ເປັນກະແສວິພາກວິຈານກັນພຽງຂ້າມຄືນກໍລະນີຂ່າວຂອງຜູ້ຊາຍທີ່ທຳຮ້າຍຮ່າງກາຍນັກສຶກສາສາວແລ້ວຫຼົບໜີ ຈາກການເຜີຍແຜ່ຂ່າວຂອງ ສະມາຄົມກູ້ໄພນະຄອນຫຼວງວຽງຈັນ ໃນວັນທີ 24 ມັງກອນ 2018 ທີ່່ຜ່ານມາວ່າມີ ຜູ້ຊາຍຕີແມ່ຍິງແລ້ວໂດດລົດ ເຫດເກີດຂຶ້ນໃນວັນທີ 23 ມັງກອນ 2018 ເວລາ 11:10 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີຄົນຕີກັນແລ້ວໂດດລົດ ຢູ່ຮ້ານອາຫານແຫ່ງໜື່ງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 1 ຄົນ ແມ່ນມີບາດແຜລອກຕາມຕົນໂຕ ຝົກຊໍ້າຕາມໃບໜ້າ ແລະ ເຈັບສະໂພກ, ຕາມການບອກເລົ່າຂອງຜູ້ຢູ່ໃນເຫດການໃຫ້ຮູ້ວ່າ: ທັງສອງໄດ້ມີປາກສຽງກັນເລັກໜ້ອຍ ຈາກນັ້ນຜູ້ຊາຍຈື່ງໃຊ້ກຳປັ້ນຕີເຂົ້າໃບໜ້າແມ່ຍິງ ແລ້ວຍັງບີບຄໍດືງຂື້ນລົດ ບໍ່ດົນແມ່ຍິງກໍກະໂດດລົງລົດມາຂໍຄວາມຊ່ວຍເຫຼືອນຳທາງຮ້ານ ແລ້ວຜູ້ຊາຍຍັງນຳມາຈະຕີອີກ ຮອດເຈົ້າຂອງຮ້ານຍັງບໍ່ເວັ້ນ ແລ້ວຊາຍຄົນນັ້ນກໍ່ໜີໄປ, ເຮັດໃຫ້ມີກະແສວິພາກວິຈານຈາກສັງຄົມ ແລະ ໂລກອອນລາຍເປັນທີ່ໃຫ້ຄວາມສົນໃຈຂອງຄົນທີ່ບໍ່ຍອມຮັບຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະໂພສດັ່ງກ່າວຍັງມີການກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງແຜ່ຫຼາຍ ວິພາກວິຈານເຖິງຄວາມບໍ່ເໝາະສົມວ່າເປັນຫຍັງເປັນຜູ້ຊາຍເອິກສາມສອກຈັ່ງທຳຮ້າຍແມ່ຍິງ? ລອງມາເບິ່ງການສະແດງຄວາມຄິດເຫັນຈາກສັງຄົມອອນລາຍທີ່ເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍຈາກເຫດການ #ຜູ້ຊາຍຕີແມ່ຍີງແລ້ວໂດດລົດ ດັ່ງກ່າວ, ແລ້ວທ່ານເດຄິດແນວໃດກັບເຫດການນີ້!!! ຂໍຂອບໃຈຂໍ້ມູນຈາກ: ສະມາຄົມອາສາ ກູ້ໄພ …
Read More »ຂ່າວບັນເທີງໃນປະເທດ
ຊົມເຊີຍ! ຫຼວງພະບາງເຮັດແທ້ມີຄຳສັ່ງຫ້າມ ແມ່ຄ້າຊາວຂາຍນຳເຂົ້າໜົມຕ່າງປະເທດຂາຍໃຫ້ແຂກໃສ່ບາດ
ອີງຕາມໜັງສືແຈ້ງການສະບັບເລກທີ 16/ຖວມທ-ຫຼບ ວັນທີ 22 ມັງກອນ 2018 ເລື່ອງການຢຸດຕິຂາຍເຂົ້າໜົມສຳເລັດຮູບຂອງຕ່າງປະເທດໃຫ້ແຂກທີ່ມາໃສ່ບາດ ອີງຕາມເນື້ອໃນກອງປະຊຸມວຽກງານຄຸ້ມຄອງການຂາຍເຄື່ອງໃສ່ບາດ ວັນທີ 16 ຕຸລາ 2017, ອີງຕາມກອງປະຊຸມປະຈຳປີ 2017-2018 ວຽກງານ ຖວທ ເມືອງຫຼວງພະບາງ ຄັ້ງວັນທີ 19 ມັງກອນ 2018. ໃຫ້ບັນດາຜຸ້ປະກອບການຂາຍເຄື່ອງໃສ່ບາດຢູ່ 3 ຈຸດຂອງເມືອງ ຫຼວງພະບາງ ຢຸດຕິການນຳເອົາເຂົ້າໜົມສຳເລັດຮູບຂອງຕ່າງປະເທດທຸກຊະນິດມາຂາຍໃຫ້ແຂກທ່ອງທ່ຽວທີ່ມາໃສ່ບາດນັບຕັ້ງແຕ່ ວັນທີ 1 ກຸມພາ 2018, ແຕ່ອະນຸຍາດໃຫ້ນຳເອົາເຂົ້າໜົມພື້ນເມືອງລາວທີ່ຜະລິດປຸງແຕ່ງຢູ່ພາຍໃນ ມາຂາຍໄດ້ໂດຍຮັບປະກັບຄຸນນະພາບ ມີຄວາມສະອາດ ແລະ ບໍ່ບູດເນົ່າ ໃຫ້ຢຸດຕິການນຳເອົາເຂົ້າຫຼາມ ມາຂາຍບໍລິການໃຫ້ແຂກທ່ອງທ່ຽວໃສ່ບາດແດ່ພຣະສົງທີ່ປະຕິບັດກິດຈະວັດ ບິນຕະບາດຢ່າງເດັດຂາດ ເຂົ້າໜຽວທີ່ນຳມາຂາຍໃຫ້ແຂກໃສ່ບາດຕ້ອງມີຄຸນນະພາບດີ ເປັນເຂົ້າໜຶ້ງໃໝ່ (ເຂົ້າມ່າ) ບໍ່ແມ່ນເຂົ້າເຢັນອຸ່ນມາຂາຍໃຫ້ແຂກໃສ່ບາດຢ່າງເດັດຂາດ, ໃຫ້ຂາຍຕາມນໍ້າໜັກ ແລະ ລາຄາທີ່ກຳນົດໄວ້ຢ່າງຖືກຕ້່ອງ (1ກລ=10.000 ກີບ, 1,5ກລ=15.000 ກີບ, 2ກລ=20.000 …
Read More »ວ້າວວວ! ພັກຜ່ອນປີໃໝ່ລາວແບບໄຮໂຊຫຼູຫຼາ ແຕ່ລາຄາສະບາຍກະເປົ໋າທີ່ ໂຮງແຮມ ຄຣາວພລາຊ່າວຽງຈັນ
ພັກຜ່ອນປີໃໝ່ລາວແບບໄຮໂຊໂລບັດເຈັດທີ່ໂຮງແຮມຄຣາວພລາຊ່າວຽງຈັນເຮັດຈັງໃດ? ມີຂ່າວສານດີໆມາຕ້ອນມາຝາກແຟນໆ ຂວັນໃຈ ເຊັ່ນເຄີຍ ສຳລັບໃຜທີ່ຍັງຄິດບໍ່ອອກວ່າຊ່ວງລະດູຮ້ອນ ຫຼື ເທດສະການປີໃໝ່ລາວນີ້ຈະໄປໃສ, ເຮົາຂໍແນະນຳສະຖານທີ່ນີເລີຍ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ແປກຢູ່ແມ່ນບໍວ່າເປັນຫຍັງຄືເວົ້າເລື່ອງປີໃໝ່ລາວຕັ້ງແຕ່ ເດືອນ ມັງກອນ ພິ? ຄວາມຈິງແລ້ວ ໂອກາດທີ່ຈະພັກທີ່ ຄຣາວພລາຊ່າ ແບບໂລບັດເຈັດມີພຽງໂອກາດໃນເດືອນນີ້ເທົ່ານັ້ນ! ທາງແອັດມິນກໍເລີຍຢາກແນານຳໂປຼຂອງໂຮງແຮມ ຊຶ່ງມີຂາຍຈົນຮອດວັນທີ 31 ເດືອນ ມັງກອນນີ້ ຊຶ່ງຫ້ອງປົກກະຕິ $160 ຫຼຸດເຫຼືອພຽງ 50ໂດລາ/ຄືນ! ແມ່ນແລ້ວ! ອ່ານບໍ່ຜິດ 50$/ຄືນ ເທົ່ານັ້ນ! ແຕ່ໄລຍະພັກໄດ້ແມ່ນ 25/3/2018 ຫາ 5/5/2018, ພໍດີຊວ່ງປີໃຫມ່ເລີຍ! (ຈອງເລີຍຖ້າຫຍັ ທາງແອດມິນສອບຖາມມາແລ້ວທາງເພິ່ນຈະຂາຍເປັນບັດຊຶ່ງທຸກຄົນສາມາດຊື້ແລະຈອງໃນຊວ່ງໃດກໍໄດ້ທີ່ຕົກໃນໄລຍະນັ້ນ. ເພາະສະນັ້ນ, ປີໃຫ່ມນີ້ບໍ່ຕ້ອງໄປໃສໄກເລີຍ! ມາເບິ່ງກັນກັບຮູບພາບຕ່າງໆຂອງໂຮງແຮມ: ຊົມໂຮງແຮມໃນແບບ 360 ອົງສາ:http://eyenavasia.com/laos/cp_vientiane/ ເວັບໃຊ້ໂຮງແຮມ: http://vientiane.crowneplaza.com/la/one-year-anniversary-sales ສຳພັດຄວາມຫຼູຫຼາໃນລາຄາເບົາໆ ເຊິ່ງແຂກທີ່ເຂົ້າພັກຍັງສາມາດໃຊ້ …
Read More »ເລີດເດີ້! ມີ່ມີ່ ພູນຊັບ ມາໃນມາດໃໝ່ ມີຄວາມງາມເລີດກວ່າເກົ່າ…ກຣີດໆໆໆ!!!
ມາອັບເດດຄວາມເຄື່ອນໄຫວຂອງ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຫຼັງຈາກທີ່ນາງໄດ້ໄປປະກວດໃນເວທີລະດັບສາກົນ “Miss International 2017” ທີ່ ປະເທດ ຍີ່ປຸ່ນ ແລະ ຍັງສາມາດເອົາ Top8 ໃນເວທີດັ່ງກ່າວ ມາຝາກພໍ່ແມ່ພີ່ນ້ອງຊາວລາວໃນຊ່ວງປີທີ່ຜ່ານມາ ຈົນສ້າງສຽງຮືຮາ ແລະ ປະຫວັດສາດແຫ່ງວົງການນາງງາມລາວມາແລ້ວ, ຫຼ້າສຸດກ້າວເຂົ້າສູ່ ປີ 2018 ແລ້ວ ນາງກໍຍັງມາແຮງກະແສບໍ່ມີຕົກ ເພາະນາງໄດ້ອັບເດດຂ່າວດີໃຫ້ແຟນໆໄດ້ຮູ້ວ່າໃນປີນີ້ນາງໄດ້ເປັນ “Brand Ambassador of Lao Fashion Week 2018” ແລະ ນາງເອງກໍມີຄວາມດີໃຈ ແລະ ຕື້ນຕັນໃຈຫຼາຍໆ… ຂໍບອກເດີ້ວ່າ Mimie New Look ເລີດຮ້າຍໆໆໆ ງາມເວີ້ໆໆໆ ອີ່ຫລີ, ມີຮູບພາບຂອງ ສາວ ມີ່ມີ່ ມາຝາກນຳ ບໍ່ເຊື່ອລອງມາເບິ່ງເອົາເດີ້ແຟນໆ …
Read More »ຂ່າວດີ! ໂຢ່ໂຢ່ ວານິພອນ ກຳລັງຈະເປັນຕົວແທນສາວລາວໄປປະກວດ “Miss Chinese International Pageant 2018”
ຄົນລາວກຽມລຸ້ນກຽມເຊຍກັນໄດ້ເລີຍ ເປັນອີກໜຶ່ງສາວລາວທີ່ກຳລັງຈະເດີນທາງໄປປະກວດໃນເວທີລະດັບອິນເຕີ ນັ້ນກໍຄື ວານິພອນ ພູມີໄຊ (ໂຢ່ໂຢ່) ນາງສາວນະຄອນຫຼວງວຽງຈັນ 2017 ຂອງເຮົານັ້ນເອງ, ເຊິ່ງການເດີນທາງໄປປະກວດໃນເວທີດັ່ງກ່າວ ແມ່ນຈັດຂຶ້ນທີ່ ຮ່ອງກົງ ໃນເວທີ “Miss Chinese International Pageant 2018” ແລະ ສາວ ໂຢ່ໂຢ່ ກໍກຳລັງຈະເດີນທາງໄປໃນວັນທີ 23 ມັງກອນ 2018 ນີ້ແລ້ວ… ຢ່າລືມເປັນກຳລັງໃຈໃຫ້ນາງແດ່ເດີ້!!! ສະບາຍດີ ທຸກໆຄົນໂຢ່ມີຂ່າວດີຈະບອກ ມື້ວັນທີ 23.1.2018 ເຊິ່ງເປັນວັນອັງຄານ ໂຢ່ຈະໄດ້ມີການເດີນທາງໄປປະກວດຢູ່ ທີ່ ຮອງກົງ ຂອງເວທີ… Yo Yo Phoumixayさんの投稿 2018年1月21日(日) ສຳລັບ ໂຢ່ໂຢ່ ວານິພອນ ອາຍຸ 21 ປີ ຈົບການສຶກສາຈາກ ສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ສັດສ່ວນ 32-24-35 …
Read More »