Breaking News

ຂ່າວບັນເທີງນອກປະເທດ

ພາສາວໆມາທໍາຄວາມຮູ້ຈັກກັບ!!! ​ໜຸ່ມສຸດເຈົ້າຊູ້ Michele Morrone ພະ​ເອກຮູບເງົາ Netflix 365 DHI ​ທີ່​ກຳ​ລັງ​ມາ​ແຮງ​ທີ່ສຸດໃນຕອນນີ້..

ນາທີນີ້ບໍ່ມີໃຜທີ່ບໍ່ຮູ້ຈັກຮູບເງົາຢູ່ Netflix 365 DHI ເຊິ່ງທັງໃນ Facebook, IG, Twitter ເກືອບທົ່ວໂລກແມ່ນເວົ້າເຖິງຮູບເງົາເລື່ອງນີ້ເປັນຈໍານວນຫຼວງຫຼາຍ ເຊິ່ງຫຼັກແລ້ວໆແມ່ນມີການເວົ້າເຖິງເນື້ອໃນເລື່ອງ (ຈົນຫຼາຍຄົນອົດທີ່ຈະເຂົ້າໄປເບິ່ງບໍ່ໄດ້) ແຕ່ທີ່ຖືກເວົ້າເຖິງຫຼາຍກວ່າເນື້ອໃນເລື່ອງ ກໍຄືພະເອກສຸດແຊ໋ບ ທີ່ເປັນຈຸດດຶງດູດໃຫ້ສາວໆເກືອບທົ່ວໂລກອົດໃຈບໍ່ໄຫວທີ່ຈະເຂົ້າໄປເບິ່ງ ເຊິ່ງມື້ນີ້ແອັດກໍຈະພາສາວໆມາທໍາຄວາມຮູ້ຈັກກັບ ພະເອກຮູບເງົາເລື່ອງນີ້ກັນ… ເປັນແນວໃດນັ້ນເຮົາມາເບິ່ງນໍາກັນເລີຍ!! ພະເອກຄົນນີ້ມີຊື່ວ່າ Michele Morrone ເກີດ​ເມື່ອ​ວັນ​ທີ  3 ​ຕຸ​ລາ 1990 ​ເມືອງ Apulia ​ປະ​ເທດ​ອີ​ຕາ​ລີ ເຊື້ອ​ຊາດ​ອີ​ຕາ​ລີ ອາ​ຍຸ 30 ປີ ສູງ 189 ຊັງ​ຕີ​ແມັດ ເປັນ​ນັກ​ສະ​ແດງ​ທີ່​ມີ​ຄວາມ​ສາ​ມາດຫຼາກຫຼາຍ ງານອະດິເລກມັກຫຼິ້ນ​ກິ​ລາ​ຍິມ​ນາ​ສ​ຕິກ (ກິ​ລາ​ໃຊ້​ຮ່າງ​ກາຍ, ໂດດ​ເຕັ້ນ​ດ ຕີ​ລັງ​ກາ), ຂີ່​ມ້າ, ລອຍ​ນ້ຳ ແລະ ເຕັ້ນ (ເຕັ້ນ​ເກັ່ງຫຼາຍ) ​ປັດ​ຈຸ​ບັນ​ໂສດ​ເດີ້ຢູ່ສາວໆ (ເປັນ Single Dad) Michele Morrone  …

Read More »

ຍິນດີນໍາ!!! ເຊຍມາແຕ່ດົນຄູ່ຮັກໄວລຸ້ນດາລາ-ນັກສະແດງໄທ ໂທນີ່ ລາກແກ່ນ Surprise ຂໍສາວແກ້ວ FFK ແຕ່ງງານແລ້ວ…

ເປັນອີກ 1 ຄູ່ຮັກດາລາທີ່ແຟນຄຣັບເຊຍມາໂດຍຕະຫຼອດ ສໍາລັບຄູ່ໜຸ່ມ ໂທນີ່ ລາກແກ່ນ ລູກຊາຍຫົວແກ້ວຫົວແຫວນຂອງນັກຮ້ອງລູກທົ່ງໃນຕໍານານຄື ແມ່ບານເຢັນ ລາກແກ່ນ ທີ່ແຟນເພງຄົນລາວ (ລຸ້ນແມ່) ຄືຈະຮູ້ຈັກກັນດີ ກັບສາວແກ້ວ FFK ຫຼືແກ້ວ ເຟຍ ຟາງ ແກ້ວ ທີ່ເຮົາຮູ້ຈັກກັນດີໃນນາມນັກຮ້ອງດັງອີກ 1 ວົງຂອງອະດີດຄ່າຍເພງຊື່ດັງຂອງປະເທດໄທຄື ກາມິກກາເຊ່ ທີ່ຫຼັງຈາກເປີດຕົວວ່າຄົບກັນ ທັງແຟນຄຣັບ ແລະ ຄອບຄົວທັງສອງຝ່າຍຕ່າງກໍເຫັນດີ ແລະ ສະໜັບສະໜູນເຕັມທີ່ ໄລຍະຫຼັງມານີ້ ກໍມີຫຼາຍຄົນເຊຍອີກວ່າຢາກໃຫ້ທັງສອງແຕ່ງງານກັນ ລວມທັງເອຶ້ອຍຂອງໜຸ່ມໂທນີ່ ຄືສາວແຄນດີ່ ລາກແກ່ນ ກໍໄດ້ອອກມາໃຫ້ສໍາພາດວ່າ ນ້ອງທັງສອງໜ້າຮັກດີ ຕັ້ງແຕ່ຄົບກັບແກ້ວມາ ໂທນີ່ ປ່ຽນເປັນຜູ້ໃຫຍ່ຂຶ້ນຫຼາຍ ເຊື່ອວ່ານ້ອງຊາຍອາດຈະພົບຄົນທີ່ແມ່ນສໍາລັບລາວແລ້ວ ສ່ວນເລື່ອງການແຕ່ງງານກໍຢາກໃຫ້ນ້ອງເປັນຄົນຕັດສິນໃຈເອງ ສ່ວນຕົວ ແລະຄອບຄົວໃຫ້ອິດສະຫຼະແກ່ນ້ອງຢູ່ແລ້ວ…. ຈົນໃນທີ່ສຸດ ມື້ວານນີ້ ໜຸ່ມໂທນີ່ ກໍໄດ້ຈັດ Surprise ພ້ອມທັງຂໍສາວແກ້ວແຕ່ງງານ ທ່າມກາງໝູ່ເພື່ອນ ແລະ …

Read More »

ນາທີປະທະເດືອດ!! ນັກການເມືອງຊື່ດັງ (ປະເທດໄທ) ເອ໋ ປາຣີນາ VS ນັກສະແດງຊື່ດັງ ບຸ໋ມ ປະນັດາ ໃນລາຍການ “ແສ” ປະເດັນຮ້ອນດາລາຫຼາຍຜົວ

ກໍາລັງເປັນກະແສດຸເດືອດຫຼາຍໃນໂລກ Online ປະເທດໄທ ແລະ ຊາວເນັດໃຫ້ຄວາມສົນໃຈຫຼາຍພໍສົມຄວນ ສໍາລັບປະເດັນຮ້ອນ ລະຫວ່າງ ບຸ໋ມ ປະນັດດາ ວົງຜູ້ດີ ກັບ ເອ໋ ປາຣີນາ ໄກຄຸປ ທີ່ເກີດການຖົກຖຽງກັນຜ່ານທາງ Social ຫຼັງມີປະເດັນກ່ຽວກັບກົດໝາຍ (ໄທ) ຈົນນໍາມາເຊິ່ງການພິພາກວິຈານເຖິງເລື່ອງສ່ວນຕົວ ແລະ ອາຊີບ ໂຕ້ຕອບກັນໄປກັນມາ ຈົນເຖິງຂັ້ນເກີດການຟ້ອງຮ້ອງກັນເລີຍ… ຫຼ້າສຸດ ເມື່ອວັນທີ 10 ມີຖຸນາ 2020 ທີ່ຜ່ານມາ ໃນລານການ “ແສ” ທາງຊ່ອງ GMM25 ໂດຍມີພິທີກອນປາກກ້າຄື ມົດດໍາ… ທີ່ນໍາເອົາຄູ່ກໍລະນີທັງສອງມາໂອ້ລົມກັນແບບຕໍ່ໜ້າກັນກາງລາຍການ ເພື່ອເຄຣຍປະເດັນທີ່ເກີດຂຶ້ນ. ເຊິ່ງງານນີ້ ກໍມີຊາວເນັດຈໍານວນຫຼາຍທີ່ຈັບຕາເບິ່ງການປະທະກັນຄັ້ງນີ້ ແລະ ຄັດເອົາຊ໊ອດເດັດໃນລາຍການມາສົ່ງຕໍ່ໆກັນເພື່ອໃຫ້ສະແດງຄວາມຄິດເຫັນ ເຖິງກໍລະນີດັ່ງກ່າວ ເຊິ່ງກໍເປັນການໄຂຂໍ້ຂ້ອງໃຈຂອງປະຊາຊົນໄທໃນຫຼາຍໆເລື່ອງ ເຊັ່ນ ເລື່ອງໂພລຈາກປະຊາຊົນວ່າ ຢູ່ຝັ່ງໃດ ແລ້ວຮູ້ສຶກແນວໃດ?? ລອງໄປເບິ່ງບາງຕອນລອງລາຍການດັ່ງກ່າວ… [LIVE] แฉ วันพุธที่ 10 …

Read More »

ເປັນປະຫວັດສາດຂອງເວທີ!! ບິ້ນ ສິຣິທອນ ລີອະຣາມວັດ Miss International 2019 ຈະຕ້ອງຄອງຕໍາແໜ່ງ 2 ປີຊ້ອນຍ້ອນ…

ຖືວ່າເປັນຄັ້ງປະຫວັດສາດຂອງເວທີນາງງາມລະດັບໂລກຄືເວທີ  Miss International ທີ່ໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ ໃນປີ 2020 ນີ້ ຈະບໍ່ສາມາດຈັດການປະກວດໄດ້ຕາມແຜນທີ່ວາງໄວ້ ໂດຍຕາມແຜນແມ່ນ ໃນປີ 2020 ຈະຈັດການປະກວດຂຶ້ນຢູ່ທີ່ ປະເທດ ຍີ່ປຸ່ນ ແຕ່ເນື່ອງຈາກສະພາບການ ການແຜ່ລະບາດພະຍາດໂຄວິດ-19 ໃນທົ່ວໂລກ ແລະ ລວມທັງປະເທດຍີ່ປຸ່ນ ຈຶ່ງໄດ້ຍຸຕິການປະກວດ ພ້ອມທັງປະກາດໃຫ້ ບິ້ນ ສິຣິທອນ ລີອະຣາມວັດ  Miss International 2019 ສາວງາມຈາກປະເທດໄທຜູ້ຄອງຕໍາແໜ່ງໃນປີກາຍ ຮັບໜ້າທີ່ເປັນ  Miss International 2020 ອີກປີໜຶ່ງ… ແນວໃດກໍຂໍສະແດງຄວາມເຄົາລົບໃນການຕັດສິນໃຈຂອງທາງກອງປະກວດ ພ້ອມທັງສະແດງຄວາມຍິນດີກັບ ສາວບິ້ນ Miss International 2020 ອີກຮອບ1 ເດີ້!!        ບົດຄວາມ: Kuanjai ຮູບພາບຈາກ:  Miss International 2019

Read More »

ເລດີ້ ກາກ້າ ອອກມາໃຫ້ກໍາລັງໃຈຄົນຜິວສີ ແລະ ກ່າວໂຈມຕີ ທຣັ້ມ ທ່າມກາງສະຖານະການປະທ້ວງໜັກໃນ ສ.ອາເມຣິກາ… “ເຖິງເວລາທີ່ເຮົາຕ້ອງສະແດງຄວາມຮັກຕໍ່ຄົນຜິວສີ”

ໃນຕອນບ່າຍຂອງ ວັນອາທິດທີ່ຜ່ານມາ ນັກຮ້ອງສາວ ເລດີ້ ກາກ້າ ໄດ້ອອກມາໂພສຂໍ້ຄວາມຜ່ານ Social Media ຂອງຕົວເອງກ່ຽວກັບສະຖານະການ ຕໍ່ຕ້ານການຢຽດຫຍາມສີຜິວໃນ ສ.ອາເມຣິກາ ທີ່ສົ່ງຜົນໃຫ້ມີການປະທ້ວງເຖິງ 25 ເມືອງ ໃນ 16 ລັດ ເຫດການດັ່ງກ່າວແມ່ນເກີດຂຶ້ນຈາກ ເຫດການທີ່ ຈອສ ຟລອຍ ຊາຍໜຸ່ມຜິວສີທີ່ຖືກອະດີດເຈົ້າໜ້າທີ່ຕໍາຫຼວດຄົນຜິວຂາວ ໃນເມືອງ ມິນນີແອໂປລີສ ໃຊ້ກໍາລັງຈົນເຮັດໃຫ້ລາວເສຍຊີວິດ… ໂດຍໃນໂພສຂອງ ສາວກາກ້າ ໄດ້ລະບຸຍາວ ເຊິ່ງແປເປັນພາສາລາວວ່າ “ຂ້ອຍມີຫຼາຍຢ່າງທີ່ຢາກຈະເວົ້າກ່ຽວກັບປະເດັນນີ້ ແຕ່ກໍຢ້ານວ່າຈະໄປສ້າງຄວາມໂກດແຄ້ນຫຼາຍຂຶ້ນ ຂ້ອຍບໍ່ຢາກເພີ່ມຄວາມຮຸນແຮງ ແຕ່ຢາກຊ່ວຍຫາທາງອອກ ຂ້ອຍເຈັບແຄ້ນກັບການເສຍຊີວິດຂອງ ຈອສ ຟລອຍ ຄືກັນກັບທີ່ເກີດຂຶ້ນກັບຄົນຜິວສີອີກຫຼາຍຄົນໃນຊ່ວງ 100 ກວ່າປີທີ່ຜ່ານມາ ເຊິ່ງສິ່ງນີ້ເກີດຂຶ້ນມາຍ້ອນການຢຽດຫຍາມສີຜິວແບບ Systemic Racism ແລະ ລະບົບຄໍຣັບຊັ່ນ ທີ່ສະໜັບສະໜູນໃຫ້ເກີດຂຶ້ນ” “ສຽງຂອງກຸ່ມຄົນຜິວສີຖືກປົກປິດມາດົນຫຼາຍ ເຊິ່ງຄວາມມິດນີ້ກໍມີຜົນລັບທີ່ຮ້າຍແຮງສະເໝີ ແລະ ເຖິງວ່າພວກເຂົາຈະປະທ້ວງຈັກເທື່ອ ພວກເຂົາກໍຍັງບໍ່ໄດ້ຮັບການສະໜັບສະໜູນຈາກຜູ້ນໍາເທົ່າທີ່ຄວນ …

Read More »