Breaking News

ຂ່າວບັນເທີງນອກປະເທດ

ອີກບໍ່ດົນ!! ໜຸ່ມ “ອີ໊ດ ໂປງລາງສະອອນ” ກໍຈະໄດ້ເປັນພໍ່ຄົນແລ້ວ…

ໜຸ່ມ ອີ໊ດ ໂປງລາງສະອອນ ນັກຮ້ອງ-ນັກສະແດງໄທສາຍຕະລົກ ຫຼືເປັນທີ່ຮູ້ຈັກດີໃນນາມຫົວໜ້າວົງ ໂປງລາງສະອອນ… ເປັນອີກໜື່ງຄົນວົງການບັນເທິງໄທທີ່ມີຜົນງານຫຼາກຫຼາຍບໍ່ວ່າຈະເປັນງານສະແດງ ຮູບເງົາ ໄທບ້ານ The series, ແກ້ວກາງດົງ, ຄູ່ປັ່ນຄູ່່ປ່ວນ… ແລະຜົນງານສຽງເພງໝໍລໍາ ຕ່າງໆ ລວມໄປເຖິງກຳມະການລາຍການດັງ ຢ່າງ ໝໍລໍາໄມທອງຄໍາ ທີ່ຄົນລາວຮູ້ຈັກກັນດີ! ເຊິ່ງໜຸ່ມ ອີ໊ດ ໂປງລາງສະອອນ ກໍໄດ້ສະລະໂສດໄປມາໄລຍະໜື່ງແລ້ວ ຫຼ້າສຸດ ອີ໊ດ ກຳລັງຈະມີທາຍາດຄົນທໍາອິດແລ້ວເດີ້ ເປັນລູກຊາຍ ທີ່ ພັນລະຍາຢ່າງສາວ ນ້ຳ ຈະຣິຍາ ກຳລັງຖືພາ ແລະ ອີກບໍ່ດົນກໍເກີດແລ້ວ!!! ອົດໃຈຖ້າອີກບໍ່ດົນ! ເຮົາກໍຈະໄດ້ເຫັນໜ້າຕາທາຍາດຂອງ ໜຸ່ມ ອີ໊ດ ກັນແລ້ວ! ເຮົາມາລຸ້ນນໍາກັນວ່າຈະນ່າຮັກພຽງໃດ…  ຂອບໃຈແຫຼ່ງຂໍ້ມູນ: https://www.soupsipupdate.com

Read More »

ເຄຣຍຊັດເຈນ!! ຈາກປາກເອື້ອຍນາງເອກສາວ ສາເຫດແຕ້ວ ເລິກ ຕົ້ນ ພ້ອມປະກາດຄວາມສໍາພັນ ກັບໄຮໂຊໝຸ່ມນັກທຸລະກິດ…

ກຳລັງເປັນກະແສມາແຮງ! ຈາກຂ່າວ ຄວາມສໍາພັນຂອງນາງເອກສາວ ແຕ້ວ ນັດຕະພອນ ຫຼັງຈາກທີ່ເລິກລາກັບແຟນໜຸ່ມ ຕົ້ນ ທີ່ຄົບຫາດູໃຈກັນເປັນເວລາດົນກວ່າ 14 ປີ ແລ້ວ ແຕ່ກໍມີກະແສອອກມາວ່າ ມີໄຮໂຊຫຼາຍຄົນຕາມຈີບ ຈົນຫຼ້າສຸດໄດ້ມີວົງໃນອອກມາເວົ້າວ່າ ໜຸ່ມທີ່ກຳລັງແອບຄົບກັບແຕ້ວນັ້ນກໍຄື ໄຮໂຊ “ໄນ ປະໄນ ພອນປະພາ” ໜຸ່ມຕີ໋ ທຸລະກິດແຖວໜ້າຂອງປະເທດໄທ ແຟນເກົ່າຂອງສາວ “ວຸ່ນເສັ້ນ ທີ່ເປັນອະດີດພັນລະຍາຂອງ ໝຸ່ມ ຊາຄິດ ແຍ້ມນາ” ນັ້ນເອງ ເຊິ່ງຕອນນີ້ເຮັດໃຫ້ເປັນກະແສວິພາກວິຈານໃນ Social ບໍ່ໜ້ອຍເລີຍທີດຽວ ຫຼ້າສຸດເພສດັງ ໃຕ້ຕຽງດາລາ ກໍໄດ້ເຜີຍຂໍ້ຄວາມຈາກເອື້ອຍແທ້ໆຂອງສາວ ແຕ້ວ ກ່ຽວກັບເລື່ອງນີ້ ແລະ ສາເຫດທີ່ ແຕ້ວເລິກກັບຕົ້ນ ຍ້ອນວ່າທັງສອງຄົບກັນມາດົນແຕ່ຍັງເບິ່ງຄວາມສໍາພັນຂອງທັ້ງສອງບໍ່ເຫັນຊັດເຈນໃນຂັ້ນຕໍ່ໄປ ກໍເລີຍຕັດສິນໃຈຫຼຸດຄວາມສໍາພັນລົງ ເລິກລາກັນດ້ວຍດີ ແລະ ຍັງຫ່ວງໃຍກັນຄືເກົ່າ!!! ທັງ ຍອມຮັບວ່ານາງເອກສາວ ກຳລັງປຸກຕົ້ນຮັກ ກັບໄຮໂຊດັງ  ໄນ ຈາກປະເດັນທັ້ງໝົດນີ້ …

Read More »

Becoming ສາລະຄະດີຂອງ Michelle Obama ສະຕຣີໝາຍເລກ 1 ທີ່ສອນໃຫ້ເຮົາຄວນຍົກຍ່ອງແມ່ຍິງ ແລະຄົນຜິວສີໃຫ້ຫຼາຍກວ່ານີ້…

Becoming ສາລະຄະດີຂອງ Michelle Obama ສະຕຣີໝາຍເລກ 1 ທີ່ສອນໃຫ້ເຮົາຄວນຍົກຍ່ອງແມ່ຍິງ ແລະຄົນຜິວສີໃຫ້ຫຼາຍກວ່ານີ້ “ການເປັນສະຕຣີໝາຍເລກ 1 ຕ້ອງແລກມາດ້ວຍຊີວິດທີ່ບໍ່ມີອິດສະຫຼະ, ໄດ້ຖິ້ມເວລາສ່ວນຕົວທີ່ແມ່ຍິງທໍາມະດາຄົນໜຶ່ງເຄີຍມີ” ຜ່ານມາຫຼາຍປີທີ່ຂວັນໃຈ ເຮັດໜ້າທີ່ເປັນສື່ຫຼັກໃນການຊຸກຍູ້ບົດບາດຂອງ “ແມ່ຍິງ” ພວກເຮົາໄດ້ນໍາສະເໜີເລື່ອງລາວຂອງແມ່ຍິງເກັ່ງໆທັງພາຍໃນ ແລະ ຕ່າງປະເທດ ໃນຫຼາກຫຼາຍສາຂາອາຊີບ ເພື່ອສົ່ງຕໍ່ພະລັງບວກ ແລະເປັນແຮງບັນດານໃຈໃຫ້ກັບແມ່ຍິງລາວຫຼາຍໆຄົນ… ລວມທັງເລື່ອງລາວຂອງແມ່ຍິງທີ່ຂຶ້ນຊື່ວ່າ ເປັນອະດີດສະຕຣີໝາຍເລກ 1 ຂອງໂລກຄື ທ່ານນາງ ມີສເຊວ ໂອບາມາ ພັນລະຍາຂອງທ່ານ ບາຣັກ ໂອບາມາ ອະດີດປະທານາທິບໍດີ ສ.ອາເມຣິກາ ທີ່ມີບົດບາດໃນການສົ່ງເສີມແມ່ຍິງທົ່ວໂລກ ໂດຍສະເພາະແມ່ຍິງຜິວສີໃຫ້ມີບ່ອນຢືນໃນສັງຄົມ ແລະ ກ້າອອກໄປໃຊ້ຊີວິດໃນສັງຄົມໄດ້ຢ່າງໝັ້ນໃຈ!! ແຕ່ກໍອາດຈະມີບາງຄົນທີ່ບໍ່ເຂົ້າໃຈ ແລະ ເບິ່ງໃນມຸມທີ່ຕ່າງໄປຄື ຍ້ອນນາງເປັນພັນລະຍາຂອງປະທານາທິບໍດີ ນາງຈຶ່ງສາມາດເປັນສະຕຣີໝາຍເລກ 1 ໄດ້? ນາງເຮັດໄດ້ຍ້ອນນາງມີຊີວິດທີ່ສຸກສະບາຍຢູ່ແລ້ວ ແລະນາງເລືອກທີ່ຈະເປັນແບບນີ້ເອງ… ແຕ່ມີໃຜເຄີຍຖາມບໍ່ວ່າ ມິສເຊວ ກົງໆບໍ່ວ່າ ນາງຢາກເປັນສະຕຣີໝາຍເລກ …

Read More »

ບໍ່ຢາກເຊື່ອສາຍຕາ!! Vera Wang Designer ຍິງຊັ້ນນໍາຂອງໂລກ ອາຍຸຊິຮອດ 71 ປີແລ້ວ ແຕ່ຮູບຮ່າງໜ້າຕາຍັງແຊ໋ບປານສາວຫຼັກ 4…

ຕ້ອງຍອມຮັບເລີຍວ່າ Vera Wang Designer ຊື່ດັງ ລູກສອດອາເມຣິກາ-ຈີນ ເປັນຄົນໜຶ່ງທີ່ສາມາດຮັກສາຮູບຮ່າງໜ້າຕາໄດ້ແບບອໍາມະຕະອີ່ຫຼີ!! ເພາະຕອນນີ້ແມ່ເພິ່ນກໍອາຍຸເຂົ້າໄປຫຼັກ 7 ແລ້ວ ແຕ່ຫຸ່ນຍັງແຊ໋ບແຮງ ແຖມໜ້າຕາກໍຍັງເປະເວີ່ ທຽບກັບແມ່ຕູ້ 70 ແຖວບ້ານແລ້ວ ຄິດວ່າຫາກະເຂົ້າຫຼັກ 4 ເທົ່ານັ້ນ. ແຕ່ຄວາມຈິງແລ້ວ ວັນທີ 27 ມີຖຸນາ 2020 ນີ້ ແມ່ກໍອາຍຸ 71 ປີເຕັມແລ້ວຈ່າາາາ Vera Wang ເຄີຍເປັນນັກສະເກັດລີລາ ກ່ອນທີ່ຈະເຮັດວຽກເປັນບັນນາທິການໃຫ້ກັບວາລະສານ Vogue ດົນເຖິງ 15 ປີ; ຕໍ່ມາກໍໄດ້ເປັນຜູ້ອໍານວຍການອອກແບບໃຫ້ກັບ Ralph Lauren ເປັນເວລາ 2 ປີ. ໃນຊ່ວງອາຍຸ 40 ປີ ນາງໄດ້ກະກຽມງານແຕ່ງງານ ແຕ່ບໍ່ມີຊຸດເຈົ້າສາວແບຣນໃດຖືກໃຈ ນາງຈຶ່ງອອກແບບຊຸດເຈົ້າສາວໃຫ້ຕົວເອງ ແລະ ກາຍມາເປັນຈຸດປ່ຽນ ຊຸກຍູ້ໃຫ້ ວີຣາ ແວງ ເປີດຫ້ອງເສື້ອຂອງຕົວເອງທີ່ໂຮງແຮມ …

Read More »

ນ່າຮັກຫຼາຍ!! ສະແດງຄວາມຍິນດີນໍາ ພໍ່ບີ້-ແມ່ກຸບກິ້ບ ເກີດລູກສາວຄົນທີ່ 2 ນ້ອງເປົ່າເປ້ ນ້ອງສາວເປົາເປົາ…

ບີ້ ທະລັດສະພາກ ແລະ  ກຸບກີ້ບ ສຸມົນທິບ ຄູ່ຜົວເມຍຄົນດັງວົງການບັນເທິງໄທ ເຊິ່ງທັງສອງ  ເປັນດາລາ-ນັກຮ້ອງ-ນັກສະແດງ ແຖວໜ້າຂອງປະເທດ  ຜ່ານມາ ໝຸ່ມບີ້ ແລະ ສາວກຸບກີ້ບກໍໄດ້ມີຜົນງານຫຼາກຫຼາຍອອກມາໃຫ້ເຮົາໄດ້ຕິດຕາມນໍາກັນຢູ່ເລື້ອຍໆ ໂດຍໜຸ່ມບີ້ ເປັນທັງນັກຮ້ອງ-ນັກສະແດງທີ່ມີຜົນງານທັງພາຍໃນປະເທດໄທ ແລະ ຕ່າງປະເທດເອີ້ນໄດ້ວ່າເປັນອີກຄົນທີ່ ໄດ້ໂກອິນເຕີ ໄປສ້າງຊື່ສຽງຢູ່ຕ່າງປະເທດໂດຍສະເພາະໃນເຂດດິນແດນແຫ່ງມັງກອນ ປະເທດຈີນນັ້ນເອງ ແລະ ສາວກຸບກີ້ບ ກໍເປັນດາລາສາວອີກຄົນທີ່ຜົນງານການສະແດງອອກມາໃຫ້ໄດ້ຕິດຕາມຢູ່ສະເໜີບໍ່ວ່າຈະເປັນເລື່ອງ ເກມຮ້າຍ ເກມຮັກ, ເລ່ລັບສະຫຼັບຮ່າງ ແລະ ອີກຫຼາຍໆເລື່ອງ… ທັງສອງໄດ້ຄົບຫາເບິ່ງໃຈກັນ ແລະ ຕັດສິນໃຈແຕ່ງງານນໍາກັນ ແລະ ມີພະຍານຮັກມາແລ້ວຄົນໜື່ງນັ້ນກໍຄື ນ້ອງເປົາເປົາ  ທີ່ກຳລັງຢູ່ໃນໄວທີ່ນ່າຮັກ ແລະ ຍັງເປັນຂວັນໃຈຂອງແຟນຄັບທັງປະເທດ ລວມທັງແອັດນໍາ! ຫຼ້າສຸດພັນລະຍາສາວຄົນງາມ ກຸບກິ້ບ ກໍໄດ້ເກີດລູກສາວຄົນທີ່ 2 ຕອນເຊົ້າຂອງມື້ນີ້ວັນທີ 8 ພຶດສະພາ 2020 ໂດຍໃສ່ຊື່ວ່າ ເດັກຍິງ ລາລິນ່າ ແລະ ມີຊື່ຫຼີ້ນວ່ານ້ອງ …

Read More »