການ​ກຳ­ນົດ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຕໍ່​ສະ­ພາບ​ເສດ­ຖະ­ກິດ​ຂອງ ສປປ ລາວ ໃຫ້​ຄົ້ນ­ຄວ້າ​ຜ່ອນ­ຜັນ​ລາ­ຄາ ແລະ ຕໍ່​ເວ­ລາ​ໃນ​ການ​ຊຳ­ລະ​ຄ່າ​ໄຟ ແລະ ນ້ຳ​ປະ­ປາ ຂອງ​ຜູ້​ຊົມ­ໃຊ້​ຄົວ​ເຮືອນ ແລະ ພາກ​ທຸ­ລະ​ກິດ ພາຍ­ຫຼັງ​ໄດ້​ຮັບ​ຂໍ້​ຕົກ­ລົງ ດັ່ງ­ກ່າວ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໄດ້​ຄົ້ນ­ຄວ້າ ແລະ ຮີບ​ຮ້ອນ​ສົມ­ທົບ​ກັບ​ໜ່ວຍ​ງານ​ສະ­ເພາະ​ກິດ​ຂອງ​ລັດ­ຖະ­ບານ ທີ່​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ທີ່​ຕິດ​ພັນ​ກັບ​ພາກ​ປະ­ຊາ­ຊົນ ແລະ ສັງ­ຄົມ ເພື່ອ​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຫຼຸດ​ຄ່າ​ກະ­ແສ​ໄຟ­ຟ້າ ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊ່ວຍ­ເຫຼືອ​ພໍ່​ແມ່​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ …

Read More »

ແພດຝາກເຕືອນ!! ພະຍາດໄຂ້ຍຸງລະບາດໜັກໃນ ສປປ.ລາວ ພົບຜູ້ຕິດເຊື້ອຫຼາຍກວ່າ 1 ພັນຄົນ ເສຍຊີວິດແລ້ວ 1 ຄົນ… ນະຄອນຫຼວງເປັນອັນດັບ 1

ອີງຕາມການໃຫ້ຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019-7 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ1.033 ກໍລະນີ ແລະ ເສຍຊີວິດ 01 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ ມີ 309 ກໍລະນີ ແລະ ເສຍຊີວິດ 1 ຄົນ. ຮອງລົງມາແມ່ນ ແຂວງອັດຕະປື 159 ກໍລະນີ, ວຽງຈັນ 123 ກໍລະນີ, ຄຳມ່ວນ 76 ກໍລະນີ, ບໍລິຄຳໄຊ 74 ກໍລະນີ, ສາລະວັນ 72 ກໍລະນີ, ສະຫວັນນະເຂດ 59 ກໍລະນີ, ໄຊຍະບູລີ 46 ກໍລະນີ, ເຊກອງ 41 ກໍລະນີ, ຫຼວງນໍ້າທາ 28 …

Read More »

ມາເບິ່ງ!! ປະຫວັດຫຍໍ້ຂອງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ນັກຮົບປະຕິວັດອາວຸໂສ ວີລະບູລຸດຂອງປະຊາຊົນລາວ…

ຕອນເຊົ້າຂອງມື້ວານນີ້ ວັນທີ 12 ພຶດສະພາ 2020 ປະຊາຊົນລາວໄດ້ຮັບຂ່າວທີ່ເສົ້າສະລົດໃຈວ່າ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ  ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສ.ປ.ປ.ລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ ໄດ້ເຖິງແກ້ມໍລະນະກໍາແລ້ວດ້ວຍອາຍຸ 92 ປີ. ປະຊາຊົນຫຼາຍພາກສ່ວນກໍອອກມາສະແດງຄວາມໄວ້ອາໄລເຖິງດວງວິນຍານ ແລະ ຈາລຶກເຖິງຄຸນງາມຄວາມດີທີ່ທ່ານໄດ້ສ້າງຜ່ານມາ… ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານຫ້ວຍກະລຶມ ຕາແສງເມືອງປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.​ ພໍ່-ແມ່ ເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດ ເປັນບ່ອນຮຽນໜັງສື. …

Read More »