Breaking News

ຂ່າວບັນເທີງນອກປະເທດ

ອັບເດດຫຼ້າສຸດ! ອາການປ່ວຍຂອງ ແມັດທິວ ແລະ ລີເດຍ ເຂົ້າຮັກສາຕົວ ຫຼັງຕິດເຊື້ອ COVID-19…

ຫຼັງຈາກທີ່ຄູ່ຜົວເມຍຄົນດັງ ວົງການບັນເທິງໄທ “ແມັດທິວ ດິນ  ແລະ ລີເດຍ”  ໄດ້ອອກມາໂພສຜ່ານອິນສະແກຣມສ່ວນຕົວວ່າທັ້ງຄູ່ໄດ້ຕິດເຊື້ອໄວຣັສ COVID-19… ທັງສອງກໍໄດ້ເຂົ້າຮັບການຮັກສາຕົວຢູ່ທີ່ໂຮງໝໍດຽວກັນແຕ່ແຍກຫ້ອງກັນ ເປັນເວລາເກືອບອາທິດກວ່າແລ້ວ ເຊິ່ງຫຼ້າສຸດ ສາວລີເດຍ ກໍໄດ້ອອກມາອັບເດດອາການຂອງຕົນ ແລະ ສາມີກ່ຽວກັບອາການຕິດເຊື້ອໃນຊ່ວງເວລາທີ່ຮັກສາຕົວຢູ່ໂຮງໝໍຜ່ານອິນສະຕາແກຣມສ່ວນຕົວວ່າ: ຫຼັງຈາກທີ່ຕ້ອງແຍກກັນຢູ່ເປັນອາທິດກວ່າແລ້ວ ຕອນນີ້ ລີເດຍກັບແມັດໄດ້ມາຮັກສາຕົວຢູ່ນາກັນແລ້ວ! ຂວັນໃຈ ຂໍໃຫ້ທັ້ງຄູ່ຮັກສາຕົວດີໄວໆ ແລະ ໄດ້ກັບມາຢູ່ກັບຄອບຄົວຢ່າງພ້ອມໜ້າພ້ອມຕາກັບຄອບຄົວທີ່ນ່າຮັກ ແລະ ອົບອຸ່ນໄວໆເດີ້! ຂອບໃຈຮູບພາບຈາກ: lydiasarunrat  

Read More »

ສຸດຍອດໄປເລີຍ!!! Pronovias ຈະມອບຊຸດແຕ່ງງານ (ຟຣີ) ໃຫ້ກັບວ່າທີ່ເຈົ້າສາວ ທີ່ເປັນເຈົ້າໜ້າທີ່ ແລະ ທີມແພດຍິງທົ່ວໂລກ ທີ່ໄດ້ອຸທິດຕົນຕ້ານໂຄວິດ-19…

ນາທີນີ້ ເຖິງວ່າບັນດາແບຣນແຟຊັ່ນເກືອບທົ່ວໂລກຈະໄດ້ຮັບຜົນກະທົບໃນວິກິດໂລກ Covid-19 ແລະ ບໍ່ມີໃຜສາມາດຄາດເດົາໄດ້ວ່າຈະມີຫຍັງເກີດຂື້ນຕໍ່ໄປ. ແຕ່ສິ່ງໜຶ່ງທີ່ສົມຄວນຍົກຍ້ອງແມ່ນ ໃນສະຖານະການທີ່ມີຄວາມກົດດັນ ຫຼາຍແບຣນໄດ້ຊອກຫາວິທີທີ່ຈະຊ່ວຍເຫຼືອສັງຄົມ ບໍ່ພຽງແຕ່ໃຫ້ເປັນເງິນເທົ່ານັ້ນ ເພາະເມື່ອບໍ່ດົນມານີ້ ທາງຮ້ານເຄື່ອງແຕ່ງກາຍທີ່ມີຊື່ສຽງຂອງປະເທດສະເປນ ຄື Pronovias ໄດ້ອອກມາປະກາດວ່າ ຕົນໄດ້ລິເລີ່ມໂຄງການມອບຊຸດແຕ່ງງານຟຣີໃຫ້ແກ່ພະນັກງານໂຮງ ໝໍ ໃນທົ່ວໂລກ. ທີ່ໄດ້ອຸທິດຊີວິດເພື່ອຊ່ວຍເຫຼືອວິກິດ Covid-19 ສໍາລັບໂຄງການນີ້ຈະມີການນໍາເອົາ Collection ຊຸດແຕ່ງງານພິເສດຂຶ້ນມາຊື່  The Heroes Collection ເຊິ່ງທໍາອິດແມ່ນຈະມອບໃຫ້ແກ່ເຈົ້າໜ້າທີ່ໃນປະເທດຈີນເທົ່ານັ້ນ ແຕ່ໃນເມື່ອ Covid-19 ໄດ້ມີການແຜ່ລະບາດໄປທົ່ວໂລກ ທາງ Pronovias ຈຶ່ງຕັດສິນໃຈຂະຫຍາຍໄປຍັງເມືອງທີ່ຕົນເອງມີສາຂາຢູ່ ບໍ່ວ່າຈະເປັນ ມີລານດ ປາຣີສ, ລອນດອນ, ນິວຢອກ ຫຼືບາເຊໂລນາ ໃນປະເທດບ້ານເກີດຂອງແບຣນ ໂດຍເຈົ້າໜ້າທີ່ໂຮງໝໍຍິງທຸກຄົນ ບໍ່ວ່າຈະເປັນແພດໝໍ, ພະຍາບານ, ແມ່ບ້ານທໍາຄວາມສະອາດ ຫຼືພະນັກງານໂຮງອາການຂອງໂຮງໝໍ ສາມາດໄປຂໍໃຊ້ສິດໄດ້ພາຍໃນວັນທີ 31 ສິງຫານີ້…  Amandine Ohayon ທີ່ໄດ້ຮັບຕໍາແໜ່ງ Chief Executive Officer …

Read More »

 “ແອັບເປີ້ນ” ໂພສເດືອດ! ພິທີກອນດັງຂອງໄທອ່ານຂ່າວກ່າວເຖິງປະເທດລາວ…

ຖືໄດ້ວ່າກຳລັງເປັນກະແສຢ່າງສະນັ່ນໃນໂລກSocial ສໍາຫຼັບພິກອນຊື່ດັງຂອງໄທ ທີ່ໄດ້ອອກມາປະກາດຂ່າວລາຍການໜື່ງກ່ຽວກັບກໍລະນີ “ເປັນຫຍັງຈື່ງເລື່ອນບຸນປີໃໝ່ ແລະ ບໍ່ໄດ້ກັບບ້ານເກີດ ເຖິງແມ່ນວ່າບໍ່ໄດ້ປິດເມືອງ”  ທີ່ສາເຫດມາຈາກເລື່ອງ ພະຍາດລະບາດ  Covid-19  ແລະສິ່ງທີ່ກຳລັງເປັນແສງມາແຮງນັ້ນກໍຄືຜູ້ປະກາດຂ່າວຄົນນີ້ໄດ້  ໄດ້ກ່າວເຖິງປະເທດລາວວ່າ ​​​”ຄົນລາວຄົນຕິດເຊື້ອຍັງເປັນສູນ  ແຕ່ຍັງບໍ່ມີໃຜເຊື່ອ ຍ້ອນວ່າບ້ານເຮົາບໍ່ມີເຕັກໂນໂລຊີໃນການກວດ ບໍ່ມີຫ້ອງແລບ ບໍ່ມີຮອດຊຸດກວດ ຖ້າໃຜເຄີຍມາຂະໜາດໂຮງໝໍຍັງໃນເມືອງໃຫຍ່ໆຍັງເກົ່າ ເຕັກໂນໂລຊີຍັງຫຼ້າສະໄໝກວ່າໂຮງໝໍຊົນນະບົດຂອງໄທອີກ…” ຈົນກາຍເປັນປະເດັນ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຄົນລາວເປັນຈໍານວນຫຼາຍ ເຊິ່ງຄົນລາວ ກໍໄດ້ພາກັນອອກມາສະແດງຄວາມຄິດເຫັນກັນຢ່າງສະນັ່ນໃນ Social ພ້ອມທັງມີຄົນດັງວົງການບັນເທິງອີກຫຼາຍໆຄົນຢ່າງ ແອັບເປີ້ນ ສີສະຫງຽນ ກໍໄດ້ອອກມາໂພສສະແດງຄວາມຄິດເຫັນຜ່ານອິນສະຕາແກຣມສ່ວນຕົວວ່າ…  ຫຼັງຈາກທີ່ສາວ ແອັບເປີ້ນໄດ້ໂພສຂໍ້ຄວາມດັ່ງກ່າວອອກໄປ ກໍມີຫຼາຍຄົນທີ່ເຂົ້າມາສະແດງຄວາມຄິດເຫັນຕ່າງໆນາໆ ຈົນກາຍເປັນປະເດັນ! ສ່ວນແອັດມິນເອງຄົນໜື່ງກໍເປັນຄົນໜື່ງທີ່ໄດ້ຕິດຕາມ ແລະ ເຫັນວີດີໂອດັ່ງກ່າວ ເຊິ່ງຂໍເປັນກາງເປັນການສະແດງຄວາມຄິດເຫັນວ່າ ໃນການນໍຳສະເໜີຂ່າວ ຂອງແຕ່ລະປະເທດລ້ວນແຕ່ແຕກກັນກັນຢູ່ແລ້ວ… ແຕ່ທັ້ງນີ້ກໍຄໍານຶງເຖິງຈັນຍາບັນ ແລະ ບົນພື້ນຖານຄວາມເປັນຈິງໂດຍບໍ່ໃຫ້ຝ່າຍໃດຝ່າຍໜື່ງເຊື່ອມເສຍ!!!            

Read More »

“ແມັດທິວ” ໂພສຊື້ງເຖິງ “ລີເດຍ” ໃນວັນຄົບຮອບແຕ່ງງານທີ່ບໍ່ໄດ້ຢູ່ນໍາກັນ…”ເຖິງວ່າຈະຢູ່ບໍ່ໄກກັນປານໃດ ແຕ່ມັນຄືຢູ່ຄົນລະໂລກ… ຂໍໂທດທີ່ເຮັດໃຫ້ເຈົ້າຕ້ອງເປັນແບບນີ້”

ເມື່ອບໍ່ດົນມານີ້ຄູ່ສາມີພັນລະຍາ ຂອງວົງການບັນເທິງໄທຢ່າງ ແມັດທິວ ແລະ ສາວ ລີເດຍ ກໍໄດ້ອອກມາໂພສຜ່ານອິນສະຕາແກຣມສ່ວນຕົວວ່າຕິດເຊື້ອ  covid19 ເຊິ່ງກ່ອນໜ້ານີ້ແມ່ນ ໜຸ່ມ ແມັດທິວ ກໍໄດ້ອອກມາໂພສກ່ອນວ່າຕົນເອງຕິດເຊື້ອ ແລະ ຫຼັງຈາກນັ້ນ ໃນວັນທີ່ 16 ມີນາ 2020 ພັນລະຍາສາວ  ໄດ້ອອກມາໂພສກ່ຽວກັບຜົນກວດວ່າຕົນເອງກໍຕິດເຊື້ອເຊັ່ນກັນ….   ເຊິ່ງວັນທີ 16 ມີນາ 2020  ເປັນວັນຄົບຮອບແຕ່ງງານຂອງໜຸ່ມ ແມັດທິວ ແລະ ສາວ ລີເດຍ ແຕ່ຕອນນີ້ທັງຄູ່ຕ້ອງແຍກກັນເພື່ອຮັກສາຕົວ  ເຊິ່ງສາມີກໍໄດ້ໂພສຂໍ້ຄວາມຊື້ງໆຜ່ານທາງ IG ໃຫ້ພັນລະຍາສາວສວຍໄດ້ອ່ານວ່າ :  “ມື້ນີ້ແມ່ນວັນຄົບຮອບແຕ່ງງານ 5 ປີ ແລ້ວເດີ້ ໃຜຈະຄິດວ່າໃນມື້ນີ້ເຮົາທັງສອງຕ່າງກໍຕ້ອງນອນຢູ່ໃນໂຮງໝໍນໍາກັນທັ້ງຄູ່່ ແລະ ເຖິງແມ່ນວ່າຈະຢູ່ບໍ່ໄກກັນປານໃດ ແຕ່ມັນຄືຢູ່ຄົນລະໂລກເລີຍ ເພາະມັນບໍ່ສາມາດເບິ່ງເຫັນໜ້າເຈົ້າໄດ້ແບບໃກ້ຊິດ ບໍ່ສາມາດເຂົ້າໄປຈູບເຈົ້າ ຈັບຜົມ ຫຼືກອດເຈົ້າ ແລະ ບອກວ່າຂ້ອຍຮັກເຈົ້າຫຼາຍພຽງໃດ ຂ້ອຍຂໍໂທດທີ່ເຮັດໃຫ້ເຈົ້າຕ້ອງຢູ່ໃນສະຖານະການແບບນີ້ ໃນຊ່ວງ 10 ປີທີ່ຜ່ານມາ …

Read More »

ສຸດເສົ້າ! ລີເດຍ ໂພສຊື້ງເຖິງລູກທັງສອງ ຫຼັງຮູ້ວ່າຕົວເອງ ຕິດເຊື້ອ Covid-19 ຈາກສາມີ ແມັດທີວ “ຫ້າມຮ້ອງໄຫ້ເພາະນໍ້າຕາອາດຈະມີໄວຣັສ”

ເມື່ອບໍ່ດົນມານີ້ ແມັດທິວ ດິນ ອະດີດ ນັກຮ້ອງ, ດາລາ. ນັກສະແດງ, ພິທີກອນດັງຂອງໄທ ກໍໄດ້ອອກມາໂພສຜ່ານອິນສະຕາແກມສ່ວນຕົວ ວ່າຕົນເອງໄດ້ຕິດເຊື້ອ Covid-19 ເຊິ່ງຫຼາຍໆຄົນກໍໄດ້ແຫ່ໃຫ້ກຳລັງໃຈ  ແລະ ທີ່ໜ້າເປັນຫ່ວງກວ່ານັ້ນຍັງມີຄົນຈໍານວນໜື່ງທີ່ຢູ່ໃກ້ຊິດກັບໜຸ່ມແມັດທິວ ນັ້ນກໍຄືຄອບຄົວ ພັນລະຍາ ແລະ ລູກນ້ອຍອີກສອງຄົນ ຫຼັງຈາກນັ້ນພັນລະນາສາວກໍໄດ້ເຂົ້າຕິດຕາມອາການ   ເຊິ່ງຫຼ່າສຸດມື້ນີ້ຕອນບ່າຍ ສະຣັນຣັດ ດິນ ຫຼືເປັນທີ່ຮຸູ້ຈັກກັນໃນນາມ “ລີເດຍ” ດາລາ, ນັກສະແດງ, ນັກຮ້ອງຍິງໄທ Style R&B ເຈົ້າຂອງເພງຮີດ “ວ່າງແລ້ວຊ່ວຍໂທກັບ” ພັນລະຍາຂອງ ແມັດທິວ ດິນ ກໍໄດ້ອອກມາໂພສຜ່ານອິນສະຕາແກມສ່ວນຕົວຂອງຕົນເອງວ່າ ຕົນເອງກໍຕິດເຊື້ອ ພະຍາດ Covid-19 ກັບສາມີເຊັ່ນດຽວກັນ  ເຊິ່ງສາວລີເດຍຍັງໂພສລໍ່າລາຄອບຄົວ ແລະ  ລູກນ້ອຍທັງສອງວ່າເພື່ອໄປຮັກສາຕົວສູ້ກັບລະຍາດລະບາດດັ່ງກ່າວ  …   ຈັງໃດຂວັນໃຈກໍຂໍສົ່ງກຳລັງໃຈໄປໃຫ້ ສາວ ລີເດຍ ແລະ ສາມີ ພ້ອມດ້ວຍຄອບຄົວຂໍໃຫ້ຜ່ານວິກິດຄັ້ງນີ້ໄປໃຫ້ໄດ້ຢ່າງໄວເດີໆ… ຂອບໃຈຮູບພາບຈາກ: Lydia Sarunrat Deane 

Read More »