Breaking News

ຂ່າວບັນເທີງນອກປະເທດ

ສຸດເສົ້າ! ລີເດຍ ໂພສຊື້ງເຖິງລູກທັງສອງ ຫຼັງຮູ້ວ່າຕົວເອງ ຕິດເຊື້ອ Covid-19 ຈາກສາມີ ແມັດທີວ “ຫ້າມຮ້ອງໄຫ້ເພາະນໍ້າຕາອາດຈະມີໄວຣັສ”

ເມື່ອບໍ່ດົນມານີ້ ແມັດທິວ ດິນ ອະດີດ ນັກຮ້ອງ, ດາລາ. ນັກສະແດງ, ພິທີກອນດັງຂອງໄທ ກໍໄດ້ອອກມາໂພສຜ່ານອິນສະຕາແກມສ່ວນຕົວ ວ່າຕົນເອງໄດ້ຕິດເຊື້ອ Covid-19 ເຊິ່ງຫຼາຍໆຄົນກໍໄດ້ແຫ່ໃຫ້ກຳລັງໃຈ  ແລະ ທີ່ໜ້າເປັນຫ່ວງກວ່ານັ້ນຍັງມີຄົນຈໍານວນໜື່ງທີ່ຢູ່ໃກ້ຊິດກັບໜຸ່ມແມັດທິວ ນັ້ນກໍຄືຄອບຄົວ ພັນລະຍາ ແລະ ລູກນ້ອຍອີກສອງຄົນ ຫຼັງຈາກນັ້ນພັນລະນາສາວກໍໄດ້ເຂົ້າຕິດຕາມອາການ   ເຊິ່ງຫຼ່າສຸດມື້ນີ້ຕອນບ່າຍ ສະຣັນຣັດ ດິນ ຫຼືເປັນທີ່ຮຸູ້ຈັກກັນໃນນາມ “ລີເດຍ” ດາລາ, ນັກສະແດງ, ນັກຮ້ອງຍິງໄທ Style R&B ເຈົ້າຂອງເພງຮີດ “ວ່າງແລ້ວຊ່ວຍໂທກັບ” ພັນລະຍາຂອງ ແມັດທິວ ດິນ ກໍໄດ້ອອກມາໂພສຜ່ານອິນສະຕາແກມສ່ວນຕົວຂອງຕົນເອງວ່າ ຕົນເອງກໍຕິດເຊື້ອ ພະຍາດ Covid-19 ກັບສາມີເຊັ່ນດຽວກັນ  ເຊິ່ງສາວລີເດຍຍັງໂພສລໍ່າລາຄອບຄົວ ແລະ  ລູກນ້ອຍທັງສອງວ່າເພື່ອໄປຮັກສາຕົວສູ້ກັບລະຍາດລະບາດດັ່ງກ່າວ  …   ຈັງໃດຂວັນໃຈກໍຂໍສົ່ງກຳລັງໃຈໄປໃຫ້ ສາວ ລີເດຍ ແລະ ສາມີ ພ້ອມດ້ວຍຄອບຄົວຂໍໃຫ້ຜ່ານວິກິດຄັ້ງນີ້ໄປໃຫ້ໄດ້ຢ່າງໄວເດີໆ… ຂອບໃຈຮູບພາບຈາກ: Lydia Sarunrat Deane 

Read More »

ຊ໋ອກ! ວົງການບັນເທິງ ແມັດທິວ ດາລາໄທ ຄົນທໍາອິດ ຕິດເຊື້ອ Covid-19…

ຊ໋ອກວົງການບັນເທິງ ແມັດທິວ ດີນ ອະດີດດາລາ, ນັກຮ້ອງ ພິທີກອນ, ນັກສະແດງຊື່ດັງໄທ, ພໍ່ນ້ອງເດມີ່ທີ່ກຳລັງນ່າຮັກທັງເປັນຂວັນໃຈຂອງແຟນໆທັງປະເທດ ແລະ ທັງເປັນສາມີສຸດຫລໍ່ຂອງສາວລີເດຍ  ກາຍເປັນນັກສະແດງຄົນທໍາອິດຂອງໄທທີ່ປະກາດຜ່ານອິນສະຕາແກມສ່ວນຕົວວ່າ ຕົນເອງຕິດເຊື້ອ Covid-19 ແລະ ເຕືອນໃຫ້ຄົນທີ່ຢູ່ໃກ້ຕົວຕົນເອງໃນຊ່ວງ 3-4 ວັນທີ່ຜ່ານມາໃຫ້ເຝົ້າລະວັງອາການເປັນພິເສດ ໂດຍກ່ອນໜ້ານີ້ແມັດທິວຫາກໍປະກາດປິດຄ້າຍມວຍ ຕົນເອງໃນວັນທີ 13 ມີນາ 2020 ເພື່ອທໍາຄວາມສະອາດ ແລະ ຂ້າເຊື້ອໄວຣັສເພື່ອປ້ອງກັນເຊື້ອ Covid-19… ຂວັນໃຈ ຂໍເປັນກຳລັງໃຈໃຫ້ ແມັດທິວ ຫາຍປ່ວຍຈາກອາການໃຫ້ໄວທີ່ສຸດ ແລະ ຂໍຊື່ນຊົມໃນການສະແດງຄວາມຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ ແລະ ຫວັງວ່າສິ່ງທີ່ເກີດຂຶ້ນຈະເປັນອີກໜື່ງປັດໄຈທີ່ຊ່ວຍກັນເຝົ້າລະວັງເພື່ອປ້ອງກັນການແຜ່ເຊື້ອຫຼາຍຂຶ້ນກວ່າເກົ່າ…    

Read More »

ຊົມເຊີຍ! ພະເອກໜຸ່ມສຸດຮ໋ອດ “ລີມິນໂຮ” ທຸ່ມເງິນບໍລິຈາກຫຼາຍກວ່າ 2.340.000.000 ກີບ ໃຫ້ປະຊາຊົນເກົາຫລີໃຕ້ ເພື່ອຕໍ່ສູ້ກັບພະຍາດ ໂຄວິດ-19…

ປັດຈຸບັນ ພະຍາດລະບາດ ໂຄວິດ-19 ກຳລັງແຜ່ລະບາດໄປທົ່ວທຸກມຸມໂລກ ລວມທັງປະເທດເກົາຫຼີໃຕ້ກໍໄດ້ຮັບເຊື້ອໄວຣັສນີ້ເຊັ່ນກັນ ແລະ ເບິ່ງສະຖານະການກໍເພີ່ມຄວາມຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງການເຮັດວຽກຂອງບຸກຄະລາກອນທາງການແພດກໍກຳລັງເຮັດວຽກຢ່າງໝັກໜ່ວງໃນຂະນະນີ້ ກຳລັງໃຈ ແລະ ແຮງສະໜັບສະໜູນກໍເກີດຂຶ້ນຢ່າງຕໍ່ເນື່ອງ ລວມທັງສິລະປຶນ ດາລາໃນເກົາຫຼີຕ່າງກໍພາກັນຮ່ວມບໍລິຈາກເງິນ ເພື່ອສະໜັບສະໜູນການເຮັດວຽກຂອງເຈົ້າໜ້າທີ່ເປັນຈໍານວນຫຼາຍ… ຫຼ້າສຸດສື່ລາຍງານວ່າ ລີມິນໂຮ ແລະ MYM Ent. ຕົ້ນສັງກັດ ໄດ້ຮ່ວມກັນບໍລິຈາກເງິນກວ່າ 300 ລ້ານວອນ (2.340.000.000 ກີບ) ໄປຍັງໜ່ວຍງານຕ່າງໆເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ ໂຄວິດ-19 ສໍາລັບ ລີມິນໂຮ ແມ່ນເປັນນາຍແບບ ແລະ ນັກສະແດງສຸດຮ໋ອດຂອງປະເທດເເກົາຫລີໃຕ້  ເຊິ່ງເລີ່ມມີຜົນງານການສະແດງໃນປີ ພສ 2549 ຈາກເລື່ອງ  Secret Campus  ກ່ອນຈະມາໂດ່ງດັງຈາກບົດ ກູຈຸນໂຍ ຈາກລະຄອນເລື່ອງ Boys Over Flowers ໃນປີ 2552 ເຮັດໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ ມີແຟນຄັບເພີ່ມຂຶ້ນ ແລະ ກາຍເປັນດາລາທີ່ໂດ່ງດັງທີ່ສຸດໃນເກົາຫລີ ລວມເຖິງຫຼາຍປະເທດໃນ ອາຊີ ເອີ້ນໄດ້ວ່າເປັນຜົນງານທີ່ເຮັດໃຫ້ພະເອກໜຸ່ມສຸດຫລໍ່ຄົນນີ້ແຈ້ງເກີດໃນວົງການບັນເທິງເລີຍກໍວ່າໄດ້… …

Read More »

ພະເອກໜຸ່ມສຸດຮອດ ອໍ້າ ອະທິຊາດ ຮ່ວມໃສ່ບາດ ພຣະສົງ 108 ອົງ ທີ່ວັດອົງຕື້…

ອໍ້າ ອະທິຊາດ ຖືວ່າເປັນ ດາລາ ນັກສະແດງໜຸ່ມສຸດຮອດແຖວໜ້າຄົນໜື່ງ  ຈາກປະເທດໄທ ທີ່ຄົນລາວທຸກຄົນຮູ້ຈັກກັນດີຜ່ານຜົນງານລະຄອນ-ຮູບເງົາຕ່າງໆຜ່ານຈໍໂທລະພາບຢູ່ຫຼາຍເລື່ອງ  ເປັນຕົ້ນແມ່ນ ລະຄອນ “ໜຶ່ງດ້າວຟ້າດຽວ” ທາງຊ່ອງ 3,  ລະຄອນເລື່ອງ “ເພີງນາຄາ” ທາງຊ່ອງ 3 ລະຄອນເລື່ອງ “ສາຍຮຸ້ງ” ທາງຊ່ອງ gmm 25 ແລະ ຜົນງານອື່ນໆອີກ ແລະ ພະເອກໜຸ່ມສຸດຫຼໍ່ຄົນນີ້ບໍ່ມີດີພຽງແຕ່ໜ້າຕາ ແຕ່ຍັງຜົນງານການສະແດງທີ່ໂດ່ງດັງມາຫຼາຍເລື່ອງ  ມີທັງງານພີເຊັນເຕີ ເດີນແບບຕ່າງໆ ເອີ້ນໄດ້ວ່າຄວາມສາມາດຂອງພະເອກຄົນນີ້ບໍ່ທໍາມະດາອີຫຼີ!!! ເຊິ່ງຫຼ້າສຸດ ວັນທີ 28 ກຸມພາ 2020 ໜຸ່ມອໍ້າ ກໍໄດ້ເດີນທາງມາຮ່ວມເຮັດບຸນທີ່ ວັດອົງຕື້ ມະຫາວິຫານ ນະຄອນຫຼວງວຽງຈັນ ໃນງານບຸນຫຼໍ່ພະເຈົ້າໃຫ່ຍອົງຕື້ຈໍາລອງ, ສະຫຼອງພຸດທະສິມມາ, ໃນຕອນເຊົ້າ ໜຸ່ມອໍ້າໄດ້ຮ່ວມໃສ່ບາດແດ່ພຣະສົງ 108 ອົງ. ນອກຈາກນີ້,​ ຍັງໄດ້ຮ່ວມຖ່າຍຮູບກັບແຟນຄັບຊາວລາວຢ່າງເປັນກັນເອງອີກດ້ວຍ. ອໍ້າ ອະທິຊາດ  ເປັນນັກສະແດງໄທອີກຄົນໜຶ່ງທີ່ທັງຫຼໍ່ …

Read More »

ກໍາລັງເປັນກະແສ!!! ມິຕິໃຫມ່ຂອງການຖ່າຍ Pre-wedding… ຈຸດເລີ່ມຕົ້ນຂອງຄວາມຮັກ (ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື)

ເທສະການງານດອງກຳລັງມາແຮງ ບ່າວ-ສາວ ຕ່າງກໍພາກັນຈູງມືເຂົ້າປະຕູວິວາຕາມໆກັນໄປ… ແລະ ກ່ອນທີ່ຈະຮອດມື້ງານຍາມດີ ສິ່ງທີ່ຂາດບໍ່ໄດ້ຂອງຄູ່ ບ່າວ-ສາວ ຍຸກນີ້ ກໍຄືການຖ່າຍຮູບ Pre-wedding ເຊິ່ງລ່າສຸດກໍມີພາບ Pre-wedding ຂອງຄູ່ບ່າວ-ສາວ ຄູ່ໜື່ງ ຢູ່ທີ່ປະເທດໄທ ປະເທດເພື່ອນຂອງເຮົານັ້ນເອງ  ເຊິ່ງກຳລັງເປັນທີ່ຮືຮາ ແລະ ມີຄົນໃຫ້ຄວາມສົນໃຈເຂົ້າມາສະແດງຄວາມຄິດເຫັນຫຼາຍ ຢູ່ໃນໂລກ Social  ຢ່າງຫຼວງຫຼາຍ ຫຼັງຈາກທີ່ມີຊື່ເຟສບຸກທີ່ຊື່ວ່າ ลุง บอย ໄດ້ໂພສພາບ ທີ່ເປັນມິຕິໃຫມ່ຂອງການຖ່າຍ Pre-wedding ໂດຍເຈົ້າສາວ ກຳລັງເປັນເຈົ້າແມ່ຕັ້ງວົງຫຼີ້ນໄພ້  ສ່ວນເຈົ້າບ່າວ ເປັນຕໍາຫຼວດ ເຊິ່ງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ທັງສອງຄົນມາພົບກັນ ແລະ ຕົກລົງຄົບຫາດູໃຈກັນຈົນຕັດສິນໃຈແຕ່ງດອງນໍາກັນໃນທີ່ສຸດ… ຕ້ອງບອກເລີຍວ່າເປັນການຖ່າຍ Pre-wedding ທີ່ສຸດແປກໃຫມ່ ບໍ່ມີໃຜຄື ແລະ ບໍ່ຄືໃຜ ເພາະເປັນການເລົ່າເລື່ອງລາວຄວາມຮັກລະຫວ່າງສອງຄົນໄດ້ໜ້າຮັກທີ່ສູດດດ ຖ້າຢາກຮູ້ວ່າຈະໜ້າຮັກຂະໜາດໃດ ເຮົາເບິ່ງພາບນໍາກັນເລີຍ!!! ຂອບໃຈຮູບພາບຈາກ Facebook : ลุง บอย  

Read More »