Breaking News

Trick

5 ວິທີ ທີ່ຈະເຮັດໃຫ້ຄູ່ຮັກຂອງທ່ານ ຮັກທ່ານຫຼາຍຂຶ້ນ

ການໃຫ້ອະໄພ ຈະສາມາດປະຄອງຄວາມຮັກ ໄປໄດ້ຕະຫຼອດຝັງ ແລ້ວຄວນຍົກໂທດໃຫ້ກັບຄົນທີ່ຮັກ ເພາະລາວເອງກໍເປັນພຽງຄົນທຳມະດາຄົນໜຶ່ງທີ່ເຮັດຜິດໄດ້ສະເໝີ ບໍ່ຄວນປະສົດຊີວິດ ການປະສົດຊີວິດດ້ວຍການລົມຄົນໃໝ່ເພື່ອເຮັດໃສ່ຄົນຮັກນັ້ນ ຈະເຮັດໃຫ້ລາວສາມາດເລືອກໄປຈາກເຮົາໄດ້ໄວທີ່ສຸດ ເພາະມັນໃຊ້ບໍ່ໄດ້ກັບຄວາມຮູ້ສຶກ ຂອງຄົນທີ່ຮັກທ່ານແທ້ ເອົາໃຈໃສ່ຕົວເອງຫຼາຍຂຶ້ນ ບໍ່ຄວນປ່ອຍຕົວ ຕ້ອງສ້າງຕົວເອງເຮັດໃຫ້ດູດີ ແລ້ວປ່ຽນມາເອົາໃຈໃສ່ໃນການແຕ່ງຕົວໃຫ້ງາມໆ ເພາະເຮົາບໍ່ແມ່ນຂອງຕາຍຂອງໃຜເນາະ! ປີ່ນໜ້າເຂົ້າຫາກັນ ສາເຫດຂອງການນອກໃຈ ອາດເກີດຂຶ້ນທັງສອງຝ່າຍ ເຊິ່ງທ່ານເອງກໍອາດຈະມີຂໍ້ບໍ່ດີໃນບາງສິ່ງ ຄວນປິ່ນໜ້າເຂົ້າຫາກັນ ແລ້ວລົມກັນດີໆ ເພື່ອປັບຄວາມຮູ້ສຶກກັບຄົນຮັກໃຫ້ຫຼາຍຂຶ້ນ ບໍ່ຄວນເອົາເລື່ອງນີ້ໄປເວົ້າວິຈານກັບຄົນອື່ນ ບັນຫານີ້ເປັນເລື່ອງຂອງຄົນສອງຄົນ ທີ່ຈະຕ້ອງແກ້ໄຂໄປນໍາກັນ ບໍ່ຄວນເອົາເລື່ອງທີ່ຜິດກັນໄປລົມໃຫ້ຄົນອື່ນຟັງ ເພາະຈະເຮັດໃຫ້ຄົນຮັກຂອງທ່ານເສຍໜ້າ ເບິ່ງໜ້າກັນບໍ່ໄດ້.

Read More »

5 ວິທີມັດໃຈຊາຍໜຸ່ມ

5 ວິທີມັດໃຈຊາຍໜຸ່ມ ການທີ່ຄົນສອງຄົນຮັກກັນ ແລະ ຕົກລົງໃຊ້ຊີວິດຮ່ວມກັນ ຖືວ່າເປັນເລື່ອງຍາກແລ້ວ ແຕ່ຖ້າຈະເຮັດໃຫ້ຊີວິດຄູ່ ຢູ່ດ້ວຍກັນໄປດົນໆ ອາດຈະຍາກຍິ່ງກວ່າ ເພາະແຕ່ລະຄົນມີພື້ນຖານທາງຈິດໃຈ ທີ່ແຕກຕ່າງກັນ ເມື່ອຢູ່ນໍາກັນ ກໍອາດຈະມີບາງເວລາ ທີ່ເລີ່ມເຮັດໃຫ້ຮູ້ສຶກວ່າ ບໍ່ແມ່ນ ແລະ ອາດຈົບລົງດ້ວຍຄຳວ່າເລີກກັນ ລອງມາອ່ານ ວິທີທີ່ສາມາດມັດໃຈຊາຍໜຸ່ມ ໃຫ້ຢູ່ກັບທ່ານ ແລະ ຄອງຮັກກັນໄປດົນໆ ເນາະ! ເພື່ອຄວາມຮັກທີ່ໝັ້ນຄົງ. ເຮັດໃຫ້ຕົວມີສະຫງ່າລາສີ ແລະ ມີຄຸ່ນຄ່າ ບໍ່ຄວນປ່ອຍຕົວເອງໃຫ້ຄົນອື່ນເບິ່ງບໍ່ງາມ ສິ່ງທຳອິດທີ່ຕ້ອງເຮັດຄື ຕ້ອງເບິ່ງແຍງຕົວເອງໃຫ້ດີກວ່າເກົ່າ ເຊັ່ນ: ປ່ຽນຊົງຜົມໃໝ່, ແຕ່ງໜ້າໃຫ້ງາມໆຕະຫຼອດ ແລະ ປ່ຽນຕົນເອງໃຫ້ເປັນຄົນສົດໃສ. ສະເໝີຕົ້ນສະເໝີປາຍ ບໍ່ຄວນອອກອາການຫງຸດຫງິດ, ເຮັດຕົວອອກຫ່າງ, ຮຽກຮ້ອງຄວາມສົນໃຈ ຖ້າເຮັດແບບນັ້ນມີໂອກາດຫ່າງກັນຕະຫຼອດຊີວິດແນ່ນອນ. ບໍ່ຄວນສະແດງຄວາມເປັນເຈົ້າຂອງ ຈົນເກີນໜ້າເກີນຕາ ບໍ່ມີຜູ້ຊາຍຄົນໃດດອກ ທີ່ມັກຜູ້ຍິງສະແດງອາການເປັນເຈົ້າຂອງຕົວເອງ ເມື່ອທ່ານມີຄູ່ແຂ່ງ ທ່ານຄວນເພີ່ມຄວາມໃສ່ໃຈ, ຄວາມຫ່ວງໃຍ ແຕ່ບໍ່ແມ່ນຄວາມຫຶງຫວງ, ຈັບຜິດ ເພາະຈະເປັນການສ້າງຄວາມລໍາຄານໃຈໃຫ້ຄົນຮັກຂອງທ່ານເອງ. …

Read More »

7 ວິທີລືມຄົນຮັກເກົ່າໃຫ້ໄວທີ່ສຸດ

ການລືມຄົນຮັກເກົ່າ ເປັນເລື່ອງຍາກສະເໝີ ແຕ່ມັນກໍເປັນສິ່ງທີ່ເຮົາຫຼີກບໍ່ໄດ້ ແລະ ຈໍາເປັນຕ້ອງຕັດໃຈ ເພື່ອເຮັດໃຫ້ເຮົາໄດ້ກັບໄປ ໃຊ້ຊີວິດຄືເກົ່າ ລວມທັງເພີ່ມໂອກາດໃຫ້ຕົວເອງ ທີ່ຈະໄດ້ພົບຄົນໃໝ່ທີ່ດີກວ່າ ລອງອ່ານ ວິທີລືມຄົນຮັກເກົ່າໃນເວລາສັ້ນໆ ແລ້ວເອົາໄປປະຕິບັດເບິ່ງເນາະ! ພະຍາຍາມບໍ່ຕ້ອງໄປຄິດຮອດເຂົາ ເພາະວ່າ ທ່ານກັບເຂົາບໍ່ໄດ້ເປັນຫຍັງຕໍ່ກັນແລ້ວ  ບໍ່ວ່າເຂົາຈະເຮັດຫຍັງກໍຕາມ ບໍ່ຄວນທີ່ຈະໄປກ່ຽວຂ້ອງກັນອີກຕໍ່ໄປ ຈົ່ງຍອມຮັບວ່າທ່ານຍ້ອນເວລາກັບຄືນບໍ່ໄດ້ ເມື່ອຕັດສິນໃຈໄປແລ້ວ ກໍບໍ່ຕ້ອງເສຍໃຈພາຍຫຼັງ ຍອມຮັບການຕັດສິນໃຈຂອງຕົວເອງ ແລະ ພະຍາຍາມເຮັດມື້ຕໍ່ໄປໃຫ້ດີຂຶ້ນເລື້ອຍໆ. ບໍ່ຄວນຢູ່ຄົນດຽວ ຄວນແບ່ງເວລາອອກໄປທ່ຽວ ຫຼື ໃຊ້ເວລາຢູ່ກັບຄອບຄົວ ເພາະທ່ານຍັງມີອີກຫຼາຍຄົນ ທີ່ພ້ອມຈະໃຫ້ກຳລັງໃຈ ແລະ ຢູ່ເປັນເພື່ອນທ່ານສະເໝີ. ຊອກສິ່ງໃໝ່ໆ ເຮັດ ໂດຍສະເພາະ ຊອກຮຽນພາສາ ເພື່ອເພີ່ມຄວາມຮູ້ໃຫ້ກັບຕົນເອງ ອອກກໍາລັງກາຍຢ່າງສະໝໍ່າສະເໝີ ເພື່ອຈະໄດ້ ປ່ຽນຄວາມສົນໃຈ ແລະ ຍັງຊ່ວຍໃຫ້ທ່ານໄດ້ພັດທະນາຕົວເອງໄປໃນຕົວນຳອີກ. ຊັງກັນໄປກໍບໍ່ມີຫຍັງດີ ຖ້າເຂົາເປັນຄົນບໍ່ດີ ກໍຖືວ່າເປັນໂຊກດີຂອງທ່ານທີ່ເລີກກັບເຂົາໄດ້ ແລະ ລືມເຂົາໄປຊະ ຈະໄປຈື່ເຂົາໃຫ້ເສຍຄວາມຮູ້ສຶກເຮັດຫຍັງລະ. ປ່ຽນມາສົນໃຈຕົວເອງ ລອງປ່ຽນມາເຮັດຕາມໃຈທີ່ຕົນເອງມັກ ແລະ …

Read More »

6 ພຶດຕິກໍາ ທີ່ຜູ້ຊາຍຍັງຄິດຮອດຄົນຮັກເກົ່າຢູ່

6 ພຶດຕິກໍາ ທີ່ຜູ້ຊາຍຍັງຄິດຮອດຄົນຮັກເກົ່າຢູ່ ເຂົາຍັງຕິດຕໍ່ກັບຄົນຮັກເກົ່າຢູ່ ຖ້າເຂົາເປັນຫ່ວງຄວາມຮູ້ສຶກເຮົາແທ້ໆ ເຂົາຕ້ອງຄິດກ່ອນວ່າສິ່ງທີ່ເຂົາເຮັດ ຈະທໍາຮ້າຍຈິດໃຈເຮົາຫຼື ບໍ່. ແນ່ນອນ, ຖ້າເຂົາບໍ່ຍອມອອກຈາກຄົນຮັກເກົ່າເຂົາຈະມີຂໍ້ອ້າງວ່າ ເປັນພຽງ “ເພື່ອນ” ເຂົາຈະເວົ້າເຖິງຕອນທີ່ເຂົາເຄີຍໃຊ້ເວລາຢູ່ຮ່ວມກັບຄົນຮັກເກົ່າຕະຫຼອດ ການເວົ້າເຖິງຄົນຮັກເກົ່າຕະຫຼອດ ມັນກໍອາດຈະເຮັດໃຫ້ເຮົາຄິດໄດ້ວ່າ ເຂົາຍັງຄິດຮອດ ຄົນຮັກເກົ່າຂອງລາວ ທີ່ເຄີຍມີຊ່ວງເວລາເກົ່າໆນັ້ນຢູ່ສະເໝີ. ເຂົາຍັງເກັບຂອງຂວັນຈາກຄົນຮັກເກົ່າທີ່ມີຄ່າທາງໃຈ ແນ່ນອນວ່າ ເຂົາຍັງຢາກສະສົມສິ່ງທີ່ມີຄ່າໃນຄວາມຊົ່ງຈຳ ແລະ ບອກວ່າ ລາວຄົນນັ້ນຍັງມີຄວາມສຳຄັນກັບເຂົາຫຼາຍທີ່ສຸດ. ເຂົາອາລົມບໍ່ດີ ເມື່ອຄົນຮັກເກົ່າເຂົາກຳລັງຈະມີຄົນຮັກໃໝ່ ບໍ່ຕ້ອງອະທິບາຍຍາວສຳລັບຂໍ້ນີ້ ຖ້າຄົນຮັກເກົ່າເຮັດໃຫ້ຕົວເຂົາອາລົມບໍ່ດີ ເມື່ອຮູ້ວ່າຄົນຮັກເກົ່າກຳລັງຈະໄປມີຄົນຮັກໃໝ່ແລ້ວ ເຫັນແຈ້ງເລີຍວ່າເຂົາກໍາລັງຫຶງ. ເຂົາເອີ້ນຊື່ເຈົ້າເປັນຊື່ຄົນຮັກເກົ່າ ຖ້າຄົນຮັກຂອງເຈົ້າກຳລັງເອີ້ນຊື່ເຈົ້າເປັນຊື່ຄົນຮັກເກົ່າຂອງລາວ ແບບນີ້ ໃຜໄດ້ງິນກໍຄົງເສຍໃຈທີ່ສຸດເພາະຕ້ອງຄິດວ່າ ໃນໃຈຂອງເຂົາຍັງຄິດຮອດຄົນຮັກເກົ່າຢູ່ແນ່ນອນ. ເຂົາມັກປຽບທຽບເຈົ້າກັບຄົນຮັກເກົ່າຂອງລາວ ສິ່ງນັ້ນເປັນການບອກວ່າເຂົາກຳລັງຄິດຮອດໃນຊ່ວງເວລານັ້ນກັບຄົນຮັກເກົ່າ ເຂົາກໍາລັງຕັ້ງຄວາມຫວັງວ່າສາວໆຈະຕ້ອງມີນິດໄສ ຫຼື ຄວາມສົນໃຈເໝື່ອນກັບຄົນຮັກເກົ່າຂອງລາວ.

Read More »

6 ຂໍ້ດີຂອງການມີແຟນເປັນຜູ້ຍິງຮ່າງນ້ອຍ

6 ຂໍ້ດີຂອງການມີແຟນເປັນຜູ້ຍິງໂຕນ້ອຍ ເບິ່ງລາວຄືເດັກນ້ອຍຢູ່ຕະຫຼອດ ຄົນຮ່າງນ້ອຍ ເຖິງວ່າລາວຈະມີອາຍຸຫຼາຍກໍຕາມ ແຕ່ກໍເບິ່ງຄືວ່າລາວຍັງເດັກນ້ອຍ ບວກກັບເຄື່ອງນຸ່ງການແຕ່ງຕົວ ສ່ວນຫຼາຍຈະອອກແນວໃສໆ ຍິງເຮັດໃຫ້ສາວຕົວນ້ອຍ ເປັນເດັກນ້ອຍລົງອີກ. ໜ້າຮັກ ໜ້າຖະນຸຖະໜອມ ຄົນຮ່າງນ້ອຍ ສ່ວນຫຼາຍມືຈະນ້ອຍເຊັ່ນກັນ ຄິດເບິ່ງວ່າເວລາຈັບມືກັນ ກໍຍິງເຮັດໃຫ້ຜູ້ຊາຍຮູ້ສຶກອົບອຸ່ນ ເວລາກອດຜູ້ຍິງຮ່າງນ້ອຍລະດັບຄວາມສູງພຽງບ່າ ກໍແຮງເຮັດໃຫ້ຄູ່ຮັກຢາກກອດໄວ້ດົນໆ. ເອົາໄປໃສກໍສະດວກ ເວລາຍ່າງໄປໃສມາໃສ ກໍບໍ່ຈຳເປັນຕ້ອງລະວັງວ່າຈະຍ່າງໄປຕໍາກັບສິ່ງໃດໆ ທີ່ສຳຄັນ ຖ້າຢາກຈະຂີ່ຫຼັງແບບຮູບເງົາເກົາຫຼີ ກໍສະບາຍຕົວຫຼາຍຂຶ້ນ ບໍ່ຕ້ອງເຈັບຫຼັງແນ່ນອນ. ແຟນຂອງສາວຮ່າງນ້ອຍ ຈະເບິ່ງຄືສູງຂຶ້ນມາທັນທີ ເວລາຍ່າງຮຽງກັນ ຜູ້ຊາຍບໍ່ຕ້ອງອາຍວ່າຈະມີໃຜເບິ່ງວ່າຕົນເອງ ເປັນຜູ້ຊາຍເຕ້ຍ ນອກຈາກນັ້ນ ຜູ້ຍິງສ່ວນຫຼາຍມັກຜູ້ຊາຍສູງກວ່າຕົນເອງຢູ່ແລ້ວ ເພາະສະນັ້ນ ໜຸ່ມໆກໍຫາຍຫ່ວງໄປໄດ້. ປົກປ້ອງ ແລະ ຊ່ວຍເຫຼືອໄດ້ ຜູ້ຊາຍທີ່ສູງ ສາມາດສະແດງຄວາມພະເອກເກົາຫຼີ ອອກມາໄດ້ຢ່າງເຕັມທີ ດ້ວຍການຊ່ວຍເຫຼືອເລັກໆນ້ອຍໆຈາກຄວາມສູງທີ່ມີ ໂອກາດນີ້ ກໍຈັບມືຫຼືອູບໄປເລີຍກໍໄດ້ເໝືອນ ພະເອກ! ພະເອກ! ເວລາຜິດກັນກໍບໍ່ຍ້ານ ເວລາຄົນຕົວນ້ອຍໃຈຮ້າຍ ຫຼື ອາລົມບໍ່ດີ ດ້ວຍຄວາມທີ່ວ່າຮ່າງນ້ອຍ …

Read More »