Breaking News

ຂ່າວບັນເທີງໃນປະເທດ

ເຜັດໆໆໆເວີ້!!! ສຽວຜິງ ອົດບໍ່ໄດ້ອອກມາໂພສຊີ້ແຈງເລື່ອງສື່ລາວ ຢຸດປຽບທຽບລະຫວ່າງສື່ບ້ານເຮົາ ແລະ ບ້ານເຂົາໄດ້ແລ້ວ

ກາຍເປັນປະເດັນກະແສຮ້ອນແຮງ ເນື່ອງຈາກວ່າມີກະແສທີ່ວ່າມີຊາວເນັດອອກມາໂພສ ວ່າເຫັນສື່ຫຼາຍປະເທດອອກຂ່າວ ປະຊາຊົນລາວທີ່ກຳລັງປະສົບເຄາະຮ້າຍ ເຂື່ອນແຕກທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແບບລົວໆ… ແຕ່ສື່ບ້ານເຮົາບໍ່ເຫັນອອກຂ່າວ ຈົນເປັນປະເດັນດຣ່າມ່າ ເຮັດໃຫ້ຫຼ້າສຸດ ສຽວຜິງ ໄຊຍະລິນ ພິທີກອນຊື່ດັງ ອົດບໍ່ໄດ້ທີ່ຈະອອກມາໂພສລະບາຍຄວາມໃນໃຈ ແລະ ຊີ້ແຈງໃຫ້ເບິ່ງເປັນຂໍ້ໆກັນເລີຍ (ອູຍ…ເຜັດໆໆໆເວີ້!!!) ເຊິ່ງໃຈຄວາມທີ່ ສາວ ສຽວຜິງ ໄດ້ອອກມາຊີ້ແຈງກໍ່ມີຢູ່ວ່າ: (ຖືວ່າເຄຍກະຈ່າງແຈ້ງເນາະ ບໍ່ເວົ້າຫຼາຍເດີ້ ຟ້າວໄປບໍລິຈາກເຄື່ອງໃຫ້ຜູ້ປະສົບໄພ ຍັງມີຫຼາຍຊີວິດທີ່ລໍຖ້າການຊ່ວຍເຫຼືອຢູ່…) ຢ່າງໃດກໍ່ໃຈເຢັນໆກັນກ່ອນເດີ້ທຸກໆຄົນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ຄົນລາວເຮົາບໍ່ເຄີຍຖິ້ມກັນ ປະຊາຊົນລາວເຮົາທຸກຄົນຕ້ອງລວມເປັນຈິດໜຶ່ງໃຈດຽວກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນລະດັບຊາດຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ. (#prayforattapue #prayforlaos #Kjprayforattapue) ທີ່ມາ: FB/Siewphing Xyl

Read More »

ໂຕ່ໂນ່ ພາຄິນ ນັກຮ້ອງຊື່ດັງປະເທດເພື່ອນບ້ານ ກຽມລົງພື້ນທີ່ ຊ່ວຍພີ່ນ້ອງຊາວອັດຕະປື!!!

ໂຕ່ໂນ່ ພາຄິນ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ກຽມລົງພື້ນທີ່ ພ້ອມທີມງານ ເພື່ອເຂົ້າຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວອັດຕະປືທີ່ປະສົບໄພນໍ້າຖ້ວມ ແລະ ຈະເດີນທາງລົງພື້ນທີ່ໃນວັນທີ 28 ກໍລະກົດ 2018 ນີ້, ເຊິ່ງ ໂຕ່ໂນ່ ໄດ້ໂພສຜ່ານ ອິນສະຕາແກຣມ ເພື່ອຂໍຮັບບໍລິຈາກເຄື່ອງຂອງດັ່ງນີ້ ເສື້ອຜ້າ ເຄື່ອງນຸ່ງຫົ່ມ, ຜ້າອານາໄມ-ແພມເພີດເດັກ, ຜ້າຫໍ່ສົບ, ນໍ້າດື່ມ ອາຫານແຫ້ງ ແລະ ໃນເທື່ອນີ້ແມ່ນບໍ່ຮັບເງິນສົດ ຮັບພຽງສິ່ງຂອງເທົ່ານັ້ນ. กลับกทม.ด่วน!!!!! เพื่อ บ้านพี่เมืองน้องของเรานะครับ ?? ผมกับทีมจะลงพื้นที่ช่วยผู้ประสบภัยในวันที่28นี้นะครับ เรามีเวลาเตรียมตัวแค่2วัน มันเป็นเรื่องเร่งด่วน สิ่งที่เราต้องการ คือ 1.เสื้อผ้า เครื่องนุ่งห่ม 2.ผ้าอนามัย + แพมเพิทเด็ก 3.ผ้าห่อศพ 4.น้ำดื่ม อาหารแห้ง นำสิ่งของมาบริจาคได้ตั้งแต่วันนี้นะครับ ที่จุดรับบริจาค”ห้างยงสงวน จ.อุบลราชธานี” ขอบคุณมากนะครับทุกคน #สปปลาว #เขื่อนแตก #laos ???? #ครั้งนี้ขอไม่รับเงินบริจาคนะครับ …

Read More »

ອ້າຍ ຈ່ອຍ ອະນັນດາ ນັກສະແດງຊື່ດັງເຊື້ອສາຍລາວ ອອກມາໂພສໃຫ້ກຳລັງໃຈພໍ່ແມ່ພີ່ນ້ອງທີ່ປະສົບໄພ!!!

ກຳລັງໃຈທະຍອຍມາເລື້ອຍໆ ຫຼ້າສຸດ ອະນັນດາ ເອເວີຣິງແຮມ ຫຼື (ຈ່ອຍ) ນັກສະແດງໜຸ່ມສຸດຫຼໍ່ເຊື້ອສາຍລາວ ໄດ້ອອກມາໂພສຄລິບໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແບບນີ້… To my brothers and sisters in Laos ? ? #prayforlaos A post shared by ananda everingham (@ananda_everingham) on Jul 25, 2018 at 6:07am PDT ອະນັນດາ ເອເວີຣິງແຮມ ຍັງໄດ້ຂຽນແຄັບຊັ່ນ “To my brothers and sisters in Laos ? ?  #prayforlaos”  ເຮັດໃຫ້ມີຄົນເຂົ້າໄປຊ່ວຍໃຫ້ກຳລັງໃຈ ພໍ່ແມ່ພີ່ນ້ອງທີ່ກຳລັງຖືກປະສົບໄພກັນຢ່າງຫຼວງຫຼາຍ. …

Read More »

ເບວລ່າ ນາງເອກດັງອອກມາໂພສຮູບ ພ້ອມຕິດແຮສແທັກ (#Prayforlaos) ແລະ ໃຫ້ກຳລັງໃຈພີ່ນ້ອງຊາວລາວແບບນີ້…

ນອກຈາກນໍ້າໃຈຈາກຄົນລາວແລ້ວ ຍັງມີນໍ້າໃຈຈາກຫຼາຍປະເທດ ຫຼ້າສຸດ ເບວລ່າ ເຄມເປນ ນາງເອກດັງຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ອອກມາໂພສຮູບພາບສື່ຄວາມໝາຍ ພ້ອມຂຽນແຄັບຊັ່ນໃຫ້ກຳລັງໃຈ ຝາກເຖິງພີ່ນ້ອງຊາວລາວວ່າ: “ເປັນກຳລັງໃຈໃຫ້ພີ່ນ້ອງຊາວລາວທຸກທ່ານ ຂໍໃຫ້ເຫດການຜ່ານໄປໂດຍໄວ #Prayforlaos”  เป็นกำลังใจให้พี่น้องชาวลาวทุกท่าน ขอให้เหตุการณ์ผ่านพ้นไปโดยเร็วนะคะ ??❤️ #prayforlaos A post shared by Bella Ranee Campen (@bellacampen) on Jul 25, 2018 at 2:07am PDT ຈາກໂພດດັ່ງກ່າວເຮັດໃຫ້ມີແຟນຄລັບຈາກທັງສອງຝັ່ງ ລາວ ແລະ ໄທ ເຂົ້າໄປໃຫ້ກຳລັງໃຈພໍ່ແມ່ພີ່ນ້ອງຊາວລາວຜູ້ປະສົບໄພ ພ້ອມພາວະນາໃຫ້ທຸກໆຄົນປອດໄພ. ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ) via: IG/bellacampen

Read More »

ແອບເປີ້ນ-ຟຣຸກ ໄລ້ສົດຫາທຶນຊ່ວຍເຫຼືອພີ່ນ້ອງຊາວ ອັດຕະປື ທະລຸຫຼາຍຮ້ອຍລ້ານ (#Prayforattapue)

ຍາມທຸກແບບນີ້ເຮົາຕ້ອງຊ່ວຍກັນຄົນລະໄມ້ລະມື ຫຼ້າສຸດ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ໄດ້ລະດົມທຶນເພື່ອຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ອັດຕະປື ຜ່ານການໄລ້ສົດ ລະດົມທຶນຈາກທັງສອງຝັ່ງ ລາວ ແລະ ໄທ ປັດຈຸບັນນີ້ ທະລຸຫຼາຍຮ້ອຍລ້ານ ແລະ ເງິນສ່ວນທຳອິດ 100 ລ້ານກີບແມ່ນນຳໄປຊື້ເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ໄຟສາຍ ຜ້າອານາໄມ ໂສ້ງ ຍາໄຕ້ຍຸງ ເກີບ ມຸ້ງ ສິ້ນແຕ້ມ ແລະ ອີກຈຳນວນຫຼວງຫຼາຍ ເຊິ່ງເຄື່ອງແລະເງິນຈະນຳໄປມອບໃຫ້ຜູ້ປະສົບໄພໃນມື້ອື່ນ. ປັດຈຸບັນຍອດບໍລິຈາກຂອງ ແອບເປີ້ນ ແລະ ຟຣຸກ ກໍ່ຍັງຈະມີຍອດເພີ່ມຂຶ້ນເລື້ອຍໆ… (ສາທຸ ສາທຸ)  ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ກຳລັງປະສົບກັບເຫດ ໄພພິບັດສຸກເສີນລະດັບຊາດໃນຄັ້ງນີ້ດ້ວຍ ເຮົາຈະຜ່ານວິກິດນີ້ໄປພ້ອມໆກັນ  #PrayforAttapue ?????? ຂໍພາວະນາໃຫ້ທຸກຄົນປອດໄພ)  

Read More »