Breaking News

ຂ່າວບັນເທີງນອກປະເທດ

ສາວລາວວ່າແນວໃດ!!! ໜຸ່ມໂມສ ຫຼືອ້າຍຈ໊ອຍ ຈາກລະຄອນດັງ “ບຸບເພສັນນິວາດ” ຫຼົງຮັກຫຼວງພະບາງຈົນຂໍ “ບໍ່ເມືອໄດ້ບໍ່”

ຫຼາຍຄົນຄົງຮູ້ຈັກກັນດີ ສໍາລັບອ້າຍຈ໊ອຍ ລູກນ້ອງຄົນສະນິດຂອງ ຄຸນພີ່ໝື່ນ ຈາກລະຄອນດັງ “ບຸບເພສັນນິວາດ” (ປະເທດໄທ) ທີ່ຫຼັງຈາກລະຄອນປິດຈໍໄປແລ້ວ ແຟນຄຣັບຕ່າງກໍຊອກຫາໂຕຈິງຂອງອ້າຍຈ໊ອຍ ວ່າໜ້າຕາຈະເປັນແນວໃດ? ຈະເຈົ້າຊູ້ຂະໜາດໃດ? ຈົນໃນທີ່ສຸດກໍໄດ້ຮູ້ຄວາມຈິງແລ້ວວ່າ ອ້າຍຈ໊ອຍ ນັ້ນແມ່ນມີຊື່ແທ້ວ່າ  ວິສະໂມສ ຫຼືໜຸ່ມໂມສ ນັ້ນເອງ… ເຊິ່ງໃນໄລຍະນັ້ນບໍ່ວ່າຈະໄປໃສກໍມັກຈະເຫັນຂ່າວຊວນສາວໆສ່ອງໜຸ່ມໂມສ ຫຼືອ້າຍຈ໊ອຍຢູ່ເຕັມໄປໝົດດດດ ຍ້ອນຄວາມຫລໍ່ເຫຼົາ ແລະ ໜ້າຮັກຂອງ ໜຸ່ມໂມສ ຈຶ່ງເຮັດໃຫ້ມີສາວໆຫຼາຍຄົນແຫ່ກັນເຂົ້າໄປຂໍເປັນ FC ກັນເຕັມ IG ກັນເລີຍ… ແລະ ເມື່ອບໍ່ດົນມານີ້ ໜຸ່ມໂມສເອງກໍໄດ້ເດີນທາງມາທ່ອງທ່ຽວຫຼວງພະບາງ ມາທ່ຽວຄົນດຽວແບບຊິວໆ ຖ່າຍຮູບຄູລໆ ກັບສະຖານທີ່ງາມໆຫຼາຍແຫ່ງ ພ້ອມກັບລົງແຄັບຊັ່ນວ່າ “ບໍ່ເມືອໄດ້ບໍ່” ເຮັດໃຫ້ສາວລາວກົດໃຈໃຫ້ລົວໆໃຫ້ເລີຍຈ່າາາາາ ຄົນອີ່ຫຍັງທັງຫລໍ່ ແຖມຍັງໜ້າຮັກແບບນີ້ສາວລາວຊິບໍ່ຫຼົງໄດ້ແນວດາຍຍຍ… ໜຸ່ມໂມສ ທີ່ຫຼວງພະບາງ ບໍ່ກັບໄດ້ບໍ່? ແອັດມິ້ນຂໍ 555 ອ້າຍຈ໊ອຍ ໃນລະຄອນ ບຸບເພສັນນິວາດ ຂອບໃຈຮູບຈາກ: IG: wisamost

Read More »

ຄອບຄົວສຸກສັນ!!! ໂອປໍ-ໝໍໂອກ ພານ້ອງອາລີນ-ອາລັນ ເຊັກອິນທີ່ຫຼວງພະບາງ ປະເທດລາວ ເນື່ອງໃນວັນຄ້າຍວັນເກີດ ແມ່ໂອປໍ…

ຖືເປັນຄອບຄົວຕົວຢ່າງແຫ່ງປີເລີຍກໍວ່າໄດ້ ສໍາລັບຄອບຂອງ ພິທີກອນ-ດາຣາຊື່ດັງ (ປະເທດໄທ) ໂອປໍ ແລະ ໝໍໂອກ ພ້ອມດ້ວຍລູກສາວ-ລູກຊາຍຝາແຝດ ນ້ອງລີນ-ອາລັນ ເພາະຖ້າໃຜໄດ້ຕິດຕາມຄອບຄົວນີ້ຢູ່ ກໍຈະຕ້ອງຫຼົງຮັກໃນຄວາມອົບອຸ່ນຂອງພໍ່ໂອກ-ແມ່ໂອບ ແລະ ຫຼົງໃນຄວາມໜ້າຮັກຂອງ ນ້ອງອາລີນ-ອາລັນ ແບບຫ້າມໃຈບໍ່ຢູ່ກັນເລີຍແຫຼະ! ຄືດັ່ງແອັດມິ້ນເອງກໍເປັນຄົນໜຶ່ງທີ່ຕິດຕາມຄອບຄົວນີ້ຢູ່ ແລະ ກໍຮູ້ສຶກວ່າຫຼົງຮັກຄອບຄົວນີ້ແຮງງງງ… ແລະ ມື້ຶ້ວານນີ້ ວັນທີ 16 ທັນວາ ກໍເປັນວັນຄ້າຍວັນເກີດຂອງ ແມ່ໂອປໍ ເຊິ່ງກໍມີແຟນຄຣັບເຂົ້າໄປອວຍພອນເປັນຈໍານວນຫຼວງຫຼາຍ!! ເພື່ອເພີ່ມຄວາມພິເສດໃຫ້ກັບວັນຄ້າຍວັນເກີດຂອງແມ່ໂອບ ພໍ່ໂອກ ກໍໄດ້ພາເມຍສຸດທີ່ຮັກ ແລະ ລູກໆ ມາຜ່ອນຄາຍ ເຊັກອິນທີ່ຫຼວງພະບາງ ເຊິ່ງບອກເລີຍວ່າ ໜ້າຮັກກັນທັງຄອບຄົວເລີຍແຫຼະ!!! ບັນຍາກາດຈະເປັນແນວໃດນັ້ນ ແອັດມິ້ນກໍໄດ້ເອົາມາຕ້ອນທຸກຄົນນໍາ… ພ້ອມກັບຂໍອວຍພອນເນື່ອໃນວັນຄ້າຍວັນເກີດຂອງແມ່ໂອປໍ ຂໍໃຫ້ມີຄວາມສຸກ ແລະ ເປັນທີ່ຮັກຂອງທຸກຄົນແບບນີ້ຕະຫຼອດໄປເດີ້… ຄອບຄົວສຸກສັນ   ແມ່ສຸດ Strong ຂອບໃຈຮູບພາບຈາກ: Facebook: opal panisara official

Read More »

ສະແດງຄວາມຍິນດີນໍາ!!! ແອນ ແອນໂທເນຍ ນາງງາມຈາກໄທ (ຜູ້ຊ່ວຍແປພາສາໃຫ້ນາງງາມລາວ) ຄວ້າມຸຸງກຸດ Miss supranational ທີ່ປະເທດ ໂປແລນ…

ສະແດງຄວາມຍິນດີນໍາ!!! ແອນ ແອນໂທເນຍ ນາງງາມຈາກໄທ (ຜູ້ຊ່ວຍແປພາສາໃຫ້ນາງງາມລາວ) ຄວ້າມຸຸງກຸດ Miss supranational ທີ່ປະເທດ ໂປແລນ… ຫຼັງຈາກການປະກວດ Miss supranational  ທີ່ປະເທດຟີນແລນ ສິ້ນສຸດລົງ ກັບຜົນການຕັດສິນທີ່ເປັນເອກະສັນ ແລະ ນາງງາມຜູ້ໄດ້ຄວ້າຕໍາແໜ່ງ Miss supranational  ປະຈໍາປີ 2019 ນີ້ກໍບໍ່ແມ່ນຄົນອື່ນຄົນໄກ ເປັນພີ່ນ້ອງບ້ານໃກ້ເຮືອນຄຽງຄື ສາວງາມຈາກປະເທດໄທນັ້ນເອງ ເຊິ່ງຄົນລາວຫຼາຍຄົນຄົງຈະຮູ້ຈັກກັນດີກັບສາວງາມຄົນນີ້ ເພາະຕັ້ງແຕ່ເລີ່ມເຂົ້າເກັບຕົວທີ່ ປະເທດ ໂປແລນ ສາວແອນ ກໍໄດ້ຊ່ວຍນາງງາມລາວຕົວແທນຈາກປະເທດລາວ ໃນເລື່ອງການຊ່ວຍແປ ແລະ ເວົ້າພາສາອັງກິດ (ນາງງາມຕົວແທນປະເທດລາວ ປຸລັດດາ ຊາຍດອນໂຂງ ນັ້ນເວົ້າພາສາອັງກິດບໍ່ໄດ້ (ບໍ່ດຣາມ່າເລື່ອງນີ້ເດີ້)) ແລະ ຫຼັງຈາກທີ່ ແອນ ແອນໂທເນຍ ໂພຊິ້ວ Miss supranational  Thailand ໄດ້ຮັບຕໍາແໜ່ງອັນຊົງກຽດໃນຄັ້ງນີ້ໄປ ເຊິ່ງເປັນຄັ້ງປະຫວັດສາດຂອງ ປະເທດໄທ ເຊັ່ນກັນ ກໍຖືວ່າເປັນຄວາມພາກພູມໃຈຂອງຄົນໄທທັງປະເທດ ແລະ …

Read More »

ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້…

ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້… ກໍາລັງເປັນຂ່າວດັງ ແລະ ເປັນກະແສຢູ່ໃນຕອນນີ້ ຫຼັງຈາກການປະກວດ  Miss Universe 2019 ສິ້ນສຸດລົງ; ຜົນການຕັດສິນອອກມາຢ່າງເປັນທາງການວ່າ ຜູ້ທີ່ໄດ້ຮັບຕໍາແໜ່ງ Miss Universe ປະຈໍາປີ 2019 ຫຼຶ້ນາງງາມຈັກກະວານຄົນທີ 68 ຂອງໂລກນັ້ນໄດ້ແກ່ Zozibini Tunzi ເປັນສາວຜິວສີຕົວແທນຈາກ ປະເທດ ອາຟຣິກາໃຕ້… ເຊິ່ງຫຼັງຈາກພິທີກອນປະກາດຊື່ຂອງນາງກ້ອງຂຶ້ນເທິງເວທີ ທຸກຄົນທົ່ວໂລກຕ່າງເວົ້າເປັນສຽງດຽວກັນວ່າ “ເໝາະສົມແລ້ວກັບຕໍາແໜ່ງນາງງາມຈັກກະວານ” ເພາະຟັງຈາກການຕອບຄໍາຖາມໃນຮອບຕັດສິນບອກໄດ້ເລີຍວ່າ ບໍ່ມີໃຜເໝາະສົມເທົ່າກັບນາງອີກແລ້ວ! ນອກຈາກນັ້ນນາງຍັງເປັນນາງງາມອີກຄົນໜຶ່ງທີ່ມີຄວາມສາມາດອີກຄົນໜຶ່ງເລີຍແຫຼະ!!! ເຊີິ່ງມື້ນີ້ ຂວັນໃຈ ກໍຈະພາສາວໆໄປທໍາຄວາມຮູ້ຈັກກັບ Zozibini Tunzi ຫຼາຍຂຶ້ນ ແລ້ວທຸກຄົນຈະຮັກນາງຂຶ້ນໄປອີກຢ່າງແນ່ນອນ… Zozibini Tunzi ເກີດເມື່ອວັນທີ 18 ກັນຍາ 1993 ໄວ 26 ປີ  …

Read More »

ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ…

ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ… ຈົບລົງໄປແລ້ວສໍາລັບການປະກວດ  Miss International 2019 ທີ່ຈັດຂຶ້ນທີ່ ກຸງໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງຮອບຕັດສິນໄດ້ຈັດຂື້ນໃນຄໍ່າຄືນຂອງວັນທີ 12 ພະຈິກທີ່ຜ່ານມານີ້… ຜົນການຕັດສິນໄດ້ອອກມາຢ່າງເປັນທາງການແລ້ວວ່າ ຜູ້ທີ່ຄວ້າ  Miss International 2019 ນັ້ນແມ່ນໄດ້ແກ່ ນາງງາມຕົວແທນຈາກປະເທດ ໄທ ນັ້ນກໍຄື Miss Sireethorn Leearamwat  ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ນາງງາມຈາກປະເທດໄທໄດ້ຮັບຕໍາແໜ່ງອັນຊົງກຽດຈາກເວທີນີ້ມາຄອງ ພ້ອມກັນນັ້ນຍັງຄວ້າຕໍາແໜ່ງ Miss International of Asia ມາຄອງນໍາອີກ ຖືວ່າເປັນນາງງາມທີ່ເຕັມໄປດ້ວຍຄວາມສາມາດອີ່ຫຼີ ແນວໃດກໍຂໍສະແດງຄວາມຍິນດີນໍານາງງາມຕົວແທນປະເທດໄທ ແລະ ປະຊາຊົນຄົນໄທຫຼາຍໆເດີ້ ແລະ ຂໍສະແດງຄວາມຍິນດີກັບບັນດານາງສາວງາມທີ່ໄດ້ຕໍາແໜ່ງຮອງອັນດັບ 1 : Miss Andrea Toscano (Mexico); ຮອງອັນດັບ 2 : Miss Evelyn Namatovu (Uganda); …

Read More »