Breaking News

ຂ່າວບັນເທີງໃນປະເທດ

ສະແດງຄວາມຍິນດີ! ໜຸ່ມລາວຄວ້າໄປແລ້ວໜຶ່ງລາງວັນໃນເວທີ Mister United Asia 2018 #ແຊຣໄປໃຫ້ໂລກຮູ້ດ່ວນນນ

ກ່ອນອື່ນຕ້ອງຂໍບອກວ່າ #ແຊຣໄປໃຫ້ໂລກຮູ້ດ່ວນນນ ເພາະຫຼ້າສຸດ ບອຍ ໄຊຍະເວດ ໜຸ່ມຕົວແທນປະເທດລາວໄດ້ເດີນທາງໄປປະກວດໃນເວທີລະດັບອິນເຕີ Mister United Asia 2018 ເຊິ່ງໃນປີນີ້ຈັດຂຶ້ນທີ່ປະເທດໄທ ແລະ ມີຕົວແທນໜຸ່ມຫຼໍ່ໆ ງານດີໆ ເຂົ້າປະກວດໃນປີນີ້ກັນຫຼາຍປະເທດເລີຍ… ເຊິ່ງນັບວ່າເປັນຂ່າວດີຂອງຄົນລາວ ເພາະໜຸ່ມລາວຄົນນີ້ສາມາດຄວ້າມາໄດ້ໜຶ່ງລາງວັນຈາກເວທີດັ່ງກ່າວແລ້ວເດີ້ ເຊິ່ງເປັນລາງວັນ Inspiration & Smart (ຂໍສະແດງຄວາມຍິນດີນຳຫຼາຍໆ), ສຳລັບການປະກວດ Mister United Asia 2018 ກຳລັງຢູ່ໃນຊ່ວງທີ່ຜູ້ເຂົ້າແຂ່ງຂັນກຳລັງເກັບຕົວ ແລະ ເຮັດກິດຈະກຳ, ມື້ປະກວດແທ້ຈະຈັດຂຶ້ນໃນວັນທີ 29 ກໍລະກົດ 2018 ນີ້.  (ປາດດດດ! ງານດີເວີ້ ບໍ່ແປກໃຈເລີຍວ່າເປັນຫຍັງ ໜຸ່ມ ບອຍ ຈຶ່ງໄດ້ລາງວັນມານອນກອດກ່ອນໝູ່ 555) ຢ່າລືມຕິດຕາມເປັນກຳລັງຄົນລາວນຳກັນແດ່ເດີ້ທຸກໆຄົນ ຮູບພາບຈາກ: Boy Xayaveth

Read More »

ເປີດວາຟ! ອອນອະນົງ ຫອມສົມບັດ Miss Universe Laos 2018 ດີກຼີນັກຮຽນນອກ (ບອກເລີຍໂປຟາຍບໍ່ທຳມະດາ)

ເປັນກະແສໃຫ້ຊາວເນັດໄດ້ສະແດງຄວາມຄິດເຫັນກັນແບບລົວໆ ຫຼ້າສຸດຄົນລາວທົ່ວປະເທດກໍ່ໄດ້ຮູ້ກັນແລ້ວວ່າ Miss Universe Laos 2018 ໃນປີ້ນີ້ກໍ່ຄື ອອນອະນົງ ຫອມສົມບັດ (ອອນ) ອາຍຸ 23 ປີ ລວງສູງ 171 ຊັງຕີແມັດ ເຊິ່ງຈາກການແຕ່ງຕັ້ງຂອງກອງປະກວດ Miss Universe Laos ດ້ວຍເຫັນວ່າມີຄວາມເໝາະສົມບໍ່ວ່າຈະເປັນຮູບຮ່າງ ໜ້າຕາ ແລະ ທັກສະດ້ານຄວາມຮູ້ຕ່າງໆ ແລະ ອອນອະນົງ ກໍ່ຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດ ໃນເວທີ ນາງງາມຈັກກະວານ Miss Universe  2018. Miss Universe Laos 2018 ຈະມີແຕ່ຄວາມງາມກໍ່ຄົງຈະເປັນໄປບໍ່ໄດ້ ຕ້ອງມີຄວາມຮູ້ໃນຫຼາຍໆດ້ານ ດັ່ງນັ້ນ ຂວັນໃຈເຮົາຈຶ່ງໄດ້ອັບເດດໂປຟາຍຂອງນາງແບບ exclusive ມາຝາກແຟນໆດັ່ງນີ້: ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ23ປີ,  ປັດຈຸບັນຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 …

Read More »

ຊ໋ອກວົງການນາງງາມ! ປະກາດແລ້ວ Miss Universe Laos 2018 ເປັນສາວງາມຄົນນີ້???

ຕະລຶງ! ເປັນກະແສຮ້ອນແຮງ ຊ໋ອກໄປທົ່ວວົງການນາງງາມ ເພາະຫຼ້າສຸດເພສຫຼັກຂອງເວທີ Miss Universe Laos ໄດ້ປະກາດຜ່ານເພສແບບສົດໆຮ້ອນໆວ່າ  ໄດ້ແຕ່ງຕັ້ງ ນາງ ອອນອານົງ ຫອມສົມບັດ ເປັນຕົວແທນເຂົ້າຮ່ວມການປະກວດ Miss Universe 2018 ຢ່າງເປັນທາງການ. ສຳລັບ ນ້ອງ ອອນອະນົງ ຫອມສົມບັດ ບອກເລີຍວ່າໂປຟາຍນາງເລີດໆໆ  ເປັນອະດີດຮອງອັນດັບຫນຶ່ງມີສຢູນີເວີສລາວ 2017, ອາຍຸ 23 ປີ, ຄວາມສູງ 171 ຊມ, ຮຽນຈົບປະລິນຍາຕີ ວິຊາ: ພົວພັນສາກົນ (International relations) ຈາກມະຫາວິທະຍາໄລ Kaposvar University, ປະເທດຮົງກຣີ ໃນປີ 2017, ເຄີຍເຮັດວຽກຢູ່ ອົງການແມ່ນໍ້່າຂອງ (Mekong River Commission). ໃນໄລຍະຮຽນຢູ່ອຸດົມ ນາງໄດ້ໄປເຄື່ອນໄຫວກັບໂຄງການແລກປ່ຽນການສຶກສາຢູ່ ສ. ອາເມລິກາ, ຍີ່ປຸ່ນ, ຫວຽດນາມ, …

Read More »

ຮືຮາ! ອະດີດນາງສາວລາວ ລົງສະໝັກປະກວດ  Miss Universe Laos 2018

ເປັນກະແສຮືຮາໃນຊ່ວງທ້າຍອາທິດທີ່ຜ່ານມາ ເພາະມີປະເດັນຫຼ້າສຸດຂອງເວທີປະກວດດັງ ໃນວັນທີ 21 ກໍລະກົດ 2018 ທີ່ຜ່ານມາໄດ້ມີບັນຍາກາດການຄັດເລືອກສາວງາມ Miss Universe Laos 2018  ທີ່ ນະຄອນຫຼວງວຽງຈັນ ແລະ ທີ່ເປັນກະແສຮືຮາທີ່ສຸດກໍ່ຄື ໜຶ່ງໃນນັ້ນມີ ຄຣິດຕິນ້າ ລາສະສິມມາ ລົງສະໝັກໃນປີນີ້ອີກດ້ວຍ. ສຳລັບ  ຄຣິດຕິນ້າ ລາສະສິມມາ ເປັນອະດີດນາງສາວລາວ 2012 ແລະ ຍັງເປັນ ດາລາ-ນາງແບບທີ່ມີຊື່ສຽງໃນວົງການບ້ານເຮົາ ຖືໄດ້ວ່າເປັນສາວງາມທີ່ມີຄວາມພ້ອມ ມີຖານແຟນຄລັບທີ່ແໜ້ນ ແລະ ການລົງສະໝັກເຂົ້າປະກວດ  Miss Universe Laos 2018 ໃນເທື່ອນີ້ຂອງນາງກໍ່ສ້າງຄວາມຮືຮາ ເປັນກະແສ ຈາກບັນດາແຟນຄລັບໄດ້ເປັນຢ່າງດີ. ຮູບພາບຈາກ: Christina Lasasimma,Alex Aliya Soundala

Read More »

ມ່ວນ!!! “ປະເທດລາວສວຍງາມແທ້ໆ” ຈາກ ອາເລັກຊານດຣ້າ ບຸນຊ່ວຍ

ໄດ້ຟັງກັນລະຫວ໋າ? ສຳລັບບົດເພງ “ປະເທດລາວສວຍງາມແທ້ໆ” ເພງໃໝ່ຈາກ ອາເລັກຊານດຣ້າ ບຸນຊ່ວຍ ທີ່ເຮັດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວ. ອາເລັກຊານດຣ້າ ບຸນຊ່ວຍ ຍັງໄດ້ໂພສຜ່ານເພສເຟສບຸກອີກວ່າ: “ເພງນີ້ຕັ້ງໃຈເຮັດມາເພື່ອຢາກເຊີນຊວນທຸກຄົນທ່ຽວປະເທດລາວນໍາກັນ, ບ້ານເຮົາຍັງມີອີກຫຼາຍແຫຼ່ງທ່ອງທຽວທີ່ໜ້າຄົ້ນຫາ ແລະ ທ່ຽວຊົມ. ເຮົາຄົນລາວນໍາກັນມີວັດທະນາທໍາປະເພນີສືບທອດມາແຕ່ປູ່ຍ່າຕາຍາຍ ຮັກແພງກັນ ມີຫຍັງຊ່ວຍກັນ ນີ້ແຫຼະຈຸດຂາຍເຮົາ ວ່າບໍ່? 🙂 ແນວໃດແຊນດຼ້າຂໍຝາກເພງນີ້ນໍາທຸກຄົນຊ່ວຍແຊຣ໌ກັນເດີ້ ຂອບໃຈເດີ້!” ປະເທດລາວສວຍງາມແທ້ໆ ເພງນີ້ຕັ້ງໃຈເຮັດມາເພື່ອຢາກເຊີນຊວນທຸກຄົນທ່ຽວປະເທດລາວນໍາກັນ, ບ້ານເຮົາຍັງມີອີກຫຼາຍແຫຼ່ງທ່ອງທຽວທີ່ໜ້າຄົ້ນຫາ ແລະ ທ່ຽວຊົມ. ເຮົາຄົນລາວນໍາກັນມີວັດທະນາທໍາປະເພນີສືບທອດມາແຕ່ປູ່ຍ່າຕາຍາຍ ຮັກແພງກັນ ມີຫຍັງຊ່ວຍກັນ ນີ້ແຫຼະຈຸດຂາຍເຮົາ ວ່າບໍ່? 🙂 ແນວໃດແຊນດຼ້າຂໍຝາກເພງນີ້ນໍາທຸກຄົນຊ່ວຍແຊຣ໌ກັນເດີ້ ຂອບໃຈເດີ້! โพสต์โดย Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ เมื่อ วันพฤหัสบดีที่ 12 กรกฎาคม 2018 ໄດ້ຟັງກັນແລ້ວເປັນແນວໃດແດ່??? ມ່ວນນນນ ແມ່ນບໍ່ ຢ່າງໃດກໍ່ຢ່າລືມທ່ອງທ່ຽວປະເທດລາວເຮົາເດີ້ທຸກຄົນ ເຮົາເປັນຄົນລາວ …

Read More »