Breaking News

ຂ່າວບັນເທີງນອກປະເທດ

ໜ້າຮັກຫຼາຍ!!! ໜຸ່ມເວຍ ສຸກົນລະວັດ ພະເອກດັງຈາກໄທ ເດີນທາງມາລາວ ແຟນຄຣັບຕ້ອນຮັບຢ່າງອົບອຸ່ນ…

ຖ້າເວົ້າເຖິງ ເວຍ ສຸກົນລະວັດ ແລ້ວຖືວ່າພະເອກໜຸ່ມສຸດຮອດແຖວໜ້າຂອງ ປະເທດໄທ ທີ່ມີຜົນງານການສະແດງຮູບເງົາ ທີ່ຫຼາກຫຼາຍຄົນໜື່ງ ແລະ ຜົນງານແຕ່ລະເລື່ອງຂອງໜຸ່ມເວຍນັ້ນກໍຮູ້ສຶກວ່າຈະມີກະແສຕອບຮັບທີ່ດີພໍສົມຄວນ ຈົນເຮັດໃຫ້ ໜຸ່ມເວຍ ມີຖານແຟນຄຣັບທີ່ໜ້າແໜ້ນແຮງ ບໍ່ວ່າຈະເປັນແຟນຄຣັບທາງປະເທດໄທ ແລະ ແຟນຄຣັບຈາກປະເທດລາວເຮົາກໍມີບໍ່ໜ້ອຍ… ແຫ່ງໄລຍະນີ້ທີ່ມີຂ່າວຄາວອອກມາອັບເດດ ເລື່ອງຄວາມຮັກ ກັບນາງເອກສາວ ແຖວໜ້າຂອງປະເທດໄທ ຄື ສາວເບວລ່າ ລານີ ທີ່ຕອນນີ້ແຟນຄຣັບຕ່າງກໍລຸ້ນຂ່າວດີໄປຕາມໆກັນຢູ່!!! ເຊິ່ງລ່າສຸດວັນທີ 28 ມັງກອນ 2020 ເວຍ ສຸກົນລະວັດ ກໍໄດ້ເດີນທາງມາທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອເປີດໂຕສິນຄ້າ ແລະ ພົບປະແຟນໆຢູ່ທີ່ ຕະຫຼາດເຊົ້າ ເຊິ່ງງານນີ້ກໍມີບັນດາແຟນຄັບຄົນລາວໃຫ້ການຕ້ອນຮັບຢ່າງຫຼວງຫຼາຍ… ມື້ນີ້ແອັດມິ້ນກໍໄດ້ເກັບພາບບັນຍາກາດສົດໆຮ້ອນມາຕ້ອນສາວໆ ທີ່ບໍ່ທັນໄປ Meet & Greet ໜຸ່ມເວຍ ຕິດຂອບເວທີ ແຕ່ຮັບຮອງໄດ້ຟີນແນ່ນອນຈ່າາາາ ຂອບໃຈຮູບພາບຈາກ: IG: Star_Lao

Read More »

ສະບາຍດີວັນກຸດຈີນ!!! ກັບຄວາມໜ້າຮັກຂອງອາໝວຍ-ອາຕີ໋ ນ້ອງອາລີນ-ອາລັນ ລູກສາວ-ລູກຊາຍ ໂອປໍ-ໝໍໂອກ…

“ຊິນເຈຍຢູອີ່ ຊິນນີ່ຮົ່ວໄຊ່” ສະບາຍດີ ວັນກຸດຈີນ ວັນໄຫວ້ບັນພະບູລຸດຂອງຄົນຈີນ ແລະ ທຸກຄົນທີ່ມີເຊື້ອສາຍຈີນ ເຊິ່ງພາບບັນຍາກາດໃນວັນກຸດຈີນມື້ນີ້ກໍາລັງຄຶກຄື້ນພໍສົມຄວນ ແລະ ແອັດມິ້ນເອງເຖິງວ່າຈະບໍ່ມີເຊື້ອສາຍຈີນເລີຍ ແຕ່ກໍຍັງຫຼົງຮັກເທສະການນີ້ ຫຼົງຮັກຄວາມສີແດງ, ຫຼົງຮັກໃນຊຸດອາໝວຍ-ອາຕີ໋ຢ່າງແຮງ ໂດຍສະເພາະຊຸດ ອາໝວຍ-ອາຕີ໋ ຂອງແຝດຄູ່ນີ້!! ນ້ອງອາລິນ-ນ້ອງອາລັນ ລູກສາວ-ລູກຊາຍ ຫົວແກ້ວຫົວແຫວນຂອງ ພໍ່ໝໍໂອ໊ກ-ແມ່ໂອປໍ (ດາຣາ-ນັກສະແດງ ປະເທດໄທ) ທີ່ໃຜເຫັນກໍຕ້ອງຫຼົງຮັກ ເຖິງວ່າສີໜ້າກ່ອນໄປໂຮງຮຽນໃນວັນກຸດຈີນຈະບໍ່ຄ່ອຍດີປານໃດ ແຕ່ກໍບໍ່ໄດ້ຫຼຸດຄວາມໜ້າຮັກລົງເລີຍ… ເຊິ່ງມື້ນີ້ແອັດມິ້ນກໍໄດ້ເອົາພາບ ແລະ VDO ຄວາມໜ້າຮັກຂອງແຝດຄູ່ນີ້ມາຕ້ອນກັນນໍາ… …………เรื่องมันยังไงนะลูก#Aline_A #Arran_A Posted by Opal Panisara Official on Thursday, January 23, 2020 ຂອບໃຈຮູບພາບຈາກ: Opal Panisara Official

Read More »

ສະແດງຄວາມຍິນດີນຳ! “demi leigh nel peters” Miss Universe 2017 ເຂົ້າປະຕູວິວາກັບແຟນໜຸ່ມນັກເຕະຊື່ດັງ…

ກ່ອນໜ້ານີ້ເຮັດໃຫ້ກອງເຊຍນາງງາມ ແລະ ທົ່ວໂລກລຸ້ນໄປຕາມໆກັນເລີຍກໍວ່າໄດ້ ເມື່ອ Miss Universe 2017 ຈາກອາຟຣິກາໃຕ້ຢ່າງ “demi leigh nel peters” ເດມີ ລີເນວ ປີເຕີ  ຖືກແຟນໜຸ່ມຕານໍ້າຂ້າວ  “Timtebow”  ໜຸ່ມນັກເຕະຊື່ດັງສຸດຫລໍ່ ຈາກທີມ New York Mets ຈັດ Surprise ຄຸກເຂົ້າຂໍແຕ່ງງານ ລ່າສຸດວັນທີ 20 ມັງກອນ 2020 ທີ່ຜ່ານມາ ທັງຄູ່ກໍໄດ້ຈູງມືກັນເຂົ້າປະຕູວິວາ ຢູ່ທີ່ La Paris Estate ອາຟຣິກາໃຕ້ ທ່າມກາງຄວາມຍິນດີຂອງພໍ່ແມ່ພີ່ນ້ອງ, ໝູ່ເພື່ອນ  ແລະ ໝູ່ເພື່ອນນາງງາມເຂົ້າມາສະແດງຄວາມຍິນດີເປັນຈໍານວນຫຼວງຫຼາຍ ງານນີ້ເອີ້ນໄດ້ວ່າເປັນງານແຕ່ງລະດັບຈັກກະວານ ທີ່ເຕັມໄປດ້ວຍຄວາມຫວານ ແລະ ຄວາມຟິນ  ຈັງໃດທາງຂວັນໃຈກໍຂໍສະແດງຄວາມຍິນດີນໍາຄູ່ເຈົ້າບ່າວເຈົ້າສາວປ້າຍແດງ “demi leigh nel peters” Miss Universe …

Read More »

ແຟນຄຣັບກຽມຕົວ!! ນັກດົນຕີໝຸ່ມສຸດຫລໍ່ “Maxime Zecchini” ນັກເປຍໂນຊາວຝຣັ່ງ ຈະມາສະແດງທີ່ປະເທດລາວ…

ນັກເປຍໂນໜຸ່ມນ້ອຍຊາວຝຣັ່ງ ທີ່ມີຊື່ສຽງໂດ່ງດັງ ມາກສ໌ຊິມ ເຊັກກີນີ  ( Maxime Zecchini)  ທີ່ໄດ້ຮັບລາງວັນຊະນະເລີດ ຈາກຫຼາຍສະຫະພັນ “ຈາກການແຂ່ງຂັນທັງໃນລະດັບຊາດ, ລະດັບໂລກ”  ສິ່ງທີ່ເຮັດໃຫ້ຜູ້ຊົມຫຼົງໄຫຼໃນສີມືການຫຼິ້ນດົນຕີທີ່ໜ້າປະທັບໃຈທີ່ສຸດແມ່ນການຫຼິ້ນດ້ວຍມືຊ້າຍ ທີ່ຈະມາສ້າງຄວາມປະທັບໃຈໃນການສະແດງໃຫ້ກັບຄົນລາວໄດ້ຮັບຊົມນຊໍາກັນ ໃນວັນທີ 24 ມັງກອນ 2020 ທີ່ຫໍວັດທະນະທໍາແຫ່ງຊາດ. ມາກສ໌ຊິມ ເຊັກກີນີ ( Maxime Zecchini) ເປັນນັກເປຍໂນຊາວຝຣັ່ງ ຄົນທຳອິດທີ່ຮຽນຈົບຈາກໂຮງຮຽນ “ Incontri col Maestro”  ທີ່ມີຊື່ສຽງຂອງ Imola ໃນປະເທດອິຕາລີ ໄດ້ຊະນະການແຂ່ງຂັນ Arcachon ລະດັບສາກົນໃນປີ 2000, ຊະນະເລີດຈາກມູນນິທິ Cziffra ໃນປີ 2002, ຊະນະການແຂ່ງຂັນ Ragusa-Ibla ທີ່ເມືອງ Sicily ໃນປີ 2002, ໃນປີ 2003 ກໍໄດ້ຮັບລາງວັນທີ 1 ຈາກລາງວັນເອກະພາບໃນການແຂ່ງຂັນລະດັບສາກົນຂອງ …

Read More »

ຄອບຄົວຄືທີ່ໜຶ່ງ!!! ເຈົ້າຊາຍແຮຣີ່-ດັດເຊສເມແກນ ປະກາດຖອນອອກຈາກການເປັນສະມາຊິກຣາຊະວົງ ຊັ້ນສູງຂອງອັງກິດ ເພື່ອໃຫ້ຄອບຄົວໄດ້ເລີ່ມຕົ້ນບົດບາດໃໝ່ໃນຊີວິດທີ່ອິດສະຫຼະຂຶ້ນ…

“ເຈົ້າຊາຍແຮຣີ່” ຖືເປັນໜຸ່ມຮ໊ອດທີ່ເຮັດໃຫ້ສາວໆເຊົາກຣີດບໍ່ໄດ້ເລີຍ ເພາະພະອົງນັ້ນເປັນຜູ້ທີ່ພຽບພ້ອມໄປດ້ວຍຄວາມຫລໍ່, ຖານະ ແລະ ນິໄສ… ແລະເຖິງວ່າພະອົງຈະໄດ້ແຕ່ງງານມີຄອບໄປແລ້ວ ກັບ ເມແກນ ແລະ ເປັນຄອບຄົວທີ່ອົບອຸ່ນໃນປັດຈຸບັນ!!! ຈົນເຮັດໃຫ້ສາວໆຫຼາຍຄົນຕ້ອງອິດສາ ເມແກນ ໜັກແຮງ ເຊິ່ງບໍ່ແມ່ນການທີ່ນາງໄດ້ແຕ່ງງານກັບເຈົ້າຊາຍ ແຫ່ງຣາຊະວົງຊັ້ນສູງຂອງອັງກິດເທົ່ານັ້ນ ແຕ່ນາງຄືຜູ້ໂຊກທີ່ ໄດ້ແຕ່ງງານກັບຜູ້ຊາຍທີ່ຮັກຄອບຄົວອັນເປັນທີ່ສຸດ, ສໍາລັບເຈົ້າຊາຍແຮຣີ່ແລ້ວ ຄອບຄົວຄືທີ່ໜຶ່ງ, ທຸກຢ່າງທີ່ທ່ານເຮັດແມ່ນເພື່ອຄອບຄົວ… ເພາະເມື່ອບໍ່ດົນມານີ້ ເຈົ້າຊາຍແຮຣີ່, ເມແກນ ດະຢຸກ ແລະ ດັດເຊສ ແຫ່ງຊັດເຊັກສ໌ ໄດ້ອອກມາຖະແຫຼງການວ່າ ໄດ້ຖອນອອກຈາກການເປັນສະມາຊິກຣາຊະວົງ ຊັ້ນສູງຂອງອັງກິດ ແຕ່ຍັງຄົງເຮັດໜ້າທີ່ສະໜັບສະໜູນ ສົມເດັດພຣະຣາຊິນີຢ່າງເຕັມທີ່… ໂດຍພະອົງໄດ້ໂພສຂໍ້ຄວາມຜ່ານ IG: sussexroyal ວ່າ ຫຼັງຈາກທີ່ໄດ້ປຶກສາຫາລືເປັນການພາຍໃນມາຫຼາຍເດືອນ ພະອົງໄດ້ຕັດສິນໃຈເລືອກບົດບາດໃໝ່ ໂດຍຕັ້ງໃຈຖອຍອອກຈາກການເປັນສະມາຊິກຣາຊະວົງຊັ້ນສູງ ແລະ ເຮັດວຽກອິດສະຫຼະທາງການເງິນ ໂດຍຍັງຄົງສະໜັບສະໜູນພຣະຣາຊິນີຢ່າງເຕັມທີ່ ແລະ ດ້ວຍກໍາລັງໃຈສະໜັບສະໜູນມາຫຼາຍປີເຮັດໃຫ້ພຣະອົງຍິນດີທີ່ຈະປ່ຽນແປງຕົວເອງໃນປີນີ້. ໂດຍທ່ານໄດ້ລະບຸໃນຖະແຫຼງການອີກວ່າ ຈະແບ່ງເວລາການໃຊ້ຊີວິດອອກເປັນ 2 ສ່ວນຄື: ໃນປະເທດ …

Read More »