Breaking News

ຂ່າວບັນເທີງນອກປະເທດ

ຢາກໃຫ້ຜູ້ຊາຍຄິດໄດ້ແບບ Mark Zuckerberg… “ຄວາມງາມຈາກພາຍນອກຈະຫຼຸດລົງຕາມອາຍຸ ແຕ່ຄວາມຈາກພາຍໃນຈະເພີ່ມຂຶ້ນຕາມອາຍຸ ຂ້ອຍຈຶ່ງເລືອກສິ່ງທີ່ມີຄຸນຄ່າເພີ່ມຂຶ້ນສະເໝີບໍ່ແມ່ນຫຼຸດລົງ”

ຖ້າເວົ້າເຖິງຊື່ Mark Zuckerberg ເຊື່ອວ່າຄົງບໍ່ມີໃຜທີ່ບໍ່ຮູ້ຈັກ ຫຼືຖ້າບໍ່ຮູ້ຈັກຊື່ ແລະໃບໜ້າກໍຈະຕ້ອງຮູ້ຈັກໃນນາມຜູ້ກໍ່ຕັ້ງ Facebook ຢ່າງແນ່ນອນ. Mark Zuckerberg ຂຶ້ນແທ່ນເປັນມະຫາເສດຖີອັນດັບຕົ້ນໆຂອງໂລກ ແລະ ເປັນຜູ້ທີ່ປະສົບຄວາມສໍາເລັດແຕ່ອາຍຸທີ່ຍັງນ້ອຍຫຼາຍຄົນໜຶ່ງ… ແຕ່ທີ່ຜ່ານມາເຮົາມັກຈະເຫັນເພິ່ນໃນ Look ຂອງຜູ້ປະສົບຄວາມສໍາເລັດທີ່ອອກມາໃຫ້ຄໍາເຫັນກ່ຽວກັບແຮງບັນດານໃຈຕ່າງໆໃນການເຮັດທຸລະກິດ ແຕ່ແນ່ນອນວ່າ ຄຽງຄູ່ກັບຄວາມປະສົບຜົນສໍາເລັດໃນວຽກງານນັ້ນ ສິ່ງໜຶ່ງທີ່ຂາດອີກບໍ່ໄດ້ ກໍຄືຄວາມສໍາເລັດໃນຊີວິດຄອບຄົວ Mark Zuckerberg ແຕ່ງງານກັບສາວຊາວຈີນສ້າງຄອບຄົວທີ່ໜ້າຮັກ ແລະ ອົບອຸ່ນຫຼາຍ… ແຕ່ກໍຍັງມີຄໍາຖາມຫຼວງຫຼາຍຈາກສັງຄົມທີ່ Mark Zuckerberg ຫຼີກລ່ຽງບໍ່ໄດ້ກ່ຽວກັບເມຍຊາວຈີນຂອງລາວ ເພາະຫຼາຍຄົນນັ້ນເບິ່ງວ່າ ສາວຄົນນີ້ຮູບຮ່າງ, ໜ້າຕາບໍ່ຄ່ອຍງາມ ບໍ່ສົມກັບມະຫາເສດຖີໜຸ່ມເລືອກມາເປັນເມຍເລີຍ!! ແລະໃນທີ່ສຸດ Mark Zuckerberg ກໍໄດ້ອອກມາຕອບຄໍາຖາມກ່ຽວກັບເມຍຂອງລາວວ່າ: ມີຫຼາຍຄົນຖາມຂ້ອຍ ເປັນຫຍັງເຈົ້າຈຶ່ງເລືອກເມຍຊາວຈີນທີ່ບໍ່ງາມ? ເພາະຄວາມຈິງຂ້ອຍສາມາດຊອກຫາແຟນທີ່ງາມກວ່ານີ້ໄດ້ງ່າຍໆ?  Mark ໄດ້ຕອບວ່າ ຂ້ອຍຈະຖາມຄືນວ່າຄວາມງາມ ແລະບໍ່ງາມຂອງແມ່ຍິງນັ້ນແມ່ນຫຍັງ? ຄວາມຈິງແລ້ວ, ຂ້ອຍມີໂອກາດພົບແມ່ຍິງທີ່ສວຍງາມຫຼາຍໃນຊີວິດ ທີ່ຕ້ອງການໃຊ້ຊີວິດຮ່ວມກັບຂ້ອຍ ແຕ່ຜູ້ຍິງງາມໆເຫຼົ່ານັ້ນຫົວໃຈເຂົາປຽບດັ່ງແກ້ວ (ບອບບາງຫຼາຍ) ⁣⁣ເຊິ່ງຈຸດປະສົງຂອງພວກເຂົາ …

Read More »

ໜ້າຮັກຫຼາຍ!! ຕ່າຍ ອໍລະໄທ ນັກຮ້ອງຊື່ດັງ (ປະເທດໄທ) ໂພສຮູບນຸ່ງສິ້ນຕໍ່ໜ້າພຣະທາດຫຼວງໃນວັນ ວິສາຄະບູຊາ…

ເປັນນັກຮ້ອງລູກທົ່ງສາວ ທີ່ກະແສມາແຮງແບບບໍ່ມີຕົກຕັ້ງແຕ່ເລີ່ມເຂົ້າວົງການໃໝ່ຈົນຮອດປັດຈຸບັນເລີຍ ສໍາລັບ ສາວຕ່າຍ ອໍລະໄທ ນັກຮ້ອງຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ມີຖິ່ນກໍາເນີດຈາກພາກ ອີ່ສານ ຂອງໄທ ທີ່ມີພາສາປາກເວົ້າຄ້າຍຄືກັບ ພາສາລາວເຮົາທີ່ສຸດ ຈຶ່ງບໍ່ແປກເລີຍທີ່ຜົນງານຂອງສາວຕ່າຍນັ້ນ ໄດ້ຮັບຄວາມນິຍົມຈາກປະຊາຊົນທັງຝັ່ງລາວເຮົາຫຼາຍພໍສົມຄວນ ບໍ່ວ່າບຸນງານ ຫຼືງານຫຍັງກໍຕາມເຮົາກໍມັກຈະໄດ້ຍິນສຽງເພງຂອງສາວຕ່າຍຢູ່ເປັນປະຈໍາ… ນອກຈາກຈະຮ້ອງເພງທີ່ມ່ວນອອນຊອນແຮງ ຈົນເປັນກະແສແຮງແບບບໍ່ຕົກມາຕະຫຼອດແລ້ວ ສາວຕ່າຍຍັງໄດ້ຮັບສາຍາ ນັກຮ້ອງຕິດດິນ, ນັກຮ້ອງຍອດກະຕັນຍູ ແລະ ນັກຮ້ອງສາຍບຸນນໍາອີກ ເຊິ່ງຖ້າໃຜທີ່ເປັນແຟນຄຣັບ ຫຼືຕິດຕາມແຟນເພຈ Tai Orathai ກໍຈະຮູ້ດີວ່າ ບັນດາສາຍາທີ່ນາງໄດ້ມານັ້ນ ເໝາະສົມກັບນາງທີ່ສຸດແລ້ວ… ຫຼ້າສຸດວັນທີ 6 ພຶດສະພາ (ມື້ວານ) ກໍເປັນວັນ ວິສາຄະບູຊາ ທີ່ສາສະນິກະຊົນຊາວພຸດເຊື່ອຖື ແລະ ປະຕິບັດກັນມາແຕ່ບູຮານ… ລວມທັງສາວຕ່າຍເອງທີ່ມີສາຍາ ນັກຮ້ອງສາຍບຸນຢູ່ແລ້ວ ກໍບໍ່ພາດທີ່ຈະເຂົ້າວັດເຮັດບຸນ ເຊິ່ງຮູບທີ່ເຮັດໃຫ້ສະດຸດຕາແຟນຄຣັບຊາວລາວຫຼາຍທີ່ສຸດກໍຍ້ອນວ່າ ສາວຕ່າຍໄດ້ໂພສຮູບພາບຕົນເອງທີ່ນຸ່ງສິ້ນຢືນຢູ່ຕໍ່ໜ້າພະທາດຫຼວງ ທີ່ນະຄອນຫຼວງວຽງຈັນ ພ້ອມແຄັບຊັ່ນວ່າ “ວັນທີ 6 ພຶດສະພາ 63 ກັງກັບວັນ …

Read More »

“ມາດອນນ່າ” ລາຊະນີເພງ Pop ລະດັບໂລກຮ່ວມບໍລິຈາກ 1 ລ້ານໂດລາ ຕ້ານໂຄວິດ-19…

ມາດອນນ່າ (Madonna Louise Ciccone)  ເປັນນັກຮ້ອງສາວແນວເພງ Pop ອາເມລິກາ ເປັນສິນລະປິນທີ່ໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງໃນລະດັບໂລກຕໍ່ເນື່ອງນັບຕັ້ງແຕ່ເປີດຕົວຄັ້ງທໍາອິດໃນຍຸກ  80s-90s ແລະ ນອກຈາກນີ້ຍັງເປັນນັກຮ້ອງຍິງພຽງຄົນດຽວທີ່ມີເພງຂຶ້ນອັນດັບໜື່ງຫຼາຍທີ່ສຸດ 10 ເພງ ທັ້ງຝັ່ງອາເມລິກາ ແລະ ອັງກິດ ໂດຍຈາກບັນທຶກສະຖິຕິໂລກກິນເນສບຸກ (Guiness Book of World Records)  ຍັງຈັດອັນດັບ ມາດ່ອນນາ ໃຫ້ເປັນສິນລະປິນຍິງຂາຍຜົນງານເພງໄດ້ຫຼາຍທີ່ສຸດໃນໂລກ (ฺBest-selling female recording artist) ປັດຈຸບັນ ລວມຍອດຂາຍອັນລະບໍ້າ ແລະ ເພງ ຫຼາຍກວ່າ 335 ລ້ານຊຸດທົ່ວໂລກ ນອກຈາກນັ້ນຍັງເປັນ ສິນລະປິນຍິງດ່ຽວທີ່ມີຍອດຂາຍທົວຄອນເສີດຫຼາຍທີ່ສຸດໃນໂລກ (Highest-grossing tour by a Female Artist) ຈາກທົວຄອນເສີດ Sticky & Sweet Tour ຕໍ່ເນື່ອງກັບສະຖານະການທົ່ວໂລກກຳລັງຢູ່ໃນຊ່ວງວິກິດ ຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໄປທົ່ວໂລກ ກຮ້ອງຊື່ດັງລະດັບໂລກ ມາດອນນ່າ …

Read More »

ຊ໊ອກວົງການ! ນາງເອກດັງໄທ “ແຕ້ວ ນັດຕະພອນ” (ເຈົ້າແມ່ນາຄີ) ຈົບເສັ້ນທາງຮັກກັບແຟນຫນຸ່ມນອກວົງການທີ່ຄົບກັນນານເຖິງ14 ປີ…

ແຕ້ວ ນັດຕະພອນ ເປັນດາລາ-ນັກສະແດງດັງ ແຖວໜ້າຂອງປະເທດໄທ ແຕ້ວ ເລີ່ມເຂົ້າສູ່ວົງການບັນເທິງໂດຍເລີ່ມຈາກງານຖ່າຍໂຄສະນາ, ສະແດງເອັມວີເພງ ຕໍ່ມາກໍໄດ້ເລີ່ມມາສະແດງຮູບເງົາເລື່ອງທໍາອິດຄື ເດັກຫໍ ແລະ ກໍໄດ້ມາເປັນຜູ້ປະກາດຂ່າວຊ່ອງ 7 ກ່ອນທີ່ຈະຕັດສິນໃຈມາເປັນນັກສະແດງຢູ່ຊ່ອງ 3 ດ້ວຍຜົນງານການສະແດງລະຄອນເລື່ອງທໍາອິດຂອງນາງເອກສາວຄົນນີ້ກໍຄືເລື່ອງ ດົງຜູ້ດີ ເຊິ່ງໄດ້ແຈ້ງເກີດເປັນນາງເອກໜ້າໃໝ່ຂອງວົງການບັນເທິງໄທ ຈາກນັ້ນນາງເອກສາວ ກໍມີຜົນງານການສະແດງມາເລື້ອຍໆບໍ່ວ່າຈະປັນເລື່ອງ ສຸພາບບຸລຸດຈຸທາເທບ, ນາຄີ ເຊິ່ງເປັນອີກເລື່ອງທີ່ຫຼາຍໆຄົນຮູ້ຈັກໃນບົດບາດຂອງ ຄໍາແກ້ວ ຫຼື ເຈົ້າແມ່ນາຄີ ທີ່ໄດ້ສ້າງປະກົດການໂດ່ງດັງໄປທົ່ວທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະ ຢູ່ໃນປະເທດລາວເຮົາບໍ່ມີໃຜບໍ່ຮູ້ຈັກ ເຈົ້າແມ່ນາຄີ ເຊິ່ງກາຍເປັນລະຄອນແຫ່ງປີ 2559 ທີ່ກາລັນຕີດ້ວຍເຣດຕິ້ງທີ່ສູງ ແລະ ຄວ້າລາງວັນຈາກຫຼາຍເວທີ ເອີ້ນໄດ້ວ່າ ແຕ້ວ ເປັນນາງເອກອີກຄົນໜື່ງທີ່ບໍ່ມີດີພຽງໜ້າຕາແຕ່ເຕັມປ່ຽມໄປດ້ວຍຄວາມສາມາດ ແລະ ມື້ນີ້ຂວັນໃຈຈະພາທຸກຄົນມາເບິ່ງເສັ້ນທາງຮັກຂອງນາງເອກຄົນດັງທີ່ຫຼ້າສຸດມີຂ່າວອອກມາວ່າໄດ້ມີການເລິກລາກັບແຟນໜຸ່ມນອກວົງການທີ່ຄົບກັນມາເປັນເວລາດົນນານ… ຫຼັງຈາກມີຂ່າວອອກມາເປັນໄລຍະວ່າຄວາມສໍາພັນຮັກຂອງນາງເອກດັງ “ແຕ້ວ ນັດຕະພອນ”  ກັບແຟນໜຸ່ມ ຕົ້ນ ນັ້ນແຕກຫັກກັນ ແຕ່ ນາງເອກສາວຄົນດັງກໍປະຕິເສດມາໂດຍຕະຫຼອດ ແຕ່ກໍຍອມຮັບວ່າມີບັນຫາບາງເລັກນ້ອຍ ແລະ ປະຄັບປະຄອງມາຕະຫຼອດ ຈົນໃນທີ່ສຸດ ແຕ້ວ …

Read More »

ນັກຮ້ອງດັງ “ແພັດ ເພັດດາວອນ” ແລະ “ຕິກ ຊີໂຣ່” ຮ່ວມຮ້ອງເພງລະດົມໃຫ້ປະຊາຊົນຢູ່ເຮືອນ ຫຼຸດການແຜ່ເຊື້ອໂຄວິດ-19

ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ລວມທັງ ສປປ ລາວຂອງພວກເຮົາ  ເຮັດໃຫ້ນັກຮ້ອງຈາກຫຼາຍປະເທດຮ່ວມກັນແຕ່ງເພງເພື່ອລະດົມປະຊາຊົນ ໃຫ້ຮ່ວມໃຈກັນຢູ່ເຮືອນ ຫຼຸດການແຜ່ລະບາດຂອງພະຍາດໂຄວິດ-19 ຫຼ້າສຸດ ນັກຮ້ອງດັງຈາກປະເທດໄທ ຢ່າງ ຕິກ ຊີໂຣ່ ກໍໄດ້ແຕ່ງເພງ “ຢູ່ກັບບ້ານ” ເພື່ອເປັນການປຸກລະດົມໃຫ້ປະຊາຊົນຢູ່ເຮືອນ ໃນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ເພາະການອອກໄປນອກ ຈາກເປັນການອອກໄປຮັບເຊື້ອໄດ້ ຜົນງານເພງດັ່ງກ່າວ  ໄດ້ຖືກຮ້ອງເປັນຫຼາຍພາສາຈາກທົ່ວໂລກ ແລະ ສຳລັບປະເທດລາວເຮົາ ກໍ່ໄດ້ຮັກຮ້ອງສາວສຽງຫວານຢ່າງ “ແພັດ ເພັດດາວອນ” ທີ່ຫຼາຍໆຄົນຮູ້ຈັກກັນດີ ມາຖ່າຍທອດຜົນງານເພງອອກມາເປັນພາສາລາວໄດ້ຢ່າງມ່ວນຫູ ເພງຈະມ່ວນ ແລະ ປະທັບໃຈຫຼາຍປານໃດນັ້ນ ລອງໄປຟັງນໍາກັນເລີຍ ແຫລ່ງຂໍ້ມູນ: InsideLaos.com

Read More »