ວ້າວວວໆໆໆ!!! ວູດດີ້ ມິລິນທະຈິນດາ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ມີໂອກາດເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 10 ມັງກອນ 2017 ທີ່ຜ່ານມາ, ພໍແຕ່ມາຮອດ ໜຸ່ມ ວູດດີ້ ກໍມີໂອກາດໄດ້ໄປຢ້ຽມຢາມຮ້ານຕໍາໝາກຮຸ່ງຊື່ດັງພາຍໃນຕົວເມືອງ ຫຼວງພະບາງ, ທ່ອງທ່ຽວລ່ອງເຮືອ ແລະ ຍັງມີໂອກາດໄດ້ໄປນໍ້າຕົກຕາດ ກວາງຊີ ແລະ ຍັງໄດ້ຖ່າຍຮູບບັນຍາກາດທຳມະຊາດ ໂຊຄວາມຫວານ ຄວາມໜ້າຮັກກັບສາມີ ແລະ ຍັງໄດ້ໂພສຜ່ານອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກົດແຊຣກັນລົວໆ. ປັດຈຸບັນ ອ້າຍ ວູດດີ້ ກໍໄດ້ເດີນທາງກັບປະເທດເປັນທີ່ຮຽບຮ້ອຍແລ້ວ, ຢ່າງໃດກໍຍິນດີຕ້ອນຮັບເຂົ້າສູ່ປະເທດລາວເດີ້ ອ້າຍ ວູດດີ້!!! กลับมาหลวงพระบาง สิ่งแรกที่ทำหลังจากเครื่องลงคือ ต้องแวะมาหาเจ๊ติ๋ม ส้มตำของเจ๊ติ๋มคือที่สุด วันนี้หน้าผมเจ๊ก็สุดไม่แพ้ส้มตำ ❤️ A post shared by WOODY (@woodytalk) on Jan 10, …
Read More »ຂ່າວບັນເທີງໃນປະເທດ
ງາມໆທັງນັ້ນ! ສ່ອງ Idea ເລີດໆຂອງເຫຼົ່າຄົນບັນເທີງກັບການແຕ່ງຊຸດໄໝລາວອອກງານ
ງາມໆທັງນັ້ນ! ສ່ອງ Idea ການແຕ່ງຊຸດໄໝລາວອອກງານຂອງເຫຼົ່າຄົນບັນເທີງເຊັ່ນ: ລູກນໍ້າ ທິດາລັດ ວົງສິຣິ, ຫຼິງຫຼິງ ປິຍະດາ ອິນທະວົງ, ສຽວຜິງ ໄຊຍະລິນ, ນຸຖາ ລາດຊະວົງເລົາ, ບາບີ້ ປິຍະມາດ ແລະ ແອນນິຕ້າ ທິວາພອນທີ່ພວກເຂົານຸ່ງຊຸດໄໝລາວອອກງານໄດ້ງາມ ແລະ ມີສະຕາຍຂອງໃຜລາວ ລອງມາເບິ່ງກັນເບິ່ງເນາະ, ສຳລັບແຟນໆທ່ານໃດຖ້າຍັງບໍ່ມີ Idea ໃນການເລືອກຊຸດ, ສີ ຫຼື ຍັງຄິດບໍ່ອອກວ່າຈະໃສ່ຊຸດໄໝລາວແບບໃດອອກງານ ກໍລອງເບິ່ງແບບທີ່ຄົນບັນເທີງເຫຼົ່ານີ້ໄດ້ສວມໃສ່ລອງເບິ່ງເດີ້ ຮັບຮອງໄດ້ໄອເດຍໃໝ່ໆໃນການຕັດຊຸດ ແລະ ເຂົ້າກັບຕົນເອງແນ່ນອນ ລູກນໍ້າ ທິດາລັດ ວົງສິຣິ ດາລາ-ນັກສະແດງ A post shared by Louknum Thidalat Vongsili (@louknumthidalat) on Dec 4, 2017 at 10:34pm PST …
Read More »ແອບສ່ອງ! ຕິ່ງ ໄພລາວັນ ມີຄອບຄົວສຸດໜ້າຮັກອົບອຸ່ນ ແຖມລູກ 2 ແລ້ວຍັງງາມ ໜ້າເດັກບໍ່ເຄີຍປ່ຽນ
ແອບສ່ອງອີກໜຶ່ງສາວຂອງວົງການບັນເທີງບ້ານເຮົາ ຕິ່ງ ໄພລາວັນ ວົງທາຈັນ ນັກຮ້ອງຊື່ດັງ ທີ່ດຽວນີ້ເພິ່ນແຕ່ງດອງ ແລະ ມີລູກຊາຍເຖິງ 2 ຄົນຄື ນ້ອງ ຢູດີ້ ແລະ ນ້ອງ ໂຊລ້າ ເປັນຄອບຄົວທີ່ແສນອົບອຸ່ນ ແລະ ໜ້າຮັກຫຼາຍໆ, ແຕ່ການເວລາບໍ່ສາມາດເຮັດຫຍັງສາວຄົນນີ້ໄດ້ ເຖິງຈະເອີ້້ນໄດ້ວ່າເປັນແມ່ຄົນແລ້ວນາງກໍຍັງງາມ ຮູບຮ່າງດີ ແລະ ໜ້າເດັກບໍ່ເຄີຍປ່ຽນ. ຫຼ້າສຸດ ສາວ ຕິ່ງ ໄພລາວັນ ກໍຄວງສາມີສຸດທີ່ຮັກ ແລະ ລູກໆໄປທ່ຽວຫຼິ້ນພັກຜ່ອນໄກເຖິງ ປະເທດ ສິງກະໂປ ແລະ ຍັງເກັບພາບຄອບຄົວທີ່ແສນອົບອຸ່ນ ແຖມຍັງສະຫວີດຫວານກັບສາມີຂອງນາງມາຝາກແຟນໆອີກດ້ວຍ. ພວກເຮົາບອກກັນສະເຫມີວ່າ ຈະໃຫ້ທຸກມື້ຂອງເຮົາມີແຕ່ຄວາມສຸກ ???? @sompatthanachansina A post shared by Phailavanh Vongthachan (@tingphailavanh) on Jan 1, 2018 …
Read More »ປໍ1 ເອື້ອຍຍັງຮຽນເຕັ້ນຍາງຢູ່ (555)! ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ…(ຊົມເຊີຍເດີ້)
ເປັນອີກໜຶ່ງຄລິບທີ່ເອີ້ນຮອຍຍິ້ມ ສຽງຫົວໄດ້ເປັນຢ່າງດີ ເດັກນ້ອຍຍຸກໃໝ່ມັນກໍຈະເກັ່ງເກີນອາຍຸແບບນີ້ແລະເນາະ… ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ… ເຊິ່ງເດັກນ້ອຍເກັ່ງ ແລະ ໜ້າຮັກຄົນນີ້ມີນາມວ່າ ນ້ອງ ເບເນ່ ອາຍຸປະມານ 5-6 ປີ ຈາກປະເທດເພື່ອນບ້ານ ເຊິ່ງໄດ້ຕີກອງໃນເພງ That’s what I like ຂອງ ນັກຮ້ອງຊື່ດັງ ບູຣໂນ ມາສ, ໂດຍການໂພສຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Phongphanu Soisahwat ຈົນເຮັດໃຫ້ມີຄົນເຂົ້າໄປກົດໄລ້ ແຊຣ ແລະ ຄອມເມັ້ນຍ້ອງເຖິງຄວາມເກັ່ງ ຄວາມມີພອນສະຫວັນ ຂອງ ນ້ອງ ເບເນ່ ເປັນຈຳນວນຫຼວງຫຼາຍ ຢ່າງໃດກໍຕາມຊາວເນັດຕ່າງສະແດງຄວາມຄິດເຫັນກ່ຽວກັບ ນ້ອງ ເບເນ່ ກັນຢ່າງຫຼວງຫາຍ ແລະ ຍັງຍ້ອງນ້ອງວ່າ ສ່ວນຫຼາຍເດັກນ້ອຍທີ່ກຳລັງຮຽນຕີກອງຈະມັກຕີລົວ ບໍ່ຖືກຈັງຫວະ ແຕ່ ນ້ອງ ເບເນ່ ຄົນນີ້ພັດຕີໄດ້ດີ ແລະ ຖືກກັບຈັງຫວະ ບາງຄົນກໍຍ້ອງວ່າເດັກຄົນນີ້ເກັ່ງເກີນໄວອາຍຸ …
Read More »ເປີດໃຈໜຸ່ມຫຼໍ່! ໂບຣີສ ຫຼວງໂຄດ Bakery Chef (ເປັນຫຍັງຫຼາຍຄົນມັກຄິດວ່າ ຜູ້ຊາຍທີ່ມັກເຮັດອາຫານອາດບໍ່ແມ່ນຜູ້ຊາຍແທ້?)
ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ໜຸ່ມມາດເຂັ້ມ, ສຸຂຸມ, ສຸດໃຈເຢັນໆ ແຕ່ມີຄວາມຮັກທີ່ສຸດແສນຈະ Romantic ເຊື່ອວ່າ ສາວໆ ຂວັນໃຈເຮົາ ຖ້າໄດ້ຮູ້ຈັກແລ້ວ ກໍຢາກຈະເປັນຄົນຮູ້ໃຈຂອງເພິ່ນແນ່ນອນ. ໃຫ້ໜຸ່ມຄົນນີ້ແນະນໍາຕົນເອງໃຫ້ພວກເຮົາຮູ້ຈັກກັນເລີຍ: ສະບາຍດີ! ຊື່ ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ເຈົ້າຂອງຮ້ານ Bakery by Boris ຊື່ຈະອອກແນວ Inter ໜ້ອຍໜຶ່ງເນາະ ເພາະເກີດຢູ່ປະເທດຝຣັ່ງແຕ່ພໍ່ກັບແມ່ ກະເປັນຄົນລາວນີ້ແຫຼະ! ເພິ່ນໄດ້ໄປເຮັດວຽກຢູ່ຫັ້ນ. ຫຼັງຈາກ ໂບຣີສ ໄດ້ອາຍຸ 3 ປີ ກໍໄດ້ກັບຄືນມາຢູ່ລາວ ຈົນຮອດອາຍຸ 17 ປີ ກໍເລີ່ມຮຽນເຮັດຂະໜົມ, ເຮັດເຄັກເອງຢູ່ບ້ານເບິ່ງຕາມປື້ມຄູ່ມື, Youtube ແລະ ໄລຍະພັກຮຽນກໍໄດ້ໄປຝຶກງານ ຢູ່ໂຮງແຮມລາວພລາຊາ ໄປຮຽນເຮັດອາຫານຈີນ, ຝຣັ່ງ ແລະ …
Read More »